ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຄະແນນ ກັບ ຄວາມຮູ້ໃນຍຸກໂລກາພິວັດ

໒ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ຕາມກົດເກນຂອງຄວາມເປັນຈິງແລ້ວ ຄະແນນແມ່ນສິ່ງທີ່ຢັ້ງຢືນຫຼືວັດແທກຄວາມຮູ້ທີ່ເຈົ້າໄດ້ຮໍ່າຮຽນມາ ຖ້າໃຜເຄັ່ງຄັດປະຕິບັດຕາມກົດເກນນີ້ຖື
ວ່າເປັນຄົນປັນຍາຊົນທີ່ມີຄຸນນະພາບທີ່ສຸດ.ແຕ່ໜ້າວິຕົກທີ່ນັກສຶກສາພວກເຮົາສ່ວນຫຼາຍໃນປັດຈຸບັນຊຳຜັດຢາກໄດ້ແຕ່ຄະແນນບໍ່ວ່າຈະເປັນວິທີ
ທາງໃດເຊັ່ນ:ອາສັຍກ່າຍທຸກຮູບແບບ,ໃຊ້ເງິນເປັນໃບເບີກທາງເຂົ້າຫາອາຈານທີ່ສູນຫາຍຈັນຍາບັນທັງຫຼາຍແລະວິທີອື່ນໆຂໍແຕ່ໄດ້ຜ່ານ.
ທ່ານມີຄວາມເຫັນແນວໃດ?ມີວິທີທາງແກ້ພະຍາດນີ້ແນວໃດ?(ຕາມວິຈະລະຍານຂອງທ່ານ)


໑໐ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະເຄີຍໃຊ້ວິທີນີ້ ຄືກັນເພື່ອໃຫ້ຜ່ານໃນວິຊາທີ່ເສັງຕົກ
ເພາະບໍ່ຢາກເສຍເວລາຮຽນໃນວິຊາທີ່ບໍ່ມັກ


໑ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ເລື່ອງກ່າຍທຸກຮູບແບບຫັ້ນ ເອົາເປັນວ່າ ໃຜເຮັດໄດ້ກໍໄດ້ໄປຊະ ເພາະວ່າອາຈານກໍມີຄົນເຄັ່ງແລະບໍ່ເຄັ່ງ ຖ້າຄົນນັ້ນກ່າຍເກັ່ງແທ້ໆ ກໍໃຫ້ມັນຜ່ານໄປໂລດ ມັນກໍເປັນເທັກນິກໜຶ່ງໃນການຜ່ານການສອບເສັງ

ເລື່ອງກ່າຍທຸກຮູບແບບມັນກໍສົກກາປົກ ແຕ່ຍັງໄດ້ໃຊ້ຄວາມພະຍາຍາມ, ແຕ່ວ່າເລື່ອງໃຊ້ເງິນເປັນໂຕຜ່ານນິຕິ ມັນສະບາຍໂພດ ເຮັດຫຍັງບໍ່ເປັນ ກ່າຍກໍບໍ່ຈັກກ່າຍ ໝູ່ເອົາໃຫ້ກ່າຍກໍບໍ່ຮູ້ຈັກຂຽນ ເສັງມາລະຕົກ ແລ້ວເອົາເງິນໄປຜ່ານໃຫ້ໄດ້ເລື່ອນຊັ້ນ.

ພະຍາດພວກນີ້ເປັນພະຍາດ ຂີ້ຄ້ານ. ພະຍາດພວກນີ້ກໍແກ້ໄຂໂດຍການ: ຕົກ 1 ວິຊາ ໃຫ້ຮຽນຊັ້ນເກົ່າຄືນໝົດ, ເພີ່ມຄວາມເຂັ້ມງວດໃຫ້ອາຈານຍາມຫ້ອງເສັງ ແບບວ່າ ໃຜຈັບນັກກ່າຍໄດ້ລະໃຫ້ລາງວັນຫົວລະ ຫ້າສິບພັນ ຫຼື ແສນໜຶ່ງກໍວ່າກັນໄປ, ກວດສອບເຖິງຄຸນະພາບໃນການສິດສອນອາຈານເປັນປະຈຳ. ຄິດອອກແຕ່ 3 ຢ່າງ, ຢ່າງທຳອິດມັນຄົງຈະໂຫດຮ້າຍປ່າເຖື່ອນ ແຕ່ມັນກໍແລກມາດ້ວຍຄຸນະພາບທີ່ດີເດັ່ນ. ຕອນນີ້ປະເທດເຮົາຄົງຈະເນັ້ນປະລິມານ, ບໍ່ໄດ້ເນັ້ນຄຸນະພາບຕິເບາະ ມັນກໍເລີຍເປັນຈັ່ງຊີ້, ໃຜຢາກມີຄຸນະພາບກໍບຸກບືນເອົາຫັນແຫຼະ.