ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ສ້າງທາງລົດໄຟຄວາມໄວສູງ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໔ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ສ້າງທາງລົດໄຟຄວາມໄວສູງຈະເສຍດີນລາວໃຫ້ຈີນເທົ່າໃດ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຸກຢ່າງບໍ່ມີຫຍັງໄດ້ມາງ່າຍດາຍ...............ຄົນໃຫ້ມັນຍ່ອມຫວັງຜົນປະໂຫຍດທີ່ສູງກ່ວາສະເໝີ.......ນັ້ນກະໝາຍຄວາມວ່າເຈົ້າກຳລັງເປັນຫົວເມືອງຂື້ນເຂົາທາງອ້ອມ.....
ທີ່ເຂົາຢື່ນມືເຂົ້າມາຊ່ວຍເຫລືອກໍ່ເພື່ອເສດຖະກິດພາຍໃນຊາດຂອງຈີນເອງ ທີ່ປະເທດເຮົາຈະໄດ້ຜົນປະໂຫຍດ ກະມີພຽງແຕ່ສ່ວນໜຶ່ງທີ່ນ້ອຍນິດເທົ່ານັ້ນ.



໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສຍຫຼາຍ ເສຍຫຼາຍ
ກະຄືວ່າ ແຫຼະ ເຮົາຄືປະເທດເມືອງຂື້ນເຂົາ ເຂົາມີເງີນຫຼາຍເດ
ເຮັດຈັງໃດ໋


