ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ເປັນຫຍັງບັນດາຮ້ານອາຫານ ແລະ ຮ້ານບັນເທີງຈື່ງບໍ່ມັກເປີດເພັງລາວ

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຂ້ອຍກໍ່ແມ່ນຄົນໜື່ງທີ່ໄດ້ພົບພໍ້ເລື່ອງທີ່ປາກຈົນບໍ່ອອກ.ເລື່ອງມີຢູ່ວ່າ: ກະມີຫຼາຍຄັ້ງຫຼາຍເທື່ອທີ່ໄດ້ຮ່ວມງານກັບຄົນຕ່າງປະເທດ ແລະ ກະເຄີຍພາພວກເພີ່ນໄປຮັບປະທານອາຫານ ຫຼື ໄປນຳພວກເພີ່ນກະວ່າໄດ້.ບໍ່ວ່າຈະເປັນອາຫານທ່ຽງ ແລະ ອາຫານແລງ,ກໍ່ໄດ້ໄປຮັບປະທານນຳພວກເພີ່ນຕະຫຼອດ,ແລ້ວກໍ່ໄດ້ໄປຫຼາຍໆຮ້ານໃນນະຄອນຫຼວງວຽງຈັນ,ແຖວໆແຄມຂອງກະໄດ້ໄປເກື້ອບໝົດ.ກະມີມື້ໜື່ງແຂກເພີ່ນລະຖາມຂ້ອຍວ່າ:ຄົນລາວຄືບໍ່ມັກຟັງເພງລາວເນາະ.ໄປຮ້ານໃດຂ້ອຍຄືໄດ້ຍິນແຕ່ເພງຕ່າງປະເທດ. ລາວຖາມຂ້ອຍຈັ່ງຊີ້ແລະ.ຂ້ອຍກະອື້ງຢູ່ດົນເຕີບແລ້ວຈື່ງບອກເພີ່ນໄປວ່າທາງຮ້ານເຂົາເປີດເປັນເວລາ,ເພງລາວເປີດຕອນໜື່ງ ແລະ ເພງຕ່າງປະເທດເປີດຕອນໜື່ງ ກະໄດ້ແກ້ໜ້າໄປແນວນີ້ແລະເພື່ອໆເອີຍ.


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍ້ດີ: ຟັງເພື່ອໃຫ້ມ່ວນຊື່ນ, ຖອດຖອນບົດຮຽນ, ບັນຍາກາດອາລົມແບບໃໝ່ ຫຼາຍສະຕາຍ ບໍ່ຄືກັນ...
ຂໍ້ເສຍ: ເຮັດໃຫ້ຄົນບໍ່ນິຍົມຄວາມເປັນຊາດຂອງຕົນເອງປານໃດ ອິອິອິ..........


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນີ້ມັນຢູ່ທີ່ການຮັບຂ່າວສານ ເຮົາເບິ່ງແຕ່ຊ່ອງໄທ ເຮົາກະຝັງເພງໄທ
ເຮົາເບິ່ງຊ່ອງຫວຽດເຮົາກະມັກເພງຫວຽດ
ເພງສະຕິງລາວເອງກະບໍ່ດັງປານໃດ ສູ້ເພງລູກທົ່ງລາວບໍ່ໄດ້
ຂີ້ໂມ້, ປາຄໍ່ໃຫຍ່, ສາວຫົວພັນ ........


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອື່ມ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ອັນນີ້ມັນຢູ່ທີ່ການຮັບຂ່າວສານ ເຮົາເບິ່ງແຕ່ຊ່ອງໄທ ເຮົາກະຝັງເພງໄທ
ເຮົາເບິ່ງຊ່ອງຫວຽດເຮົາກະມັກເພງຫວຽດ
ເພງສະຕິງລາວເອງກະບໍ່ດັງປານໃດ ສູ້ເພງລູກທົ່ງລາວບໍ່ໄດ້
ຂີ້ໂມ້, ປາຄໍ່ໃຫຍ່, ສາວຫົວພັນ ........

