ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ທຶນນິຍົມ - ສັງຄົມນິຍົມ.

໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ປະເທດໃດມີການສະກັດກັ້ນການໂກງກິນດີກວ່າ?

ໃຫ້ຄຳຄິດເຫັນຊື່ໆ ( ຂໍອະໄພຖາມເລື່ອງການເມືອງຫຼາຍໄປແດ່ :)

_______________________________________________

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ເງີນໃຜກາຢາກໄດ້

໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ບໍ່ມີປະເທດໃດຂາວສະອາດ
ກູບາ ທີ 58
ຈີນ ທີ 80
ຫວຽດນາມ 123
ຂະເຫມນ 157
ລາວ 160
ພະມ້າ 172

http://www.transparency.org/cpi2012/results

໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ບໍ່ມີປະເທດໃດຂາວສະອາດ
ກູບາ ທີ 58
ຈີນ ທີ 80
ຫວຽດນາມ 123
ຂະເຫມນ 157
ລາວ 160
ພະມ້າ 172

[img][/img]

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ແມ່ນແຕ່ທໍ່ນັນ
ເຫດການຕ່າງໆມັນພົວພັນກັນໝົດເພາະມັນປານກັນກັບ ໄຍແມງມູມທີ່ຢັງໄປທົ່ວ..
ແລະທີ່ໂຕການໃຫຍ່ກະຄືໃນພັກທີ່ຄອງອຳນາດຫັ້ນ ຫາກຄົນໂຕຜິດ ແທນທີ່ຈະສົ່ງເຂົ້າຄຸກກັບສົ່ງໄປປະຈຳການບ່ອນອື່ນແນວວ່າຄົນໂຕ..
ແລະພຍາດຮ້າຍໂຕນີ້ແຫຼະທີ່ສ້າງເຄືອຂ່າຍການສໍ້ການໂກງກັນເປັນຕາໜ່າງເລີຍ.
ສົມກັບຄຳພັ່ງເພີຍທີ່ກ່າວໄວ້ວ່າ:ປາໃຫຍ່ກີິນປານ້ອຍ....``
ການກວດກາກະພຽງພໍຢູ່ດອກ ແຕ່ວ່າຫາກໄປກວດພໍ້ກຸ່ມດຽວໝູ່ດຽວກະເຂົ້າແບບວ່າ ມື ກັບມື ມັນຫາກລ້າງກັນເອັງ!!!
ແມ່ນໃຜເຫັນວ່າພັກການເມືອງທີ່ຄອງອຳນາດແມ່ນແຕ່ໃນລາວຕິຕຽນກັນເອັງແລະເອົາຜິດໝູ່ຄູ່ກັນເອັງ?

໐ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ລາວຄືມາທີ່ຫຼາຍແທະ ທີ່ຈິງແລ້ວ ຂໍ້ມູນດັ່ງກ່າວເຊື່ອຖືໄດ້ຍາກ ຖ້າເປັນຂ້ອຍເຮັດຂ້ອຍຊິໃຫ້ລາວ ໄດ້ທີ່1 ພຸ້ນແຫລະ ລະໃຫ້ ໄທ ຫຼືປະເທດທີ່ຂ້ອຍບໍ່ມັກ ເປັນທີ່ 100 ກາຊິເປັນຫຍັງ ອັນນັ້ນມັນເລື່ອງ ຂອງຂ້ອຍ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...

ແມ່ນແລ້ວມັນຄືຄວາມຈິງ ບ້ານເຮົາທຸກມື້ນີ້ມັນເປັນແນວນັ້ນແທ້

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ທ່ານພົນເອກ ວໍວັນຫຍາບ ວິລະຊົນຂອງຫວຽດນາມທີ່ຊະນະສົງຄົມຝລັ່ງ ແລະອາເມລິກາໄດ້ກ່າວໄວ່າ"ລັດທິຄອມມິວນິສເປັນໂລ້ປ້ອງກັນໃຫ້ແກ່ພວກທີ່ສໍ້ລາດບັງຫຼວງ" ວ່າຊັ້ນເດ!