໐ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ຂ້າພະເຈົ້າຂໍມີຄຳເຫັນສ່ວນຕົວນຳວ່າ: ວ່າແນວດີສານໍ, ດີແລ້ວທີ່ມີຜູ້ຢາກມາຊ່ວຍເຫຼືອ, ຕາມຂພຈ ເຂົ້າໃຈ ການທີ່ ລັດຖະບານ ຂອງ ສປ ຈີນ ຕົກລົງສ້າງທາງລົດໄຟ ຄວາມໄວສູງມາ ປະເທດລາວເຮົານີ້ ຈີນເອງກໍໄດ້ຜົນປະໂຍດຫັ້ນແລ້ວນໍ. ໝາຍວ່າຕ້ອງແມ່ນຮູບການລົງທຶນ ລະຫວ່າງລັດ ກັບ ລັດ ຄືກັບ ບັນດາບໍລິສັດອື່ນໆ ມາ ສ້າງເຄື່ອນໄຟຟ້າພລັງນໍ້າ ຫຼາຍໆບ່ອນຢູ່ລາວນີ້ແຫຼວ. ສຳລັບທາງລົດໄຟນີ້ ກໍອາດຈະນອນໃນຮູບການສຳປະທານບໍ ມີກຳນົດ 50 ຫຼື 100 ປີບໍ. ຂ້າພະເຈົ້າວ່າດີຢູ່ບ່ອນວ່າ ມັນເປັນເງື່ອນໄຂກະຕຸກຊຸກຍູ້ໃຫ້ມີອັນສະດວກໃນການໄປມາ ແລ້ວຄວາມຈະເລີນ ມັນກໍຈະມາຕາມຫຼັງ ຊັ້ນຕະວາ. ການຈະເລີນຂອງປະເທດເຮົາ ເຖິງວ່າຈະ ຈະເລີນແບບ ມີເອກະລາດ ຫຼື ມັນຈະ ຈະເລີນແບບປະເທດຫົວເມືອງຂຶ້ນກໍຕາມ ແຕ່ການມີທາງລົດໄຟອັນ ທັນສະໄໝແບບນີ້ ມັນກໍເປັນພື້ນຖານຂອງຄວາມຈະເລີນທົ່ວໄປຫັ້ນແຫຼວນໍ. ເຮົາມາເບິ່ງຄືນ ຕອນປະເທດເຮົາເປັນຫົວເມືອງຂຶ້ນຂອງຈັກກະພັກຝະຣັ່ງ, ຝະຣັ່ງເກັບເກນເອົາປະຊາຊົນ ໄປເຮັດທາງເລກທີ 13 ແລະເສັ້ນທາງອື່ນໆ ທົ່ວປະເທດລາວ ບາດຝຣັ່ງປະລາໄຊໄປ ເຂົາກໍເອົາໄປນຳບໍ່ໄດ້ຫັ້ນເດ. ປະຈຸບັນເສັ້ນທາງເລກທີ 13 ແລະເສັ້ນທາງອື່ນໆ ແຕ່ສະໄໝຝຣັ່ງສ້າງ ມັນກໍຍັງເປັນມູນມໍລະດົກອັນລ້ຳຄ່າຂອງປະຊາຊົນລາວເຮົາຢູ່ເດ. ທາງລົດໄຟຈີນນີ້ ກໍເຊັ່ນກັນຫັ້ນແຫຼວ.