+1

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຄິດວ່າເຂົາເປີດເພງສາກົນໄຫ້ເຂົ້າກະບັນຍາກາດຮ້ານ ກິນສະປາເກັດຕີ້ ສະລັດທູນ່າ ສະເຕັກແກະ ພັດຟັງເພງ ສາວບ້ານເວີນຂາຍເຫຼ້າ ຫຼື ລຳວັງມັນກະບໍ່ເຂົ້າກັນຫັ້ນນ່າ ແຕ່ຮ້ານເບຍນີ່ສ່ວນຫຼາຍກະໄທຍນັ້ນລະ ເປີດເອາໃຈລູກຄ້າ ແຕ່ບຸນບ້ານນີ່ ເອເລັກໂທນຕ້ອງລາວລ້ວນໆໆ ມາຊວດໆ ກັນເດີ້ພີ່ນ້ອງ ຂ້ອຍແທ້ ຕ້ອງເກົາຫຼີ ແຫລະ ອິນເທຮນດີ ແຕ່ເປັນເກົາຫຼີ ເໜືອ ເດີ້ ອິອິອິ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນເຮີ່ນຳໂທລະທັດໄທ, ເພງໄທອາດຈະຫຼາຍກວ່າເພງລາວທີ່ອອກມາ ແຕ່ລະຊຸດ ດັ່ງນັ້ນ ຕາມຮ້ານຈະຂັດເອົາເພງດັງຢູ່ແຖວໜ້າມາເປີດ ໃຫ້ເຂົ້າບັນຍາກາດ ດັ່ງນັ້ນອັດຕາສ່ວນເພງ ລາວຈຶ່ງມີໜ້ອຍກວ່າ.
ບໍ່ວ່າແຕ່ເພງ ພາສາຂຽນຄືກັນ ພາສາເວົ້າ ຍັງເຫັນຫຼາຍຢູ່ສັງຄົມລາວປະຈຸບັນ ພາສາກໍ່ຢືມເຂົາມາໃຊ້ ທັ້ງໆ ເຮົາກໍ່ມີຢູ່ເຊັນ:
ບົນ =ເທິງ,
ແຄ່ນີ້ =ເທົ່ານີ້
ເທ່ =ເຈົ້າຊູ້
ເຈົ້າຊູ້ = ມັກຫຼີ້(ສາວ)
ຈ່າ = ເຈົ້າ (ຍິງ)
ແລະອື່ນໆ, ບາງເທືອບ່າວສາວ ມີຄຳຄົມໃສ່ກັນ ສັດເປັນພາສາໄທຕາມມືຖືຕ່າງໆ ແຕ່ຂຽນ ພັດເປັນອັກສອນລາວ ເປັນຫຍັງບໍ່ ເວົ້າເປັນພາສາລາວ . ເຮັດແນວນັ້ນຄິດວ່າ ເປັນການບໍ່ສ້າງສັນຊາດໂຕເອງ, ເພາະສຸພາສິດກ່າວວ່າ "ພາສາບອກຊາດ ມາລາຍາດບອກຕະກຸນ" ທຸກຄົນລະວັງ ບັນພະບູລຸດເຮົາກ່າວໄວ້ວ່າ "ເສຍວັດທະນະທຳແມ່ນເສຍຊາດ"





໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພັງຫັຍງກາຟັງໄດ້ໝົດຄົນລາວນາ


໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຂໍ້ດີ: ຟັງເພື່ອໃຫ້ມ່ວນຊື່ນ, ຖອດຖອນບົດຮຽນ, ບັນຍາກາດອາລົມແບບໃໝ່ ຫຼາຍສະຕາຍ ບໍ່ຄືກັນ...
ຂໍ້ເສຍ: ເຮັດໃຫ້ຄົນບໍ່ນິຍົມຄວາມເປັນຊາດຂອງຕົນເອງປານໃດ ອິອິອິ..........



ເຫັນດ້ວຍ

ພັນທະຫົວໃຈ::

໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ຄັນຊິແຕ່ຟັງລາວມັນກະບໍ່ຢາກເຂົ້າກັບບັນຍາກາດໃນຮ້ານ ອັນນີ້ກະບໍ່ຮູຸ້ດີປານໃດທາງທີ່ດີໄປຖາມເຈົ້າຂອງຮ້ານໃຫ້ເຊົາສົງໃສເລີຍ ຈົບປະ