໐ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ອາເມລິກາເວົ້າຂ້ອຍເຊື່ອ ແຕ່ທ່ານ ພົນເອກຂອງຫວຽດນາມເວົ້າ ເຈົ້າເອົາຫຍັງມາເປັນໂຕຢັ້ງຢືນເບິ່ງວ່າ ລາວເປັນຄົນເວົ້າ.

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍມີໂອກາດ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ soulivong ຂຽນວ່າ...
ອາເມລິກາເວົ້າຂ້ອຍເຊື່ອ ແຕ່ທ່ານ ພົນເອກຂອງຫວຽດນາມເວົ້າ ເຈົ້າເອົາຫຍັງມາເປັນໂຕຢັ້ງຢືນເບິ່ງວ່າ ລາວເປັນຄົນເວົ້າ.

- ແມ່ນຄວາມເຈົ້າ ,

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ການສໍ້ລາດບັງຫຼວງ ຫຼື ການສໍ້ຫຼວງບັງລາດ ເວົ້າງ່າຍໆກໍ່ຄືການໂກງກິນ
ອັນນີ້ມັນເກີດຂື້ນຢູ່ທຸກປະເທດເປັນພຽງແຕ່ວ່າການຈັດອັນດັບທີ່ມີ
ການສໍ້ລາດບັງຫຼວງໜ້ອຍທີ່ສຸດເທົ່ານັ້ນເອງບໍ່ແມ່ນວ່າອັນດັບທີ່ໜຶ່ງລະ
ຊິບໍ່ມີການສໍ້ລາດບັງຫຼວງເລີຍມັນມີກັນທຸກປະເທດຫັ້ນແຫຼະ

ຂ້າພະເຈົ້າຄິດວ່າບັນຫາຕົ້ນຕໍທີ່ເຮັດໃຫ້ມີການສໍ້ລາດບັງຫຼວງ ຫຼືໂກງກິນນັ້ນ
ອາດຈະແມ່ນເງີນເດືອນໜ້ອຍບໍ່ພໍກຸ້ມກິນກະເລີຍຊອກຫາທຸກວິທີທາງເພື່ອ
ຫາເງິນລ້ຽງຕົນເອງແລະຄອບຄົວໃຫ້ມີຢູ່ມີກິນແລະມີຄວາມເປັນຢູ່ທີ່ດີກວ່າ
ແລະເສັ້ນທາງການສໍ້ລາດບັງຫຼວງນີ້ກໍ່ແມ່ນເສັ້ນທາງອີກເສັ້ນໜຶ່ງໃນການ
ຫາລ້ຽງຄອບຄົວ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຫາຫາ,ສໍ້ລາດບັງຫຼວງ ຫຼື ສໍ້ຫຼວງບັງລາດບໍ່ມີປະເທດໃດປາສະຈາກ,ອາເມລີກາຍັງມີ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີໝົດທຸກປະເທດ
ກົດເກນຂອງສັດໂລກ. ປາໃຫຍ່ກິນປານ້ອຍ, ປານ້ອຍກິນປານ້ອຍໆ, ປານ້ອຍໆ ບໍ່ມີແນວກິນ ກິນຂີ້ປາໃຫຍ່.

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ມີໝົດທຸກປະເທດ
ກົດເກນຂອງສັດໂລກ. ປາໃຫຍ່ກິນປານ້ອຍ, ປານ້ອຍກິນປານ້ອຍໆ, ປານ້ອຍໆ ບໍ່ມີແນວກິນ ກິນຂີ້ປາໃຫຍ່.

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ເກີດມາເປັນຄົນລາວ,ເຊື່້ອຊາດລາວ.ຄົນລາວ ດີທີສຸດແລ້ວທ່ານເອີຍສະບາຍສະບາຍ.ລອງໄປດຳລົງຊີວີດຢູ່ຕ່າງປະເທດຈັກເດືອນໜື່ງບ່ອນກ່ອນ
ແລ້ວບັນດາທ່ານຈະຮູ້ສືກວ່າປະເທດໃດໃນໂລກກະບໍ່ເທົາປະເທດລາວເຮົາ.

