ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ວັດຕະຈັກເວລາຂອງຮ່າງກາຍ (Body Clock)..ພື້ນຖານຂອງຮຽນຮູ້

໑໔ ກະທູ້
໑ ໂພສ
ຂາປະຈຳເວັບບອດ






ໃນທາງວິທະຍາສາດ..ມີການພິສູດແລ້ວວ່າ
ເວລາ (Time) ໃນແຕ່ລະຈຸດຂອງຈັກກະວານ..ແຕກຕ່າງກັນ
ເວລາ (Time) ຂອງໂລກ..ຂອງດວງຈັນ..ໃນອາວະກາດບໍ່ເທົ່າກັນ


ວັດຕະຈັກເວລາຂອງຮ່າງກາຍເຮົາ (Body Clock)
ມີຄວາມກ່ຽວພັນກັບ..ການໝຸນຮອບຕັວເອງຂອງໂລກ
ນັ້ນຫມາຍຄວາມວ່າ..ເວລາ 1 ມື້..ເປັນ 1 ຮອບເວລາຂອງຮ່າງກາຍ

ວັດຕະຈັກເວລາ..ມີຄວາມກ່ຽວພັນກັບ..ການເຮັດງານຂອງສະໝອງຈັ່ງໃດ໋?
ເປັນເລື່ອງທີ່ມີຄວາມສຳຄັນ..ຕໍ່ການພັດທະນາ..ລະບົບການສຶກສາ
ມີຄວາມສຳຄັນ..ຕໍ່ການພັດທະນາ..ຄວາມສະຫຼາດຂອງເດັກນ້ອຍ



ທຳມະຊາດການເຮັດງານຂອງສະໝອງ..ກ່ຽວພັນກັບວັດຕະຈັກເວລາຈັ່ງໃດ໋?

ຍາມທີ່ເຮົາພັກຜ່ອນ..ຫຼັບນອນໃນຕອນກາງຄືນ..ຮ່າງກາຍກໍຊິປັບສົມດຸນ
ລະບາຍຄວາມຄຽດອອກມາ..ຮ່າງກາຍຊິຍືດອອກ..ຊິສູງຂຶ້ນປະມານ 1 cm.

ພໍຕື່ນນອນໃນຕອນເຊົ້າ..ສະໝອງຂອງຄົນເຮົາ..ຊິມີພາວະຄວາມພ້ອມທີ່ດີທີ່ສຸດ
ມີຄວາມພ້ອມໃນການຮັບຮູ້ (Input) ສູງສຸດ..ມີຄວາມປອດໂປ່ງແຈ່ມໃສ


ນັ້ນເປັນເຫດຜົນທີ່ວ່າ..ປັນຫາທີ່ເຄີຍຄິດບໍ່ອອກ..ແກ້ບໍ່ໄດ້..ມັກຊິມີຄຳຕອບໃນຕອນເຊົ້າ
ຄວາມເຂົ້າໃຈ..ການເຮັດງານຂອງສະໝອງ..ທີ່ກ່ຽວພັນກັບວັດຕະຈັກເວລາຈຶ່ງມີຄວາມສຳຄັນ
ເຮັດໃຫ້ເຮົາ..ສາມາດອອກແບບ..ວາງແຜນ..ການຮຽນການສອນທີ່ເໝາະສົມ..ໃນລະບົບການສຶກສາ

1. ຄວາມສາມາດໃນການຮັບຮູ້ (Input) ສູງສຸດໃນຕອນເຊົ້າ..ແຕ່ຊິຫຼົດລົງເລື່ອຍໆ..ຈົນເຖິງ 12 ໂມງ
ດັງນັ້ນ..ໃນຕອນເຊົ້າການຮຽນຮຼ້ (Learning)..ຈຶ່ງຄວນໃຊ້ວີທີການສອນ (Teaching)

2. ຄວາມສາມາດໃນການສະແດງອອກ (Output)..ເລິ່ມຕັ້ງແຕ່ 12 ໂມງຈົນເຖິງ 18 ໂມງ
ທຳມະຊາດຂອງຮ່າງກາຍ..ຊິມີພະລັງງານສູງແລ້ວ..ຕ້ອງການສະແດງອອກ (Output)..ໃນຕອນບ່າຍ
ດັງນັ້ນ..ການຮຽນຮູ້ຂອງເດັກນ້ອຍ..ຈຶ່ງຄວນເປ໊ນວິທີປະຕິບັດ..ຫຼືວິທີ Learning by doing

3. ຄວາມສາມາດໃນການລະບາຍອາລົມ (Relax)..ເລິ່ມຕັ້ງແຕ່ 18 ໂມງຈົນເຖິງ 21 ໂມງ
ຫຼັງຈາກຕາເວັນຕົກດິນ..ຮ່າງກາຍຕ້ອງການພັກຜ່ອນ (Relax)..ຊຶ່ງກໍຄື..ການລະບາຍຄວາມຄຽດອອກມາ
ການຈົດບັນທຶກ..ການແສດງຄວາມຄິດເຫັນ..ກໍເປັນການລະບາຍອາລົມ..ລະບາຍສຶ່ງທີ່ມີຢູ່ໃນໃຈອອກມາ