ອັນທີສອງຈຸດດີ ກໍເປັນການກະຕຸ້ນໃຫ້ປະຊາຊົນເຮົາ ໃຫ້ມີການພັດທະນາລະດັບ ດ້ານຄວາມຮູ້ ຄວາມສາມາດ ໃຫ້ສູງຂຶ້ນກວ່່າເກົ່າ. ປະຈຸບັນບໍ່ແມ່ນປະຊາຊົນເຮົາບໍ່ມີລະດັບດອກ ແຕ່ປະຊາຊົນເຮົາມີລະດັບຈຳນວນໜ້ອຍ ດັ່ງພະນະທ່ານ ຈູມມະລີ ໄຊຍະສອນ ກ່າວໃນບົດສະຫຼຸບກຳມະບານທົ່ວປະເທດ ປະຈຳສົກປີ2010 ຜ່ານມານີ້ເອງ.
ບາງທ່ານອາດຈະເບິ່ງບັນຫາປະເທດລາວເຮົາ ໃນປະຈຸບັນ ແລ້ວຄິດວ່າ ມັນຈະເປັນແບບນີ້ຕະຫຼອດໄປ ຫຼືມັນຈະຮ້າຍແຮງລົງໄປອີກກວ່ານີ້, ແຕ່ຂ້າພະເຈົ້າຄິດວ່າ ເປັນໄປບໍໍ່ໄດ້ດອກ. ເພາະຄວາມຈິງ ຫຼືສັດຈະທຳ ມັນຕ້ອງ ຈິຣັງຢັ້ງຢືນຢູ່ຕະຫຼອດການ ຕົກນ້ຳບໍ່ໄຫຼ ຕົກໄຟບໍ່ົໄໝ້ດອກ ຄຳ ມັນກໍຕ້ອງເປັນຄຳ ຕະຫຼອດໄປ.
ມັນມີອັນກະຕຸກຊຸກຍູ້ ຫຼາຍປັດໃຈ ບໍ່ວ່າແຕ່ທາງລົດໄຟຈີນ ກໍຄືອື່ນໆທີ່ຕ່າງປະເທດຊ່ວຍເຫຼືອ ຫຼືຮູບການລົງທຶນ ອື່ນໆ ກໍຍຶ່ງເປັນການດີໃຫ້ປະຊາຊົນເຮົາ.
ອັນນີ້ ແມ່ນຄວາມເຫັນສ່ວນຕົວຂອງຂພຈ ເອງເດີ້ ຖ້າຜິດພາດຂໍອະພັຍດ້ວຍ.


໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ຕ່າງຝ່າຍຕ່າງໄດ້ ແຕ່ແນ່ນອນຕ້ອງມີຄົນເສຍຜົນປະໂຫຍດກ່ວາ....ແຕ່ເພື່ອສ່ວນລວມ ແລະ ການມີເງິນໜ້ອຍ....ຕ້ອງຍອມເພາະຢາກມີ ຢາກໄດ້ ບໍ່ດັ່ງນັ້ນ ຄົງບໍ່ມີຄົນຍອມຈ່າຍເງິນຜ່ອນລົດ, ໂທລະທັດ, ຕູ້ເຢັນ....ດອກ ແມ່ນບໍ່ ?


໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ແຜ່ນດີນລາວກໍຕ້ອງແມ່ນຄົນລາວເປັນຄົນຢູ່ ຈຂກທ ວ່າແມ່ນບໍ່


♡ເເມ່ລູກອ໋ອນ♡



.

