ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ປະກາດຮັບອາສາສະໝັກ ສູນໄວໜຸ່ມກູດແຮນສ໌

໓໑ ກະທູ້
໑໕໓ ໂພສ
ນັກການກະທູ້
ປະກາດຮັບ
“ອາສາສະໝັກ” ປະຈຳປີ 2012
ອົງການກູດແຮນສ໌ປະຈຳລາວ ເປັນອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ NGO . ສ້າງຕັ້ງຂຶ້ນໃນປີ 2004 ຈຸປະສົງລວມແມ່ນເພື່ອຊ່ວຍພັດທະນາການສຶກສາຊຸມຊົນ ແລະ ເພື່ອທະວີຄວາມອາດສາມາດຂອງຊຸມຊົນທ້ອງຖິ່ນ, ໂດຍຜ່ານການຄຸ້ມຄອງຈາກສູນໄວໝຸ່ມກູດແຮນສ໌ ຂອງອົງການກູດແຮນສ໌ປະຈຳລາວ
ສູນໄວໜຸ່ມກູດແຮນສ໌ ປະກາດ ເປີດຮັບເອົານັກສຶກສາຜູ້ທີ່ມີຄວາມສົນໃຈໃນດ້ານການເປັນ ອາສະໝັກ ແລະ ຢາກໃຊ້ເວລາຫວ່າງຂອງຕົນໃຫ້ເປັນປະໂຫຍດ ໂດຍການເຂົ້າມາຮ່ວມເຄື່ອນໄຫວກິດຈະກຳກ່ຽວກັບການສຶກສາ ແລະ ກິດຈະກຳສົ່ງເສີມການອ່ານໃຫ້ແກ່ເດັກນ້ອຍ. ເຊິ່ງອົງການກູດແຮນສ໌ລາວມີການເຄື່ອນໄຫວຢູ່ 2 ໂຄງການຄື ໂຄງການສູນໄວໜຸ່ມກູດແຮນສ໌ ແລະ ໂຄງການຫ້ອງສະໝຸດເຄື່ອນທີ່.
ເງື່ອນໄຂຂອງຜູ້ສະໝັກ
- ເປັນນັກສຶກສາລະດັບວິທະຍາໄລ ແລະ ມະຫາວິທະຍາໄລ, ບໍ່ຈຳກັດເພດ
- ມີປະສົບການ ຫຼື ບໍ່ປະສົບການ ໃນການເປັນອາສາສະໝັກກໍ່ໄດ້
- ມີຄວາມກ້າສະແດງອອກ, ກະຕືລືລົ້ນ, ຢາກພັດທະນາຕົນເອງ
- ມັກໃນການເປັນອາສາສະໝັກຊ່ວຍເຫຼືອສັງຄົມ
- ມີເວລາຫວ່າງ ວັນຈັນ - ວັນສຸກ ຫຼື ວັນເສົາ ແລະ ວັນອາທິດ
ວັນຈັນ - ວັນສຸກ (13:00-16:00) ສຳຫຼັບ ຫ້ອງສະໝຸດເຄື່ອນທີ່
ວັນເສົາ - ອາທິດ (09:00-16:00) ສຳຫຼັບ ສຸນໄວໜຸ່ມກູດແຮນສ໌
ໝາຍເຫດ: ເຂົ້າມາສະໝັກດ້ວຍຕົນເອງ ຫຼື ເຂົ້າມາພົວພັນໄດ້ທີ່ສູນໄວໜຸ່ມກູດສ໌ແຮນສ໌ໂດຍກົງ ຕາມໂມງເວລາລັດຖະການ. ສະຖານທີ່ຕັ້ງຢູ່ຖະໜົນເລກທີ່13ໃຕ້, ບ້ານໄຊສະຫວ່າງ, ເມືອງໄຊທານີ, ນະຄອນຫຼວງຽງຈັນ (ດ້ານຫລັງຫ້ອງສຶກສາເມືອງໄຊທານີ).
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ:
ເບີຫ້ອງການ: 021-732363 Goodhandslao@gmail.com
ເບີມືຖື: 020-77805568 ( ທ.ສຸພັກສອນ “ຕິ່ງ” )
020-77110889 ( ນ.ລິນດາ )
020-77482591 ( ນ.ຈັນມາລາ “ປຸ້ມ” )
ປິດຮັບສະໝັກວັນທີ 30/04/2012


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າສົນໃຈ ດີ ເນາະ
ເໜາະ ສຳລັບໄວໜຸ່ມລາວ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໜ້າສົນໃຈດີ ເພາະຕອນຍັງນ້ອຍຂ້ອຍກະມີຄວາມຫຍຸ້ງຍາກດ້ານການສຶກສາ ມີໂຄງການດີໆແນວນີ້ເດັກນ້ອຍລາວກະຕ້ອງມີຄວາມຮູ້ຫຼາຍຂື້ນແນ່ນອນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິຊວນເອື້ອຍ ນ້ອງໄປສະໝັກເດີ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກວ່າຊິຊອກເຫັນ ອ້ອມວົງມົນຫັ້ນຢູ່ຈົນເມົາແດດ ຮາໆໆ



໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີເນາະມີໂຄງການແບບນີ້ນະເພາະຈະໄດ້ຍົກສູງລະດັບການສຶກສາຂອງເດັກນ້ອຍລາວໃຫ້ສູງຂື້ນ ກັບລາວຈະໄປນຳໄດ້ຢູ່ຫວາຖ້າບໍ່ໄດ້ສະຫມັກນະ


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາບໍ່ມີປະສົບການ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປສະໝັກແລ້ວ ບໍ່ເຫັນໂທມາ ຂີ້ຕວະຕິ


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໜ້າສົນໃຈ, ຍາກໄປສະໝັກເດ...!