ການໃຫ້ເດັກນ້ອຍທົບທວນ..ສຶ່ງທີ່ຮຽນມາຕັ້ງແຕ່ເຊັ້າ..ແລ້ວຈັດບັນທຶກ
ຫຼືໃຫ້ແສດງຄວາມຄິດເຫັນ..ຫຼືເລົ່າເລື່ອງທີ່ຮຽນຮູ້ມາ..ເລື່ອງທີ່ເກີດໃນມື້ນັ້ນ..ທີ່ນ່າສົນໃຈ
ທັງໝົດເປັນການລະບາຍອາລົມ (Relax)..ທີ່ມີຄວາມເໝາະສົມ..ເປັນການບ້ານ (Homework)


ວັດຕະຈັກເວລາ (Body Clock)..ພື້ນຖານທີ່ສຳຄັນ..ຊອງຫຼັກສູດການສຶກສາ




ເດັກນ້ອຍເປັນຄົນດີ..ເປັນຄົນເກັ່ງໄດ້..ດ້ວຍການຝຶກຝົນ (Training)

ແມ້ວ່າ..ຊິມີໂຮງຮຽນທີ່ດີ..ມີຫຼັກສູດການສຶກສາທີ່ດີ..ກໍຍິງບໍ່ແມ່ນພື້ນຖານທີ່ແທ້ຈິງ
ການຝຶກເດັກນ້ອຍ..ໃຫ້ເປັນຄົນດີ..ຄົນທີ່ມີສະໝອງສະຫຼາດນັ້ນ..ຕ້ອງເລິ່ມຕົ້ນທີ່ບ້ານ


ການຝຶກຕື່ນນອນແຕ່ເຊົ້າ..ເປັນເລື່ອງທີ່ສຳຄັນໃນສັງຄົມ..ສະໄໝໃໝ່
ເພາະວ່າການມີໄຟຟ້າ..ການມີທີວີ..ເຮັດໃຫ້ຄົນສະໄໝໃໝ່..ພາກັນນອນເດິກ
ເດັກນ້ອຍທີ່ຮຽນຊັ້ນປະຖົມ..ບໍ່ຄວນນອນເກິນ 21 ໂມງ..ເພາະສະໝອງກຳລັງຈະເລີນເຕີບໂຕ

ຫຼັງຈາກຕື່ນນອນ..ຄວນຝຶກເກັບຜ້າຫົ່ມ..ເກັບທີ່ນອນ..ການດູແລຮ່າງກາຍ..ລ້າງໜ້າລ້າງຕາ
ຫຼັງຈາກນັ້ນ..ຄວນເປັນການຝຶກຝົນຮ່າງກາຍ..ແຕ່ທີ່ດີທີ່ສຸດ..ຄວນເປັນການຝຶກສະມາທິ
(Meditation)..ຫຼືການຝຶກຮວບຮວມປະສາດສຳຜັດ (Concentrated on Sense)
ເພາະວ່າອາລົມໃນຕອນເຊັ້ານັ້ນ..ເປັນອາລົມທີ່ດີທີ່ສຸດ..ແລ້ວກໍຊິເປັນຖານຂອງອາລົມໄປຕະຫຼອດມື້


ໃນຕອນແລງ..ຫຼັງຈາກກິນເຂົ້າແລ້ວ..ຄວນຝຶກໃຫ້ລູກລະບາຍສຶ່ງທີມີຢູ່ໃນໃຈອອກມາ (Relax)
ດ້ວຍການເລົ່າເລື່ອງລາວ..ທີ່ລູກມີຄວາມສົນໃຈ..ຫຼືຢາກສະແດງຄວາມຄິດເຫັນ
ຄວນສ້າງໃຫ້ເປັນທໍານຽມປະຕິບັດ..ເພາະວ່າ..ໃນປະເທດດ້ອຍພັດທະນາ
ມັກບໍ່ເຂົ້າໃຈວ່າ..ການຝຶກໃຫ້ລູກຫັດເລົ່າເລື່ອງລາວ..ຄືການຝຶກສະໝອງໃຫ້ສະຫຼາດ

ແລະເຄັດລັບ..ທີ່ສຳຄັນທີ່ສຸດກໍຄື..ການຝຶກສະໝອງກ່ອນນອນ
ເດັກນ້ອຍທີ່ສະຫຼາດ..ຊິທົບທວນສິ່ງທີ່ຮຽນມາໃນມື້ນັ້ນ..ກ່ອນນອນທຸກຄືນ


ວັດຕະຈັກເວລາຂອງຮ່າງກາຍ (Body Clock)..ພື້ນຖານຂອງຮຽນຮູ້




໐ ກະທູ້
໘໐ ໂພສ
ຂາປະຈຳເວັບບອດ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແທ້ແຫຼະນໍ


໗ ກະທູ້
໑໙໐ ໂພສ
ນັກການກະທູ້

THE GUNNER