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະເປັນເລື່ອງທີ່ດີບໍ່ແມ່ນຫວາ,ແລ້ວຖ້າເຮົາເຮັດເອງລະມື້ໃດຊິມີ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າຫຍັງຫຼາຍບໍໄດ້
ເປັນພຽງໄກ່ໂຕນ້ອຍໆໆໆ

ຮັກແທ້ຄືແມ່

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເມັ້ນ້ເມັ້ນ


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເວົ້າດີກົ່ວ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສຍໃຫ້ລາວຫຼາຍກວ່າ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bounxom ຂຽນວ່າ...
ຂ້າພະເຈົ້າຂໍມີຄຳເຫັນສ່ວນຕົວນຳວ່າ: ວ່າແນວດີສານໍ, ດີແລ້ວທີ່ມີຜູ້ຢາກມາຊ່ວຍເຫຼືອ, ຕາມຂພຈ ເຂົ້າໃຈ ການທີ່ ລັດຖະບານ ຂອງ ສປ ຈີນ ຕົກລົງສ້າງທາງລົດໄຟ ຄວາມໄວສູງມາ ປະເທດລາວເຮົານີ້ ຈີນເອງກໍໄດ້ຜົນປະໂຍດຫັ້ນແລ້ວນໍ. ໝາຍວ່າຕ້ອງແມ່ນຮູບການລົງທຶນ ລະຫວ່າງລັດ ກັບ ລັດ ຄືກັບ ບັນດາບໍລິສັດອື່ນໆ ມາ ສ້າງເຄື່ອນໄຟຟ້າພລັງນໍ້າ ຫຼາຍໆບ່ອນຢູ່ລາວນີ້ແຫຼວ. ສຳລັບທາງລົດໄຟນີ້ ກໍອາດຈະນອນໃນຮູບການສຳປະທານບໍ ມີກຳນົດ 50 ຫຼື 100 ປີບໍ. ຂ້າພະເຈົ້າວ່າດີຢູ່ບ່ອນວ່າ ມັນເປັນເງື່ອນໄຂກະຕຸກຊຸກຍູ້ໃຫ້ມີອັນສະດວກໃນການໄປມາ ແລ້ວຄວາມຈະເລີນ ມັນກໍຈະມາຕາມຫຼັງ ຊັ້ນຕະວາ. ການຈະເລີນຂອງປະເທດເຮົາ ເຖິງວ່າຈະ ຈະເລີນແບບ ມີເອກະລາດ ຫຼື ມັນຈະ ຈະເລີນແບບປະເທດຫົວເມືອງຂຶ້ນກໍຕາມ ແຕ່ການມີທາງລົດໄຟອັນ ທັນສະໄໝແບບນີ້ ມັນກໍເປັນພື້ນຖານຂອງຄວາມຈະເລີນທົ່ວໄປຫັ້ນແຫຼວນໍ. ເຮົາມາເບິ່ງຄືນ ຕອນປະເທດເຮົາເປັນຫົວເມືອງຂຶ້ນຂອງຈັກກະພັກຝະຣັ່ງ, ຝະຣັ່ງເກັບເກນເອົາປະຊາຊົນ ໄປເຮັດທາງເລກທີ 13 ແລະເສັ້ນທາງອື່ນໆ ທົ່ວປະເທດລາວ ບາດຝຣັ່ງປະລາໄຊໄປ ເຂົາກໍເອົາໄປນຳບໍ່ໄດ້ຫັ້ນເດ. ປະຈຸບັນເສັ້ນທາງເລກທີ 13 ແລະເສັ້ນທາງອື່ນໆ ແຕ່ສະໄໝຝຣັ່ງສ້າງ ມັນກໍຍັງເປັນມູນມໍລະດົກອັນລ້ຳຄ່າຂອງປະຊາຊົນລາວເຮົາຢູ່ເດ. ທາງລົດໄຟຈີນນີ້ ກໍເຊັ່ນກັນຫັ້ນແຫຼວ.
ອັນທີສອງຈຸດດີ ກໍເປັນການກະຕຸ້ນໃຫ້ປະຊາຊົນເຮົາ ໃຫ້ມີການພັດທະນາລະດັບ ດ້ານຄວາມຮູ້ ຄວາມສາມາດ ໃຫ້ສູງຂຶ້ນກວ່່າເກົ່າ. ປະຈຸບັນບໍ່ແມ່ນປະຊາຊົນເຮົາບໍ່ມີລະດັບດອກ ແຕ່ປະຊາຊົນເຮົາມີລະດັບຈຳນວນໜ້ອຍ ດັ່ງພະນະທ່ານ ຈູມມະລີ ໄຊຍະສອນ ກ່າວໃນບົດສະຫຼຸບກຳມະບານທົ່ວປະເທດ ປະຈຳສົກປີ2010 ຜ່ານມານີ້ເອງ.
ບາງທ່ານອາດຈະເບິ່ງບັນຫາປະເທດລາວເຮົາ ໃນປະຈຸບັນ ແລ້ວຄິດວ່າ ມັນຈະເປັນແບບນີ້ຕະຫຼອດໄປ ຫຼືມັນຈະຮ້າຍແຮງລົງໄປອີກກວ່ານີ້, ແຕ່ຂ້າພະເຈົ້າຄິດວ່າ ເປັນໄປບໍໍ່ໄດ້ດອກ. ເພາະຄວາມຈິງ ຫຼືສັດຈະທຳ ມັນຕ້ອງ ຈິຣັງຢັ້ງຢືນຢູ່ຕະຫຼອດການ ຕົກນ້ຳບໍ່ໄຫຼ ຕົກໄຟບໍ່ົໄໝ້ດອກ ຄຳ ມັນກໍຕ້ອງເປັນຄຳ ຕະຫຼອດໄປ.
ມັນມີອັນກະຕຸກຊຸກຍູ້ ຫຼາຍປັດໃຈ ບໍ່ວ່າແຕ່ທາງລົດໄຟຈີນ ກໍຄືອື່ນໆທີ່ຕ່າງປະເທດຊ່ວຍເຫຼືອ ຫຼືຮູບການລົງທຶນ ອື່ນໆ ກໍຍຶ່ງເປັນການດີໃຫ້ປະຊາຊົນເຮົາ.
ອັນນີ້ ແມ່ນຄວາມເຫັນສ່ວນຕົວຂອງຂພຈ ເອງເດີ້ ຖ້າຜິດພາດຂໍອະພັຍດ້ວຍ.


