ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ນັກສຶກສາຈົບມາບໍ່ມີວຽກເຮັດ

ໜ້າທີ່ 3 ຈາກທັງໝົດ 4 ໜ້າ <<<1234>>>


໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ມໍ6ຂີ້ຕາ, ປະລິນຍາ “ຕີ” ບູ໊ນ, ຄຸນນາຍປະລິນຍາ“ໂທ”ມານຳ,

ປະລິນຍາ“ເອກ”ເລກໄພ້...



ຮຽນຫຼາຍກະເປັນບ້າ ປັນຍາທຶ້ມປຶກຕື່ມອີກຊ້ຳ, ຮຽນດ້າມນ້ອຍ ຫ້ອຍຄໍແກ້ວດີແທ້ແລ້ວ ຊີວິດຂ້ອຍ...!

ມີພຽງຮັກແທ້ໃຜແນ່ຊິມາເອົາ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ aGeL ຂຽນວ່າ...
ມໍ6ຂີ້ຕາ, ປະລິນຍາ “ຕີ” ບູ໊ນ, ຄຸນນາຍປະລິນຍາ“ໂທ”ມານຳ,
ປະລິນຍາ“ເອກ”ເລກໄພ້...

ຮຽນຫຼາຍກະເປັນບ້າ ປັນຍາທຶ້ມປຶກຕື່ມອີກຊ້ຳ, ຮຽນດ້າມນ້ອຍ ຫ້ອຍຄໍແກ້ວດີແທ້ແລ້ວ ຊີວິດຂ້ອຍ...!





ມີເຫດຜົນ ມີເຫດຜົນ

~Vਕਆpïrєی™~

໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
hehe yon economy down turn


໔໖ ກະທູ້
໓໙໙ ໂພສ
ຊຳນານການເວັບບອດ
ຄົນເຮົາສ່ວນຫຼາຍແລ້ວແມ່ນເລືອກວຽກເຮັດຍ້ອນຫຼາຍປັດໄຈເຊັ່ນ: ເງິນເດືອນ, ຄວາມເໝາະສົມຂອງວຽກງານ, ຄວາມສາມາດຂອງຕົນເອງ, ສະຖານທີ່ເຮັດວຽກບໍ່ເໝາະສົມ. ໃນເບື້ອງຕົ້ນຂ້າພະເຈົ້າເອງກໍ່ເຄີຍຄິດບັນຫານີ້ເຊັ່ນກັນ.
1. ເງິນເດືອນ: ໝາຍວ່າບໍລິສັດ ຫຼື ອົງກອນທີ່ຕົວເອງໄປສະມັກນັ້ນສະເໜີໃຫ້ເງິນເດືອນໜ້ອຍບໍ່ພໍໃຊ້ຈ່າຍ ຄ່າເຊົ່າເຮືອນ, ກິນຢູ່, ອື່ນໆ.
2. ຄວາມເໝາະສົມຂອງວຽກງານ: ໝາຍວ່າບໍລິສັດ ຫຼື ອົງກອນທີ່ຕົວເອງຢາກໄປສະມັກນັ້ນຕ້ອງເໝາະສົມກັບຕົນເອງ, ຕຳແໜ່ງທີ່ຕົນເອງມັກບໍ່ມີ ແລະ ບໍ່ເໝາະກັບຄວາມຮູ້ທີ່ຮຽນມາ.
3. ສະຖານທີ່ເຮັດວຽກບໍ່ເໝາະສົມ: ໝາຍວ່າບໍລິສັດ ຫຼື ອົງກອນທີ່ເຂົາເຈົ້າຕ້ອງການພະນັກງານຫັ້ນ ຢູ່ຕ່າງແຂວງ
ຫຼື ຢູ່ໄກສອກຫຼີກ ແລ້ວຕົນເອງບໍ່ຢາກໄປ.
ແຕ່ທີ່ຈິງແລ້ວຖ້າພີ່ນ້ອງຫາກປາສາຈາກ 3 ຂໍ້ຂ້າງເທິງແລ້ວຕ້ອງມີວຽກເຮັດແນ່ນອນ. ຖ້າມີບໍລິສັດຫຼືອົງກອນໃດຮັບ ແລ້ວໄປເຮັດໂລດເພື່ອເອົາສົບການດີກ່ວາທີ່ຈະເສຍເວລາຢູ່ລ້າໆບໍ່ໄດ້ອີຫຍັງ. ເພາະວ່າຖ້າເຈົ້າມີປະສົບການເຮັດວຽກມາກ່ອນແລ້ວເວລາເຈົ້າໄປສະມັກວຽກບ່ອນອື່ນໆເຈົ້າຈະມີ Grade, ໂອກາດ ສູງກ່ວາຜູ້ທີ່ຈົບມາໝາດໆ