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ stenven ຂຽນວ່າ...
.....ລອງໄປດຳລົງຊີວີດຢູ່ຕ່າງປະເທດຈັກເດືອນໜື່ງບ່ອນກ່ອນ
ແລ້ວບັນດາທ່ານຈະຮູ້ສືກວ່າປະເທດໃດໃນໂລກກະບໍ່ເທົາປະເທດລາວເຮົາ.

ຂ້ອຍຄືເຫັນວ່າ ມີຄົນລາວ ໄປຂໍອະນຸຍາດ (ວິຊາ) ໄປຕ່າງປະເທດ ຮວມທັງ ອາເມລິກາ ຫລາຍຢູ່ໃດ໋ລະ. ພວກເພິ່ນຄືຊິຍັງບໍ່ຮູ້ຈັກທີບອີຫຍັງນໍ ຫລືວ່າ ຊິໄປຢູ່ບໍ່ຮອດເດືອນຕິບໍ ຫລືວ່າ ຢາກເສຍເງິນຄ່າປີ້ຍົນ ຈັກ ສິບ ຊາວລ້ານ ກີບ ໄປລອງເບິ່ງ ຊື່ໆບໍ?.

ຄົນຖືສັນຊາດ ສປປລາວ ໄປຢູ່ເມືອງໄທ ກາຍເດືອນ ຫລາຍກວ່າແສນຄົນ. ພວກເພິ່ນນີ້ ຄືຊິລຳບາກໃຈຫລາຍນໍ.

ເປັນຈັ່ງໃດ ກະຊ່ອຍອອກຂ່າວ ປ່າວເຕືອນຄົນລາວເຮົາແດ່ເດີ. ຢ່າສູ້ພາກັນໄປຢູ່ຕ່າງປະເທດເດີ

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຄົນມີເງີນບໍ່ໄດ້ເຂົ້າຄຸກ ຄົນທຸກບໍ່ໄດ້ເຂົ້າໂຮງໝໍ
ຜູ້ມີກີນຈົນຮາກ ຜູ້ຢາກໆຈົນຊີຕາຍ

໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ດີ

ພັນທະຫົວໃຈ::

໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ soulivong ຂຽນວ່າ...
ລາວຄືມາທີ່ຫຼາຍແທະ ທີ່ຈິງແລ້ວ ຂໍ້ມູນດັ່ງກ່າວເຊື່ອຖືໄດ້ຍາກ ຖ້າເປັນຂ້ອຍເຮັດຂ້ອຍຊິໃຫ້ລາວ ໄດ້ທີ່1 ພຸ້ນແຫລະ ລະໃຫ້ ໄທ ຫຼືປະເທດທີ່ຂ້ອຍບໍ່ມັກ ເປັນທີ່ 100 ກາຊິເປັນຫຍັງ ອັນນັ້ນມັນເລື່ອງ ຂອງຂ້ອຍ

ຂໍເສຍມາລະຍາດຖາມແນ່ເດີ, ອ້າຍຈົບມາຈາກໃສ່? ຫລືວ່າອ້າຍພິການດ້ານສາຍຕາ. ເຫັນໃນໂປຟາຍຂອງອ້າຍວ່າຈົບປະລິຍາໂທແຕ່ຫວຽດນາມ.ມັນເຮັດໃຫ້ນ້ອງຢາກກັບມາຮຽນລາວຄືນ.

໒ ກະທູ້
໑໓໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ stenven ຂຽນວ່າ...
.....ລອງໄປດຳລົງຊີວີດຢູ່ຕ່າງປະເທດຈັກເດືອນໜື່ງບ່ອນກ່ອນ
ແລ້ວບັນດາທ່ານຈະຮູ້ສືກວ່າປະເທດໃດໃນໂລກກະບໍ່ເທົາປະເທດລາວເຮົາ.

ຂ້ອຍຄືເຫັນວ່າ ມີຄົນລາວ ໄປຂໍອະນຸຍາດ (ວິຊາ) ໄປຕ່າງປະເທດ ຮວມທັງ ອາເມລິກາ ຫລາຍຢູ່ໃດ໋ລະ. ພວກເພິ່ນຄືຊິຍັງບໍ່ຮູ້ຈັກທີບອີຫຍັງນໍ ຫລືວ່າ ຊິໄປຢູ່ບໍ່ຮອດເດືອນຕິບໍ ຫລືວ່າ ຢາກເສຍເງິນຄ່າປີ້ຍົນ ຈັກ ສິບ ຊາວລ້ານ ກີບ ໄປລອງເບິ່ງ ຊື່ໆບໍ?.

