ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຊອກທຶນໄປຮຽນຕ່າງປະເທດ

໑໓ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ທ່ານໃດຮູ້ວ່າມີການສອບເສັງເອົາທຶນໄປຮຽນຕ່າງປະເທດແດ່ ແນະນຳແດ່ເດີ ຂອບໃຈຫຼາຍໆ :)

____________________________________________

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ຢາກຮຽນດ້ານໃດ?

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
​ລອງ​ໄປ​ເບີ່ງ​ທີ່​ກະ​ຊວງ​ສຶກ​ສາ ເດ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫລັກໆກະ Aus aid ກັບ ທຶນຈີນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາກເນາະ
ມີເງິນຄືຊິໄປງ່າຍ ແຮໆ, ຕໍ່ເສັງເອົາແມ່ນບໍ່ໄດ້ນຳເຂົາດອກ ບໍ່ເກັ່ງສ່ຳເຂົາ ແຮໆ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ລອງອ່ານເບິ່ງບາງເທື່ອຊ່ວຍໄດ້

ການໄປຮຽນຕໍ່ຕ່າງປະເທດອາດເປັນຄວາມຝັນຂອງໃຜໆຫຼາຍຄົນຫຼາຍຄົນເມຶ່ອໄດ້ໄປແລ້ວກໍ່ປະສົບຜົນສຳເລັດແຕ່ກໍ່ມີຫຼາຍຄົນທີ່ບໍ່ປະສົບຜົນສຳເລັດໃນດ້ານການຮຽນຂອງຕົນ. ເວົ້າເຖິງເລື່ອງການຮຽນ, ການຮຽນເປັນການຮຽນເອົາຄວາມຮູ້ ຈາກການຖອດຖອນບົດຮຽນຈາກຄູອາຈານສະນັ້ນແລ້ວການຮຽນກໍ່ບໍ່ຈຳເປັນຕ້ອງສົນໃຈເຖິງໃບປະກາດ ຫຼື ຫນ່ວຍກິດເຊິ່ງເປັນສິ່ງທີ່ທາງເວັບຈະນຳມາສະເໜີ.
ເຫັນຫົວຂໍ້ແລ້ວຫຼາຍຄົນອາດຈະສົງໃສວ່າ ຮຽນຕໍ່ຕ່າງປະເທດຟຼີ້ແທ້ຫວາແລ້ວຫາກຮຽນບໍ່ເກັ່ງກໍ່ຈະໄດ້ໄປຢູ່ຫວາ, ທ່ານບໍ່ໄດ້ໄປແຕ່ທ່ານຈະໄດ້ຮຽນແບບຟຼີໆຈາກມະຫາວິທະຍາໄລດັງໆຂອງອາເມລິກາເຊິ່ງການຮຽນນີ້ເປັນການຮຽນອອນໄລນ໌ ແລະ ເປັນການສິດສອນຈົນຄົບນຶ່ງເທີມ.
ວ່າແລ້ວຫຼາຍຄົນກໍ່ຮູ້ແລ້ວວ່າມັນແມ່ນຫຍັງ, ຕາມທີ່ບອກໃນຫົວຂໍ້ແລ້ວວ່າ ຮຽນຕ່າງປະເທດແບບບໍ່ເສຍເງິນ ກັບ Apple ເຊິ່ງສິທີ່ຈະນຳມາສະເໜີນີ້ກໍ່ຄື iTunes U. ບາງຄົນອາດຈະຮູ້ ຫຼືບາງຄົນອາດຈະຍັງບໍ່ຮູ້ວ່າ iTunes U ນີ້ແມ່ນຫຍັງ. iTunes U ເປັນບ່ອນເກັບ Course ການຮຽນຕ່າງໆນາໆມາລວມໄວ້ ເຊິ່ງເນຶ້ອຫາພວກນັ້ນສ່ວນໃຫຍ່ແມ່ນມາຈາກຫຼາຍລະດັບການສຶກສາຕັ້ງແຕ່ມັດຖະຍົມ ໄປຈົນເຖິງ ມະຫາວິທະຍາໄລທີ່ມີຊື່ໃນອາເມລິກາ ແລະ ປະເທດອື່ນໆໂດຍລວມມີຫລາກຫລາຍວິຊາຮຽນເຊັ່ນ: ເລກ ຄະນິດສາດ, ຟີຊິກ, ວິທະຍາສາດຄອມພິວເຕີ ແລະອື່ນໆອີກ. ໃນນຶ່ງ Course ກໍ່ຈະລວມມີວິດີໂອ ແລະເອກະສານປະກອບໃນການຮຽນໃນແຕ່ລະຊົ່ວໂມງຮຽນ, ເຊິ່ງຜູ້ໃຊ້ສາມາດເປີດອ່ານ ແລະເຂົ້າເຖິງເອກະສານເຫຼົ່ານັ້ນໄດ້ຄ້າຍຄືກັບວ່າຮຽນກັບອາຈານຄົນນັ້ນແທ້ໆ.
ແລ້ວຕ້ອງເຮັດແນວໃດຈຶ່ງຈະເຂົ້າຮຽນໄດ້. ງ່າຍໆພຽງແຕ່ທ່ານມີ Internet (ໄວ້ສຳລັບດາວໂຫລດວິດີໂອ ແລະ ເອກະສານການຮຽນ) ທ່ານກໍ່ສາມາດເຂົ້າຮຽນໄດ້ແລ້ວທຸກທີ່ທຸກເວລາຕາມຄວາມສະດວກຂອງທ່ານ. ແຕ່ກ່ອນອື່ນທ່ານຕ້ອງເຂົ້າໄປດາວໂຫລດໂປຼແກຼມiTunes ກ່ອນ. ສ່ວນໃຜທີ່ມີiPadຫລື iPhone ກໍ່ສາມາດເຮັດໄດ້ເສັ່ນກັນດ້ວຍການເຂົ້າໄປທີ່ App Store ແລ້ວໃຫ້ດາວໂຫລດ iTunes U (ແຕ່ຕ້ອງມີ Apple ID). ຫລັງຈາກທີ່ໄດ້ iTunes ມາແລ້ວກໍ່ໃຫ້ເປີດຂຶ້ນມາ ແລ້ວເຂົ້າໄປທີ່ແທັບ iTunes U.

