![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ປະຈຸບັນລັດຖະບານແມ່ນເລີມເອົາໃຈໃສ່ພັດທະນາເສັ້ນທາງໃນຕົວເມືອງຕ່າງໆ, ນັ້ນແມ່ນຈຸດປະສົງຈະສ້າງເຮັດໃຫ້ສັງຄົມມີຄວາມຈະເລີນ, ສະດວກ ສະບາຍ. ແຕ່ການພັດທະນານັ້ນກໍ່ປະສະຈາກບໍ່ໄດ້ທີ່ຈະສ້າງຜົນກະທົບຕໍ່ກັບປະຊາຊົນເຊັ່ນ: ແລວທາງຖຶກດິນ,ເຮືອນ, ປະຊາຊົນຕ້ອງໄດ້ຍົກຍ້າຍ ອອກ(ບໍ່ມີສິດນຳໃຊ້ທີ່ດິນດັ່ງກ່າວຈັກແມັດເລີຍ), ເນື່ອງຈາກບໍ່ມີໃບຕາດິນ, ໃບອະນຸຍາດປຸກສ້າງ. ແຕ່ເຮືອນນັ້ນຕັ້ງມາກ່ອນຜັ່ງເມືອງຫລາຍປີແລ້ວ, ເຄີຍມີໃບຕາດິນຊົ່ວຄາວ(ບໍ່ແມ່ນຂອບທອງ) ແລະ ເມື່ອກ່ອນແມ່ນຍັງບໍ່ມີກົດໝາຍໃຫ້ເອົາໃບອະນຸຊຍາດປຸກສ້າງເທືອ, ປະຈຸບັນພາກລັດແມ່ນ ໄດ້ໄລ່ ປະຊາຊົນອອກຈາກດິນຕອນດັ່ງກ່າວໂດຍຈະ ບໍ່ມີການຊ່ວຍເຫລື່ອຜູ້ຖຶກຜົນກະທົບແຕ່ຢ່າງໃດ. ນີ້ທ່ານຄິດວ່າປະຊາຊົນໄດ້ຮັບຄວາມຍຸດຕິທຳແລ້ວ ບໍ່?.ຊ່ວຍໃຫ້ຄຳເຫັນແດ່ເພື່ອນເອີຍ. ຂ້ອຍຄິດວ່າການພັດທະນາຕ້ອງແມ່ນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂື້ນກວ່າເກົ່າແມ່ນບໍ່. ແຕ່ນີ້ແມ່ນເຮັດໃຫ້ປະຊາຊົນຂາດທທີ່ຢູ່ອາໃສ, ຂາດທີ່ທຳມາຫາກິນ, ມັນບໍ່ສົມເຫດສົມຜົນເລີຍ. |
|
![]() ທີ່ໃດມີການກົດຂີ່ ທີ່ນັ້ນມີການຕໍ່ສູ້ ຊຸນຍັດເຊນນຳພາປະຊາຊົນຕໍ່ສູ້ ປະຕິວັດ ເພາະຍາກໃຫ້ປະຊາຊົນຢູ່ດີ ມີສຸກ ບໍ່ມີການກົດຂີ່ຂົ່ມເຫງ ອອງຊານຊູຈີກະເຊັ່ນດຽວກັນ ຢາກໄດ້ປະຊາທິປະໄຕ ຫລຸດພົ້ນຈາກການ ຂົ່ມເຫງຂອງລັດທະບານທະຫານ ............. ສ່ວນລາວດີລະຕິເບາະຊ່ຳນີ້ ລັດເພິ່ນກະດີຢູ່ເດ ຊັງແຕ່ໂກງຫັ້ນແຫລະ???
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
![]() ດີແບບໃດ, ກໍ່ຍັງຄ້າຍຄືກັບລະບອບອາດຍາສິດຢູ່ນ່າເພາະວ່າຜູ້ນ້ອຍເວົ້າໄປຜິດສະເໝີ, ແຕ່ຜູ້ໃຫຍ່ເວົ້າແນວໃດກໍ່ສຳຄັນກວ່າເຊັ່ນ: 1+1=ຕາມໃຈຜູ້ສັງ, ແຕ່ຄວາມຈິງໃນໂລກຄະນິດສາດເທົ່າກັບ 1. ຈະໃຫ້ຕໍ່ສູ້ແບບໃດ, ກະດູນາບອກວິທີແດ່. |
|
![]() ນີ້ແຫລະໂຄງການລັດຖະບານ |
|
![]() ໜ້າຈະໃຫ້ເງີນຊົດເຊຍແດ່ເນາະ ຫຼືຕ້ອງຈັດຫາທີ່ທາງໃຫ້ເຂົາເຈົ້າໃໝ່ ໄດ້ຢູ່ໄດ້ເຮັດກິນ ຫຼືໜ້າຈະສ້າງເສ້ນທາງອອກໄປນອກເຂດຊຸມຊົນ ເພື່ອຈະເປັນການກະຈາຍເສ້ນທາງໂດຍຮອບ ເພື່ອເສດຖະກິດຈະໄດ້ຂະຍາຍອອກໄປຄອບຄຸມພື້ນທີ່ໂດຍຮອບ
