ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
FM ທີ່​ຮັກ
“ມີ​ເງິນ​ກໍ​ເໝືອນມີ​ທຸກ​ຢ່າງ” ​ເປັນ​ຄຳ​ເວົ້າທີ່ຖ້າເບິ່ງຜິວເຜີນກໍຖືກຕ້ອງ ເພາະ​ຖ້າ​ມີ​ເງິນ​ແລ້ວ​ຢາກ​ໄດ້​ຫຍັງ​ກໍ​ໄດ້, ຢາກ​ເຮັດ​ຫຍັງ​ກໍ​ໄດ້​ເຮັດ ​ແຕ່​ສ່ວນ​ທີ່​ບໍ່ຖືກ​ກໍ​ຄື​ ເງິນ​ບາງ​ເທື່ອ​ກໍ​ຊື້ຄວາມ​ສຸກ​ບໍ່​ໄດ້, ຊື້​ໃຈ​ຄົນ​ບໍ່​​ໄດ້ ​​ແລະ​ນັ້ນກໍ​ບໍ່​ແມ່ນ​ບັນຫາ, ສິ່ງ​ທີ່​ເປັນ​ບັນຫາຢູ່​ທຸກ​ມື້ນີ້ກໍ​ຄື​ທຸກ​ຄົນ​ຈະ​ຈົນ​ຫຼືລວຍ​ກໍ​ລ້ວນ​ ແລ້ວ​ແຕ່​ຢາກ​​ໄດ້​ເງິນ​ມາ​ເພື່ອ​ລ້ຽງ​ຊີບ​ຂອງ​ຕົນ​ແລະ​ປະກອບ​ກິດຈະການ​ ຕ່າງໆ ​ແຕ່​ສິ່ງ​ທີ່​ຢາກ​ບອກ​ກໍ​ຄື​ໂອກາດ​ຂອງ​ຄົນ​ຈົນ​ກັບ​ຄົນ​ລວຍ​ມັນ​ມີ​ບໍ່​ ເທົ່າ​ກັນ ມັນ​ຈຶ່ງ​ເຂົ້າຕຳລາ​ທີ່​ວ່າ “ຖ້າ​ມີ​ເງິນ​ແລ້ວ ກໍ​ເໝືອນມີ​ທຸກ​ຢ່າງ”.

ທ່າມກາງ​ສຽງ​ຫັນ​ໃຈ​ຂອງໝູ່ທີ່​ນອນ​ຢູ່​ຂ້າງໆ ກ້ອນ​ຫິນ ​ນອນ​ເອົາ​ແຂນ​​ເບື້ອງໜຶ່ງກ່າຍໜ້າຜາກ ອີກ​ເບື້ອງໜຶ່ງຢື້​ໄປໝູນຄື້ນວິທະຍຸ ​ເພື່ອ​ຟັງ​ເພ​ງກ່ອມ​ນອນ ​ເຊິ່ງມັນ​ເປັນ​ເລື່ອງ​ປົກກະຕິ​ຂອງ​ກ້ອນ​ຫິນ​ຢູ່​ແລ້ວ​ທີ່​ມັກ​ຟັງ​ເພ​ງ​ໃນ​ ຕອນ​ເດິກໆ​ແບບ​ນີ້. ​ແຕ່​ຂ້ອຍ​ຢາກ​ບອກ​ຜູ້​ອ່ານ​ວ່າ ການ​ຟັງ​ເພ​ງຂອງ​ ກ້ອນ​ຫິນ ມື້ນີ້ມັນ​ແຕກຕ່າງ​ຈາກ​ໄລ​ຍະ​ທີ່​ຜ່ານ​ມາ ​ເພາະ​ຈາກ​ທີ່​ເຄີຍ​ມ່ວນ​ຊື່ນ​ເພີດ​ເພີນ ​ມາ​ເປັນຄວາມ​ຂົມ​ຂື່ນທີ່​ສຸດ ຈົນ​ຂ້ອຍ​ກັ້ນນ້ຳຕາ​ບໍ່​ຢູ່, ຂ້ອຍ​ເດົາ​ວ່າ​ ກ້ອນ​ຫິນ​ ຕ້ອງ​ມີ​ບັນຫາ​ໃດໜຶ່ງທີ່​ຂ້ອຍ​ອາດ​ແກ້​ໄຂ​ຊ່ວຍ​ລາວ​ບໍ່​ໄດ້ ​ແຕ່​ມັນ​ຈະ​ແມ່ນ​ບັນຫາ​ໃດ​ລະ! ​ກ້ອນ​ຫິນ​ກໍ​ເປັນ​ຄົນ​ປົກກະຕິ, ອາລົມ​ດີ, ຕະຫຼົກ​ເຮ​ຮາ ​ແລະ​ກໍ​ໄປ​ເຮັດ​ວຽກ​ເປັນ​ປະຈຳ​ແຕ່​ເຊົ້າຈົນ​ຄ່ຳ ​ແຕ່​ວັນ​ຈັນ​ເຖິງ​ວັນ​ເສົາ​. ການ​ປ່ຽນ​ໄປ​ຂອງ​ກ້ອນ​ຫິນ​ເທື່ອ​ນີ້ມັນ​ເປັນ​ເລື່ອງ​ທີ່​ຕ້ອງ​ຕິດ​ຕາມ​​ເອົາ ​ແທ້ໆ