໒ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ມັນກະຫຼາຍປັດໃຈ:-ບັງເອີນເພັງເພື່ອນບ້ານທີ່ສາມາດເຂົ້າໃຈພາສາກັນດີ,- ວົງການເພັງເຂົາມັນມາກ່ອນເຮົາ ຂອງເຮົາຫາກກໍ່ເລີ່ມເກີດ,- ຢາກໃຫ້ບັນຫານີ້
ຄ່ອຍຕົກໄປກໍມີແຕ່ວ່າປັບປຸງວົງການເພັງລາວໃຫ້ທຽບທັນເຂົາຫຼືເກັ່ງກວ່າເຂົາ,-ຫັນປ່ຽນລົດສະນິຍົມທັດສະນະຄະຕິໃໝ່ແລະອື່ນໆ ບໍ່ຕ່າງຫຍັງກັບຊື່ຖະໜົນ
ຖະໜົນອາຊຽ່ນ,ຖະໜົນກຳແພງເມືອງ...ຄືບໍ່ລຶ້ງຫູປານໃດຄັນຖະໜົນ ເຕ່ສອງ,ຕ່າສີ່ຄືວ່າໃຄແດ່ເຄີຍຟັງມາແຕ່ໂດນແລ້ວວ່າຊັ້ນສະ!


໑໑ ກະທູ້
໑໔໖ ໂພສ
ນັກການກະທູ້
ກະວ່າຢູ່ໃດ ແຕ່ຄິດອີກຢ່າງ ເພງຕ່າງປະເທດ ເຊັ່ນໄທ ອອກມາເທື່ອໃດກະເປັນຮ້ອຍເປັນພັນໃນ 1ປີ ຟັງອັນໃໝ່ໄປເລື້ອຍໆ
ເພງລາວເດ ຈັກເພງອອກມາຫັ້ນ ເປີດມື້ໃດກະແມ່ນເພງເກົ່າບໍ່ຈັກເພງນິ ຖ້າລັດອອກກົດຄຸ້ມຄອງໃຫ້ລະບຽບກວ່ານີ້ ອອກເລີຍກົດບັງຄັບນະ ມັນຈັງຊິແມ່ນ ບໍ່ຊັ້ນກະຂໍຄວາມຮ່ວມມືໃຫ້ແຕ່ລະຮ້ານເປີດເພງລາວໃຫ້ຫຼາຍໆ
ອີຫຍັງກະບໍ່ເຮັດ ກະຄືອັນໃດເປັນຂອງຄົນລາວຄິດ ປະດິດ ສິນຄ້າ ວັດທະນະທຳ ການນຸ່ງຖື ກະໃຫ້ຫິບໄປຈົດລິຂະສິດຊະ ຈັງຊິມີອັນເປັນຂອງຄົນລາວເບິ່ງດຸ ໄທ ຈີນ ເອົາໄປໝົດແລ້ວ ຊາດແຕ່ເພງຊື່ໆ ເຂົາກະຍັງມາຊື້ໄປ ລະຈົດເປັນຂອງເຂົາ ລາວຮ້ອງກະວ່າມາຈັບ
ລະເມີດລິຂະສິດພັດວ່າ,,,ເຊັງໜ້າເບື່ອ

jidapha

໘ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ເຖິງແຟນຂ້ອຍຈະເປັນຄົນໄທ ແຕ່ຂ້ອຍເປັນຄົນຫນຶ່ງທີ່ບໍ່ມັກຟັງເພງໄທເລີຍ.....ຂ້ອຍມັກເພງລາວ ຈີນ ອັງກິດ ເກົາຫລີ
ເພງໄທໂດຍສະເພາະພວກກາມິກາເຊ່ ແຮງຟັງບໍ່ຮູ້ເລື່ອງ ຈັກແມ່ນມັນຮ້ອງຫຍັງຢູ່
ເພງໄທຟັງໄດ້ເປັນບາງເພງ

ທອມລາວຮັກດີ້ໄທ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ອັນນີ້ມັນຢູ່ທີ່ການຮັບຂ່າວສານ ເຮົາເບິ່ງແຕ່ຊ່ອງໄທ ເຮົາກະຝັງເພງໄທ
ເຮົາເບິ່ງຊ່ອງຫວຽດເຮົາກະມັກເພງຫວຽດ
ເພງສະຕິງລາວເອງກະບໍ່ດັງປານໃດ ສູ້ເພງລູກທົ່ງລາວບໍ່ໄດ້
ຂີ້ໂມ້, ປາຄໍ່ໃຫຍ່, ສາວຫົວພັນ ........

