ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ໄດ້ຕົວເລກໄປຮຽນ ແຕ່ບໍ່ໄດ້ເງິນໄປຮຽນ

໑໓ ກະທູ້
໒໒໕ ໂພສ
ນັກການກະທູ້
ຮຽນກະພໍໍໃຊ້ ຈົບມາໄດ້ຕົວເລກໄປຮຽນ ການຕະຫຼາດ ແຕ່ເສດຖະກິດຄອບຄົວບໍ່ອຳນວຍຄວາມສະດວກ ຂ້ອຍລະເມື່ອຍບໍ່ຮູ້ຊິແກ້ແນວໃດ
ຄັນໄປຮຽນພໍ່ແມ່ ກະຫາເງິນສົ່ງບໍ່ໄດ້ ອາຊີບພັດປະຊາຊົນຫາເຊົ້າກິນຄ່ຳ ຕົວເລກບ່ອນຊິໄປຮຽນກະຢູ່ໄກ ຈ້າງຄ່າລົດໄປ 120,000ກີບ. ຄິດແລ້ວຂ້ອຍເຈັບຫົວ ຈັກຊິເຮັດແນວໃດ


໔ ກະທູ້
໓໔໔ ໂພສ
ຊຳນານການເວັບບອດ
ຮຽນ ແລະເຮັດວຽກໄປພ້ອມ ປະມານວ່າເປັນເດັກເສີມ ເຮັດທຸກຢ່າງເພື່ອໃຫ້ໄດ້ເງິນ (ບໍ່ແມ່ນໄປຂາຍໂຕ, ໄປລັກ ຫລືທຳຜິດກົດໝາຍ)
ຢູ່ລອດແນ່ນອນ ເຈົ້າຍັງດີທີ່ຮຽນພາຍໃນປະເທດ ຂ້ອຍຍັງຮຽນຢູ່ປະເທດອື່ນອີກ ທຶນໂຕເອງ ກະຍັງຢູ່ລອດ
ໄປຄິດຫຍັງຫລາຍເປັນຄົນຄຳດຽວຄື: ສູ້...


໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກິນຢາ4ເມັດ. ຂະຫຍັນ1ຊື່ຊັດ2ປະຍັດ3ອົດທົນ4!
ຂໍເປັນກຳລັງໃຈໃຫ້ເດີ!


໑໓ ກະທູ້
໒໒໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ dee99 ຂຽນວ່າ...
ຮຽນ ແລະເຮັດວຽກໄປພ້ອມ ປະມານວ່າເປັນເດັກເສີມ ເຮັດທຸກຢ່າງເພື່ອໃຫ້ໄດ້ເງິນ (ບໍ່ແມ່ນໄປຂາຍໂຕ, ໄປລັກ ຫລືທຳຜິດກົດໝາຍ)
ຢູ່ລອດແນ່ນອນ ເຈົ້າຍັງດີທີ່ຮຽນພາຍໃນປະເທດ ຂ້ອຍຍັງຮຽນຢູ່ປະເທດອື່ນອີກ ທຶນໂຕເອງ ກະຍັງຢູ່ລອດ
ໄປຄິດຫຍັງຫລາຍເປັນຄົນຄຳດຽວຄື: ສູ້...

ຂອບໃຈ


໑໓ ກະທູ້
໒໒໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ WWWGO ຂຽນວ່າ...
ກິນຢາ4ເມັດ. ຂະຫຍັນ1ຊື່ຊັດ2ປະຍັດ3ອົດທົນ4!
ຂໍເປັນກຳລັງໃຈໃຫ້ເດີ!

ຂອບໃຈ ຊິພະຍາຍາມ


໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ມາແລ້ວກະເຮັດທຸກຢ່າງເພຶ່ອໃຫ້ໄດ້ເງິນ ຍົກເວ້ນເລຶ່ອງຜິດກົດໝາຍບ້ານເມືອງ

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໓໒ ກະທູ້
໒໘໒ ໂພສ
ຊຳນານການເວັບບອດ
ອົດທົນຮຽນຈົບພັດຍັງຊອກວຽກເຮັດອີກ ໄດ້ຈ້າງເຂົ້າຫຼາຍເຕີບ ກໍ່ນ່າເຫັນໃຈຢູ່!
ຍາກຫຼາຍໄປເຮັດນາຢູ່ບ້ານນຳພໍ່ແມ່ສາ...ເພາະຮຽນຈົບມາກໍ່ກິນເຂົ້າຄືກັນ! ປະຣິນຍາເອກຍັງຊື້ເຂົ້າກິນ.
ຫຼືວ່າແນວໄດ?


