ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ນໍ້າຖ້ວມໄທ ບາງກອກບໍ່ມີແນວກິນ ຢູ່ລາວ ວຽງຈັນ ເຮົາຈະເປັນແນວໃດ?

໒໕ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ສະບາຍດີ... ໄດ້ຍິນໄດ້ເຫັນໃນໂທລະທັດ, ວີທະຍຸໄທ ວ່າ ນິຄົມອຸດສະຫະກໍາຖືກນໍ້າຖວມ ຫລາຍກວ່າ 1.500 ໂຮງງານໃນນັ້ນ ລວມມີ:
ໂຮງງານຫມີ່, ເຂົ້າ, ນໍ້າຫວານ ແລະ ອື່ນໆ ຊື່ງໃນນີ້ ລາວເຮົາໄດ້ນໍາເຂົ້າ ເກືອບວ່າ 80 ສ່ວນຮ້ອຍຈາກໄທ.

ຄິດວ່າ ປະເທດເຮົາຄົງຈະມີຜົນກະທົບໄປອີກຮອດປີໜ້າ ເນື່ອງຈາກເຂົ້າເຈົ້າຈະບໍ່ນໍາສົ່ງໃຫ້ເຮົາດອກ ເພາະ ປຊຊ ເຂົາເອງ ກະຊີບໍ່ຫລອດ.

ເຮົາຄວນກຽມຕົວປະຫຍັດເດີ ພີ່ນ້ອງ.... ແລະ ລັດຖະບານຄວນອອກມາເຕື່ອນ ຫລື ຫາວີທີປ້ອງກັນແດ່.

ດ້ວຍຄວາມຫວັງດີ...


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດສົດກ່ອນ,,,,,,,,,,


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຄວາມເພາະທຸກມື້ນີ້ສ່ວນຫລາຍຄົນລາວອາໄສອູ່ເຂົ້າ ອູ່ປາຈາກໄທເພື່ອປະທາງຊີວິດ ໂດຍສະເພາະແມ່ນລາຄາເຂົ້າແພງຂື້ນແນ່ນອນຕາມຂ່າວນີ້:



ຂອບໃຈໜັງສືພີມທຸລະກິດ


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາກະຕ້ອງຊ່ວຍຕົວເອງ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະຢັດກັນໄວ້ເດີ້ພີ່ນ້ອງ

ຄິດດີ ເວົ້າດີ ເຮັດດີ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສິນຄ້ານຳເຂົ້າຂາດຫາຍ ຂອງແພງຂຶ້ນ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ສິນຄ້ານຳເຂົ້າຂາດຫາຍ ຂອງແພງຂຶ້ນ


ແພງລະມັນບໍ່ມີລົງຫັ້ນຕິບ້ານເຮົານະ


໑ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
้ກະຊື້ຈາກຫວຽດນາມ
ຕົ້ວ ທາງອອກມີ ບໍ່ອືດ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sigula ຂຽນວ່າ...
้ກະຊື້ຈາກຫວຽດນາມ
ຕົ້ວ ທາງອອກມີ ບໍ່ອືດ


ນິໄສຄົນລາວຮູ້ໆ ກັນຢູ່ວ່າບໍ່ແທ້ບໍ່ວ່າບໍ່ໃຊ້ຂອງຫວຽດ ກັບຂອງຈີນອີກຢ່າງເລື່ອງເຂົ້າ ເຂົາກະຖືກອຸທົກຂະໄພຈາກທຳມະຊາດພໍໆກັນ...


໗ ກະທູ້
໑໒໗ ໂພສ
ນັກການກະທູ້
ອື້ມ.ສູ້ໆ ເດີ້ພີ່ນ້ອງ


໓໑ ກະທູ້
໑໘໘ ໂພສ
ນັກການກະທູ້
ອິນເດຍ ເລ່ງສົ່ງອອກເຂົ້າເພີ່ມ ຫລັງໄທພົບວິກິດນໍ້າຖ້ວມຄັ້ງໃຫຍ່

http://www.ecom.org.la/teen/khao/8/4408


໘ ກະທູ້
໘໔໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Thy0207888200X ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ sigula ຂຽນວ່າ...
้ກະຊື້ຈາກຫວຽດນາມ
ຕົ້ວ ທາງອອກມີ ບໍ່ອືດ


ນິໄສຄົນລາວຮູ້ໆ ກັນຢູ່ວ່າບໍ່ແທ້ບໍ່ວ່າບໍ່ໃຊ້ຂອງຫວຽດ ກັບຂອງຈີນອີກຢ່າງເລື່ອງເຂົ້າ ເຂົາກະຖືກອຸທົກຂະໄພຈາກທຳມະຊາດພໍໆກັນ...



