ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ກຽດສັກສີ ສິ່ງທີ່ໜ້າພູມໃຈຂອງລາວເຮົາ Laos - Vientiane New World Project

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກຽດສັກສີ ສິ່ງທີ່ໜ້າພູມໃຈຂອງລາວເຮົາກຳລັງຈະເກີດຂຶ້ນແລ້ວທີ່ນະຄອນຫຼວງວຽງຈັນ :)

ເຂົ້າເບິ່ງໄດ້ໃນວີດີໂອນີ້ http://www.youtube.com/watch?v=RHzpfSWIgMY





໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກຽດບ່ອນໃດ,,,

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າບອກໃດວ່າຈີນ


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ເຮິເຮິ...ກຽດສັກສີວ່າຊັ້ນ...!
ນຶກວ່າແມ່ນຫຍັງ ທີ່ແທ້ກໍ່ແມ່ນການສ້າງເມືອງຈີນໃນດິນລາວນີ້ເອງ!


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຈັກເປີເຊັນເດຊິເກີດຫັ້ນຫນ່າຫລາຍໆໂຄງການແລ້ວທີ່ບໍ່ເຫັນເກີດເຊັ່ນ:WTOຫນອງຈັນ,ຫລາດທາດຫລວງເກົ່າໄຟໄຫມ້,
ຕຶກຊັບພະສິນຄ້ານາແຮ່ສີໄຄ...ເຫັນປ່າວປະກາດແຕ່ດົນເອົາໄປເອົາມາກໍ່ມິດໄປຊື່...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໒ ກະທູ້
໒໒໑ ໂພສ
ນັກການກະທູ້
ຕິດຕາມຕອນຕໍ່ໄປ...




໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ...
ມີຈັກເປີເຊັນເດຊິເກີດຫັ້ນຫນ່າຫລາຍໆໂຄງການແລ້ວທີ່ບໍ່ເຫັນເກີດເຊັ່ນ:WTOຫນອງຈັນ,ຫລາດທາດຫລວງເກົ່າໄຟໄຫມ້,
ຕຶກຊັບພະສິນຄ້ານາແຮ່ສີໄຄ...ເຫັນປ່າວປະກາດແຕ່ດົນເອົາໄປເອົາມາກໍ່ມິດໄປຊື່...


ອ້າວກະດຽວວ່າເຂົາກຳລັງສ້າງ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົາວ່າກຽດສັກສີ ກະວ່ານຳເຂົາຕວາ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະຍັງວ່າ ກຽດບ່ອນໃດ ເອົາຈີນມາຢອງຫົວລາວ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ກະດີຖ້າເຮັດໄດ້ແຕ່ຕ້ອງແມ່ນຄົນລາວໄປຢູ່ບໍ່ແມ່ນສ້າງໃຫ້ແຕ່ຄົນຈີນໄປຢູ່

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ກະຍັງວ່າ ກຽດບ່ອນໃດ ເອົາຈີນມາຢອງຫົວລາວ



ຄວາມເປັນລາວກຳລັງຖືກລົບລູ່ ຍັງຍົກຍ້ອງວ່າກຽດ ເປັນຕາຄິດເນາະ!


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາວ ເຮົາເປັນເຈົ້າຂອງປະເທດຊາດແລ້ວ ມີລັດຖະທຳມະນູນແລ້ວ ໃຜຊິມາສ້າງ,ມາຢູ່ ຕ້ອງເຄົາລົບ ລັດຖະທຳມະນູນລາວ ແມ່ນບໍພີ່ນ້ອງ. (ເຊື່ອໝັ້ນພັກລັດ ເດີ່)



໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຫາຫາ ກະພໍຊີໄດ້ອ້າງຄົນຕ່າງປະເທດແດ່ແລ້ວວ່າລາວເຮົາກະມືເຮືອນຫຼາຍຊັ້ນ


໘ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ບໍ່​ເຫັນ​ມີ​ຫ​ຍັງ​ຄືບ​ຫ​ນ້າ​ເທື່ອ​ເລີຍ ຊີ້​ແລ້ວບໍ່​ແມ່ນ​ໄທ​ບ້ານ​ເຮົາ​ສ້າງ​ເດ​​ເນາະ​ ແນວ​ວ່າ​ທຶນ​ຮອນ​ແມ່ນ​ຂ​ອງ​ເຂົາ​ ຄັນ​ວ່າ​ສ້າງ​ໄປ​ແລ້ວ ເຂົາ​ບໍ່​ໄດ້​ເງິນ​ເປັນ​ກອບ​ເປັບ​ກຳ​ເຂົາ​ກໍ່​ບໍ່​ຄ່ອຍ​ຢາກ​ສ້າງ​ປານ​ໃດດອກ ​ສ້າງ​ໄປ​ແລ້ວ​ໃຜ​ຊິ​ມາ​ຢູ່​ມາ​ເຊົ່າ ຄ່າ​ເຊົ່າ​ກໍ່​ຄື​ຊິ​ແພງ​ເຕີບ ເບິ່ງ​ຕາມ​ຄວາມ​ຫລູ​ຫລາ​ທັນ​ສະ​ໄໝ ​ອັນ​ເຮົາ​​ຊິ​ໄດ້ແຕ່​​ແນມເບິ່ງ

ສິ​ລາ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຢ່າບອກໃດວ່າຈີນ


ກໍ່ອ້າຍໃຫຍ່ຈີນຫັ້ນແລ້ວ ເພື່ອມິດຫວຽດຫັ້ນລະ ຊິເບິ່ງຊ່ວຍລາວ ອາໃສ ປະເທດອື່ນຄືຊິບໍ່ມີດອກ.