+1


ແມ່ນແລະ ຂ້ອຍກະບໍ່ເຂົ້າໃຈຄືກັນພວກຮ້ອງເພງສະຕິງບ້ານເຮົາຄົນຮ້ອງມ່ວນໆຕາມງານຄອນເສີດຕ່າງໆແບບສຽງສົດໆເລີຍແມ່ນມີໜ້ອຍ
ສ່ວນຫລາຍສຽງພ້ຽນ ຈັກວັກຂື້ນ ວັກລົງບໍ່ຮູ້ ບາງຄົນຜູ້ຟັງພໍກັ້ນໃຈນຳຍ້ານນັກຮ້ອງ ຮ້ອງເພງບໍ່ຈົບ


໒໕ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ຄິດວ່າມັນກະແລ້ວແຕ່ເຫດຜົນຂອງຜູ້ຕອບເນາະ..

ຖ້າເປັນເຈົ້າຂອງຮ້ານ ເຂົາກະເປີດຕາມໃຈລູກຄ້າປະເພດໃດ..ເຂົາມັນແນວໃດ..ຈະມີລູກຂ້າເຂົ້າຮ້ານຫຼາຍ. ອີກຢ່າງໜື່ງເພາະເພງໂຕມັນບໍ່ນີຍົມຊີໃຫ້ເຂົ້າເປົດ ລູກຄ້າກະໜີໝົດ.
ອີກສ່ວນໜື່ງ ບໍ່ມີລະບຽບກໍານົດໃຫ້ເປີດເພງປະເພດໃດ ຫລື ເວລາໃດເດະ... ຂະໜາດເຈົ້າໜ້າທີ່ພະນັກງານໄປກິນ ເຂົາຍັງຂໍເພງໄທ...
ບໍ່ເຫັນຂໍເພງລາວຈັກເທື່ອ.

ແຕ່ເພງສະຕິງລາວ..ບາງຮ້ານກະຄ່ອຍໆ ເປີດເພງລາວລະເດະ...ສີ່ງສໍາຄັນ ທຸກໆຄົນຄວນລອງມາຟັງເພງລາວໃຫ້ຫຼາຍຂື້ນຈະດີກວ່າ. ສ່ວນຕົວມັກເພງເກົ່າໆ, ຫວານໆ.

ດຽວມັນກະພັດທະນາໄປເອງ. ດັ່ງຄໍາເວົ້າທີ່ວ່າ ນະຄອນ Rome ບໍ່ໄດ້ສ້າງຂື້ນໃນມື້ດຽວ.

ຂອບໃຈ.



ອ້າງເຖິງຂໍ້ຄວາມຈາກ stenven ຂຽນວ່າ...
ຂ້ອຍກໍ່ແມ່ນຄົນໜື່ງທີ່ໄດ້ພົບພໍ້ເລື່ອງທີ່ປາກຈົນບໍ່ອອກ.ເລື່ອງມີຢູ່ວ່າ: ກະມີຫຼາຍຄັ້ງຫຼາຍເທື່ອທີ່ໄດ້ຮ່ວມງານກັບຄົນຕ່າງປະເທດ ແລະ ກະເຄີຍພາພວກເພີ່ນໄປຮັບປະທານອາຫານ ຫຼື ໄປນຳພວກເພີ່ນກະວ່າໄດ້.ບໍ່ວ່າຈະເປັນອາຫານທ່ຽງ ແລະ ອາຫານແລງ,ກໍ່ໄດ້ໄປຮັບປະທານນຳພວກເພີ່ນຕະຫຼອດ,ແລ້ວກໍ່ໄດ້ໄປຫຼາຍໆຮ້ານໃນນະຄອນຫຼວງວຽງຈັນ,ແຖວໆແຄມຂອງກະໄດ້ໄປເກື້ອບໝົດ.ກະມີມື້ໜື່ງແຂກເພີ່ນລະຖາມຂ້ອຍວ່າ:ຄົນລາວຄືບໍ່ມັກຟັງເພງລາວເນາະ.ໄປຮ້ານໃດຂ້ອຍຄືໄດ້ຍິນແຕ່ເພງຕ່າງປະເທດ. ລາວຖາມຂ້ອຍຈັ່ງຊີ້ແລະ.ຂ້ອຍກະອື້ງຢູ່ດົນເຕີບແລ້ວຈື່ງບອກເພີ່ນໄປວ່າທາງຮ້ານເຂົາເປີດເປັນເວລາ,ເພງລາວເປີດຕອນໜື່ງ ແລະ ເພງຕ່າງປະເທດເປີດຕອນໜື່ງ ກະໄດ້ແກ້ໜ້າໄປແນວນີ້ແລະເພື່ອໆເອີຍ.