ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑໕ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
• ຍ້ອນສາເຫດໃດຈຶ່ງເຮັດໃຫ້ນັກຮຽນຈົບມາແລ້ວບໍ່ມີວຽກເຮັດ?
• ເຈົ້າຄິດວ່າພາສາອັງກິດສຳຄັນຈັກເປີເຊັນສຳລັບການສະຫມັກວຽກ?


໑໐ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ຍ້ອນປະສົບການເຮັດວຽກບໍ່ມີ ແລະຍັງບໍ່ໄດພາສາອັງກິດນຳ
ຂ້ອຍຄິດວ່າພາສາອັງກິດແມ່ນສຳຄັນເກືອບ 70% ຂອງການສະໝັກວຽກ ເພາະວ່າຖ້າເປັນນັກສຶກສາຈົບໃໝ່ປະສົບການດ້ານການເຮັດວຽກແມ່ນມີໜ້ອຍຢູ່ແລ້ວສະນັ້ນ, ເວລາບໍໍລິສັດຮັບເຂົ້າໄປເຮັດວຽກນຳຈຳເປັນຈະຕ້ອງໄດ້ສອນວຽກໃຫ້ທຸກຄົນຢູ່ແລ້ວ ແຕ່ຖ້າຫາກເຈົ້າໄດ້ພາສາອັງກິດເຈົ້າກໍ່ມີສິດທີ່ຈະໄດ້ເຮັດວຽກນັ້ນເຖິງ90% ...........ນີ້ແມ່ນສຳລັບໃນຄວາມຄິດຂອງຂ້ອຍ



໑ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຍ້ອນວ່າຫຼາຍໆບໍລິສັດຢາກໄດ້ແຕ່ຜູ້ທີ່ມີປະສົບການແລ້ວ, ເພາະເຂົາບໍ່ເສຍຄ່າໃຊ່ຈ່າຍໃນການຝຶກສອນພະນັກງານໃໝ່

ແລະສຳລັບພາສາອັງກິດແມ່ນສຳຄັນປະມານ 90% ສຳລັບການສະໝັກວຽກ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເກັ່ງເອງແນ່ຕິ


໑໐ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ສົມມຸດນັກຮຽນ100ຄົນທີ່ຈົບມາຂ້ອຍວ່າທີ່ເກັ່ງແທ້ໆຈົບມາແລ້ວຮູ້ເຮັດວຽກເລີຍຄົງຈະມີປະມານ10ຖືວ່າຫຼາຍ.....ເພາະເວລາເຮົາຮຽນມັນຈະເປັນການຮຽນແບບກ້ວາງໆ ສະນັ້ນ, ທຸກຄົນ
ເວລາໄປເຮັດວຽກເທື່ອທຳອິດກໍ່ຕ້ອງການໃຫ້ຜູ້ທີ່ເຄີຍເຮັດວຽກມາແລ້ວສອນໃຫ້ກ່ອນທັງນັ້ນແຫຼະ............ແຕ່ຍ້ອນວ່າບໍ່ໄດ້ພາສາອັງກິດແນ່ ແຖມບໍ່ລິສັດຍັງບໍ່ຍອມເປີດໂອກາດໃຫ້ນັກຮຽນຈົບໃໝ່.....ພວກທີ່ຈົບມາໃໝ່ເລີຍບໍ່ມີວຽກເຮັດ



໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ laojobmarket ຂຽນວ່າ...
• ຍ້ອນສາເຫດໃດຈຶ່ງເຮັດໃຫ້ນັກຮຽນຈົບມາແລ້ວບໍ່ມີວຽກເຮັດ?
• ເຈົ້າຄິດວ່າພາສາອັງກິດສຳຄັນຈັກເປີເຊັນສຳລັບການສະຫມັກວຽກ?


1 ບໍ່ຫາສຸດຄວາມສາມາດ, ປະສົບການຍັງໜ້ອຍ, ຕິວຽກ, ບໍລິສັດຢາກໄດ້ຄົນເກັ່ງໂພດ.
2 ເຮົາຄິດວ່າເກືອບເກົ້າສິບສ່ວນຮ້ອຍພຸ້ນລະ

ຄິດດີ ເວົ້າດີ ເຮັດດີ