ແມ່ນ ທາງທີ່ດີຄວນປະຢັດໄວ້ດີແລ້ວ


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກິນແຈ່ວປາແດກ ກັບ ປີ້ງຂຽດ ກະພໍ ອິອິ


໑ ກະທູ້
໖໘໘ ໂພສ
ຊຳນານການເວັບບອດ


ຫາກະຮູ້ໃດນິ

ໜ້າຕາບໍ່ສຳຄັນ ທີ່ສຳຄັນຄື ແຮງດັນແລະຈັ່ງຫວະ

໒ ກະທູ້
໗໙ ໂພສ
ຂາປະຈຳເວັບບອດ
ທີ່ຈິງໃນໃຈເຮົາກໍ່ຢາກສົມນຳໜ້າຄົນລາວເຮົາທີມັກນິຍົມແຕ່ຂອງຕ່າງຊາດຫຼາຍ, ມີຫຼາຍຢ່າງທີ່ເຫັນລາວຜະລິດໄດ້ ແຕ່ຄົນລາວເອງພັດບໍ່ຍອມຮັບເຮັດຕິຫັ້ນຕິນີ້ໄປ ແລະ ບາດນີ້ຄົນລາວເຮົາຄວນຈະຊິມລົດຊາດວ່າ ການທີ່ເຮົາບໍລິໂພກຂອງນຳເຂົ້າຫຼາຍມັນກໍ່ເປັນແບບນີ້ແລະ. ເວລາເຂົາວິກິດເຮົາກໍ່ວິການໄປນຳ ທັງໆທີ່ບ້ານນຳບໍ່ຖ້ວມຄືບ້ານເຂົາ
ຂ້ອຍເຄີຍໄປນັ່ງເຝົ້າຮ້ານໃຫ້ພີ່ນ້ອງຂາຍເສື້ອຜ້າ ຂອງນັ້ນເປັນບ້ານເຮົາຜະລິດເອງ ຂອງເລີຍບອກວ່າຂອງລາວໃດ, ເພິ່ນເຮັດຄືບໍ່ສົນນິແລະ. ແລ້ວໄປເລືອກເບິ່ງອີກຕົວ ເຮົາກໍ່ເລີຍເຮັດດັດຈະລິດຕົວະໄປເລີຍວ່າ ຂອງນຳເຂົ້າມາຈາກໄທ. ສົງໃສເວົ້າເຂົ້າຮູ້ເພິ່ນເອົາຕົວນັ້ນ ຈັງແມ່ນຄົນບ້ານເຮົາ ຄຳຂອງໄທສົງໃສເຂົ້າໄປໃນເສັ້ນເລືອກແລ້ວ


໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ພັຍພິບັດຈາກທຳມະຊາດສາມາດເກີດຂື້ນໄດ້ທຸກເມື່ອທຸກເວລາ ສະນັ້ນຄົນເຮົາຄວນຈະມີສະຕິແລະກໍກຽມພ້ອມໃນສິ່ງທີ່ຈະເກີດຂື້ນ,
ຢ່າມົວແຕ່ລອຍຄໍຣໍຖ້າຄົນອື່ນເຂົ້າມາຊ່ວຍເຫລືອ.
ອັນໃດ໋ທີ່ພໍຈະເຮັດໄດ້ກໍ່ເຮັດສາ ຢ່າງນ້ອຍໆກໍ່ເຮັດເພື່ອໃຫ້ໂຕເອງໄດ້ຢືນດ້ວຍລຳແຄ່ງຂອງຕົນເອງ

There's a thin line between Life and Death, I wish for a Miracle to happen...

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thy0207888200X ຂຽນວ່າ...
ແມ່ນຄວາມເພາະທຸກມື້ນີ້ສ່ວນຫລາຍຄົນລາວອາໄສອູ່ເຂົ້າ ອູ່ປາຈາກໄທເພື່ອປະທາງຊີວິດ ໂດຍສະເພາະແມ່ນລາຄາເຂົ້າແພງຂື້ນແນ່ນອນຕາມຂ່າວນີ້:



ຂອບໃຈໜັງສືພີມທຸລະກິດ




ບໍ່ແມນດອກ
ເມືອງລາວກະປູກເຊົ້າໄດ້ ພໍກິນໃນປະເທດ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ພິກວິກິດໃຫ້ເປັນໂອກາດ ຄືເສີມສ້າງການຜະລິດພາຍໃນ ແລ້ວສົ່ງຂາຍໃຫ້ເພື່ອນບ້ານ ແລ້ວເຮົາຈະມີເງິນໃຊ້ເງິນຈ່າຍກັນ ... ຢ່າມົວແຕ່ຂີ້ຄ້ານ ນັ່ງຫາເຫົາໃຫ້ກັນເລີຍພີ່ນ້ອງ


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜວ່າລາວນຳຊື້ເຂົ້າຈາກໄທທີ່ຮູ້ມາລາວຂາຍເຂົ້າໃຫ້ໄທຊ້ຳ
ສ່ວນເຄື່ອງເເນວອື່ນບໍ່ປະຕິເສດ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thy0207888200X ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ສິນຄ້ານຳເຂົ້າຂາດຫາຍ ຂອງແພງຂຶ້ນ


