ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ນັກສຶກສາຈົບມາບໍ່ມີວຽກເຮັດ

ໜ້າທີ່ 4 ຈາກທັງໝົດ 4 ໜ້າ <<<1234>>>


໙ ກະທູ້
໒໔໗ ໂພສ
ນັກການກະທູ້
ດຽວນີ້ຫາວຽກຍາກ


໕ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ທີ່ເວົ້າມາຂ້າງເທິງມັນກາແມ່ນ ແຕ່ສ່ວນຫລາຍແມ່ນຂາດຄວາມອົດທົນໃນການເຮັດວຽກ ໃຈບໍ່ຮັກໃນວຽກທີ່ຕົນເຮັດ ນອກນັ້ນກາແມ່ນຍ້ອນຜົນຕອບແທນຫນ້ອຍ
ຂໍແນະນຳນ້ອງຯທີ່ຫາກໍ່ຮຽນຈົບມາໃຫມ່ຯຫນ້ອຍຫນຶ່ງເດີ້ ວ່າບໍ່ຄວນຮິວຽກຫລືຕິວ່າເງິນເດືອນຫນ້ອຍ ເພາະຕອນເອື້ອຍຈົບມາໃຫມ່ຯເງິນເດືອນທີ່ໄດ້ກາຫນ້ອຍດຽວ ເກືອບບໍ່ພໍຄ່ານ້ຳມັນລົດຊ້ຳ . ດຽວນີ້ວຽກຫາຍາກໄດ້ວຽກໃດກາເຮັດໄປກ່ອນ ບາງເທື່ອອາດບໍ່ໄດ້ເຮັດວຽກກ່ຽວກັບທີ່ຕົນຮຽນຈົບມາ ແຕ່ວ່າເຮັດໄປແລ້ວອາດມັກວຽກນັ້ນກາໄດ້ ຫລື ອາດຈະຄົ້ນພົບຕົວເອງວ່າເຫມາະກັບວຽກນັ້ນກາໄດ້
ຈັ່ງໃດກາຕາມ ຂໍເປັນກຳລັງໃຈໃຫ້ທຸກຄົນທີ່ຍັງບໍ່ມີວຽກເຮັດເດີ້
ສູ້ຯຯຯຯຯ

ຄົນຫນ້າຮັກ ຈິງໃຈ

໑ ກະທູ້
໑໔໙ ໂພສ
ນັກການກະທູ້
ຈົບມາເຮັດວຽກໜັກແຕ່ເງິນໜ້ອຍ ເຊັງໂຄດ.............................



໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ກຳລັງຂຽນບົດຢູ່ ຈັກຊິຈົບນຳເພິ່ນບໍ່ຮຸ ເຊັງເຮັດບົດເມື່ອຍ ໝູ່ໃນກຸ່ມກະຂີ້ຄ້ານ
ປ.ລ. ຕັດຜົມຜິດຄິດເຈັດວັນ ເລືອກກຸ່ມຂຽນບົດຜິດຄິດຈົນຂຽນບົດແລ້ວ(ບາງທີກະບໍ່ແລ້ວ)

M99NOY

໑ ກະທູ້
໑໔໙ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ M99NOY ຂຽນວ່າ...
ກຳລັງຂຽນບົດຢູ່ ຈັກຊິຈົບນຳເພິ່ນບໍ່ຮຸ ເຊັງເຮັດບົດເມື່ອຍ ໝູ່ໃນກຸ່ມກະຂີ້ຄ້ານ
ປ.ລ. ຕັດຜົມຜິດຄິດເຈັດວັນ ເລືອກກຸ່ມຂຽນບົດຜິດຄິດຈົນຂຽນບົດແລ້ວ(ບາງທີກະບໍ່ແລ້ວ)



ໃຫ້ມັນຈົບເດີບັກຫຼ້າ



໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາງຂະແໜງທີ່ຮຽນຈົບມາກາຫາວຽກບໍ່ໄດ້ ເພາະວ່າຄົນຈົບອອກມາຫລາຍ ລະເພິ່ນຄັດເອົາແຕ່ຄຸນນະພາບ ຜູ້ທີ່ບໍ່ເກັ່ງກາບໍ່ໄດ້ເຮັດ
ທີ່ບໍ່ເກັ່ງກາມີຫລາຍເຫດຜົນ ບໍ່ແຕ່ແຕ່ເຂົາເຈົ້າບໍ່ໄດ້ຕັ້ງໃຈຮຽນ ມັນມີຫລາຍປັດໃຈ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼືວ່າຝາທີ່ແຫນ້ນຫນານັ້ນມີຄົນອິງຫມົດແລ້ວ?
ກະໃຫ້ເຂົາຊູດໄປຫນ໋ອຍຫນຶ່ງແນ່ຕິ!


໒ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ສ່ວນຫຼາຍແມ່ນຈົບມາແບບບໍ່ມີຄຸນນະພາບ
ມີແຕ່ປະລິມານ
ເລີຍເຮັດຫຍັງບໍ່ຄ່ອຍໄດ້
ແລະລະບົບບ້ານເຮົາ
ຮຽນກາຕ້ອງຈ້າງເຂົ້າຈົບກາຕ້ອງຈາງອອກ
ເຂົ້າວຽກກາຍັ້ງຕ້ອງຈ້າງຄື່ເກົາ5555

Civil Engineer

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜັງສືພິມເຂົາປະກາດເອົາພະນັກງານທຸກມື້......ສູ້ໆໆ ຢ່າຖອຍ ໂອກາດ ບໍ່ມາຫາເຮົາແລ້ວສະໄຫມ ນີ້
ວຽກດີໆກະບັກຫລາຍ ວຽກທຳມະດາກະຫລາຍ ວຽກເສີມກະມີ ( ພະນັກງານບໍລິການ )

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ velasak ຂຽນວ່າ...
ສ່ວນຫຼາຍແມ່ນຈົບມາແບບບໍ່ມີຄຸນນະພາບ
ມີແຕ່ປະລິມານ
ເລີຍເຮັດຫຍັງບໍ່ຄ່ອຍໄດ້
ແລະລະບົບບ້ານເຮົາ
ຮຽນກາຕ້ອງຈ້າງເຂົ້າຈົບກາຕ້ອງຈາງອອກ
ເຂົ້າວຽກກາຍັ້ງຕ້ອງຈ້າງຄື່ເກົາ5555



ແມ່ນອີ່ຫຼີບໍ?