“ກ້ອນ​ຫິນ​“ ​ແມ່ນ​​ຜູ້​ຊາຍ​ບ້ານ​ນອກ​ຜູ້ໜຶ່ງ ທີ່ດັ້ນດົ້ນ​ເຂົ້າມາ​ໃນ​ວຽງຈັນ​ດ້ວຍ​ສາຍ​ທາງ​ການ​ສຶກສາ. ​ລາວ​ເປັນ​ຄົນ​ມັກ​ຮັກ​​ແລະ​ມີ​ພອນ​ສະ​ຫວັນ​ທາງ​ດ້ານ​ພາສາ​ລາວ-ວັນນະຄະດີ ດ້ວຍ​ເຫດ​ນັ້ນພະ​ແນກສຶກສາ​ແຂ​ວງຈຶ່ງ​ຈັດ​ສົ່ງ​ເຂົາ​ມາ​ຮຽນຕໍ່​ຢູ່​ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຈົນ​ຈົບ​ປະລິນຍາຕີ ​ແລະ​ເຂົາ​ກໍ​​ໄດ້​ເຂົ້າ​ເຮັດ​ວຽກ​ຢູ່​ບໍລິສັດ​ເອກະ​ຊົນ​ແຫ່ງ​ໜຶ່ງ ​ເຊິ່ງກໍ​ເປັນວຽກ​ກ່ຽວ​ກັບ​ວິຊາ​ທີ່​ເຂົາ​ຮຽນ​ມາ​ຫັ້ນລະ. ​​

ຄວາມ​​ໃຝ່​ຝັນ​ຂອງ​ເຂົາ​ທີ່​ມີ​ມາ​ແຕ່​ນ້ອຍ​ນັ້ນຄື​ຊື ດີ​ເຈ ຫຼື​ໂຄສົກ​ດຳ​ເນີນ​ລາຍ​ການ​ວິທະຍຸ, ​ເຂົາ​ຕິດ​ຕາມ ​ແລະ​ເຄີຍ​ເຂົ້າ​ໄປສະໝັກ​ເປັນ​ໂຄສົກ​ຫຼາຍ​ເທື່ອ​ແລ້ວ​ແຕ່​ເຂົາ​ກໍ​ບໍ່​ໄດ້​ ເຮັດ ເນື່ອງ​ຈາກ​ສຽງ​ເວົ້າຂອງ​ເຂົາ​ບໍ່​ແມ່ນ​ສຳນຽງ​ວຽງ​ຈັນ. ຈາກ​ການ​ຕິດ​ຕາມ​ແລະ​ພະຍາຍາມ​ເອົາ​ໂຕ​ເອງ​ເຂົ້າສູ່​ການ​ເປັນ​ໂຄສົກ​ສະຖານີ​ ຂອງ​ເຂົາ​ເປັນ​ເວລາ​ນັບ​ສິບ​ປີ ​ໃນ​ທີ່​ສຸດ​ເຂົາ​ກໍ​ມີ​ໂອກາດ​ຊື້​ລາຍ​ການ​ວິທະຍຸ​ໄດ້ມື້ລະ 1 ຊົ່ວ​ໂມງ.