Expert of Math apply, Math analysis and General Math

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະຫາຕົ໋ວ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນບັນຫາທີ່ທຸກຄົນທີ່ພວມຊິຮຽນຈົບນໍ!
ຫາກພາກັນຕັດເສັ້ນຕັດສາຍອອກໄດ້ໜົດຈາກວົງການແລ້ວຍາມນັ້ນອາຈ ຫາ ວຽກໄດ້ງ່າຍ!
ຫາກບໍ່ມີເງື່ອນໄຂວ່າຕ້ອງສັງກັດກຸ່ມຄົນກຸ່ມໃດກຸ່ມໝຶ່ງເປັນປະເດັນອີກກະຈະງ່າຍ
ຂຶ້ນອີກແນ່ໝ໋ອຍໝຶ່ງກະຫາວຽກດີໄດ້ຍາກ
ຫາກວ່າບໍ່ມີການຈຳກັດວ່າຕ້ອງຮຽນມາແຕ່ປະເທດນັ້ນປະເທດນີ້
ກະຄຶກັນ.ລູກຫຼານຫຼາຍຄົນຮຽນມາບໍ່ມີແຂ່ງມີຂາທັງຫຼັງອິງດິກະຫາວຽກຍາກແມ່ນວ່າ
ຄວາມຮູ້ຄວາມສາມາດມີພຽງພໍ.
ດັ່ງນັ້ນສ່ວນຫຼາຍກະພາກັນໄປເຮັດວຽກຕ່າງແຂວງໃນປ່າໃນດົງ!!


໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ກະຫາຕົ໋ວ


ຄິດວ່າມັນບໍ່ງ່າຍຄືທີ່ຄິດດອກ ທຸກຄົບຈົບມາກະຫາຫັນລະ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ OleTer ຂຽນວ່າ...
ເຫັນຫຼາຍຄົນຈົບມາແຕ່ຍັງຄົງຊອກວຽກເຮັດບໍ່ໄດ້ ມັນແມ່ນຍ້ອນສາເຫດຍັງແທ້ ຕາມທີ່ຂ້ອຍຄິດ ມັນໝ້າຈະແມ່ນ:
1.ຮຽນຈົບໃນວິຊາຄົນຮຽນຫຼາຍ ນັກສຶກສາເກີນຄວາມຕ້ອງການຂອງຕະຫຼາດ
2. ວຽກໄດ້ເງິນໜ້ອບ
3. ບໍ່ມີວຽກທີ່ຕົນມັກ
4. ວິຊາທີ່ຕົນຮຽນມາຍັງບໍ່ມີຄວາມຕ້ອງການ
ເພື່ອນໆລອງໃຫ້ຄວາມເຫັນຊ່ວຍແດ່........