ຢາກຈ້າງເຮັດເປັນ ອັດໄວເຊິ ຂອງນາຍຍົກ ກະໄດ້ບໍ?


໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຕອນຮຽນເພີ່ນຮຽນແບບຜິວເຜີນໄປໂຮງຮຽນກ່າໄປພໍໄປລິໄປແລ້ວເທົ່ານັ້ນ ແຕ່ພໍເຈົາມາຄຸນນະພາບບໍ່ໄດ້ ໄປສະມັກງານເຂົາຕ້ອງການເກລດ CGPA= 3.0 ຂື້ນໄປແຕ່ຄະແນນເພີ່ນບໍ່ເຖິງ ບາດສຸດທ້າຍກ່າໄດ້ແຕ່ນັ່ງຄິດຢາກກັບໄປແກ້ໄຂອາດີີດແຕ່ກໍ່ບໍ່ເປັນໄປໄດ້ ແຕ່ສາມາດທີ່ຈະນັບໜຶ່ງອີກຄັ້ງໄດ້ແຕ່ຫາກເສຍເວລາ ເຖິງຢ່າງໃດກໍ່ຢ່າຂໍໃຫ້ຜູ້ທີ່ຜິດພາດກ່ຽວກັບເລື່ອງນີ້ສູ້ໆເດີ ຂໍເປັນກຳລັງໃຈໃຫ້


໗ ກະທູ້
໗໔໒ ໂພສ
ຊຳນານການເວັບບອດ
ຢ່າເລືອກວຽກຕິຈົບໃໝ່ນະ,,,,ແຕ່ຄັນມີໃຫ້ເລືອກກະເລືອກແດ່ລະເນາະ, ຕອນຂ້ອຍຈົບໃໝ່ຂ້ອຍກະຊອກສະໜັກຫຼາຍໆບ່ອນ ທີ່ເຂົາເຈົ້າປະກາດທາງໜັງສືພິມ ຫຼື ອິນເຕີເນັດ ແລ້ວກະໄດ້ສຳພາດ,ເວລາສຳພາດຂ້ອຍບໍ່ເຄີຍຮ້ອງເງີນເດືອນທໍ່ນັ້ນທໍ່ນີ້ຈັກເທື່ອ,ເພາະບໍ່ກ້າແນວຈົບໃໝ່ເດ່,ຂໍພຽງແຕ່ຂະເຈົ້າຕອບຮັບ ເມື່ອໄດ້ເຮັດວຽກແລ້ວ ຂ້ອຍກໍ່ຮຽນຮູ້ກັບວຽກຕົວຈິງປະສົມປະສານກັບຄວາມຮູ້ທີ່ໄດ້ຮຽນມາ ເຖິງເງີນເດືອນຈະນ້ອຍ ແຕ່ກະອົດທົນຢູ່ໄປກ່ອນຈົນມີຄວາມສຳນານ
ແບບນົກຫັດບິນວ່າຊັ້ນຊະ ເມື່ອປີກແຂງແລ້ວກໍ່ຈະບິນໄປໄກ ,,,ເຊື່ອຂ້ອຍ.

I will not say I failed 1000 times, I will say that I discovered there are 1000 ways that can cause failure_

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ CoMEup ຂຽນວ່າ...
ສ່ວນຫລາຍຈະແມ່ນ ມັກຕິເງີນເດືອນຫນ້ອຍ
ບ່ອນໃດເງິນເດືອນຫນ້ອຍ ບໍ່ສະຫມັກ ໄປສະຫມັກບ່ອນທີ່ໄດ້ເງິນເດືອນຫລາຍກວ່າ
ແຕ່ປະສົບການໂຕຍັງຫນ້ອຍ ຜູ້ທີ່ມີປະສົບການຫລາຍກວ່າເກັ່ງກວ່າກະເລີຍໄດ້ປຽບ
ເພາະສະນັ້ນ ບໍ່ວ່າຈະເງິນເດືອນຫນ້ອຍຫລືຫລາຍກະຢ່າ ສຳຄັນທີ່ຫນ້າວຽກ
ເຮົາຕ້ອງຄິດວ່າ.......ເງິນເດືອນຫນ້ອຍແຕ່ໂອກາດກ້າວຫນ້າສູງ ປະສົບການຫລາຍ ...ອານາຄົດຕໍ້ຫນ້າກໍ່ຂະດີຂື້ນ
....ກັບ ເງິນເດືອນຫລາຍ ປະສົບການ ທຳມະດາ ທົ່ວໆໄປ ແຖມໂອກາດກ້າວຫນ້າເກືອບຈະບໍ່ມີເລີຍ
ເລືອກເອົາກະແລ້ວກັນ




Hmmmm.. euai wao thuek..

ເຮົາຄົບກັນສອງປີແລ້ວ.. ^_^

໐ ກະທູ້
໕໘ ໂພສ
ຂາປະຈຳເວັບບອດ
deo ni mun ha viak h da yak !


ໜ້າທີ່ 4 ຈາກທັງໝົດ 4 ໜ້າ <<<1234>>>