ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ເວັບໄຊທຳອິດຂອງໂລກ ຄື http://info.cern.ch ເປີດໂຕຄັ້ງທຳອິດໃນໂລກໄຊເບີ້ ໃນວັນທີ່ 6 ສິງຫາ 2534 ສ້າງໂດຍ ເຊີສ໌ທິໂມທີ ຈອນ ເບີນເນີສ໌-ລີ (Sir Timothy John Berners-Lee, OM, KBE, FRS, FREng, FRSA) ຫຼື ທີ່ເຮົາຮູ້ຈັກໃນນາມ ທິມ ເບີນເນີສ໌-ລີ ຜູ້ທີ່ຄິດ ແລະ ພັດທະນາລະບົບ ເວີວາຍເວັບ (WorldWideWeb) ເປັນຄົນທຳອິດຂອງໂລກ.
ທິມ ເບີນເນີສ໌-ລີ ເກີດທີ່ເມືອງລອນດອນ ປະເທດອັງກິດ ເປັນລູກຂອງທ່ານ ຄອນເວຍ໌ ເບີນເນີສ໌-ລີ ແລະ ນາງ ແມຮີ່ ລີ ວູດສ໌ ເຊິ່ງທັ້ງສອງຄົນນີ້ ແມ່ນເປັນນັກ ຄະນິດສາດ ທີ່ຢູ່ໃນທີມສ້າງຄອມພິວເຕີ "ແມນເຊສ໌ເຕີ ມາກສ໌ 1" ຄອມພິວເຕີຍຸກທຳອິດຂອງໂລກ
ລະຫວ່າງເດືອນ ມີຖຸນາ - ທັນວາ ພ.ສ 2523 ເປັນຊ່ວງທີ່ ທິມ ເບີນເນີສ໌-ລີ ໄດ້ເຮັດວຽກ Freeland ຢູ່ທີ່ເຊີນ (Cern) ໄດ້ສະເຫນີໂຄງການ ຂໍ້ຄວາມຫລາຍ ມິຕິ (Hypertext) ຂື້ນເພື່ອແລກປ່ຽນຂໍ້ມູນລະຫວ່າງນັກວິໃຈດ້ວຍກັນ ແລະ ໄດ້ມີການສ້າງລະບົບຕົ້ນແບບໄວ້ແລ້ວ ໂດຍໃສ່ຊື່ວ່າ ENQUIRE .
ເມື່ອຮອດ ພ.ສ 2532 ເຊີນ (Cern) ໄດ້ກາຍເປັນສູນອິນເຕີເນັດທີ່ໃຫຍ່ກວ່າຫມູ່ໃນຢູໂຣບ ແລະ ເບີນເນີສ໌-ລີ ໄດ້ແລເຫັນໂອກາດໃນການໃຊ້ "ຂໍ້ຄວາມຫລາຍ ມິຕິ" ຜະສົມເຂົ້າກັບ ອິນເຕີເນັດ ເບີນເນີສ໌-ລີໄດ້ຂຽນຂໍ້ສະເຫນີໃນໂຄງການເຂົາວ່າ "ຂ້ອຍພຽງແຕ່ເອົາຂໍ້ຄວາມຫລາຍ ມິຕິເຊື່ອມເຂົ້າກັບຄວາມຄິດ "ທີຊີພີ" ແລະ "DNS" ແລະ ເທົ່ານັ້ນກໍ່ຈະໄດ້ "ເວີວາຍເວັບ.." ເບີນເນີສ໌-ລີ ໄດ້ຂຽນຂໍ້ສະເຫນີຂອງເຂົາເມື່ອເດືອນມີນາ ພ.ສ 2532 ແລະ ໃນປີ ພ.ສ 2533 ດ້ວຍຄວາມຊ່ວຍເຫຼືອຂອງ ໂຣເບີດ ໄຄລິຍູ ຊ່ວຍປັບໂຄງການໃຫ້ ໄມ ເຊນດອນສ໌ ຜູ້ຈັດການຂອງ ເບີນເນີສ໌-ລີ ຈຶ່ງໄດ້ຮັບຂໍ້ສະເຫນີຂອງເຂົາ ໃນຂໍ້ສະເຫນີນີ້ ເບີນເນີສ໌-ລີ ໄດ້ໃຫ້ຄວາມຄິດດຽວກັບເອັນໄຄສ໌ ມາໃຊ້ສ້າງ ເວີວາຍເວັບ ເຊິ່ງລາວໄດ້ສ້າງ ເວັບບາວເຊີ ແລະ ເອດິເຕີ ໂຕທຳອິດ (ເອີ້ນວ່າ WorldWideWeb ແລະ ພັດທະນາດ້ວຍ NEXTSTEP) ແລະ ເວັບເຊີເວີນຂື້ນ ຊື່ວ່າ httpd (ຫຍໍ້ມາຈາກ HyperText Transfer Protocal Deamon).
