ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ລາວ ໂຮງງານຜະລິດອາໄລ່ ຍົນ Airbus, Boeing.......ສຳເລັດ 90% ຂອງ Aeroworks

໓໑ ກະທູ້
໑໘໘ ໂພສ
ນັກການກະທູ້
ໂຮງງານຜລິດເຄື່ອງອະໄຫຼ່ ເຮືອບິນໃນລາວ Airbus, Boeing, Sukoi Super Jet ແລະ Mitsubishi.
ເຈົ້າໜ້າທີ່ ທາງການ ລາວ ເປີດເຜີຍ ວ່າ ອາຄານ ຂອງ ໂຮງງານ ຜລິດ ເຄື່ອງອະໄຫຼ່ ເຮືອບິນ ແຫ່ງ ທໍາອິດ ຂອງລາວ ສ້າງໄປໄດ້ 90 ສ່ວນຮ້ອຍ ແລ້ວ ຫລັງຈາກ ທີ່ເລີ້ມມາ ໄດ້ 8 ເດືອນ.


http://www.aeroworks.nl/?p=service&cat=8


http://laovoices.com/2011/09/08/airplane-part-factory-construction-almost-complete/

ຮອງຜູ້ ບໍຣິຫານ ເຂດ ເສຖກິດ ພິເສດ ສວັນ-ເຊໂນ ທ່ານ ທອງໄສ ໄຊຍະວົງ ຄໍາດີ ເວົ້າວ່າ ໂຮງງານ ດັ່ງກ່າວ ແມ່ນການ ລົງທຶນ ຂອງ ບໍຣິສັດ Aerowork Asia ຊຶ່ງເປັນ ສາຂາ ຂອງ ບໍຣິສັດ ໃຫຍ່ Dutch, Aeroworks. ທາງ ບໍຣິສັດ ຫາກໍເລີ້ມ ຖິດຕັ້ງ ເຄື່ອງຈັກ ແລະ ອຸປກອນ ການຜລິດ ພາຍໃນ ໂຮງງານ ແລະ ຄາດວ່າ ຈະແລ້ວ ໃນທ້າຍ ປີນີ້ ແລະ ຈະເລີ້ມ ທົດລອງ ຜລິດຊິ້ນສ່ວນ ເຮືອບິນ ອອກ ຈໍາໜ່າຍໄດ້. ອີງຕາມ ຄໍາເວົ້າ ຂອງ ທ່ານ ທອງໄສ.
ທ່ານ ທອງໄສ ເວົ້າວ່າ ປັດຈຸບັນ ສິ່ງທີ່ ຈໍາເປັນ ສໍາລັບ ທາງ ບໍຣິສັດ ແມ່ນການ ຝຶກອົບຮົມ ພະນັກງານ ຄົນລາວ ທ້ອງຖິ່ນ 100 ຄົນ ກ່ອນທີ່ ຈະເລີ້ມ ລົງມື ຜລິດ ສິນຄ້າ ອອກ ຈຳໜ່າຍ. ທາງ ບໍລິສັດ ໄດ້ສົ່ງ ຄົນງານ ລາວ 5 ຄົນ ໄປຝຶກ ອົບຮົມ ໃນຕ່າງ ປະເທດ ແລະ ພວກຂະເຈົ້າ ຈະກັບມາ ເປັນນາຍຄຣູ ຝຶກສອນ ໃຫ້ຄົນລາວ ທີ່ຈະມາ ເປັນ ພະນັກງານ ໃນຂັ້ນ ຕໍ່ໄປ.
ອີງຕາມ ທ່ານ ທອງໄສ ລູກຄ້າ ຂອງທາງ ບໍຣິສັດ ກໍມີ ບໍຣິສັດ ຜລິດເຮືອບິນ ຊັ້ນນໍາໜ້າ ເຊັ່ນ Airbus, Boeing, Sukoi Super Jet ແລະ Mitsubishi. ບໍຣິສັດ Aeroworks ໄດ້ຕັດສິນໃຈ ສ້າງໂຮງງານ ຢູ່ ສວັນນະເຂດ ເພາະວ່າ ແຂວງ ສວັນນະເຂດ ເປັນແຂວງ ສູນກາງ ຂອງ ການລໍາລຽງ ເສຖກິດ ຕາເວັນອອກ ຕາເວັນຕົກ ຂອງ ພູມີພາກ ແມ່ນໍ້າຂອງ.


