ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຄິດແນວໃດກັບ ຖະແຫຼງຂ່າວການເຂົ້າສອບເສັງເຂົ້າມະຫາວິທະຍາໄລ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວັນທີ 26 ມິຖຸນາ 2012 - ເວລາ 12:13:19

ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ຈັດ​ຖະ­ແຫຼງ​ຂ່າວ​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ການ​ສອບ­ເສັງ​ເຂົ້າ​ມະ­ຫາ­ວິ­ທະ­ຍາ­ໄລ ສົກ­ຮຽນ 2012-2013ນີ້​ວ່າ: ຈະ​ມີ​ການ​ປັບ​ປ່ຽນ ແລະ ປັບ­ປຸງ​ລະ­ບົບ​ວີ​ທີ​ການ​ສອບ­ເສັງ ເພື່ອ​ພັດ­ທະ­ນາ​ການ​ສຶກ​ສາ ຫຼີກ­ເວັ້ນ​ຫາງ​ສຽງ​ສັງ­ຄົມ ບັນ­ຫາ​ຫຍໍ້­ທໍ້ ແລະ ທັງ​ຮັບ­ປະ­ກັນ​ຄວາມ​ໂປ່ງ​ໃສ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕົວ​ຈິງ.

ທ່ານ ດຣ. ພອນ​ເພັດ ບຸບ­ຜາ ຫົວ­ໜ້າ​ກົມ​ການ​ສຶກ​ສາ​ຊັ້ນ​ສູງ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ກ່າວ​ວ່າ: ການ­ຈັດ­ຕັ້ງ​ສອບ­ເສັງ​ເຂົ້າ​ຮຽນ​ມະ­ຫາ­ວິ­ທະ­ຍາ­ໄລ ໃນ​ສົກ­ຮຽນ 2012-2013ນີ້​ແມ່ນ​ຈະ​ຈັດ​ຂຶ້ນ​ຢູ່​ທີ່​ມະ­ຫາ­ວິ­ທະ­ຍາ­ໄລ 4ແຫ່ງ​ຄື: ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ນະ­ຄອນ­ຫຼວງ​ວຽງ​ຈັນ ມະ­ຫາ­ວິ­ທະ­ຍາ­ໄລ​ຈຳ­ປາ​ສັກ ຢູ່​ປາກ​ເຊ ແຂວງ​ຈຳ­ປາ​ສັກ ມະ­ຫາ­ວິ­ທະ­ຍາ­ໄລ ສຸ​ພາ­ນຸ​ວົງ ແຂວງ​ຫຼວງ​ພະ​ບາງ ແລະ ມະ­ຫາ­ວິ­ທະ­ຍາ­ໄລ​ສະ­ຫວັນ​ນະ​ເຂດ ຢູ່​ແຂວງ​ສະ­ຫວັນ​ນະ​ເຂດ ຫົວ​ບົດ​ສອບ­ເສັງ​ແມ່ນ​ມີ​ມາດ­ຖານ​ດຽວ​ກັນ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ການ​ສອບ­ເສັງ​ຈະ​ຈັດ​ຂຶ້ນ​ວັນ​ທີ 