ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຢາກຮຽນ IT ຊ່ວຍແນະນຳແດ່ຮຽນຢູ່ໃສດີ

໑໐ ກະທູ້
໓໒ ໂພສ
ຂາປະຈຳເວັບບອດ
ຕອນນີ້ຂ້ອຍຮຽນບໍລິຫານປີສອງແລ້ວ ແຕ່ຮູ້ສືກວ່າບໍ່ເໝາະກັບໂຕເອງເລີຍເລີ່ມບໍ່ມີຄວາມສຸກໃນການຮຽນ
ເລີຍຢາກຮຽນໄອທີໄວ້ເພາະວ່າທີ່ຈິງແລ້ວກໍ່ຕັ້ງໃຈໄວ້ວ່າຈະຮຽນໄອທີຢູ່ແລ້ວແຕ່ບັງເອີນໝູ່ພາມາຮຽນບໍລິຫານກະເລີຍມາຮຽນນຳກະເຈົ້າ
ກະພໍຮຽນໄດ້ຢູ່ດອກແຕ່ວ່າບໍ່ມັກ ຕອນນີ້ກະເລີຍຢາກຖາມວ່າຖ້າຢາກຮຽນໄອທີຈະຮຽນຢູ່ໃສດີແລ້ວຄ່າຮຽນເທົ່າໃດຄິດວ່າຈະຮຽນທັງສອງຢ່າງ
ໄປພ້ອມກັນຄັນຮຽນບໍລິຫານບໍ່ລອດຈະໄດ້ມີໄອທີໄວ້ຮອງຮັບດີກວ່າຈົບບໍລິຫານແລ້ວຄ່ອຍມາຮຽນໄອທີໃໝ່ໃຜຮຽນໄອທີຢູ່ຊ່ວຍແນະນຳແດ່ເດີ້


໓ ກະທູ້
໑໑໔ ໂພສ
ນັກການກະທູ້
ແມ່ນ2 ຢາກຮຽນຄື່ກັນ

ຄວາມແນ່ນອນຄືຄວາມບໍ່ແນ່ນອນ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮຽນຢູ່ພາກວິຊາຄອມພິວເຕີເດີ ມຊ ຄັກຄັກ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຄືກັນອິອິອິ
ແຕ່ຍິນວ່າ: ໂຮງຮຽນໄອທີມີຢູ່ໃສແດ່ນໍ?
ຢູ່ ຄວສ “ ຄະນະວິສາວະກຳສາດ“ ຊັບພະວິຊາຊັ້ນສູງ
ວິທະຍາໄລ ຄັວສ (ຈັກວ່າຖືກບໍ່? ຮາໆໆ) ຕ້ອງເວົ້າຊື່ຜິດລະ)
ສຸສະກະ (ມີບໍ່ນໍ ບໍ່ແນ່ໃຈ)
ກັບໂຮງຮຽນຫຍັງກິ? ຢູ່ຂ້າງໂຮງຮຽນແສງສະຫວັນ ຢູ່ຕໍ່ໜ້າສວນ 23 ສິງຫາຫັ້ນນະ ສອນໄອທີ ວ່າຊັ້ນ
ບໍ່ແນ່ໃຈໄປສອບຖາມຕື່ມ ອິອິອິ


໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ທີ່ມະຫາວິທະຍາໄລແຫລ່ງຊາດ ໃນນັ້ນມີສອງ ສະຖາບັນໄອທີ
1. ແມ່ນໄອທີລາວ
2. ແມ່ນໄອທີລາວ - ສິງກະໂປ