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜະລິດທັງລົດ ຜະລິດທັງຍົນ ໂອ ເກັ່ງໆໆໆໆ


໙ ກະທູ້
໓໔໓ ໂພສ
ຊຳນານການເວັບບອດ

ຄົນທີ່ຮັກເຈົ້າຈົນຕາຍມີຢູ່ແທ້ບໍ່ແມ່ນນິຍາຍ ຈື່ໄວ້

໑໒ ກະທູ້
໙໑ ໂພສ
ນັກການກະທູ້
ກະບໍທຳມະດາໄດເນາະຄົນລາວນິ


໒ ກະທູ້
໗໙ ໂພສ
ຂາປະຈຳເວັບບອດ
ແຕ່ຮູ້ສຶກວ່າ ມັນຈະນ້ອຍເກີນໄປສຳລັບໂຮງງານກັບຄຳວ່າໂຮງງານຜະລິດ. ເບິ່ງໜ້າຈະເປັນໂຮງງານຂະນ້ອຍ ແຕ່ກໍ່ດີໃຈຢ່າງໜ້ອຍກໍ່ສ້າງວຽກເຮັດງານທຳໃຫ້ກັບຄົນລາວ ແລະ ລັດຖະບານຍັງມີລາຍຮັບອີກ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຕາຂີ່ນຳບ່ນ້ອນິ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂຮງງານຜລິດເຄື່ອງອະໄຫຼ່ ເຮືອບິນໃນລາວ Airbus, Boeing, Sukoi Super Jet ແລະ Mitsubishi.
ເຈົ້າໜ້າທີ່ ທາງການ ລາວ ເປີດເຜີຍ ວ່າ ອາຄານ ຂອງ ໂຮງງານ ຜລິດ ເຄື່ອງອະໄຫຼ່ ເຮືອບິນ ແຫ່ງ ທໍາອິດ ຂອງລາວ ສ້າງໄປໄດ້ 90 ສ່ວນຮ້ອຍ ແລ້ວ ຫລັງຈາກ ທີ່ເລີ້ມມາ ໄດ້ 8 ເດືອນ.


ผลิต
ນີ່ມັນພາສາໄທ ເດີ້
ຂໍສະແດງຄວມດີໃຈນຳເດີ້ ແຕ່ທາງລາວກະຕ້ອງຜະລິດແຮງງານຝີມື
ເພື່ອປ້ອນໃຫ້ໂຮງງານດັງກ່າວ ຈັ່ງຊິເປັນປະໂຫຍດກັບເມືອງລາວໂດຍແທ້ຈິງ




ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຫຍັງເປັນແຄ່ໂຮງງານຊື່ໆວະ? ຫນ້າຈະຜະລິດສ່ວນປະກອບບໍ່ເກີນຮ້ອຍຊິ້ນ
ຖ້າລະດັບໃຫຍ່ແທ້ໆ ເຂົາເອີ້ນວ່ານິຄົມອຸດສາຫະກຳ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂຮງງານຜະລິດ?? ສະແດງວ່າໃຊ້ຊັບພະຍາກອນບ້ານເຮົາ ແຕ່ຢ່າງໜ້ອຍມັນກະສ້າງວຽກເຮັດງານທຳໃຫ້ຄົນລາວ ກະຖືວ່າໂອຢູ່

ຄິດດີ ເວົ້າດີ ເຮັດດີ

໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາດນີ້ລາວຈະມີຍົນຂີ່ແລ້ວ...
ຈະໄດ້ທ້ອນເງິນຊື່ຍົນກ່ອນ...



໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ poay ຂຽນວ່າ...
ບາດນີ້ລາວຈະມີຍົນຂີ່ແລ້ວ...
ຈະໄດ້ທ້ອນເງິນຊື່ຍົນກ່ອນ...



ຮ່າາາາາ ຄືສິແມ່ນ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນັກລົງທຶນເຂົາສິມາເຮັດໂຮງງານຢູ່ລາວຫຼາຍຂຶ້ນ ສາເຫດຍ້ອນໄທມີໄພນ້ຳຖ້ວມຫຼາຍກວ່າເກົ່າ