ທີ່ທ່ານເວົ້າມາຂ້າງເທິງມັນກະແມ່ນຢູ່ ບັນຫາເລື່ອງການພັດທະນາເພື່ອເຮັດໃຫ້ປະເທດຊາດຫລຸດພົ້ນອອກຈາກການດ້ອຍພັດທະນາຫັ້ນນະ ບໍ່ແມ່ນວ່າເຮົາຍາມໃດກະສິໄປອາໄສເອື່ອຍອີງແຕ່ຊາດອື່ນ ແມ່ນຢູ່ວ່າເຮົາກະໄດ້ຜົນປະໂຫຍດ ແຕ່ເຂົາກະຍ່ອມໄດ້ຫລາຍກ່ວາເຮົາຢູ່ແລ້ວ...




໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໐ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ແລ້ວແຕ່ ບຸກຄົນ


໒໕ ກະທູ້
໒໘໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bounxom ຂຽນວ່າ...
ຂ້າພະເຈົ້າຂໍມີຄຳເຫັນສ່ວນຕົວນຳວ່າ: ວ່າແນວດີສານໍ, ດີແລ້ວທີ່ມີຜູ້ຢາກມາຊ່ວຍເຫຼືອ, ຕາມຂພຈ ເຂົ້າໃຈ ການທີ່ ລັດຖະບານ ຂອງ ສປ ຈີນ ຕົກລົງສ້າງທາງລົດໄຟ ຄວາມໄວສູງມາ ປະເທດລາວເຮົານີ້ ຈີນເອງກໍໄດ້ຜົນປະໂຍດຫັ້ນແລ້ວນໍ. ໝາຍວ່າຕ້ອງແມ່ນຮູບການລົງທຶນ ລະຫວ່າງລັດ ກັບ ລັດ ຄືກັບ ບັນດາບໍລິສັດອື່ນໆ ມາ ສ້າງເຄື່ອນໄຟຟ້າພລັງນໍ້າ ຫຼາຍໆບ່ອນຢູ່ລາວນີ້ແຫຼວ. ສຳລັບທາງລົດໄຟນີ້ ກໍອາດຈະນອນໃນຮູບການສຳປະທານບໍ ມີກຳນົດ 50 ຫຼື 100 ປີບໍ. ຂ້າພະເຈົ້າວ່າດີຢູ່ບ່ອນວ່າ ມັນເປັນເງື່ອນໄຂກະຕຸກຊຸກຍູ້ໃຫ້ມີອັນສະດວກໃນການໄປມາ ແລ້ວຄວາມຈະເລີນ ມັນກໍຈະມາຕາມຫຼັງ ຊັ້ນຕະວາ. ການຈະເລີນຂອງປະເທດເຮົາ ເຖິງວ່າຈະ ຈະເລີນແບບ ມີເອກະລາດ ຫຼື ມັນຈະ ຈະເລີນແບບປະເທດຫົວເມືອງຂຶ້ນກໍຕາມ ແຕ່ການມີທາງລົດໄຟອັນ ທັນສະໄໝແບບນີ້ ມັນກໍເປັນພື້ນຖານຂອງຄວາມຈະເລີນທົ່ວໄປຫັ້ນແຫຼວນໍ. ເຮົາມາເບິ່ງຄືນ ຕອນປະເທດເຮົາເປັນຫົວເມືອງຂຶ້ນຂອງຈັກກະພັກຝະຣັ່ງ, ຝະຣັ່ງເກັບເກນເອົາປະຊາຊົນ ໄປເຮັດທາງເລກທີ 13 ແລະເສັ້ນທາງອື່ນໆ ທົ່ວປະເທດລາວ ບາດຝຣັ່ງປະລາໄຊໄປ ເຂົາກໍເອົາໄປນຳບໍ່ໄດ້ຫັ້ນເດ. ປະຈຸບັນເສັ້ນທາງເລກທີ 13 ແລະເສັ້ນທາງອື່ນໆ ແຕ່ສະໄໝຝຣັ່ງສ້າງ ມັນກໍຍັງເປັນມູນມໍລະດົກອັນລ້ຳຄ່າຂອງປະຊາຊົນລາວເຮົາຢູ່ເດ. ທາງລົດໄຟຈີນນີ້ ກໍເຊັ່ນກັນຫັ້ນແຫຼວ.
ອັນທີສອງຈຸດດີ ກໍເປັນການກະຕຸ້ນໃຫ້ປະຊາຊົນເຮົາ ໃຫ້ມີການພັດທະນາລະດັບ ດ້ານຄວາມຮູ້ ຄວາມສາມາດ ໃຫ້ສູງຂຶ້ນກວ່່າເກົ່າ. ປະຈຸບັນບໍ່ແມ່ນປະຊາຊົນເຮົາບໍ່ມີລະດັບດອກ ແຕ່ປະຊາຊົນເຮົາມີລະດັບຈຳນວນໜ້ອຍ ດັ່ງພະນະທ່ານ ຈູມມະລີ ໄຊຍະສອນ ກ່າວໃນບົດສະຫຼຸບກຳມະບານທົ່ວປະເທດ ປະຈຳສົກປີ2010 ຜ່ານມານີ້ເອງ.
ບາງທ່ານອາດຈະເບິ່ງບັນຫາປະເທດລາວເຮົາ ໃນປະຈຸບັນ ແລ້ວຄິດວ່າ ມັນຈະເປັນແບບນີ້ຕະຫຼອດໄປ ຫຼືມັນຈະຮ້າຍແຮງລົງໄປອີກກວ່ານີ້, ແຕ່ຂ້າພະເຈົ້າຄິດວ່າ ເປັນໄປບໍໍ່ໄດ້ດອກ. ເພາະຄວາມຈິງ ຫຼືສັດຈະທຳ ມັນຕ້ອງ ຈິຣັງຢັ້ງຢືນຢູ່ຕະຫຼອດການ ຕົກນ້ຳບໍ່ໄຫຼ ຕົກໄຟບໍ່ົໄໝ້ດອກ ຄຳ ມັນກໍຕ້ອງເປັນຄຳ ຕະຫຼອດໄປ.
ມັນມີອັນກະຕຸກຊຸກຍູ້ ຫຼາຍປັດໃຈ ບໍ່ວ່າແຕ່ທາງລົດໄຟຈີນ ກໍຄືອື່ນໆທີ່ຕ່າງປະເທດຊ່ວຍເຫຼືອ ຫຼືຮູບການລົງທຶນ ອື່ນໆ ກໍຍຶ່ງເປັນການດີໃຫ້ປະຊາຊົນເຮົາ.
ອັນນີ້ ແມ່ນຄວາມເຫັນສ່ວນຕົວຂອງຂພຈ ເອງເດີ້ ຖ້າຜິດພາດຂໍອະພັຍດ້ວຍ.



