ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ວັດທະນະທຳການລ້ຽງລູກ..ຈຸດເລິ່ມຕົ້ນຂອງ..ພຶດຕິກຳຮັກການສຶກສາ

໑໔ ກະທູ້
໑ ໂພສ
ຂາປະຈຳເວັບບອດ






ທຳມະຊາດຂອງພໍ່ແມ່ທຸກຄົນ..ຍ່ອມຮັກລູກ
ແຕ່ຄວາມຮັກທີ່ບໍ່ຖືກຕ້ອງ..ກໍສ້າງປັນຫາໄດ້ມາກມາຍ


ເດັກນ້ອຍທຸກຄົນທີ່ເກີດມາ..ຍ່ອມຕ້ອງການຄົນດູແລເອົາໃຈໃສ່
ວັດທະນະທຳການລ້ຽງລູກ..ຈຶ່ງເປັນຈຸດເລິ່ມຕົ້ນຂອງການຮຽນຮູ້

ເປັນຈຸດທີ່ປູກຝັງພຶດຕິກຳ..ທັງດ້ານດີ..ແລະດ້ານເສຍ
ເປັນຈຸດເລິີ່ມຕົ້ນຂອງ..ພຶດຕິກຳຮັກການສຶກສາ..ໂດຍທຳມະຊາດ

ວັດທະນະທຳການລ້ຽງລູກ..ທີ່ບໍ່ຖຶກຕ້ອງ..ບໍ່ໄດ້ຮັບການແກ້ໄຂ
ກໍເປັນປັນຫາສຳຄັັັັັັັັັັັັນຂອງການສຶກສາ..ການພັດທະນາຄົນດີໃຫ້ກັບສັງຄົມ



ຄວາມສາມາດໃນການຮັບຮູ້ (Input)..ແລະການສະແດງອອກ (Output)

ທຳມະຊາດຂອງການຮຽນຮູ້ (Learning)..ຂອງມະນຸດນັ້ນ..ມີ 2 ດ້ານ

1. ການຮັບຮູ້ (Input)..ເປັນສັນຊາດຕະຍານຂອງປະສາດສຳຜັດ (Sense)
ປະສາດສຳຜັດ (Sense)..ຂອງເດັກນ້ອຍຜູ້ຍິງ..ກໍຊິດີກວ່າເດັກນ້ອຍຜູ້ຊາຍ..ໂດຍທຳມະຊາດ
ເພາະສະນັ້ນ..ເດັກນ້ອຍຜູ້ຍິງກໍຊິສາມາດປູກຝັງ..ພຶດຕິກຳຮັກການສຶກສາ
ໄດ້ໂດຍການອົບຮົມສັ່ງສອນ (Teaching)..ເພາະປະສາດສຳຜັດທີ່ດີ..ເຮັດໃຫ້ມີຄວາມຕັ້ງໃຈສູງ

2. ການສະແດງອອກ (Output)..ເດັກນ້ອຍຜູ້ຊາຍຊິມີຄວາມແຂງແຮງ (Power)
ແຕ່ຄວາມສາມາດຂອງປະສາດສຳຜັດ(Sense)..ຊິຕ່ຳກວ່າ..ເດັກນ້ອຍຜູ້ຍິງ
ການປູກຝັງ..ພຶດຕິກຳຮັກການສຶກສາ..ຄວນໃຊ້ວິທີການຝຶກຝົນ (Learning by Doing)

ແມ້ວ່າສັນຊາດຕະຍານທາງເພດ..ຂອງເດັກນ້ອຍຜູ້ຍິງກັບຜູ້ຊາຍ..ຊິຕ່າງກັນ
ແຕ່ການປູກຝັງ..ພຶດຕິກຳຮັກການສຶກສາ..ກໍຕ້ອງໃຂ້ທັງ 2 ວິທີ..ໃຫ້ສົມດຸນຕາມພຶດຕິກຳຂອງເດັກນ້ອຍ


ຄວາມບໍ່ຮູ້..ບໍ່ເຂົ້າໃຈ..ບໍ່ສົນໃຈປັນຫາຂອງການລ້ຽງລູກ..ໃນປະເທດດ້ອຍພັດທະນາ
ເຮັດໃຫ້ເຂົ້າໃຈວ່າ..ພາລະຂອງການລ້ຽງລູກນັ້ນ..ເປັນໜ້າທີ່ຂອງແມ່ຍິງຝ່າຍດຽວ

ແຕ່ວ່າການປູກຝັງ..ພຶດຕິກຳຮັກການສຶກສາ..ໂດຍການຝຶກຝົນ (Learning by Doing)
ຕ້ອງໃຊ້ເວລາ..ຕ້ອງໃຊ້ຄົນທີ່ມີປະສົບການ..ແລະທີ່ສຳຄັນ..ຄວນເປັນໜ້າທີ່ຂອງຜູ້ຊາຍ


ເພາະວ່າ..ການຝຶກຝົນໂດຍວິທີ Learning by Doing ໃຫ້ເດັກນ້ອຍເກັ່ງ..ແລະສະຫຼາດນັ້ນ
ຄືການໃຫ້ເດັກນ້ອຍ..ຮຽນຮູ້ຄວາມລຳບາກ..ແລະການແກ້ປັນຫາ..ຊຶ່ງເປັນທຳມະຊາດຂອງຜູ້ຊາຍ