18-19ກໍ­ລະ­ກົດ 2012ນີ້ ມີ 4ວິ­ຊາ​ສອບ­ເສັງ​ຄື: ຄະ​ນິ­ສາດ ຟິ​ຊິກ​ສາດ ພາ­ສາ​ລາວ-ວັນ­ນະ­ຄະ­ດີ ພູມ​ສາດ-ປະ­ຫວັດ­ສາດ ແຕ່​ລະ​ມະ­ຫາ­ວິ­ທະ­ຍາ­ໄລ ຈະ​ເປັນ​ຜູ້​ອອກ​ແບບ​ຟອມ​ຄຳ​ຮ້ອງ​ສອບ­ເສັງ​ເອົາ​ເອງ ຜູ້​ທີ່​ມີ​ເງື່ອນ­ໄຂ​ສະ­ໝັກ​ສອບ­ເສັງ ສາ­ມາດ​ເລືອກ​ສອບ­ເສັງ​ເຂົ້າ​ຮຽນ​ໄດ້​ພຽງ 1ແຫ່ງ ຫຼື ໄດ້​ພຽງ 1ໃນ 4ມະ­ຫາ­ວິ­ທະ­ຍາ­ໄລ ແລະ ມີ​ສິດ​ເລືອກ 2ວິ­ຊາ​ຮຽນ ຫຼື 2ຫຼັກ­ສູດ​ຂອງ​ມະ­ຫາ­ວິ­ທະ­ຍາ­ໄລ​ທີ່​ຕົນ​ສະ­ໝັກ​ເຂົ້າ​ຮຽນ​ຄື: ວິ­ຊາ​ຕົ້ນ­ຕໍ ແລະ ວິ­ຊາ​ສຳ­ຮອງ ໃນ​ປີ​ນີ້​ຕາມ​ການ​ຕົກ­ລົງ​ຂອງ​ຄະ­ນະ​ນຳ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ເຫັນ​ດີ​ກຳ­ນົດ​ໃຫ້​ທຶນ​ການ​ສຶກ​ສາ​ສຳ­ລັບ​ເປົ້າ​ໝາຍ​ຜູ້​ທີ່​ຮຽນ​ເກັ່ງ ຫຼື ຜູ້​ທຸກ​ຍາກ ຊົນ­ເຜົ່າ ແມ່­ຍິງ​ທີ່​ມາ​ຈາກ​ເຂດ​ຫ່າງ​ໄກ​ສອກ­ຫຼີກ ເມືອງ​ທຸກ​ຍາກ ແລະ ຖືກ​ສັບ​ຊ້ອນ​ຕາມ​ຕົວ​ເລກ​ແບ່ງ­ປັນ​ແມ່ນ 30%ສ່ວນ 70%ຂອງ​ຈຳ­ນວນ​ນັກ​ສຶກ​ສາ​ທີ່​ຮັບ​ເຂົ້າ​ຮຽນ​ທັງ​ໝົດ ໃນ​ມະ­ຫາ­ວິ­ທະ­ຍາ­ໄລ​ທັງ 4ແຫ່ງ​ນັ້ນ ຜ່ານ​ການ​ສອບ­ເສັງ​ຄັດ​ເລືອກ ຈະ​ຕ້ອງ​ຈ່າຍ​ຄ່າ​ຮຽນ​ຕາມ​ລະ­ບຽບ​ການ​ທີ່​ກຳ­ນົດ ນອກ​ນັ້ນ ຜູ້​ທີ່​ເສັງ​ບໍ່​ໄດ້​ເຂົ້າ​ຮຽນ​ມະ­ຫາ­ວິ­ທະ­ຍາ­ໄລ ແມ່ນ​ສົ່ງ­ເສີມ​ໃຫ້​ໄປ​ຮຽນ​ເຕັກ­ນິກ-ວິ­ຊາ​ຊີບ ໃນ​ສາຍ​ອາ­ຊີ­ວະ​ສຶກ​ສາ ທັງ​ນີ້​ເພື່ອ​ແນ­ໃສ່​ສ້າງ​ກຳ­ລັງ​ແຮງ​ງານ​ຮັບ​ໃຊ້​ສັງ­ຄົມ ໃຫ້​ໄປ​ຕາມ​ໂຄງ​ປະ­ກອບ​ແຮງ​ງານ ເພື່ອ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ພາຍ​ໃນ​ປະ­ເທດ ແລະ ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ.