ຂ້າພະເຈົ້າກາເຫັນດີນຳທ່ານ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍໄດ້ຍິນຂ່າວລືວ່າ..
ລັດສະໝີ 300m ຈາກທາງລົດໄຟວ່າຊັ້ນ..
ແຕ່່ເລື່ອງແທ້ເປັນຢ່າງໃດຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງຊີ້ແຈງ..
ເພາະຂ່າວລືກໍບໍ່ຢາກເຊື່ອຖື..

ສ່ວນໃຜທີ່ວ່າຈີນມາຊ່ວຍລາວສ້າງ..
ອັນນີ້ຂໍຕອບວ່າ..ບໍ່ຢາກແມ່ນປານໃດຕີ້..
ເພາະຈຸດປະສົງຂອງຈີນ ແມ່ນຢາກສ້າງທາງລົດໄຟເຊື່ອມຕໍ່ກັບ ໄທ, ມາເລຍ໌໌ ລົງໄປຫາ ສິງກະໂປຣ໌໌..
ຂ້ອຍວ່າຖ້າປະເທດລາວບໍ່ໄດ້ຕັ້ງຢູ່ລະຫວ່າງ ໄທ ກັບ ຈີນ..
ລົດໄຟກໍອາດຈະບໍ່ມີ..


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຂ້ອຍໄດ້ຍິນຂ່າວລືວ່າ..
ລັດສະໝີ 300m ຈາກທາງລົດໄຟວ່າຊັ້ນ..
ແຕ່່ເລື່ອງແທ້ເປັນຢ່າງໃດຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງຊີ້ແຈງ..
ເພາະຂ່າວລືກໍບໍ່ຢາກເຊື່ອຖື..

ສ່ວນໃຜທີ່ວ່າຈີນມາຊ່ວຍລາວສ້າງ..
ອັນນີ້ຂໍຕອບວ່າ..ບໍ່ຢາກແມ່ນປານໃດຕີ້..
ເພາະຈຸດປະສົງຂອງຈີນ ແມ່ນຢາກສ້າງທາງລົດໄຟເຊື່ອມຕໍ່ກັບ ໄທ, ມາເລຍ໌໌ ລົງໄປຫາ ສິງກະໂປຣ໌໌..
ຂ້ອຍວ່າຖ້າປະເທດລາວບໍ່ໄດ້ຕັ້ງຢູ່ລະຫວ່າງ ໄທ ກັບ ຈີນ..
ລົດໄຟກໍອາດຈະບໍ່ມີ..


ແມ່ນແລ້ວ....ເພາະບໍ່ມີໃຜດອກໃນໂລກນີ້ທີ່ລົງທືນໄປແລ້ວບໍ່ຫວັງຜົນກຳໄລ....


໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ດີຫຼາຍກວ່າເສຍ

ພັນທະຫົວໃຈ::