ຫລັງຈາກທີ່ໄດ້ໂປຼແກຼມ iTunes ແລະ ເຂົ້າໄປຫາ iTunes U ໄດ້ແລ້ວ, ພວກເຮົາກໍ່ຈະເຫັນຫນ້າຕາປະມານຮູບຂ້າງເທິງນີ້. ທ່ານສາມາດຄົ້ນຫາວິຊາຮຽນ, ຫຼືເລືອກໂຮງຮຽນ ຫຼື ມະຫາວິທະຍາໄລທີ່ທ່ານມັກໄດ້ (ໃນນັ້ນອາດບໍ່ມີວິຊາທີ່ທ່ານມັກ ຫຼືຕ້ອງການ). ຕົວຢ່າງ ຜູ້ຂຽນເລືອກທີ່ຈະຮຽນ CS50: Introduction to Computer Science I ເປັນວິຊາທີ່ໜ້າສົນໃຈຫຼາຍ. ຜູ້ຂຽນກໍ່ພຽງແຕ່ຄິກເຂົ້າໄປວິຊານັ້ນ ແລະໃນກໍລະນີນີ້ມັນປາກົດຢູ່ໜ້າແນະນຳ ຜູ້ຂຽນເອງກໍ່ພຽງແຕ່ຄິກເຂົ້າໄປເລີຍໂດຍບໍ່ຕ້ອງຄົ້ນຫາ.