ແພງລະມັນບໍ່ມີລົງຫັ້ນຕິບ້ານເຮົານະ



ແມ່ນໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wantiya ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Thy0207888200X ຂຽນວ່າ...
ແມ່ນຄວາມເພາະທຸກມື້ນີ້ສ່ວນຫລາຍຄົນລາວອາໄສອູ່ເຂົ້າ ອູ່ປາຈາກໄທເພື່ອປະທາງຊີວິດ ໂດຍສະເພາະແມ່ນລາຄາເຂົ້າແພງຂື້ນແນ່ນອນຕາມຂ່າວນີ້:



ຂອບໃຈໜັງສືພີມທຸລະກິດ




ບໍ່ແມນດອກ
ເມືອງລາວກະປູກເຊົ້າໄດ້ ພໍກິນໃນປະເທດ


ແມ່ນແຕ່ຢ່າລືມວ່າຫລາຍພື້ນທີ່ໃນລາວກະຖືກອຸທົກກະໄພຄືກັນ ແລະກະຍັງມີຫລາຍໆພື້ນທີ່ນະຕອນນີ້ກະຍັງບໍ່ສາມມາດຟື້ນຟູໄດ້ເທື່ອ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າແພງຂຶ້ນແນ່ໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໖໘ ກະທູ້
໑໙໒ ໂພສ
ນັກການກະທູ້
จากที่อ่าน comment ทุกความเห็น สงสัยว่าคนลาวใช้สินค้าไทยในการกินและใช้เยอะมากขนาดไหนครับ
เพราะดูหลายคนกังวล.

ขอโทษที่พิมพ์ภาษาไทย. พอดีiPad. ไม่มีภาษาลาว
ข้าพเจ้าเพิ่งไปช่วยขนกระสอบทรายและถุงปูน ที่แถวศิริราช
วันนี้น้ำเจ้าพระยาขึ้นสูงกว่าทุกวัน แต่น้ำยังไม่ท่วมรพ.นะ. มีแค่ท่าน้ำและตลาดข้างรพ.ที่น้ำผุดตามท่อระบายน้ำ
มีคนมาช่วยกันเยอะแยะและมีกลุ่มอาสาสมัครทางFacebook มาช่วยด้วย

ขอบคุณคนลาวที่เป็นห่วงและติดตามสถาณการณ์น้ำท่วมที่ภาคกลางของไทย


໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ napa ຂຽນວ່າ...
จากที่อ่าน comment ทุกความเห็น สงสัยว่าคนลาวใช้สินค้าไทยในการกินและใช้เยอะมากขนาดไหนครับ
เพราะดูหลายคนกังวล.

ขอโทษที่พิมพ์ภาษาไทย. พอดีiPad. ไม่มีภาษาลาว
ข้าพเจ้าเพิ่งไปช่วยขนกระสอบทรายและถุงปูน ที่แถวศิริราช
วันนี้น้ำเจ้าพระยาขึ้นสูงกว่าทุกวัน แต่น้ำยังไม่ท่วมรพ.นะ. มีแค่ท่าน้ำและตลาดข้างรพ.ที่น้ำผุดตามท่อระบายน้ำ
มีคนมาช่วยกันเยอะแยะและมีกลุ่มอาสาสมัครทางFacebook มาช่วยด้วย

ขอบคุณคนลาวที่เป็นห่วงและติดตามสถาณการณ์น้ำท่วมที่ภาคกลางของไทย



ບໍ່ຫລາຍບໍ່ຫນ້ອຍເທົ່າໃດ໋ດອກ ພຽງແຕ່ຄົນໄທຍໃຊ້ຫຍັງຢູ່ນັ້ນ ທາງລາວເຮົາກໍ່ໃຊ້ຄືກັນກັບຢູ່ໄທຍນັ່ນລະ ອິອິ
ຢາກຈະໄປຊ່ວຍຂົນກະສອບຊາຍເດ໋ເນາະ ແຕ່ກະຢ້ານນ້ຳພັດໄປເວີ່ຍ

There's a thin line between Life and Death, I wish for a Miracle to happen...

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປີ 2012 ໂລກຊິບໍ່ດັບແທ້ຫວານິ. ຈັກນ້ຳຖ້ວມ ຈັກພາຍຸ ຈັກແຜ່ນດິນໄຫວ

<-----ຄົນໃຈດີແຟນຄລັບ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ບໍ່ເປັນຫຍັງເຂົາບໍ່ສົ່ງເຮົາກໍ່ຊື້ຈາກບ່ອນອື່ນມີເງີນສາຢ່າງລະຊີຢ້ານຫຍັງ “


໒ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ພວກເຮົາຕ້ອງຊ່ວຍເຫຼືອຕົວເອງໄປກ່ອນໃນໄລຍະນີ້

..........................................................................
..........................................................................