໓ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ກະດີຢູ່, ເພາະວ່າເປັນການສົ່ງເສີມການລົງທຶນນອກຈາກຈະມີຄວາມສະດວກໃນການຄົມມະນາຄົມ-ຂົນສົ່ງແລ້ວ ມັນກໍ່ຍັງສ້າງວຽກເຮັດງານທຳບາງສ່ວນໃຫ້ແກ່ປະຊາຊົນນຳອີກ ເປັນການຫຼຸດຜ່ອນອັດຕາການວາງງານ ແລະ ແຖມຍັງສ້າງລາຍໄດ້ໃຫ້ແກ່ປະຊາຊົນ ເປັນປັດໃຈຊຸກຍູ້ໃຫ້ປະຊາຊົນເລັ່ງທຳການຜະຫຼິດເພື່ອແລກປ່ຽນລະຫວ່າງຂົງເຂດ, ສ້າງລາຍຮັບໃຫ້ແກ່ປະເທດຊາດເພື່ອທີ່ຈະສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໃຫ້ໄດ້ໃນປີ2020 ຕາມຄາດໝາຍ. ສ່ວນໃນແງ່ລົບກໍ່ຄືເປັນການຍົກຍ້າຍເອົາແຮງງານຂອງຕ່າງຊາດເຂົ້າມາຫຼາຍໂພດທັງທີ່ມີການວ່ງງານຢູ່ພາຍໃນ ແຮງງານລາວມີຄວາມເສຍປຽບໃນໂຄງການນີ້ ຖ້າມີການຈ້າງແຮງງານລາວທັງໝົດເລີຍກໍ່ຄືສິວິເສດຄົນລາວລວຍແນ່ໆ...ແຕ່ແນວໃດກໍ່ດີ, ແມ້ແຕ່ໄມ້ຈີ້ມແຂ້ວຍັງມີສອງດ້ານ.


໐ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ທຸກຢ່າງບໍ່ມີຫຍັງໄດ້ມາງ່າຍດາຍ...............ຄົນໃຫ້ມັນຍ່ອມຫວັງຜົນປະໂຫຍດທີ່ສູງກ່ວາສະເໝີ.......ນັ້ນກະໝາຍຄວາມວ່າເຈົ້າກຳລັງເປັນຫົວເມືອງຂື້ນເຂົາທາງອ້ອມ.....
ທີ່ເຂົາຢື່ນມືເຂົ້າມາຊ່ວຍເຫລືອກໍ່ເພື່ອເສດຖະກິດພາຍໃນຊາດຂອງຈີນເອງ ທີ່ປະເທດເຮົາຈະໄດ້ຜົນປະໂຫຍດ ກະມີພຽງແຕ່ສ່ວນໜຶ່ງທີ່ນ້ອຍນິດເທົ່ານັ້ນ.




ຂ້ອຍກະວ່າຄືກັນ


໐ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ເປັນທາງຜ່ານຂອງຈີນ


໑໑ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ peehh ຂຽນວ່າ...
ສ້າງທາງລົດໄຟຄວາມໄວສູງຈະເສຍດີນລາວໃຫ້ຈີນເທົ່າໃດ




ບໍ່ຮູ້ຮູ້ແຕ່ວ່າເສຍ


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜ່ານມາ ຈື່ໆໆໆໆ ບໍ່ມີແນວປະກອບສ່ວນນຳ ...