- “ເຮີ່ຍຊຽງ ​ເຮົາ​ມີ​ຂ່າວ​ດີ​ຈະ​ບອກ​ໂຕ” ກ້ອນ​ຫິນ​ເວົ້າຕໍ່​ຂ້ອຍ​ພາຍ​ຫຼັງທີ່​ລາວ​ກັບ​ມາ​ແຕ່​​ໄປ​ເຮັດ​ວຽກ.

- “ມີ​ຂ່າວ​ດີ​ຫຍັງ ຮີບ​ເລົ່າ​ມາ​ໄວໆ ຢາກ​ຮູ້​ແລ້ວ” ຂ້ອຍ​​ເລັ່ງ​ລັດ​ໃຫ້​ກ້ອນ​ຫິນ​ເລົ່າ​ໃຫ້​ຟັງ.

- “ຂ່າວ​ດີ​ເລື່ອງ​ນີ້ ມັນ​ເປັນ​ສິ່ງ​ທີ່​ເຮົາ​​ໃຝ່​ຝັນ​ມາຕັ້ງ​ແຕ່​ນ້ອຍ ​ແລະ​ມາ​ຮອດ​ມື້ນີ້​ມັນ​ກໍ​ໃກ້​ຈະ​ເປັນຄວາມ​ຈິງ​ແລ້ວ, ຄື​ວ່າ​ເຮົາ​ໄດ້​ເວລາ​ລາຍ​ການ​ຢູ່​ວິທະຍຸ​ກະຈາຍ​ສຽງ”

- “​ຊ່ວງ​ເວລາ​ຈັກ​ໂມງ?”

- “ 11-12 ​ໂມງ​ກາງຄືນ”

- “ປາ​ໂທ! ຄື​ເດິກ​ແທ້ ກາ​ຊິ​ມີ​ຄົນ​ຟັງ​ລາຍ​ການ​ຂອງ​ໂຕ​ຢູ່​ຫວ໋າ”

- “​ເອີ ມີ​ຫຼືບໍ່​ມີ​ກາເຮັດ ​ເພາະ​ມັນ​ເປັນ​ສິ່ງ​ທີ່​​ໃຝ່​ຝັນ​ມາ​ດົນ​ແລ້ວ, ​ເຮົາ​ຄິດ​ວ່າ​ຈະ​ມີ​ຄົນ​ຟັງ​ຫຼືບໍ່​ນັ້ນ ມັນ​ຂຶ້ນກັບ​ຜູ້​ດຳ​ເນີນ​ລາຍ​ການ​ຕ່າງຫາກ”.

- “​ເຮົາ​ວ່າ​ໂຕ​ຄວນ​ຈະ​ຊອກໝູ່ມາ​ເຮັດ​ນຳ​ຈະ​​ໄດ້​ຊ່ວຍ​ກັນ​ເຮັດ ມັນ​ຈັ່ງ​ຊິ​ບໍ່​ເມື່ອຍຫຼາຍ”

- “​ແນ່​ນອນ​ຢູ່​ແລ້ວ ​ເຮົາ​ຊິ​ເຮັດ​ກັບໝູ່ຂອງ​ເຮົາ​ສອງ​ຄົນ”

ນັບ​ແຕ່​ມື້ນັ້ນມາ ຂ້ອຍ​ເຫັນ​ກ້ອນ​ຫິນ​ກັບ​ໝູ່ຂອງ​ລາວ​ວິ່ງ​ເຕັ້ນຊອກ​ຫາ​ຜູ້​ອຸປະ​ຖຳລາຍ​ການ​ ຢ່າງ​ຕໍ່​ເນື່ອງ. ​​ເບິ່ງ​ເຂົາ​ຄື​ຊິ​ມີ​ຄວາມ​ສຸກ​ກັບວຽກ​ຂອງ​ເຂົາທີ່​ສຸດ, ກ້ອນ​ຫິນ​ຄື​ຊິ​ສົມ​ຫວັງ​ກັບ​ວຽກ​ຂອງ​ລາວ​ທີ່​​ໃຝ່​ຝັນ​ມາ​ແຕ່​ຕອນ​ຍັງ​ ນ້ອຍ.