♥ (◕‿◕)♥ MuSiC = LiFE --->> GuiTaR = B --->> CaMeRa = Pp --->> B&Pp = PLaiFuNH --->> 4EVER LUV ♥ (◕‿◕)♥
|
|
![]() ເວົ້າຄື bpp ນີ້ກະຄືການພັດທະນາແດ່. ຊຶ່ງ bpp ໄດ້ເວົ້າວ່າ:ໜ້າຈະໃຫ້ເງີນຊົດເຊຍແດ່ເນາະ ຫຼືຕ້ອງຈັດຫາທີ່ທາງໃຫ້ເຂົາເຈົ້າໃໝ່ ໄດ້ຢູ່ໄດ້ເຮັດກິນ ຫຼືໜ້າຈະສ້າງເສ້ນທາງອອກໄປນອກເຂດຊຸມຊົນ ເພື່ອຈະເປັນການກະຈາຍເສ້ນທາງໂດຍຮອບ ເພື່ອເສດຖະກິດຈະໄດ້ຂະຍາຍອອກໄປຄອບຄຸມພື້ນທີ່ໂດຍຮອບ |
|
![]() ທຸກການປຸກສ້າງທີ່ເກີດກ່ອນມີໂຄງການ ລັດຕ້ອງໃຫ້ບໍລິສັດຮັບເໝົາຊົດເຊີຍໃຫ້ປະຊາຊົນ ມັນຈຶ່ງຍຸດຕິທຳສຳລັບເຂົາເຈົ້າ ເພາະກົດໝາຍກ່ຽວກັບຂອບເຂດທາງທີ່ໄດ້ແຈ້ງປະຕິບັດແຕ່ປີ 1994 ນັ້ນ ຮອດປັດຈຸບັນ ຍັງບໍ່ເຫັນໄປເຜີຍແຜ່ຮອດບ້ານເລີຍ 18 ປີແລ້ວເດີທີ່ມີກົດໝາຍນີ້ ແຕ່ປະຊາຊົນຍັງບໍ່ຮູ້ເນື້ອໃນຊ້ຳ. ສໍ່າລົງໜັງສືພິມຫັ້ນຫວະ ບໍ່ຮູ້ວ່າພວກທີ່ບໍ່ໄດ້ເຮັດການໃນບ້ານ ໜື່ງໆ ໄດ້ອ່ານຮອດ 5 ຄົນຫຼືບໍ່? ຍິ່ງໄປກວ່ານັ້ນ ຖາມນາຍບ້ານຍັງບໍ່ຮູ້ເລື້ອງກົດໝາຍທາງຫຼວງເລີຍ ຫຼັບຕາອັດຫູເຊັນໃບຊື້ຂາຍ ທີ່ດິນໃຫ້ເຂົາ, ບາດສ້າງທາງມາມັນກໍ່ເປັນແບບນີ້ລະ ລັດຕ້ອງຊົດເຊີຍໃຫ້ ຍ້ອນອຳນາດລັດທີ່ເປັນນາຍບ້ານບໍ່ປະຕິບັດກົດໝາຍ ![]() ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ chitvilay ຂຽນວ່າ... ທຸກການປຸກສ້າງທີ່ເກີດກ່ອນມີໂຄງການ ລັດຕ້ອງໃຫ້ບໍລິສັດຮັບເໝົາຊົດເຊີຍໃຫ້ປະຊາຊົນ ມັນຈຶ່ງຍຸດຕິທຳສຳລັບເຂົາເຈົ້າເພາະກົດໝາຍກ່ຽວກັບຂອບເຂດທາງທີ່ໄດ້ແຈ້ງປະຕິບັດແຕ່ປີ 1994 ນັ້ນ ຮອດປັດຈຸບັນ ຍັງບໍ່ເຫັນໄປເຜີຍແຜ່ຮອດບ້ານເລີຍ 18 ປີແລ້ວເດີທີ່ມີກົດໝາຍນີ້ ແຕ່ປະຊາຊົນຍັງບໍ່ຮູ້ເນື້ອໃນຊ້ຳ. ສໍ່າລົງໜັງສືພິມຫັ້ນຫວະ ບໍ່ຮູ້ວ່າພວກທີ່ບໍ່ໄດ້ເຮັດການໃນບ້ານ ໜື່ງໆ ໄດ້ອ່ານຮອດ 5 ຄົນຫຼືບໍ່? ຍິ່ງໄປກວ່ານັ້ນ ຖາມນາຍບ້ານຍັງບໍ່ຮູ້ເລື້ອງກົດໝາຍທາງຫຼວງເລີຍ ຫຼັບຕາອັດຫູເຊັນໃບຊື້ຂາຍ ທີ່ດິນໃຫ້ເຂົາ, ບາດສ້າງທາງມາມັນກໍ່ເປັນແບບນີ້ລະ ລັດຕ້ອງຊົດເຊີຍໃຫ້ ຍ້ອນອຳນາດລັດທີ່ເປັນນາຍບ້ານບໍ່ປະຕິບັດກົດໝາຍ ແມ່ນຄວາມຈິງລະ, ການພັດທະນາຕ້ອງເບິງທີ່ຄວາມຍຸງຍາກລຳບາກຂອງປະຊາຊົນແດ່ແນາະຈິ່ງຈະເປັນການພັດທະນາທີ່ດີ ແລະ ຍືນຍົງ |