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂຄງການສ້າງທາງລົດໄຟ ຈາກເມືອງຈີນ ລົງໄປຮອດສິງກະໂປ
ບໍ່ແມນເປັນລົດໄຟຄວມໄວສູງ ເປັນລົດໄຟຄວມໄວຕ່ຳ
ລາວນ່າຈະໄດ້ປະໂຍດຫຼາຍກວ່າເສຍ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ລົງທຶນຢູ່ດິນລາວ ກ່າຕ້ອງນຳໃຊ້ດິນຂອງລາວ ຊິໃຫ້ໃຊ້ດິນຈີນຊັ້ນບໍ ... ສ່ວນທາງລົດໄຟພໍສ້າງສຳເລັດມັນກ່າເປັນຊັບສົມບັດຂອງລັດ ສະນັ້ນໃຫ້ເຂົ້າໃຈ ພະຍາມຍາມຕຶກຕອງໃຫ້ດີໆກ່າແລ້ວກັນ ແລະ ອີກຢ່າງເບິ່ງແຕ່ຈີນຢູ່ເຂດບ້ານຂ້ອຍຫັ້ນ ເຂົາແຕ່ງງານກັນຢູ່ແຜ່ນດິນລາວ ລູກຫຼານຂະເຈົ້າອອກມາກ່ານິດໄສເປັນລາວໝົດ ແລະ ກ່າຮັກຄວາມເປັນລາວຄືຄົນລາວເຮົານີ້ແຫຼະ ບາງທີເຮົາຢອກມັນວ່າ ຈີນ ຫຼາຍ ມັນຍັງຄຽດຊ້ຳ. ເລື່ອງອາຊີບກ່າເຊັ່ນດຽວກັນ ການຂາຍເຄື່ອງຕາມຖະໜົນຫົນທາງ ການບໍລິການຝາກລົດຈັກຕາມສະຖານທີ່ຕ່າງໆ ທີຄົນຈີນຄົນຫວຽດເຮັດລະອິດສາເຂົາ ທີຄົນລາວເຮົາສ່ວນໃຫຍ່ວ່າຊັ້ນຖືແຕ່ກຽດເປັນໃຫຍ່ ເຂົາບໍ່ມີກິນແລງຍັງໄຈ້ເຫົາໃຫ້ກັນເສີຍ... ຄຶດມາລະເມື່ອຍ ... ສະຫຼຸບວ່າຄົນລາວສ່ວນໃຫຍ່ເປັນຄົນຂີ້ຄ້ານ ມັກຫຼິ້ນກິນຟົມເຟີຍ ແຕ່ຂີ້ອິດສາລິດສະຫຍາຄົນອື່ນ ມັກອວດໂຊວັດຖຸສິ່ງຂອງ ເລື່ອງການຮ່ຳການຮຽນກ່າປູໆປາໆໄປຊັ້ນແຫຼະ ....
ຈາກ: ການສັງເກດຂອງລູກຊອດຈີນ


໑ ກະທູ້
໕໒ ໂພສ
ຂາປະຈຳເວັບບອດ
ການລົງທຶນກະຕ້ອງໄດ້ກຳໄລຈີ່ງເຮັດ ຖ້າບໍ່ຢາກເສຍ ກະເຮັດເອງ ແລ້ວເຮັດໄດ້ດີຄືເຂົາບໍລະ

ບໍ່ຕ່າງຫຍັງກັບພັນລາວ ຖ້າມີເຊີເວີ້ຢູ່ລາວແມະ ໄວໂລດແຫລະ ອິອິ


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ naly ຂຽນວ່າ...
ການລົງທຶນກະຕ້ອງໄດ້ກຳໄລຈີ່ງເຮັດ ຖ້າບໍ່ຢາກເສຍ ກະເຮັດເອງ ແລ້ວເຮັດໄດ້ດີຄືເຂົາບໍລະ

ບໍ່ຕ່າງຫຍັງກັບພັນລາວ ຖ້າມີເຊີເວີ້ຢູ່ລາວແມະ ໄວໂລດແຫລະ ອິອິ



ແລ້ວເຊີເວີ້ພັນລາວ ຢູ່ໄສນໍ່ ໄຜຮູ້ບອກແໜ່ນ່າ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໓໑ ກະທູ້
໑໘໘ ໂພສ
ນັກການກະທູ້
ລະທ່ານ ວ່າ ປະເທດລາວ ພັດທະນາຂື້ນ ຢ່າງວ່ອງໄວ ຍ້ອນໃຜຊັ້ນ
ຄິດວ່າຍ້ອນ ອາເມລິກາ ຊັ້ນຫວາ


໓໑ ກະທູ້
໑໘໘ ໂພສ
ນັກການກະທູ້
ຢ່າຫູ ເບົາ ຄົນລາວ, ມັນມີຄົນຂັດຂວາງ ຢ້ານເລື່ອນ ການພັດທະນາ ປະເທດລາວ ມັນກະປ່ອຍຂ່າວໄປຕ່າງໆນາໆນັ້ນແຫຼະ


໒ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ເວົ້າເລື່ອງການລົງລົງທືນມັນກະມີຜູ້ໄດ້ຜູ້ເສຍຫັ້ນແລ້ວ ໄດ້ຶ່ງກະຕ້ອງເສຍນຶ່ງ ແນວວ່າເຮົາບໍ່ມີແຕ່ຢາກມີ ເຖິງແມ່ນບໍ່ສ້າງທາງລົດໄຟ ແຕ່ເຮົສເຮົາກະບໍ່ມີສ່ວນໄດ້ຫັຍງດອກ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>