- “​ເຮົາ​ຈະ​ໄປ​ລົມ​ກັບ​ຫົວໜ້າຂອງ​ເຮົາ ​ໃຫ້​ເພິ່ນ​ຊ່ວຍ​ອຸປະ​ຖຳລາຍ​ການ​ຂອງ​ເຮົາ​ເບິ່ງ​ເນາະ ຄິດ​ວ່າ​ເພິ່ນ​ກໍ​ຈະ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ເຮົາ​ໄດ້ ​ເນື່ອງ​ຈາກ​ເຮົາ​ກໍ​ເປັນ​ພະນັກງານ​ຢູ່​ບໍ​ລິ​ສັດ​ນີ້ມາ​ດົນ​ແລ້ວ” ກ້ອນ​ຫິນ​ເວົ້າກັບໝູ່ຂອງ​ລາວ.

- “​ແມ່ນໆ ​ໂຕກ​າລົມ​ຫົວໜ້າ​ໂຕ ​ແລ້ວ​ເຮົາ​ກໍ​ຈະ​ໄປ​ລົມ​ກັບ​ຫົວໜ້າຂອງ​ເຮົາ, ຄັນ​ເພິ່ນ​ຊ່ວຍ​ເຮົາ​ແລ້ວ​ ​ເລື່ອງ​ຄ່​າ​ເຊົ່າ​ສະຖານີກໍ​ບໍ່​ມີ​ບັນຫາ” ໝູ່ຂອງ​ກ້ອນ​ຫິນ​ເວົ້າ.



ຕອນ​ແລງ​ຂອງ​ມື້ໜຶ່ງ ກ້ອນ​ຫິນ​ເຂົ້າ​ໄປ​ລົມ​ກັບ​ຫົວໜ້າຂອງ​ລາວ ດ້ວຍ​ຄວາມ​ຕື່ນ​ເຕັ້ນ ​ແລະ​ມີ​ຄວາມ​ຫວັງ. ​​ເຊິ່ງກໍ​ເດົາ​ບໍ່​ຜິດ​ແທ້ໆ ກ້ອນ​ຫິນ ອົມ​ຍິ້ມອອກ​ມາ​ແຕ່​ຫ້ອງ​ຫົວໜ້າຂອງ​ລາວ ພ້ອມ​ທັງ​ມາ​ເລົ່າ​ຄວາມ​ດີ​ໃຈ​ຂອງ​ເຂົາ​ສູ່​ເພື່ອນ​ຮ່ວມ​ງານ​ໃນ​ຫ້ອງ​ການ​ ຢ່າງ​ມີຄວາມ​ສຸກ.

- “ອ້າຍ​​ເມກ! ນ້ອງ​ມີ​ແນວ​ຊິ​ມາ​ລົມ​ນຳ​ອ້າຍ, ຄື​ວ່າ​ນ້ອງ​ຊອກ​ໄດ້​ວຽກ​ຢ່າງໜຶ່ງ​ເຊິ່ງ​ເປັນ​ວຽກ​ທີ່​ນ້ອງ​​ໃຝ່​ຝັນ​ມາ​ ຕັ້ງ​ແຕ່​ນ້ອຍ​ ແລະ​ນ້ອງ​ຄິດ​ວ່າ​ມັນ​ກໍ​ເປັນ​ວຽກ​ທີ່​ນ້ອງ​ໝັ້ນ​ໃຈ​ວ່າ​ນ້ອງ​ເຮັດ​​ໄດ້” ກ້ອນ​ຫິນ​ລົມ​ກັບ​ຫົວໜ້າຂອງ​ລາວ.