ເມຶ່ອເຂົ້າມາແລ້ວພວກເຮົາກໍ່ຈະເຫັນລາຍລະອຽດຂອງວິຊາຮຽນ ພ້ອມກັບໄຟລ໌ເອກະສານ ແລະວິດີໂອການສອນຕ່າງໆ ເຊິ່ງສາມາດສັງເກດໄດ້ຈາກຮູບໄອຄອນທີ່ເປັນໄຟລ໌ທີ່ບົງບອກວ່າເປັນເອກະສານ ແລະ ຮູບໂທລະທັດ ທີ່ບົ່ງບອກວ່າເປັນວິດີໂອ.ລາຍການໄຟລ໌ເອກະສານ ແລະ ວິດີໂອຕ່າງໆຈະລຽງກັນຄົບທຸກຢ່າງຕັ້ງແຕ່ມື້ທຳອິດຂອງເທີມຈົນເຖິງໝົດເທີມ. ເພຶ່ອທີ່ຈະດາວໂຫລດໄຟລ໌ເອກະສານ ຫຼື ໄຟລ໌ວິດີໂອການສອນກໍ່ງ່າຍໆພຽງແຕ່ຄຼິກໄປທີ່ຄຳວ່າ Free ທີ່ຢູ່ທາງຂວາມືໃນຊ່ອງຂອງ Price. ຫຼືບາງຄົນທີ່ບໍ່ຕ້ອງການດາວໂຫລດມາເກັບໄວ້ກໍ່ສາມາດເບິງແບບອອນໄລນ໌ໄດ້ເລີຍໂດຍການເອົາເມົ້າໄປຊີ້ໃສ່ໂຕເລກ ແລ້ວກໍ່ຄຼິກໃສ່ເຄື່ອງ Play ໄດ້ເລີຍ, ແຕ່ຜູ້ຂຽນແນະນຳໃຫ້ດາວໂຫລດມາເກັບໄວ້ຈະເປັນການດີເພາະທ່ານຍັງສາມາດໂອນໄປໃສ່ iPhone ຫລື iPadໄດ້ນຳອີກ.
ພຽງເທົ່ານີ້ທ່ານກໍ່ຈະໄດ້ຮຽນກັບອາຈານຄົນຕ່າງປະເທດ ຫຼື ຈາກໂຮງຮຽນ ຫຼືມະຫາວິທະຍາໄລຊື່ດັງຕ່າງໆໄດ້ແລ້ວ. ແຕ່ຢ່າລືມ, ທ່ານຕ້ອງມີຄວາມຮູ້ພາສາອັງກິດພໍສົມຄວນເພຶ່ອທີ່ຈະເຂົ້າໃຈໃນການຮຽນການສອນ.
ສຳລັບໃຜທີ່ຢາກໄປຮຽນຕໍ່ຕ່າງປະເທດແຕ່ບໍ່ມີໂອກາດທີ່ຈະໄດ້ໄປ, ກໍ່ລອງຮຽນຜ່ານ iTunes U ເບິງ, ເພາະຢ່າລືມວ່າຄວາມຮູ້ຢູ່ທີ່ສະໝອງ ບໍ່ໄດ້ຢູ່ທີ່ໃບປະກາດ, ສະນັ້ນການຮຽນແມ່ນຮຽນເອົາຄວາມຮູ້ ແລະການຫາຄວາມຮູ້ຈາກຕ່າງຊາດທີ່ມີການສຶກສາທີ່ດີກວ່າກໍ່ຖືວ່າເປັນສິ່ງທີ່ດີ ແລະ iTunes U ກໍ່ເປັນຄຳຕອບທີ່ແນ່ຊັດ. ສ່ວນຜູ້ຂຽນເອງ, ໄດ້ໃຊ້ iTunes U ມາໄດ້ໄລຍະນຶ່ງແລ້ວ, ແລະຄິດວ່າມັນເປັນແຫຼ່ງຄວາມຮູ້ຢ່າງເປັນທາງການທີ່ລາຄາຖືກທີ່ສຸດ ແລະ ມີຄຸນນະພາບທີ່ສຸດແລ້ວແລະເຊຶ່ອວ່າມັນເໝາະສົມກັບຄົນທີ່ຕ້ອງການຫາຄວາມຮູ້ໃຫ້ກັບໂຕເອງ.ສ່ວນໃຜທີ່ມີແຜນໄປຮຽນຕໍ່ຕ່າງປະເທດ ໂດຍສະເພາະແມ່ນອາເມລິກາແລ້ວ, ຄວນລອງຮຽນຜ່ານ iTunes U ເບິງ ເພຶ່ອຈະໄດ້ເຂົ້າໃຈເຖິງວັດທະນະທຳ ຫຼື ຫຼັກສານສອນຂອງເຂົາເຈົ້າ.