໑. ຂຶ້ນຊື່ວ່ານັກສຶກສາ ບໍ່ມີຄຳວ່າບໍ່ມີວຽກເຮັດ
໒. ຢ່າຮຽນຕາມການນິຍົມ ຈົ່ງຮຽນນິຍົມໃນການ.
໓. ວິຊາຫຍັງກະໄດ້ (ອານາຈານວິຊຽງ ຈົບຈາກວິທະຍາໄລສົງ ໄປຕໍ່ດົງໂດກເອົາປະຣິຍາຕຣີ ໄດ້ເປັນອາຈານສອນທີ່ ມຊ ໃນພາກວິຊາພາສາສາດ ດຽວນີ້ເຂົາເປັນອາຈານສອນທີ່ມີເງິນເພີ່ມຫຼວງຫຼາຍ ເພາະເຂົາສອນພາສາປາລີ ເຂົາສອນປາລີ ຊົ່ວໂມງລະ ໑໐໐.໐໐໐ ກີບ-໒໐໐.໐໐໐ ກີບ, ໄປສອນທຸກວິທະຍາໄລ,
- ໃນແຕ່ລະເດືອນ ເຂົາຕ້ອງອອກໄປຕ່າງແຂວງ ໄປສາທິດການສອນພາສາປາລີໃຫ້ຄຣູອາຈານທີ່ສອນປາລີ ອັນນັ້ນເວລາກັບມາເຂົາຕ້ອງເກັບເງິນໄວ້ໃນຖົງ ບໍ່ຕ່ຳກວ່າ ໓.໐໐໐.໐໐໐ ກີບ.
- ຮຽນທີ່ຄົນບໍ່ມັກຮຽນນັ້ນ ບໍ່ຕົກງານ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ບໍ່ມີຄົນຈ້າງ 5555555


໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ຂອບໃຈສໍາລັບທຸກຄໍາຕອບ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໒໑ ກະທູ້
໑໐໖ ໂພສ
ນັກການກະທູ້
ມັນເປັນໄປໄດ້ໃນ 3 ກໍລະນີ

1. ລະດັບຄວາມສາມາດແມ່ນຍັງສູ້ຜູ້ອື່ນບໍ່ໄດ້
2. ເລືອກວຽກ - ເລືອກເງິນຄ່າແຮງງານ (ລໍຖ້າແຕ່ວຽກທີ່ຕົນເອງມັກ)
3. ບໍ່ມີເສັ້ນສາຍ


໕ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ວຽກດຽວນີ້ມັນຫາຍາກແທ້ໆເລີຍ


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PNT ຂຽນວ່າ...
ເລືອກກະມີສ່ວນ
ເພາະເຮົາໄດ້ເຮັດບ່ອນໃດ ກະຢາກເຮັດບ່ອນດີຫັ້ນນ່າ
ຄືຊິບໍ່ມີໃຜຢາກປ່ຽນວຽກຕິ


ກະມີຫັ້ນແຫຼະເພື່ອປະສົບການເດ

strawberry

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PNT ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PhoeniX10 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ November ຂຽນວ່າ...
ປະສົບການກ່ຽວບໍ່ລະ ເພາະຫາກະຈົບບໍ່ໄດ້ເທົ່າໃດ ໄປສະໝັກບ່ອນໃດປະສົບການກະມາກ່ອນ
ທີ່ແນ່ໆໆໆໆ....ຄົນໄດ້ວຽກກະແມ່ນພີ່ນ້ອງຂອງຜູ່ຮັບສະໝັກງານ
ກະເລີຍວ່າອົດໄດ້ວຽກເຮັດນີ້ເດະ


ແມ່ນໆ... ບໍ່ມີວຽກຈະມີປະສົບການໄດ້ແນວໃດ...


ຈັ່ງຊີ້ແຫລະ ນິໄສຄົນລາວ ເປັນຄົນມັກເຫັນອົກເຫັນໃຈ
ແຕ່ເຫັນໃຈແຕ່ຄົນໃກ້ໂຕ
ເວົ້າມາລະເບື່ອຄືກັນ

ອັນເລື່ອງປະສົບການຄືກັນ
ໃຜຊິເປັນມາແຕ່ເກີດນໍ
ບໍ່ຄິດສາວ່າ ເຮົາມີປັນຍາຈົບ ເຮົາກະມີປັນຍາເຂົ້າໃຈວຽກເພິ່ນຄືກັນຫັ້ນແຫລະ



ແຕ່ເຈົ້າບໍ່ມີຫຼັງອິງຫັ້ນຕິມັນຈຶ່ງຍາກ!!
ຂົນແຂ່ງກະຫ້ຽນມັນກະຍາກຕຶ່ມອີກ!!!