ເວັບໄຊ ທຳອິດສ້າງຂື້ນທີ່ເຊີນ ນຳຂື້ນອອນໄລເມື່ອວັນທີ່ 6 ສິງຫາ ພ.ສ 2534 ໃນຄຳອະທິບາຍວ່າ ເວີວາຍເວັບ ຄືຫຍັງ ການທີ່ຈະເປັນ ເຈົ້າຂອງເວັບເບົາເຊີ ເຮັດໄດ້ແນວໃດ ແລະ ຈະຕິດຕັ້ງ ເວັບເບົາເຊີ ໄດ້ແນວໃດ ນອກຈາກນີ້ຍັງນັບເປັນເວັບໄດເລັກທໍຣີ່ ທຳອິດຂອງໂລກດ້ວຍ ເນື່ອງຈາກ ເບີນເນີສ໌-ລີ ດູແລລາຍຊື່ຂອງເວັບໄຊອື່ນໆ ທັ້ງຫມົດນອກຈາກຂອງຕົນເອງນຳ.
ເບີນເນີສ໌-ລີ ເປີດເຜີຍໃຫ້ຄວາມຄິດແກ່ທຸກຄົນ ແລະ ທຸກອົງກອນ ໂດຍບໍ່ຄິດມູນຄ່າ ລາວບໍ່ເຄີຍຈົດທະບຽບລິຂະສິດການຄົ້ນຄິດຂອງລາວເລີຍ
ລວມທັງບໍ່ຮຽກຄ່າຕອບແທນ ຫຼື ລາງວັນອື່ນໃດຈາກໃຜ ນອກຈາກເງິນເດືອນປົກກະຕິ ດັ່ງນັ້ນ ກຸ່ມບໍ່ລິສັດ WorldWideWeb ຈຶ່ງບໍ່ຄິດມູນຄ່າໃດໆ ໃນການນຳມາດຕະຖານຂອງກຸ່ມ ບໍລິສັດໄປໃຊ້ ທັງນີ້ເພື່ອໃຫ້ຜູ້ປະກອບການທຸກຄົນຍອມຮັບມາດຕະຖານດຽວກັນ ບົນພື້ນຖານທາງ ເທັກໂນໂລຢີ ບໍ່ແມ່ນພື້ນຖານລິຂະສິດຖືກ ຫຼື ແພງ" (ທີ່ມາ : th.wikipedia.org).
ໃນ ພ.ສ 2548 ທີມ ເບີນເນີສ໌-ລີ ໄດ້ຮັບການຍົກຍ້ອງຈາກວາລະສາ Time ໃຫ້ເປັນ 1 ໃນ 100 ບຸກຄົນທີ່ຊົງ ອິດທິພົນໃນສັດຕະວັດທີ່ 20 ແລະ ໃນວັນທີ່ 13 ມີຖຸນາ 2550 ໄດ້ຮັບພະລາດສະທານ ເຄື່ອງລາດອິດສະລິຍາກອນຝ່າຍຫນ້າ ຈາກ ພະຣາຊິນີ ເອລິຊາ ເບທ໌ ເປັນການສ່ວນ
ຕົວ ຊຶ່ງຄົນທີ່ຮັບ ແລະ ຍັງມີຊີວິດພຽງ 24 ຄົນເທົ່ານັ້ນ.
ເມື່ອວັນທີ່ 6 ສິງຫາ 2553 ແມ່ນໄດ້ຄົບຮອບ 19 ປີພໍດີ ຂອງການກຳເນີດເວັບໄຊສ໌ http://info.cern.ch ແລະ ໃນປັດຈຸບັນຍັງສາມາດນຳໃຊ້
ໄດ້ຢູ່ ໂດຍພາຍໃນເວັບຈະສະແດງເນື້ອຫາບອກເລົ່າຄວາມເປັນມາຂອງເວັບໄຊສ໌ແຫ່ງທຳອິດຂອງໂລກຂື້ນ.
ທີ່ມາຂອງຂໍ້ມູນແມ່ນ www.ReadyPlanet.com


໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ມື້ຫນ້າຈະເອົາຄວາມຮູ້ໃຫມ່ມາໃຫ້


໐ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ອຶ


໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເບິ່ງກະທູ້


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງເປີດໃຊ້ໄດ້ຢູ່ບໍນີ້


໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງເຂົ້າໄດ້


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວັບທີ່ວ່າມານັ້ນ ເກີດກ່ອນຂ້ອຍປີໜຶ່ງ ຕ້ອງເອີ້ນເພິ່ນອ້າຍໄດ໋ເນາະ!? ຈຶ່ງຈະຖືກ!!!

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