ຄົນຖືສັນຊາດ ສປປລາວ ໄປຢູ່ເມືອງໄທ ກາຍເດືອນ ຫລາຍກວ່າແສນຄົນ. ພວກເພິ່ນນີ້ ຄືຊິລຳບາກໃຈຫລາຍນໍ.

ເປັນຈັ່ງໃດ ກະຊ່ອຍອອກຂ່າວ ປ່າວເຕືອນຄົນລາວເຮົາແດ່ເດີ. ຢ່າສູ້ພາກັນໄປຢູ່ຕ່າງປະເທດເດີ

ເວົ້າເລື້ອງຄົນລາວເອົາຕົວຫຼອດເປັນຍອດດີກໍ່ເປັນຕາຫົດຫູ່ໃຈເນາະ
ຊ້ວງປະເທດວຸ້ນວາຍ ຄົນລາວກໍ່ພາກັນໂຕນໜີໄປຕ່າງປະເທດເກີອບໝົດ ເຫຼືອພົນລະເມືອງພຽງສອງສາມລ້ານຄົນເຝົ້າແຜ່ນດິນ
ບາດປະເທດສະຫົງບ ຄົນລາວ ບໍ່ວ່າລາວນອກ ລາວໃນຢູ່ແຈໃດຂອງໂລກ ກໍ່ ຢໍຄໍເປັ່ງສຽງ ວ່າຕົນຮັກຊາດ

໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ soulivong ຂຽນວ່າ...
ລາວຄືມາທີ່ຫຼາຍແທະ ທີ່ຈິງແລ້ວ ຂໍ້ມູນດັ່ງກ່າວເຊື່ອຖືໄດ້ຍາກ ຖ້າເປັນຂ້ອຍເຮັດຂ້ອຍຊິໃຫ້ລາວ ໄດ້ທີ່1 ພຸ້ນແຫລະ ລະໃຫ້ ໄທ ຫຼືປະເທດທີ່ຂ້ອຍບໍ່ມັກ ເປັນທີ່ 100 ກາຊິເປັນຫຍັງ ອັນນັ້ນມັນເລື່ອງ ຂອງຂ້ອຍ

ນີ້ເພີ່ນວ່າກົບຕົກສ້າງ.ໄດ້ເຂົ້າໄປເບິ່ງຂໍ້ມູນອ້າຍມາແລ້ວ,ເຫັນຂຽນວ່າຈົບປະລິນຍາໂທ.ຂໍຖາມແນ່ໃບປະກາດສະຖາບັນອ້າຍຮຽນກ້ະເຈົ້າຈົກສະຫຼາກເອົາໃບປະກາດກັນຫວາ?

໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
[

໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ vongpachan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ stenven ຂຽນວ່າ...
.....ລອງໄປດຳລົງຊີວີດຢູ່ຕ່າງປະເທດຈັກເດືອນໜື່ງບ່ອນກ່ອນ
ແລ້ວບັນດາທ່ານຈະຮູ້ສືກວ່າປະເທດໃດໃນໂລກກະບໍ່ເທົາປະເທດລາວເຮົາ.

ຂ້ອຍຄືເຫັນວ່າ ມີຄົນລາວ ໄປຂໍອະນຸຍາດ (ວິຊາ) ໄປຕ່າງປະເທດ ຮວມທັງ ອາເມລິກາ ຫລາຍຢູ່ໃດ໋ລະ. ພວກເພິ່ນຄືຊິຍັງບໍ່ຮູ້ຈັກທີບອີຫຍັງນໍ ຫລືວ່າ ຊິໄປຢູ່ບໍ່ຮອດເດືອນຕິບໍ ຫລືວ່າ ຢາກເສຍເງິນຄ່າປີ້ຍົນ ຈັກ ສິບ ຊາວລ້ານ ກີບ ໄປລອງເບິ່ງ ຊື່ໆບໍ?.