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນທີ່ບໍ່ມີເງິນ ຫຼື ຜູ້ທຸກຍາກທີ່ຢູ່ຫ່າງໄກແຮງຊິບໍ່ມີໂອກາດຮຽນເລີຍຕິເນາະ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈເຂົ້າຂອງກະທູ້! ຄຳຖາມທີ່ຖາມວ່າຄິດແນວໄດ....?.
ຄິດວ່າ: ໃຫ້ການສອບເສັງມີຄວາມຍຸດຕິທຳ,ປະກາດຜົນການສອບເສັງຢ່າງໂປງໃສ. ສ່ວນ30%ກໍ່ໃຫ້ຖືກເປົ້າໝາຍນະໂຍບາຍແທ້ ບໍ່ແມ່ນຈະເອົາເຈັ້ຍນ້ອຍເຈັ້ຍໃຫຍ່ມາຕັດໜ້າກັນ.
ປັບປຸງສາ!!!


໒໑ ກະທູ້
໑໐໖ ໂພສ
ນັກການກະທູ້
ກັບມາໃຊ້ລະບົບຄືກັນກັບ ປີ 1998 ເລີຍ, ສົກຮຽນນັ້ນກໍ່ໃຊ້ແນວນນີ້ ແຕ່ແຢກເປັນສອງສາຍ (ສາຍສັງຄົມ ແລະ ສາຍວິທະຍາສາດ) ໃຜເກັ່ງດ້ານໃດແມ່ນເລືອກເສັງເອົາ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດັງເສີມ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊົມເຊີຍ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮຽນ​ເຕັກ­ນິກ-ວິ­ຊາ​ຊີບກໍ່ດີ ໄດ້ອາຊີບເລີຍໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒໕ ກະທູ້
໒໘໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ດັງເສີມ


ຊ່າງສັງເກດເນາະເຈົ້າ


໒໕ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ຄວນສົ່ງເສີມຫລັກສູດທີ່ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຫລາຍກ່ວາ...
ເພາະບ້ານເຮົາເພິ່ນສອນຕາມຕໍາລາເກົ່າ ແລະ ໂດຍສະເພາະຫລັກສູດດ້ານວິທະຍາສາດ ຍີ່ງບໍ່ໄດ້ລົງປະຕິບັດຕົວຈີ່ງ.. ຍົກເວັ້ນແພດສາດນີ້ລົງຕົວຈິງຫລາຍໂພດ.


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ຄົນທີ່ບໍ່ມີເງິນ ຫຼື ຜູ້ທຸກຍາກທີ່ຢູ່ຫ່າງໄກແຮງຊິບໍ່ມີໂອກາດຮຽນເລີຍຕິເນາະ


ບໍ່ມີເລີຍ ບາງຄົນຍັງບໍ່ມີເງິນເພື່ອໄປຊື້ໃບຄຳຮ້ອງມາເຂົ້າເສັງຊ້ຳນ່າ
ທີ່ນີ້ມາເວົ້າເຖິງນັກຮຽນຊົນເຜົ່າຜູ້ດ້ອຍໂອກາດວ່າຊັ້ນ ສ່ວນຫລາຍແມ່ນລູກແມ່ນຫລານຄູອາຈານແຖວນັ້ນ ພໍ່ແມ່ກະມີ ຫາກຢາກໄດ້ທຶນໄປຮຽນຊື່ໆ
ນັ່ງຢູ່ກະຊວງຫັ້ນເວົ້າຄືຢູ່ ລອງລົງໄປເບິ່ງຕົວຈິງໃນແຕ່ລະເຂດແຂວງໂລດວ່າບໍ່ເຊື່ອ


໕ ກະທູ້
໓໐໓ ໂພສ
ຊຳນານການເວັບບອດ
kit va ja seng khao bor dai

ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ

໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ເອົາແຕ່ຫຼາຍຄົນ

ເຮັດຫຍັງກໍ່ຖືກໝົດ ແຕ່ເພີ່ນເຮັດແນວໃດເປັນສ່ວນຫຼາຍເຮົາກໍ່ເຮັດຕາມຄົນສ່ວນຫຼາຍ

ພັນທະຫົວໃຈ::