- “ວຽກ​ຫຍັງ​ລະ? “ ອ້າຍ​ເມກ​ຫົວໜ​​້າກ້ອນ​ຫິນ​ຖາມ

- “...​ເອີ...ຄື​ວ່າ​ນ້ອງ​ໄດ້​ລາຍ​ການ​ວິທະຍຸ, ​ແຕ່​ນ້ອງ​ຍັງ​ບໍ່ມີ​ຜູ້​ອຸປະ​ຖຳລາຍ​ການ ນ້ອງ​ກໍ​ເລີຍ​​ເຂົ້າມາ​ຫາ​ອ້າຍ​ເພື່ອ​ຂໍ​​ໃຫ້​ອ້າຍ​ຊ່ວຍ​ເປັນ​ຜູ້​ອຸປະຖຳ​ ໃຫ້​ນ້ອງ​ແດ່ ຂໍ​ໃຫ້​ອ້າຍ​ຊ່ວຍ​ໃຫ້​ນ້ອງ​ໄດ້​ເກີດ​ແດ່​ເທາະ ນ້ອງ​ມັກ​ວຽກ​ນີ້​ແທ້ໆ”

- “​ເອີ... ​ເລື່ອງ​ເຮັດ​ລາຍ​ການ​ວິທະຍຸ​ນີ້ອ້າຍ​ກໍ​ຄິດ​ຢາກ​ເຮັດ​ຢູ່, ຊິ​ໃຫ້​ອ້າຍ​​​ຊ່ວຍ​ເປັນ​ຜູ້​ອຸປະຖຳ​ນັ້ນ ອ້າຍ​ຊ່ວຍ​ໄດ້​ແຕ່​ມັນ​ກໍ​ບໍ່​ຫຼາຍ. ນ້ອງ​ມາ​ເຮັດ​ກັບ​ອ້າຍ​ໄດ້​ບໍ?”

- “​​ເຈົ້າ! ​ສຳລັບ​ນ້ອງ​ແລ້ວ​ກໍ​ເຮັດ​ໄດ້​ຫັ້ນ​ແລ້ວ, ​ແຕ່​ນ້ອງ​ພັດ​ເຮັດ​ກັບ​ໝູ່ອີກ​ຜູ້ໜຶ່ງ”

- “ນ້ອງ​ລອງ​ລົມ​ກັບໝູ່​ເບິ່ງ​ດູ, ອ້າຍຄິ​ດວ່າ​ຖ້າ​ເຮົາ​ເຮັດ​ນຳ​ກັນມັນ​ຈະ​ດີ​​ໄດ໋, ຄັນ​ພວກ​ນ້ອງ​ເຮັດ​ເອງ​ຢ້ານ​ວ່າມັນຊິພົບ​ຄວາ​ມຫຍຸ້ງ​ຍາກ​ທາງ​ດ້ານ​ການ​ເງິນ”

- “​ຖ້າ​ເວົ້າ​ເລື່ອງ​ຄ່າ​ຕອບ​ແທນ​ເດ ອ້າຍ​ເມກ​ຊິ​​ໃຫ້​ພວກ​ນ້ອງ​ຈັ່ງ​ໃດ?” ກ້ອນ​ຫິນ​ຖາມ​ຄື​ນ.

ອ້າຍ​ເມກ ຢຸດ​ຢູ່​ບຶດໜຶ່ງ ຖ້າ​ເດົາ​ບໍ່​ຜິດ​ລາວ​ຄົງ​ຄຳ​ນວນ​ເລື່ອງ​ການ​ລົງ​ທຶນ​ກັບ​ລາຍ​ໄດ້​ວ່າ​ມັນ​ພໍ​ຈະ​​ເຮັດ​ໄດ້​ສ່ຳ​ໃດ....

- “​ເລື່ອງ​ລາຍ​ໄດ້​ນັ້ນ ອ້າຍ​ຢາກ​ເວົ້າຈັ່ງ​ຊີ້, ​ໃນ​ເມື່ອ​ການ​ລົງ​ທຶນ​ທັງໝົດ​ແມ່ນອ້າຍ​ເປັນ​ຜູ້​ລົງ​ທຶນ, ຄວາມ​ສ່ຽງ​ທັງໝົດ​ແມ່ນ​ອ້າຍ​ເປັນ​ຜູ້​ສ່ຽງ. ດັ່ງ​ນັ້ນ, ​ເດືອນ​ທຳ​ອິດ​ນີ້ອ້າຍ​ຈະ​ບໍ່​ໃຫ້​ພວກ​ນ້ອງ. ​ເດືອນຕໍ່​ມາ​ອ້າຍ​ຈະ​ໃຫ້​ຜູ້​ລະ​ສອງ​ລ້ານ ​ແລະ​ເດືອນ​ຕໍ່​ໄປ​ຖ້າ​ຫາກ​ມີ​ລາຍ​ຮັບ​ຫຼາຍກວ່າ​ສິບ​ລ້ານ ອ້າຍ​ຈະ​ໃຫ້​ພວກ​ນ້ອງ​ສີ່​ສິບ​ເປີ​ເຊັນ ຕົກລົງ​ບໍ?”