ບົດຄວາມທີ່ກ່ຽວຂ້ອງເເລະຫນ້າສົນໃຈ
• 20/01/2012 -- Apple ປະກາດເປີດໂຕ iBooks 2, iTunes U ແລະ iBooks Author ສຳລັບຕະຫລາດການສຶກສາ
• 03/03/2011 -- ສະຫລຸບງານ Apple Keynote: iPad 2, iOS 4.3, ແລະ ອື່ນໆ
• 07/06/2011 -- ລາຍລະອຽດກ່ຽວກັບບໍລິການ iCloudບໍລິການໃຫມ່ຂອງ Apple
• 06/10/2011 -- ລາຍລະອຽດງານຖະແຫລງຂ່າວ Let’s Talk iPhone (ເປີດໂຕ iPhone 4S)
• 11/03/2011 -- Apple ປ່ອຍ GarageBandສຳລັບ iPadລົງໃນ App Store ແລ້ວ
Tags: Apple, iTunes U

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...

ຫນ້າສົນໃຈດີເນາະ ຂອບໃຈຫລາຍໆ ທີ່ນຳມາແບ່ງປັນ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ເສັງ TOEFL ຫັ້ນເດີ ໄດ້ຄະແນນຢັ້ງຢືນລະດັບພາສາອັງກິດແລ້ວ ກໍ່ພະຍາຍາມ ຊອກໃນເນັດ ຫາທຶນຟຣີ

໐ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ປະຕູ່ສູ່ການສຶກສາຕ່າງປະເທດເປີດແລ້ວຄື:
ທຶນອາເມລິກາ: ຟູລໄບ້ ແລະຮັມຟຼິ - ຕິດຕໍ່ສະຖານທູດອາເມລິກາ ຫລືເວັບໄຊ http://laos.usembassy.gov/
ທຶນອົດສະຕາລີ: ADS, ALA, Endeavor and others - ຕິດຕໍ່ວຽງຈັນຄໍເລດ http://www.vientianecollege.com/
ທຶນນິວຊີແລນ: ຕິດຕໍ່ ວຽງຈັນຄໍເລດ http://www.vientianecollege.com/
ທຶນສິງກະໂປ ເບິ່ງເວັບໄຊ http://www.moe.gov.sg/education/scholarships/asean/lao/
ທຶນຈີນ ແລະຫວຽດນາມ ຕິດຕໍ່ ກະຊວງສຶກສາ
ແລະທຶນອື່ນໆ ຫລາຍ ຂໍພຽງມີຄວາມມຸ່ງໝັ້ນ ເລິ່ມກະກຽມ ຮອບດ້ານ ຕາມ ມາດຖານ ຄັດເລືອກ ຂອງເຂົາເຈົ້າ ແຕ່ດຽວນີ້ ທ່ານ ຈະໄດ້ແນ່ນອນ

ຂ້ອຍຈະເອົາໃຈຊວ່ຍ

ເດັກບ້ານນອກ ທໍາມະດາ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thaeng ຂຽນວ່າ...
ປະຕູ່ສູ່ການສຶກສາຕ່າງປະເທດເປີດແລ້ວຄື:
ທຶນອາເມລິກາ: ຟູລໄບ້ ແລະຮັມຟຼິ - ຕິດຕໍ່ສະຖານທູດອາເມລິກາ ຫລືເວັບໄຊ http://laos.usembassy.gov/
ທຶນອົດສະຕາລີ: ADS, ALA, Endeavor and others - ຕິດຕໍ່ວຽງຈັນຄໍເລດ http://www.vientianecollege.com/
ທຶນນິວຊີແລນ: ຕິດຕໍ່ ວຽງຈັນຄໍເລດ http://www.vientianecollege.com/
ທຶນສິງກະໂປ ເບິ່ງເວັບໄຊ http://www.moe.gov.sg/education/scholarships/asean/lao/
ທຶນຈີນ ແລະຫວຽດນາມ ຕິດຕໍ່ ກະຊວງສຶກສາ
ແລະທຶນອື່ນໆ ຫລາຍ ຂໍພຽງມີຄວາມມຸ່ງໝັ້ນ ເລິ່ມກະກຽມ ຮອບດ້ານ ຕາມ ມາດຖານ ຄັດເລືອກ ຂອງເຂົາເຈົ້າ ແຕ່ດຽວນີ້ ທ່ານ ຈະໄດ້ແນ່ນອນ

ຂ້ອຍຈະເອົາໃຈຊວ່ຍ

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ໃຊ້ທຶນຂອງຕົນເອງ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...