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕ້ອງໄດ້ດີ້ນລົນແທ້ໆຈື່ງຈະພົບວຽກ ວຽກນີ້ບໍ່ໄປຫາມັນໆກາບໍ່ມາຫາເຮົາໄດ
ຢ່າປ່ອຍໃຫ້ເວລາເສຍໄປໂດຍເປົ່າປະໂຫຍດໄດທ່ານ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑ ກະທູ້
໑໗໓ ໂພສ
ນັກການກະທູ້
ຕັ້ງໃຈຮຽນເຂົ້າໄວ້ເຮົາ...


໘ ກະທູ້
໒໘໕ ໂພສ
ນັກການກະທູ້
ຫາກໍ່ຈົບ ຕອນນີ້ຍັງເຕະຝູ່ນຢູ່ເລີຍ ໄປສະມັກບ່ອນໃດກໍ່ມີແຕ່ບອກໃຫ້ຖ້າ ແລ້ວຈະເອີ້ນນຳຫລັງ

[img]null[/img]

໐ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ຊີວິດເລືອກເກີດບໍ່ໄດ້...ແຕ່ວ່າ: ເຮົາບໍ່ທໍ້ ບໍ່ຍອມແພ້ ເຮັດແຕ່ໜ້ອຍໄປຫາຫຼາຍ ຢ່າເລືອກງານ......ໂຊກຊະຕາມີສ່ວນເດີ.....ອົດທົນ ອົດທົນ ອົດທົນ ຊີວິຈະດີຂຶ້ນ ທຳບຸນແດ່........


໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Lina ຂຽນວ່າ...
ຄືສິແມ່ນໝົດທຸກຢ່າງທີ່່ເຈົ້າວ່າມາຫັ້ນແຫຼ໋



ເຫັນດີນຳ


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອນຂ້ອຍຈົບໃໝ່ໆກະຄິດແບບນີ້ລະ(ບໍ່ມີວຽກ)ແຕ່ຕ້ອງເບີ່ງກ້ວາງກົ່ວເກົ່າຈະເຫັນວຽກໂດຍສະເພາະເຂດນອກ
ສູ້ບຸກບືນຮຽນຕັ້ງໃຈອະນາຄົດເປັນຂອງເຮົາແນ່ນອນ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮື
ກະຄືເຈົ້າເວົ້າຫັ້ນແຫຼະ
ເວົ້າໄປເວົ້າມາລະອຸກໃຈຊ້ຳ
ຢ້ານບໍ່ມີວຽກເຮັດ


໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວີຊາທີ່ຕົນຮຽນຢູ່ກໍເລີ່ມມີຄົນສົນໃຈມາຮຽນບັກຫຼາຍໆລະ
ອຸກໃຈເດ້