- “ສຳລັບ​ນ້ອງ​ແລ້ວ​ແມ່ນ​ບໍ່​ມີ​ບັນຫາ​ຫຍັງ ​ແຕ່​ນ້ອງ​ຂໍ​​ເວລາ​ໄປ​ລົມ​ກັນ​ກັບໝູ່​ເບິ່ງ​ກ່ອນ​ວ່າ​ລາວ​ຈະ​ຕົກລົງ​ຫຼືບໍ່”.

ພາຍ​ຫຼັງທີ່​ກ້ອນ​ຫິນ​ໄດ້​ລົມ​ກັບ​ຫົວໜ້າຂອງ​ລາວ ບໍ່​ຮອດ​ສາມ​ມື້ ຂ້ອຍ​​ໄດ້​ຍິນໝູ່ຂອງ​ກ້ອນ​ຫິນ​ບອກ​ວ່າຈະ​ຖອນ​ໂຕ​ອອກ​ຈາກ​ກ້ອນ​ຫິນ ​ເນື່ອງ​ຈາກ​ລາວ​ບໍ່​ມັກ​​ເຮັດ​ຮ່ວມ​ກັບ​ຫຼາຍຄົນ​ໂພດ ພ້ອມ​ທັງຕ້ອງປະຕິບັດຕາມການແນະນຳຂອງ​ຄົນ​ອື່ນຢູ່ຕະຫຼອດ ​ເຊິ່ງກໍໝາຍ​ເຖິງ​ຄວາມ​ບໍ່​ເປັນ​ອິດສະຫຼະ.



- “ອ້າຍ​ເມກ... ໝູ່ນ້ອງ​ລາວ​ບໍ່​ເຮັດ​ນຳ​ນ້ອງ​ແລ້ວ... ບາດ​ນີ້ຄົງ​ຍັງ​ເຫຼືອນ້ອງ​ພຽງ​ຄົນ​ດຽວ” ກ້ອນ​ຫິນ​ເວົ້າກັບ​ຫົວໜ້າຂອງ​ລາວ.

- “​ເອີ... ມັນ​ກະ​ແຮ່ງ​ດີ​ລະ​ບໍ ​ເຮົາ​ເຮັດ​ນຳ​ກັນ​ມັນ​ກະ​ງ່າຍ​ດີ...” ທ່ານ ​ເມກ ຫົວໜ້າຂອງ​ກ້ອນ​ຫິນ​ທັງ​ເວົ້າທັງ​ຍິ້ມຫົວ.

ກ້ອນ​ຫິນ​ໃນ​ນາມ​ເຈົ້າຂອງ​ລາຍ​ການ​ວິທະຍຸ ​ມີ​ຄວາມ​ສຸກ​ທີ່​ສຸດ ​ເພາະ​ສິ່ງ​ໃຝ່​ຝັນ​ຂອງ​ລາວ​ໃກ້​ຈະ​ປະ​ກົດ​ຜົນ​ເປັນ​ຈິງ​ເຂົ້ານັບ​ມື້. ກ້ອນ​ຫິນ​ຄື​ຊິ​ວາດ​ພາບ​ເຖິງ​ອະນາຄົດ​ຂອງ​ການ​ເປັນ​ດີ​ເຈຂອງ​ເຂົາ​ຢ່າງ​ມ່ວນ ​ຊື່ນ, ລາຍ​ການ​ວິທະຍຸ​ຂອງ​ເຂົາ​ຄົງ​ຈະ​ເປັນ​ບ່ອນ​ແຈ້ງ​ເກີດ​ຂອງ​ເຂົາ, ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ກ້ອນ​ຫິນ​ກໍ​ຈະ​ດີ​ຂຶ້ນ, ກ້ອນ​ຫິນ​ຈະຕັ້ງ​ໂຕ​ໄດ້​ກໍ​ແມ່ນ​ບາດ​ນີ້ລະ..!...!..