ລອງອ່ານເບິ່ງບາງເທື່ອຊ່ວຍໄດ້

ການໄປຮຽນຕໍ່ຕ່າງປະເທດອາດເປັນຄວາມຝັນຂອງໃຜໆຫຼາຍຄົນຫຼາຍຄົນເມຶ່ອໄດ້ໄປແລ້ວກໍ່ປະສົບຜົນສຳເລັດແຕ່ກໍ່ມີຫຼາຍຄົນທີ່ບໍ່ປະສົບຜົນສຳເລັດໃນດ້ານການຮຽນຂອງຕົນ. ເວົ້າເຖິງເລື່ອງການຮຽນ, ການຮຽນເປັນການຮຽນເອົາຄວາມຮູ້ ຈາກການຖອດຖອນບົດຮຽນຈາກຄູອາຈານສະນັ້ນແລ້ວການຮຽນກໍ່ບໍ່ຈຳເປັນຕ້ອງສົນໃຈເຖິງໃບປະກາດ ຫຼື ຫນ່ວຍກິດເຊິ່ງເປັນສິ່ງທີ່ທາງເວັບຈະນຳມາສະເໜີ.
ເຫັນຫົວຂໍ້ແລ້ວຫຼາຍຄົນອາດຈະສົງໃສວ່າ ຮຽນຕໍ່ຕ່າງປະເທດຟຼີ້ແທ້ຫວາແລ້ວຫາກຮຽນບໍ່ເກັ່ງກໍ່ຈະໄດ້ໄປຢູ່ຫວາ, ທ່ານບໍ່ໄດ້ໄປແຕ່ທ່ານຈະໄດ້ຮຽນແບບຟຼີໆຈາກມະຫາວິທະຍາໄລດັງໆຂອງອາເມລິກາເຊິ່ງການຮຽນນີ້ເປັນການຮຽນອອນໄລນ໌ ແລະ ເປັນການສິດສອນຈົນຄົບນຶ່ງເທີມ.
ວ່າແລ້ວຫຼາຍຄົນກໍ່ຮູ້ແລ້ວວ່າມັນແມ່ນຫຍັງ, ຕາມທີ່ບອກໃນຫົວຂໍ້ແລ້ວວ່າ ຮຽນຕ່າງປະເທດແບບບໍ່ເສຍເງິນ ກັບ Apple ເຊິ່ງສິທີ່ຈະນຳມາສະເໜີນີ້ກໍ່ຄື iTunes U. ບາງຄົນອາດຈະຮູ້ ຫຼືບາງຄົນອາດຈະຍັງບໍ່ຮູ້ວ່າ iTunes U ນີ້ແມ່ນຫຍັງ. iTunes U ເປັນບ່ອນເກັບ Course ການຮຽນຕ່າງໆນາໆມາລວມໄວ້ ເຊິ່ງເນຶ້ອຫາພວກນັ້ນສ່ວນໃຫຍ່ແມ່ນມາຈາກຫຼາຍລະດັບການສຶກສາຕັ້ງແຕ່ມັດຖະຍົມ ໄປຈົນເຖິງ ມະຫາວິທະຍາໄລທີ່ມີຊື່ໃນອາເມລິກາ ແລະ ປະເທດອື່ນໆໂດຍລວມມີຫລາກຫລາຍວິຊາຮຽນເຊັ່ນ: ເລກ ຄະນິດສາດ, ຟີຊິກ, ວິທະຍາສາດຄອມພິວເຕີ ແລະອື່ນໆອີກ. ໃນນຶ່ງ Course ກໍ່ຈະລວມມີວິດີໂອ ແລະເອກະສານປະກອບໃນການຮຽນໃນແຕ່ລະຊົ່ວໂມງຮຽນ, ເຊິ່ງຜູ້ໃຊ້ສາມາດເປີດອ່ານ ແລະເຂົ້າເຖິງເອກະສານເຫຼົ່ານັ້ນໄດ້ຄ້າຍຄືກັບວ່າຮຽນກັບອາຈານຄົນນັ້ນແທ້ໆ.
ແລ້ວຕ້ອງເຮັດແນວໃດຈຶ່ງຈະເຂົ້າຮຽນໄດ້. ງ່າຍໆພຽງແຕ່ທ່ານມີ Internet (ໄວ້ສຳລັບດາວໂຫລດວິດີໂອ ແລະ ເອກະສານການຮຽນ) ທ່ານກໍ່ສາມາດເຂົ້າຮຽນໄດ້ແລ້ວທຸກທີ່ທຸກເວລາຕາມຄວາມສະດວກຂອງທ່ານ. ແຕ່ກ່ອນອື່ນທ່ານຕ້ອງເຂົ້າໄປດາວໂຫລດໂປຼແກຼມiTunes ກ່ອນ. ສ່ວນໃຜທີ່ມີiPadຫລື iPhone ກໍ່ສາມາດເຮັດໄດ້ເສັ່ນກັນດ້ວຍການເຂົ້າໄປທີ່ App Store ແລ້ວໃຫ້ດາວໂຫລດ iTunes U (ແຕ່ຕ້ອງມີ Apple ID). ຫລັງຈາກທີ່ໄດ້ iTunes ມາແລ້ວກໍ່ໃຫ້ເປີດຂຶ້ນມາ ແລ້ວເຂົ້າໄປທີ່ແທັບ iTunes U.