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຮຽນແບບຂ້ອຍນິຫາກິນງາຍມີວຽກ24ຊົ່ວໂມງຮຽນງ່າຍ, ພຽງແຕ່ສິບນາທີເທົ່ານັ້ນຫາກິນໄດ້ໂລດ(ວີຊາໂຈນ)ອິອິອິ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ໜ້າເປັນຮ່ວງເນາະ! ຈັກນ່ອຍຝຸ່ນກາຊິບໍ່ມີໃຫ້ເຕາະອີກແລ້ວ ເພາະບ້ານເມືອງຈະເຣີນ, ຖນົນ ຫົນທາງປູຢາງ ປູເບຕົງ ຫລື ຄອນກຣີດ ໝົດບໍ່ເຫລືອຝຸ່ນໃຫ້ເຕາະອີກ ... ເຮີ້!!!! ໄດ້ແຕ່ຖອນຫາຍໃຈແຮງ ໆ ... ບັນຫາທັງໝົດນັ້ນສາມາດແກ້ໄດ້ທີ່ຣະບົບ ຄືຣະບົບການສຶກສາບ້ານເຮົາຍັງບໍ່ທັນມີການແນະແນວການຮຽນຕໍ່ໃຫ້ແກ່ນັກຮຽນມັທຍົມສຶກສາກັນເລີຍ, ການເປີດການຮຽນການສອນໃນສາຍວິຊາຕ່າງ ໆ ກໍຍັງບໍ່ທັນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຕລາດແຮງງານ (ແຕ່ໂດນຕລາດ ຢາກຮຽນ), ບໍ່ມີການວິຈັຍໃນຣາຍຣະອຍດກ່ຽວກັບຄວາມຕ້ອງການແຮງງານ, ສ້າງຄ່ານິຍົມໃຫ້ຮຽນສູງ ໆ ແຕ່ມາເຮັດວຽກຕ່ຳ ໆ ເຊິ່ງເປັນການລົງທຶນບໍ່ຄຸ້ມຄ່າ, ສ້າງຄ່ານິຍົມຮຽນແລ່ນນຳຊັ້ນ, ນຳປຣິນຍາ, ຕ້ອງການແຕ່ໃບອັນດຽວໃຫ້ມັນອອກແສງ ແຕ່ຜູ້ຖືຊ້ຳພັດມືດກວ່າ Black Hole ເສຍອີກ (ສ່ວນໃຫຍ່ ແມ່ນໄດ້ແຕ່ປກາສນີຍບັດ, ຄວາມຮູ້ຄວາມສາມາດບໍ່ສອດຄ່ອງ) ຄືຮຽນເອົາໃບປະກາສນີຍະບັດຢ່າງດຽວ! ແນວອື່ນບໍ່ເອົາ? ອີກຢ່າງໜຶ່ງທີ່ສຳຄັນທີ່ສຸດຄື ການປູກຝັງຈິດສຳນຶກຂອງສະຖາບັນການສຶກສາໃນການເພິ່ງຕົນເອງ ຄືບໍ່ແມ່ນຮຽນເພື່ອຫວັງແຕ່ເປັນຣັດຖະກອນຢ່າງດຽວ! ຕ້ອງສ້າງບຸກຄະລາກອນທີ່ພ້ອມຈະເປັນຜູ້ປະກອບການນຳດ້ວຍ ຫລື ເຮັດວຽກກັບໃຜກາໄດ້ ບໍ່ແມ່ນເຮັດນຳຣັດຢ່າງດຽວ! ຫວັງແຕ່ໂກງບ້ານໂກງເມືອງຢ່າງດຽວ ... ນັ້ນລະທີ່ມາຂອງເສັ້ນສາຍລາຍຂຶ້ນລາຍລົງ, ແລະອົງການທຸຣະກິດເອກະຊົນຫລາຍແຫ່ງກາບໍ່ຮູ້ HRM ຍັງນຳເອົາວັທນະທັມແບບຣັດມາໃຊ້ຢູ່ ... ເອີ້ ... ຍາວໂພດແລ້ວເນາະ! ເອົາທໍ່ນີ້ກ່ອນສາ!


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເມື່ອຍນຳຊ້ຳ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີວຽກເຮັດກາສະບາຍໄປໃສມາໃສກາໄດ້

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ບໍ່ມີວຽກເຮັດແລ້ວສະບາຍ? ... ສະບາຍເມື່ອໄສ້ຕັນ ຫລືບໍ່ກໍມີຊັບສົມບັດເຫລືອໃຊ້ ...


໙ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ບໍ່ມີເສັ້ນສາຍບໍເປັນຫຍັງ...ຂໍແຕ່ກ້າ, ເກັ່ງ, ແລະ ມີຄວາມສາມາດໄວ້ກ່ອນກໍ່ພໍແລ້ວ...
ຕົວຢ່າງເຮົາເອງບໍ່ມີເສັ້ນສາຍ...ເລີຍກິນຕົ້ມໝີ່ທຸກໆມື້ແທນ...ຮາຮາຮາ...

ຊີວິດ ປຽບເໝືອນສາຍນ້ຳທີ່ບໍ່ມີວັນໄຫຼກັບ...

໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ເວົ້າມາເລື່ອງນີ້ຂອ້ຍໂລດເຈັບຫົວ


ໜ້າທີ່ 3 ຈາກທັງໝົດ 4 ໜ້າ <<<1234>>>