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ອົດທົນເອົາເດີເພາະພໍ່ແມ່ເຮົາແມ່ນວິລະບຸລຸດເດີນດິນເປັນກະດູກຂ້າງຂອງຊາດ. ດັ່ງນັ້ນຮຽນໄປເມື່ອຍແລ້ວກະພັກ, ຈັກໜ່ອຍຈິ່ງໄປຕໍ່,ສູ້ໆໆໆ.


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ

ເມື່ອມີໂອກາດຮຽນກໍ່ຈົງຕັ້ງໃຈຮຽນຢ່າເຮັດໃຫ້ພໍ່ແມ່ຜິດຫວັງ
ຈົງທ່ອງຄຳນີ້ໃຫ້ຂື້ນໃຈ
ແລະຢ່າຄິດວ່າຈົບມາຈະຫາວຽກຍາກເລື່ອງນັ້ນມັນເປັນເລື່ອງຂອງອານາຄົດ
ເຮົາຕ້ອງຄິດແຕ່ວ່າເມື່ອຮອດມື້ນັ້ນເຮົາຕ້ອງໃຫ້ພໍ່ແມ່ເຫັນໃບປະກາດໃດ້
ເປັນກຳລັງໃຈໃຫ້ເດີສູ້ໆ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາມຮຽນທຸກຄົນລ້ວນແຕ່ຕ້ອງໄດ້ອົດທົນ ແລະຜ່ານຜ່າໄປໃຫ້ໄດ ຈຸດຫມາຍຫລັກຄືຄວາມຮູ້ ແລະໃບປະກາສະນິຍະບັດຫັ້ນແລະ


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ເຮັດວຽກໄປນຳ ກໍ່ພໍໄດ້ໃຊ້ຈ່າຍກຸ້ມຕົນເອງຢູ່ດອກ
ຕັດສິນໃຈໄປຮຽນໂລດ ເພື່ອອະນາຄົດທີ່ດີກວ່າ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໑໓ ກະທູ້
໒໒໕ ໂພສ
ນັກການກະທູ້








໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປເປັນສັງກະລີຢູ່ວັດ


໖ ກະທູ້
໙໗ ໂພສ
ນັກການກະທູ້
ຫນ້າເສຍດາຍເນາະຫນ້າເຫັນໃຈອີກແຕ່ຂ້າພະເຈົ້າມີ້ແນະນຳຄື
ຢ່າທໍ້ແທ້ຮຽນໄປນຳເຮັດວຽກໄປນຳກາພໍມີທາງລອດຢ່າງຫນ້ອຍກາໄດ້ທືນ
ບໍ່ໄດ້ເສຍຄ່າເທີມມີຫລາຍຄົນກໍ່ເປປັນແບບນີ້
ແຕ່ອີກທາງຫນື່ງກໍ່ຄືໄປຂໍອາໃສຢູ່ນຳວັດຕ່າງໆກໍ່ໄດ້ພຽງດຸຫມັ່ນ
ແມ່ນເອົາຕົວລອດໄດ້ຢູ່ແລ້ວຮຽນຈົບມາເຮົາອາດຈະໄດ້ປະລີນຍາທັງສອງໄບ
ໄດ້ທັງປະລີນຍາຊີວິດແລະໃບປະກາດຢ່າຖີ້ມໂອກາດເດີ

ໃຜສໍ້ລາດບັງຫລວງຂໍໃຫ້ມັນຈົ່ງຢ່າໄດ້ພົບກັບຄວາມສຸກກິນບໍ່ໄດ້ຢູ່ບໍ່ເປັນໃຫ້ມັນຮ້ອນມັນຮົນໃນອົກຄືກັບຖຶກໄຟລົນ

໑໓ ກະທູ້
໒໒໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ lanxang ຂຽນວ່າ...
ຫນ້າເສຍດາຍເນາະຫນ້າເຫັນໃຈອີກແຕ່ຂ້າພະເຈົ້າມີ້ແນະນຳຄື
ຢ່າທໍ້ແທ້ຮຽນໄປນຳເຮັດວຽກໄປນຳກາພໍມີທາງລອດຢ່າງຫນ້ອຍກາໄດ້ທືນ
ບໍ່ໄດ້ເສຍຄ່າເທີມມີຫລາຍຄົນກໍ່ເປປັນແບບນີ້
ແຕ່ອີກທາງຫນື່ງກໍ່ຄືໄປຂໍອາໃສຢູ່ນຳວັດຕ່າງໆກໍ່ໄດ້ພຽງດຸຫມັ່ນ
ແມ່ນເອົາຕົວລອດໄດ້ຢູ່ແລ້ວຮຽນຈົບມາເຮົາອາດຈະໄດ້ປະລີນຍາທັງສອງໄບ
ໄດ້ທັງປະລີນຍາຊີວິດແລະໃບປະກາດຢ່າຖີ້ມໂອກາດເດີ


ຂອບໃຈຊຶ້ງໆ