ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ນັກຮຽນຈົບຊັ້ນປ5ບໍ່ເຂົ້າຕໍ່ມ1ຫຼາຍ ຍ້ອນຫຍັງ

໑໓ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ເດັກນ້ອຍຢາກຮຽນ ແຕ່ຄາຄ່າບູລະນະແພງ ເດັກນ້ອຍເຂດນອກຊໍ້າພັດທຸກຍາກ ບໍ່ໄດ້ເຂົ້າຮຽນ ວອນຂັ້ນເທິງຊ່ວຍແດ່ ຊ່ວຍຫາທາງໃຫ້ເດັກແດ່

[suck]

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະໜ້າເຫັນໃຈ..
ຖ້າເວົ້າວ່າເຣື່ອງຄ່າຮຽນຢ່າງດຽວກະບໍ່ແມ່ນ..
ຍັງເຣື່ອງການເດີນທາງໄປມາ ຮຮ. ອີກ..
ບໍ່ຮູ້ຕ້ອງຍ່າງໄກຊ່ຳໃດ..
ເອົາລະ.. ເຫັນແລ້ວກະຢາກໃຫ້ແກ້ໄຂຫັ້ນລະ..


໕ ກະທູ້
໒໖ ໂພສ
ຂາປະຈຳເວັບບອດ
ໃນຊົນນະບົດໂຮງຮຽນມີບໍ່ພໍ ຄູກະບໍ່ພໍ ຊິໃຫ້ເຂົ້າມາຮຽນໃນຕົວເມືອງກະຄ່າໃຊ້ຈ່າຍຫຼາຍ ຖ້າບໍ່ມີພີ່ນ້ອງກະປັນຫາເລື່ອງບ່ອນຢູ່ອີກ ຄິດວ່າເປັນຍ້ອນແນວນິແຫຼະ

Always Keep The Faith

໔ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ການສຶກສາມັນ ບໍ່ໄດ້ເລື່ອງຈັ່ງໃດລະ ເດັກມັນສະຫຼາດທີ່ບໍ່ຮຽນ


໗ ກະທູ້
໗໗ ໂພສ
ຂາປະຈຳເວັບບອດ
ສ່ວນຕົວຂ້າພະເຈົ້າຄິດວ່າ ອາດຈະເປັນຍ້ອນເງື່ອນໄຂທາງດ້ານຄອບຄົວທີ່ບໍ່ສາມາດຈະສົງລູກຮຽນຕໍ່ສູງໆໄດ້

ບຸນຄຸນເປັນຕ້ອງຊົດໃຊ້ ແລະ ຈຳເປັນທີ່ສຸດ ແຕ່ກໍ່ບໍ່ໝາຍຄວາມວ່າເຮົາຕ້ອງ ເປັນທາດຮັບໃຊ້ ເຂົາ[/size]

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາງຄົນກະຄິດວ່າ ຮຽນໄປກະເສຍເວລາ ຈົບມາຫາວຽກຍາກ ອອກມາຫາເງິນດີກວ່າ ເສດຖະກິດຄອບຄົວແຮ່ງບໍ່ດີ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