ການມີປູ່..ຫຼືຕາ..ມາຊ່ອຍດູແລ..ຈຶ່ງມີຄວາມສຳຄັນຕ່ອ..ພຶດຕິກຳຮັກການສຶກສາ




ຄວາມຢາກຮູ້..ຢາກເຮັດ..ຢາກລຽນແບບ..ຕ້ອງການຄົນທີ່ເຂົ້າໃຈ

ໃນຄວາມເປັນຈິງ..ການດູແລເດັກນ້ອຍ 1 ຄົນ..ຄວນຕ້ອງມີຜູ້ໃຫຍ່ 3 ຄົນ
ແລະ 1 ໃນ 3 ຄົນນັ້ນ..ຕ້ອງເປັນຜູ້ຊາຍ..ເພາະທຳມະຊາດຂອງແມ່ຍິງ
ຊິຫ່ວງໃຍເລື່ອງຂອງອາຫານການກິນ..ສຸຂະພາບ..ແລະການເຈັບປ່ວຍຂອງເດັກນ້ອຍ

ດັງນັ້ນ..ການຕອບສະໜອງຄວາມຢາກຮູ້..ຢາກເຫັນ..ໂດຍວິທີ Learning by Doing
ຈຶ່ງຄວນເປັນໜ້າທີ່ຂອງຜູ້ຊາຍ..ທີ່ມີປະສົບການ ເຊ່ນ ປູ່..ຫຼືຕາ..ຂອງເດັກນ້ອຍເອງ


ຄວາມຫ່ວງໃຍຂອງແມ່ຍິງ..ຕໍ່ສຸຂະພາບ..ແລະການເຈັບປ່ວຍຂອງເດັກນ້ອຍ
ຊິມີຜົນຕໍ່..ຄວາມຢາກຮູ້..ຢາກເຫັນ..ຢາກສະແດງອອກຂອງເດັກນ້ອຍ
ຊຶ່ງແມ່ຍິງ..ມັກສະແດງອອກ..ດ້ວຍການຫ້າມລູກ..ບໍ່ໃຫ້ເຮັດນັ້ນ..ບໍ່ໃຫ້ເຮັດນີ່
ແລະນັ້ນຄື..ຄວາມບໍ່ຮູ້..ບໍ່ເຂົ້າໃຈ..ການ Learning by Doing ຊອງເດັກນ້ອຍ

ອີກເລື່ອງໜຶ່ງ..ທີ່ສຳຄັນທີ່ສຸດກໍຄື..ການຢອກລໍ້ເດັກນ້ອຍ..ໃຫ້ຮ້ອງວີ້ດວ້າດດີໃຈ
ເປັນການທຳລາຍ..ສະມາທິທີ່ຮຸນແຮງທີ່ສຸດ..ຊຶ່ງສາມາດພິສູດ..ດ້ວຍຕັວເອງ


ເດັກນ້ອຍ..ທີ່ຖຶກຢອກລໍ້ໃຫ້ຮ້ອງວີ້ດວ້າດ..ຕັ້ງແຕ່ຕື່ນນອນ..ຕັ້ງແຕ່ເຊົ້ານັ້ນ
ຈິດໃຈຂອງເດັກນ້ອຍ..ຊິຕິດຢູ່ໃນອາລົມສະໜຸກສະໜານ..ບໍ່ມີສະມາທິໄປຕະຫຼອດມື້

ການຫຼິ້ນເປັນໝູ່ເດັກນ້ອຍ..ເປັນສິ່ງທີ່ດີ..ເປັນສິ່ງທີ່ເດັກນ້ອຍຕ້ອງການ
ແຕ່ການຢອກລໍ້ເດັກນ້ອຍ..ໃຫ້ຮ້ອງວີ້ດວ້າດນັ້ນ..ອາດເປັນການທຳລາຍເດັກນ້ອຍ
ເປັນການທຳລາຍສະມາທິ..ເປັນການທຳລາຍ..ພຶດຕິກຳຮັກການສຶກສາ


ຄວາມຮູ້..ຄວາມເຂັ້າໃຈ..ການຕອບສະໜອງພາວະທີ່ເດັກນ້ອຍ..ຢາກສະແດງອອກ
ຈຶ່ງຄວນເປັນຄວາມຮັບຜິດຊອບ..ຂອງຄົນທີ່ເປັນປູ່..ຫຼືຕາ..ເພາະມີປະສົບການ
ມີຄວາມຮັກ..ຄວາມຫ່ວງໃຍ..ຕໍ່ລູກຕໍ່ຫຼານ..ຕໍ່ພຶດຕິກຳຮັກການສຶກສາຂອງເດັກນ້ອຍ


ວັດທະນະທຳການລ້ຽງລູກ..ຈຸດເລິ່ມຕົ້ນຂອງ..ພຶດຕິກຳຮັກການສຶກສາ




໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຄິດດີ ເວົ້າດີ ເຮັດດີ

໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂຽນດີມີປະໂຫຍດ


໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ານບໍ່ໝົດຊ້ຳ


໑ ກະທູ້
໒໔໐ ໂພສ
ນັກການກະທູ້
ຂຽນດີມີປະໂຫຍດ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມືງສະ
ອົກຫັກດີກ່ວາຮັກບໍ່ເປັນ