ກ້ອນ​ຫິນ​ລໍ​ຖ້າ​ການ​ຈັດ​ການ​ເລື່ອງ​ນີ້ຈາກ​ຫົວໜ້າຂອງ​ເຂົາ ຖ້າ​ແລ້ວຖ້າ​ອີກ ​ເວລາ​ກາຍ​ມາ​ເປັນ​ເດ​ືອນ​ແລ້ວ​ແຕ່​ບໍ່​ເຫັນ​ວ່າ​ກ້ອນ​ຫິນ​ຈະ​ມີ​ສ່ວນ​ຮ່ວມ​ ຫຍັງ​ເລີຍ​ໃນ​ລາຍ​ການ​ວິທະຍຸ. ຫົວໜ້າຂອງ​ກ້ອນ​ຫິນ​ຈ້າງຄົນ​ມາ​ຈາກ​ບ່ອນ​ອື່ນມາ​ເປັນ​ໂຄສົກ, ຈ້າງ​ຄົນ​ບ່ອນ​ອື່ນມາ​ເປັນ​ຜູ້​ບໍ​ລິ​ຫານ.... ບາດ​ນີ້ກ້ອນ​ຫິນ​ກໍ​ໄດ້​ແຕ່​ຄອຍ​ເກີ້ ​ແລະ​ຜິດ​ຫວັງ​ໄປ​ຢ່າງໜ້າສົງສານ. ຮ້າຍ​ແຮງ​ທີ່​ສຸດ​ກໍ​ຄົງ​ຈະ​ເປັນ​ເວລາ​ທີ່​ເຂົາ​ເຈົ້າລົມ​ເລື່ອງ​ລາຍ​ການ​ ວິທະຍຸ​ຕໍ່ໜ້າຕໍ່ຕາ​ຂອງ​ກ້ອນ​ຫິນ ​ໂດ​ຍທີ່​ກ້ອນ​ຫິນ​ບໍ່​ໄດ້​ມີ​ສ່ວນ​ຮ່ວມ​ຫຍັງ​ເລີຍ. ຄົງໝົດ​ແລ້ວ​ລະ​ຄວາມ​ຫວັງ​ຂອງ​ລາວ, ໝົດ​ແລ້ວ! ມັນໝົດ​ແທ້ໆ ​ແຕ່​ລະ​ຄື​ນພໍ​ເຖິງ​ເວລາ​ກ້ອນ​ຫິນ​ກໍ​ຈະໝູນຄື້ນວິທະຍຸ​​ໄປ​ຫາ​ລາຍ​ການ​ ນັ້ນໆ ລາຍ​ການ​ທີ່​ເຂົາ​ຮັກ ລາຍ​ການ​ທີ່​ເຂົາ​ຊອກ​ມາ​ໄດ້, ບາດ​ນີ້ຄົງ​ກາຍ​ເປັນ​ລາຍ​ການ​ທີ່​ເຂົາ​ຟັງ​ເທື່ອ​ໃດ​ກໍ​ຕ້ອງ​ຮ້ອງ​​ໄຫ້​ທຸກ​ ເທື່ອ.



໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດສົດກະທູ້ເລີຍສາໃຫ້ມັນແລ້ວ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວ;;;;;;;;;;;;;;;;ໆໆໆໆ
ອ່ານໝົດຢາກນອນພໍດີ


໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂພຈ ຍັງບໍ່ທັນໄດ້ນອນຊຳ


໐ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ຈົບເອົາຊື່ໆ

nok::

໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ nangnokkk ຂຽນວ່າ...
ຈົບເອົາຊື່ໆ



ຈົບແບບໃດເດນ້ອງ nok


໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ຍາວເນາະ

"no one is perfect"

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ານແລ້ວນອນເລີຍ


໐ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ຂຽນຍາວໂພດ