ຄົນຖືສັນຊາດ ສປປລາວ ໄປຢູ່ເມືອງໄທ ກາຍເດືອນ ຫລາຍກວ່າແສນຄົນ. ພວກເພິ່ນນີ້ ຄືຊິລຳບາກໃຈຫລາຍນໍ.

ເປັນຈັ່ງໃດ ກະຊ່ອຍອອກຂ່າວ ປ່າວເຕືອນຄົນລາວເຮົາແດ່ເດີ. ຢ່າສູ້ພາກັນໄປຢູ່ຕ່າງປະເທດເດີ

ເວົ້າເລື້ອງຄົນລາວເອົາຕົວຫຼອດເປັນຍອດດີກໍ່ເປັນຕາຫົດຫູ່ໃຈເນາະ
ຊ້ວງປະເທດວຸ້ນວາຍ ຄົນລາວກໍ່ພາກັນໂຕນໜີໄປຕ່າງປະເທດເກີອບໝົດ ເຫຼືອພົນລະເມືອງພຽງສອງສາມລ້ານຄົນເຝົ້າແຜ່ນດິນ
ບາດປະເທດສະຫົງບ ຄົນລາວ ບໍ່ວ່າລາວນອກ ລາວໃນຢູ່ແຈໃດຂອງໂລກ ກໍ່ ຢໍຄໍເປັ່ງສຽງ ວ່າຕົນຮັກຊາດ

ແມ່ນໆ

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ tunna ຂຽນວ່າ...
ການສໍ້ລາດບັງຫຼວງ ຫຼື ການສໍ້ຫຼວງບັງລາດ ເວົ້າງ່າຍໆກໍ່ຄືການໂກງກິນ
ອັນນີ້ມັນເກີດຂື້ນຢູ່ທຸກປະເທດເປັນພຽງແຕ່ວ່າການຈັດອັນດັບທີ່ມີ
ການສໍ້ລາດບັງຫຼວງໜ້ອຍທີ່ສຸດເທົ່ານັ້ນເອງບໍ່ແມ່ນວ່າອັນດັບທີ່ໜຶ່ງລະ
ຊິບໍ່ມີການສໍ້ລາດບັງຫຼວງເລີຍມັນມີກັນທຸກປະເທດຫັ້ນແຫຼະ

ຂ້າພະເຈົ້າຄິດວ່າບັນຫາຕົ້ນຕໍທີ່ເຮັດໃຫ້ມີການສໍ້ລາດບັງຫຼວງ ຫຼືໂກງກິນນັ້ນ
ອາດຈະແມ່ນເງີນເດືອນໜ້ອຍບໍ່ພໍກຸ້ມກິນກະເລີຍຊອກຫາທຸກວິທີທາງເພື່ອ
ຫາເງິນລ້ຽງຕົນເອງແລະຄອບຄົວໃຫ້ມີຢູ່ມີກິນແລະມີຄວາມເປັນຢູ່ທີ່ດີກວ່າ
ແລະເສັ້ນທາງການສໍ້ລາດບັງຫຼວງນີ້ກໍ່ແມ່ນເສັ້ນທາງອີກເສັ້ນໜຶ່ງໃນການ
ຫາລ້ຽງຄອບຄົວ

ພວກທີ່ໂກງ ບໍ່ແມ່ນພວກທີ່ບໍ່ມີອັນຈະກິນເດີ ແຕ່ແມ່ນພວກທີ່ມີອັນກິນ ແລະ ກະມີອັນໂກງຕ່າງຫາກ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vongpachan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ stenven ຂຽນວ່າ...
.....ລອງໄປດຳລົງຊີວີດຢູ່ຕ່າງປະເທດຈັກເດືອນໜື່ງບ່ອນກ່ອນ
ແລ້ວບັນດາທ່ານຈະຮູ້ສືກວ່າປະເທດໃດໃນໂລກກະບໍ່ເທົາປະເທດລາວເຮົາ.