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ແຕ່ແນມ ກັບໄປເລາະ ໄດ້ຢູ່ຕິ ແຮໆ


໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ຄົນລາວກໍຢູ່ໄດ້ຖ້າມີເງິນພໍ


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ລໍຖ້າພວກໜ້າໄຫວ້ຫຼັງຫຼອກຫັ້ນຫວະຊິມາສ້າງໃຫ້​ ຢ່າພາກັນຝັນຫຼາຍເດີປະຊາຊົນລາວເອີຍ
ພວກມັນມາຈັບຈ່ອງດິນ ເພື່ອບໍ່ໃຫ້ເສດຖີລາວພັດທະນາໄດ້ເທົ່ານັ້ນແຫຼະ ເບິ່ງແມທຸກໂຄງການ
ທີ່ພວກມັນຈັບຈອງ ບໍ່ເຫັນຊິເກີດເປັນຮູບປະທຳຫຍັງເລີຍ ນອກຈາກເຮັດຫ້ອງການນ້ອຍໆເພື່ອຫຼອກລວງ
ເອົາເງິນຂອງພວກໃຈມໍ່ທັງຫຼາຍ ແລ້ວໂຄງການກໍ່ບໍ່ສາມາດເກີດຂຶ້ນໄດ້ຕາມກຳນົດສັນຍາທີ່ໃຫ້ໄວ້
ກັບບັນດາທ່ານທີ່ຈ່າຍເງິນຈັບຈ່ອງໄວ້ແລ້ວ. ສະນັ້ນ ພວກເຮົາຈົ່ງມີສະຕິ ຢ່າຕື່ນຂ່າວທີ່ພວກມັນເອົາ
ຄອມພິວເຕີ້ສ້າງຂຶ້ນເພື່ອມາຕົວະຍົວະຫຼອກລວງພວກເຮົາ ແລ້ວພວກເຂົາຈະຫົວເຍີ້ຍວ່າເຮົາໂງ່ໆໆໆ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ຢາກໃຫ້ຄົນລຸ້ນໃໝ່ຢ່າງເຮົາເຈົ້າຂ້ອຍມືນຫູມືນຕາ ແລະຮັບຮູ້ວ່າອັນໃດເປັນອັນໃດບໍ່ແມ່ນວ່າເຫັນເພິ່ນສ້າງແບບນັ້ນແມ່ນດີມີກຽດສະຫງ່າ

ດີຈັ່ງໃດມັນບໍ່ແມ່ນຂອງເຮົາ ສິ່ງເຫຼົ່ານັ້ນແມ່ນຂອງນາຍທືນຕ່າງຊາດເຂົ້າມາສ້າງ ປະຊາຊົນລາວເກືອບ80% ຍັງຫາເງິນຊື້ເຂົ້າກິໂລກິນໄປວັນໆ...

ນີ້ຄືຄວາມຈິງ!


໐ ກະທູ້
໑໐໕ ໂພສ
ນັກການກະທູ້
ເບິ່ງນິ ເປັນການໃຫ້ຈີນມາສ້າງເຮືອນຢູ່ຊື່ໆ ທຸກມື້ນີ້ກະເປັນເມືອງຈີນແລ້ວ ທຸກແຂວງຕ້ອງມີຫວຽດກັບຈີນ ບໍ່ແມ່ນເມືອງລາວລະ


໐ ກະທູ້
໑໐໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ sengsvang ຂຽນວ່າ...
ລໍຖ້າພວກໜ້າໄຫວ້ຫຼັງຫຼອກຫັ້ນຫວະຊິມາສ້າງໃຫ້​ ຢ່າພາກັນຝັນຫຼາຍເດີປະຊາຊົນລາວເອີຍ
ພວກມັນມາຈັບຈ່ອງດິນ ເພື່ອບໍ່ໃຫ້ເສດຖີລາວພັດທະນາໄດ້ເທົ່ານັ້ນແຫຼະ ເບິ່ງແມທຸກໂຄງການ
ທີ່ພວກມັນຈັບຈອງ ບໍ່ເຫັນຊິເກີດເປັນຮູບປະທຳຫຍັງເລີຍ ນອກຈາກເຮັດຫ້ອງການນ້ອຍໆເພື່ອຫຼອກລວງ
ເອົາເງິນຂອງພວກໃຈມໍ່ທັງຫຼາຍ ແລ້ວໂຄງການກໍ່ບໍ່ສາມາດເກີດຂຶ້ນໄດ້ຕາມກຳນົດສັນຍາທີ່ໃຫ້ໄວ້
ກັບບັນດາທ່ານທີ່ຈ່າຍເງິນຈັບຈ່ອງໄວ້ແລ້ວ. ສະນັ້ນ ພວກເຮົາຈົ່ງມີສະຕິ ຢ່າຕື່ນຂ່າວທີ່ພວກມັນເອົາ
ຄອມພິວເຕີ້ສ້າງຂຶ້ນເພື່ອມາຕົວະຍົວະຫຼອກລວງພວກເຮົາ ແລ້ວພວກເຂົາຈະຫົວເຍີ້ຍວ່າເຮົາໂງ່ໆໆໆ


like 100000000 time der sao


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຈັ່ງໃດແລ້ວ ປະເທດລາວກໍ່ຕ້ອງກ້າວໄປຂ້າງຫນ້າ, ເຂົາມາສ້າງໃຫ້ລ້າໆ, ຄິດຫາຜົນໄດ້ຜົນເສຍ
ຫາກຜົນໄດ້ຫລາຍກວ່າຜົນເສຍກໍ່ຮັບເອົາໂຄງການນັ້ນໄປເລີຍ. ຂ້ຽວເຮັດໄວໆ ຊິໄດ້ໄປຍ່າງຫລິ້ນ.