ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ໃຜຮູ້ຊ່ວຍອະທຶບາຍໃຫ້ແນ່

໑໓ ກະທູ້
໒໒໕ ໂພສ
ນັກການກະທູ້
ການພົວພັນ ທາງກົງແລະທາງອ້ອມແມ່ນຫຍັງ?
ການພົວພັນພາຍນອກ ແລະ ພາຍໃນແມ່ນຫຍັງ?
ການພົວພັນທາດແທ້ ແລະ ບໍ່ແມ່ນທາດແທ້ແມ່ນຫຍັງ?
ການພົວພັນລ່ວມແລະສະເພາະແມ່ນຫຍັງ?

00000ຂອບໃຈລ່ວງໜ້າທຸກໆທ່ານ00000


໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ມັນຍາວໄປຫາເອົາຢູ່ຫໍສະຫມຸດກາງ
ຫລືມີຫມູ່ຮຽນການເມືອງປີ1 ປື້ມປີ1

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອອຍຈື່ບໍ່ໄດ້ດອກ ວິຊາປັດຊະຍາ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຖ້າຈະອະທິບາຍໃຫ້ລະອຽດມັນຍາວສະຫາຍ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຢາກກັບໄປຮຽນເດ້ ວິຊາສັງຄົມນິ


໑ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
มันเกี่ยวกับพระพุทธศาสนาหรือเปล่าคะ จากที่ดู คำถามมันน่าจะเกี่ยวกันหมด อยากรู้เพิ่มเติมลองดูนี่นะคะ >>> http://board.palungjit.com/f4/%E0%B8%9E%E0%B8%A3%E0%B8%B0%E0%B8%AA%E0%B8%B9%E0%B8%95%E0%B8%A3%E0%B9%80%E0%B8%A7%E0%B8%A2%E0%B8%AB%E0%B8%A5%E0%B9%88%E0%B8%B2%E0%B8%87-%E0%B8%AB%E0%B8%A1%E0%B8%A7%E0%B8%94%E0%B8%97%E0%B8%B5%E0%B9%88-5-%E0%B8%A7%E0%B9%88%E0%B8%B2%E0%B8%94%E0%B9%89%E0%B8%A7%E0%B8%A2-%E0%B8%98%E0%B8%BA%E0%B8%A2%E0%B8%B2%E0%B8%99%E0%B8%B0-336801.html

ป.ล. ขอให้เจอคำตอบที่ถูกต้องเร็วๆ โชคดีจ้า


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອະທຶບາຍ ຫຼື ອະທິບາຍ


໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ຄົນລະເລື່ອງກັບພຸດທະສາສາຫນາ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແນະນໍາໄປຖາມອາຈານເອົາເດີ ຄັນອະທິບາຍມັນຍາວໂພດ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຂໍມີສ່ວນຮ່ວມໜ້ອຍໜື່ງເດີ ຂພຈ ກະບໍ່ແມ່ນຄົນຮຽນຮູ້ປັສຍາມາແຕ່ໃສດອກ ແຕ່ພາຍຫຼັງໄດ້ໄດ້ອ່ານກະທູ້ຖາມຂອງເຈົ້າ ແລະ ກະພໍເຂົ້າໃຈແນ່ໜ້ອຍໜື່ງ ກະເລີຍມາຕອບບັນຫາໃຫ້ເຈົ້ານີລະ : ຕາມຄວາມເຂົ້າໃຈຂອງຂ້ອຍເດີ (1) ການພົວພັນທາງກົງ.ຍົກຕົວຢ່າງ ບໍລີສັດໃຫ່ຍໃດໜື່ງຮັບເໝົາກໍ່ສ້າງອັນໃດໜື່ງ.ຈະແມ່ນບໍລິສັດນັ້ນໂດຍກົງລົງໄປໃກ້ສິດຕິດແທດ,ໃຫ້ການເບີ່ງແຍງ.
ແລະ ຖ້າເປັນການພົົວພັນທາງອ້ອມ ແມ່ນຈະຜ່ານ ບໍລັດນ້ອຍໆຫຼາຍບໍ່ລີສັດນຳໄປກໍ່ສ້າງ .ໂດຍເຈົ້າຂອງໂຄງການແມ່ນບໍລິສັດໃຫ່ຍ.
(2) ການພົວພັນພາຍໃນ.ຍົກຕົວຢ່າງບ່ອນທີ່ເຈົ້າເຮັດວຽກຫຼືປະຈຳການ.ແມ່ນມີການພົວພັນຊ່ວຍເຫຼືອເຊີ່ງກັນແລະກັນໃນການແກ້ໄຂບັນຫາຕ່າງ ແລະ ການພົວພັນພາຍນອກ . ແມ່ນການພົວພັນກັບ ສຳນັກງານອົງການອື່ນໆທີ່ບ່ອນແມ່ນບ່ອນເຈົາເຮັດວຽກຢູ່.(3) ການພົວພັນທາດແທ້.ຍົກຕົວຢ່າງການພົວພັນຊ່ວຍເຫຼືອເຊີ່ງກັນແລະກັນລະຫວ່າງລາວ ແລະ ວຽດນາມ ຍາມໄດພັກ ແລະ ລັດ ທະບານທັງສອງປະເທດກໍ່ໃຫ້ການຊ່ວຍເຫຼືອເຊີ່ງກັນ ແລະ ກັນໂດຍບໍ່ຫວັງສີ່ງຕອບແທນ. ການພົວພັນບໍ່ແມ່ນທາດແທ້ ແມ່ນການພົວພັນຊ່ວຍເຫຼືອໂດຍມີສີ່ງຕອບແທນ .(4) ການພົວພັນລວມ.ກະຂໍຍົກການພົວພັນລະຫວ່າງລາວກັບວຽດອີກເດີ ແມ່ນການຮວ່ມມີຊ່ວຍເຫຼືອກັນທຸກດ້ານ. ການພົວພັນສະເພາະແມ່ນ ການພົວພັນ ສະເພາະດ້ານໃດດ້ານໜື່ງ


໑໓ ກະທູ້
໒໒໕ ໂພສ
ນັກການກະທູ້


໔ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ມັນແລ້ວແຕ່ກໍລະນີ ວ່າຢາກຮູ້ກ່ຽວກັບຫຍັງ ເຊັ່ນ: ການຄ້າ, ການທະຫານ, ການເມືອງ, ການປົກຄອງ ມັນຈະມີຄວາມຫມາຍຂອງແຕ່ລະອັນບໍ່ຄືກັນ


໕ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ຄ້າຍໆຄູ່ມາຕະເກນ ຂອງປັຊຍາ ມາກ-ເລນິນ ເນາະ ຈື່ບໍ່ໄດ້ແລ້ວ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຈື ວ່າ ວິຊາຫັຍງນະ???

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