ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ໝູ່ເພື່ອນພັນລາວມີຄຳອວຍພອນແບບໃດເມື່ອແຟນບອກເລີກ

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ເມື່ອແຟນບອກເລີກໝູ່ເພື່ອນມີຄຳອວຍພອນແບບໃດ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ສຳລັບຂ້ອຍລະແມ່ນ

ຂໍໃຫ້ຄົນນັ້ນຮັກເພິ່ນຫຼາຍກວ່າເຂົາຮັກເພິ່ນ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ບໍ່ຮູ້ເດ ບໍ່ເຄີຍບອກເລີກໃຜ ແລະບໍ່ເຄີຍຖືກໃຜບອກເລີກ ມີແຕ່ຢູ່ຫ່າງໆກັນໄປ ແລ້ວກະເຊົາຕິດຕໍ່ກັນເລີຍ

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນີ້ກະບໍ່ ຮູ້ ບໍເຄີຍມີປະສົບການເທືອ່
ແຕ່ ຫາກມັນເກີດຂື້ນກັບໂຕເອງກໍ່ຈະບອກວ່າ

ຂໍໃຫ້ໂຊກດີ ມີໄຊ ມີຄວາມສຸກສົມຫວັງເດີ ບໍ່ຕ້ອງເປັນຫວງ ແລະ ບໍ່ຕ້ອງສົງສານເຮົາ
ເຮົາກໍ່ຈະໃຊ້ຊີວິດ ຢ່າງມີຄວາມສຸກ ຄືເກົ່າ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໖ ກະທູ້
໒໙໒ ໂພສ
ນັກການກະທູ້
ໂຊກດີເດີ!
ຂໍໃຫ້ສົມຫວັງໃນຄວາມຮັກຄັ້ງຕໍ່ໄປ

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຟນບອກເລີກ ນີ່ ມັນກະເສຍໃຈລະເນາະ ໃຫ້ອວຍພອນນີ້ ຕ້ອງແມ່ນແນວປະຊົດປະຊັນຫລາຍກ່ວາ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຟນບອກເລີກ ລະໃຫ້ມີຄຳອວຍພອນ ຕັ້ງສະຕິດີດີກ່ອນຕັ້ງກະທູ້

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງ່າຍໆ ບອກເຂົາໄປເລີຍວ່າ "ຂໍໃຫ້ທີ່ຮັກ ແລະລູກໃນທ້ອງຈົ່ງໂຊກດີ"
ຈົບ!


໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ
ບອກໄປເລີຍວ່າ ຂອບໃຈທີ່ເລີກກັນ ກຳລັງຫາຄົນໃໝ່ຢູ່ພໍດີ ອິໆໆໆໆໆ

ສອຍໆ ຄຸສອງໜ່ວຍ ເປັນຫາບ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີທາງວ່າຈະໄປອວຍພອນ ບໍ່ສົນໃຈ ບໍ່ແລຮອດໜ້າ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໃຈທີ່ເຈົ້າອອກໄປຈາກຊີວິດຂ້ອຍເສຍທີ



໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍອວຍພອນໃຫ້,,,,,,,,,,ມັນແລ້ວ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໒ ກະທູ້
໘໘ ໂພສ
ຂາປະຈຳເວັບບອດ
ຂອບໃຈທີ່ເຄີຍເປັນສ່ວນໜື່ງຂອງຊີວິດຂ້ອຍ


໑໗ ກະທູ້
໑໕໙ ໂພສ
ນັກການກະທູ້
ກໍ່ເລີກກັນແລ້ວ ໃຫ້ມັນຈົບໆໄປ
ກໍ່ເລີກກັນແລ້ວ ເລື້ອງເດີມບໍ່ຕ້ອງແຄ
ບໍ່ເຄີຍຈະເຫງົາ ເພາະຂ້ອຍມີໂຕຂ້ອຍເອງດູແລ
ຄົນທີ່ແພ້ ກໍ່ຕ້ອງດູແລ ໂຕເອງ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມເມື່ອເຈົ້າເລືອກທາງທີ່ດີກ່ວາແລ້ວກະໄປຊະ! ແຕ່ຢ່າຫວັງກັບມາກິນນ້ຳບວກເກົ່າ...


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປ ຕາຍ ຊະ
(ໃນໃຈຢາກບອກແນວນີ້ ແຕ່ກະບໍ່ເຄີຍເວົ້າດອກ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ gt701 ຂຽນວ່າ...
ໄປ ຕາຍ ຊະ
(ໃນໃຈຢາກບອກແນວນີ້ ແຕ່ກະບໍ່ເຄີຍເວົ້າດອກ


ໂດນໃຈ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຢ່າກັບຄືນມາອີກເດີ ໃຫ້ເຈົ້າຮັກຄົນໃໝ່ໃຫ້ຫຼາຍ222222


໕ ກະທູ້
໓໐໓ ໂພສ
ຊຳນານການເວັບບອດ
ຢາກບອກວ່າ ຂອບໃຈ

ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