ຂ້ອຍຄືເຫັນວ່າ ມີຄົນລາວ ໄປຂໍອະນຸຍາດ (ວິຊາ) ໄປຕ່າງປະເທດ ຮວມທັງ ອາເມລິກາ ຫລາຍຢູ່ໃດ໋ລະ. ພວກເພິ່ນຄືຊິຍັງບໍ່ຮູ້ຈັກທີບອີຫຍັງນໍ ຫລືວ່າ ຊິໄປຢູ່ບໍ່ຮອດເດືອນຕິບໍ ຫລືວ່າ ຢາກເສຍເງິນຄ່າປີ້ຍົນ ຈັກ ສິບ ຊາວລ້ານ ກີບ ໄປລອງເບິ່ງ ຊື່ໆບໍ?.

ຄົນຖືສັນຊາດ ສປປລາວ ໄປຢູ່ເມືອງໄທ ກາຍເດືອນ ຫລາຍກວ່າແສນຄົນ. ພວກເພິ່ນນີ້ ຄືຊິລຳບາກໃຈຫລາຍນໍ.

ເປັນຈັ່ງໃດ ກະຊ່ອຍອອກຂ່າວ ປ່າວເຕືອນຄົນລາວເຮົາແດ່ເດີ. ຢ່າສູ້ພາກັນໄປຢູ່ຕ່າງປະເທດເດີ

ເວົ້າເລື້ອງຄົນລາວເອົາຕົວຫຼອດເປັນຍອດດີກໍ່ເປັນຕາຫົດຫູ່ໃຈເນາະ
ຊ້ວງປະເທດວຸ້ນວາຍ ຄົນລາວກໍ່ພາກັນໂຕນໜີໄປຕ່າງປະເທດເກີອບໝົດ ເຫຼືອພົນລະເມືອງພຽງສອງສາມລ້ານຄົນເຝົ້າແຜ່ນດິນ
ບາດປະເທດສະຫົງບ ຄົນລາວ ບໍ່ວ່າລາວນອກ ລາວໃນຢູ່ແຈໃດຂອງໂລກ ກໍ່ ຢໍຄໍເປັ່ງສຽງ ວ່າຕົນຮັກຊາດ

ຂ້ອຍວ່າເປັນເລື່ອງປົກກະຕິຄົນເຮົາແຜ່ນດິນໃດມັນຮ້ອນກະພາກັນໜີເປັນໄປຕາມຊີວິດຂອງສັດໂລກ ແຕ່ທີ່ໜ້າແປກໃຈເປັນຫຍັງຄົນລາວຈຶ່ງຂ້າກັນເອງ? ຄອບຄົວລຸງສຸພານຸວົງທັງຕະກູນຂ້ອຍເຊື່ອວ່າຊາດນີ້ຍັງມີຕຣາບາບໄປຕິດຕົວທີ່ຂ້າລູກຊາຍຕົວເອງພຽງເພາະເຫັນຕ່າງ ຄົນໄປຕາຍໄລຍະສຳມະນາຢູ່ຊຳເໜືອບໍ່ແມ່ນນ້ອຍໆ ຕົງນີ້ພັກ-ລັດບໍ່ເຄີຍກ່າວເຖິງຍາມໃດກະຍ້ອງແຕ່ໂຕເອງສະຫລາດຊ່ອງໃສ ຫລ້າສຸດທີ່ໂດ່ງດັງຕອນນີ້ຄືຄົນຂອງພັກ-ລັດຢັດຂໍ້ຫາໃສ່ແມ່ຄ້າຂາຍໝາກໄມ້ວ່າຄ້າອາວຸດ ແລ້ວຖ້າເປັນເມື່ອກ່ອນມັນຊິບໍ່ໜັກກ່ອນນີ້ວະ?
ຂ້ອຍເຊື່ອວ່າທຸກຄົນບໍ່ມີໃຜປະຈານວ່າໂຕເອງບໍ່ດີ ແຕ່ແຜ່ນດິນນີ້ຂ້ອຍວ່າຄວາມຍຸດຕິທຳມັນເລີ້ມຫາຍໄປຈາກສັງຄົມໝົດແລ້ວ ຕໍ່ໄປກະຊິມີແຕ່ຫວຽດກັບຈີນ