ຫລັງຈາກທີ່ໄດ້ໂປຼແກຼມ iTunes ແລະ ເຂົ້າໄປຫາ iTunes U ໄດ້ແລ້ວ, ພວກເຮົາກໍ່ຈະເຫັນຫນ້າຕາປະມານຮູບຂ້າງເທິງນີ້. ທ່ານສາມາດຄົ້ນຫາວິຊາຮຽນ, ຫຼືເລືອກໂຮງຮຽນ ຫຼື ມະຫາວິທະຍາໄລທີ່ທ່ານມັກໄດ້ (ໃນນັ້ນອາດບໍ່ມີວິຊາທີ່ທ່ານມັກ ຫຼືຕ້ອງການ). ຕົວຢ່າງ ຜູ້ຂຽນເລືອກທີ່ຈະຮຽນ CS50: Introduction to Computer Science I ເປັນວິຊາທີ່ໜ້າສົນໃຈຫຼາຍ. ຜູ້ຂຽນກໍ່ພຽງແຕ່ຄິກເຂົ້າໄປວິຊານັ້ນ ແລະໃນກໍລະນີນີ້ມັນປາກົດຢູ່ໜ້າແນະນຳ ຜູ້ຂຽນເອງກໍ່ພຽງແຕ່ຄິກເຂົ້າໄປເລີຍໂດຍບໍ່ຕ້ອງຄົ້ນຫາ.

ເມຶ່ອເຂົ້າມາແລ້ວພວກເຮົາກໍ່ຈະເຫັນລາຍລະອຽດຂອງວິຊາຮຽນ ພ້ອມກັບໄຟລ໌ເອກະສານ ແລະວິດີໂອການສອນຕ່າງໆ ເຊິ່ງສາມາດສັງເກດໄດ້ຈາກຮູບໄອຄອນທີ່ເປັນໄຟລ໌ທີ່ບົງບອກວ່າເປັນເອກະສານ ແລະ ຮູບໂທລະທັດ ທີ່ບົ່ງບອກວ່າເປັນວິດີໂອ.ລາຍການໄຟລ໌ເອກະສານ ແລະ ວິດີໂອຕ່າງໆຈະລຽງກັນຄົບທຸກຢ່າງຕັ້ງແຕ່ມື້ທຳອິດຂອງເທີມຈົນເຖິງໝົດເທີມ. ເພຶ່ອທີ່ຈະດາວໂຫລດໄຟລ໌ເອກະສານ ຫຼື ໄຟລ໌ວິດີໂອການສອນກໍ່ງ່າຍໆພຽງແຕ່ຄຼິກໄປທີ່ຄຳວ່າ Free ທີ່ຢູ່ທາງຂວາມືໃນຊ່ອງຂອງ Price. ຫຼືບາງຄົນທີ່ບໍ່ຕ້ອງການດາວໂຫລດມາເກັບໄວ້ກໍ່ສາມາດເບິງແບບອອນໄລນ໌ໄດ້ເລີຍໂດຍການເອົາເມົ້າໄປຊີ້ໃສ່ໂຕເລກ ແລ້ວກໍ່ຄຼິກໃສ່ເຄື່ອງ Play ໄດ້ເລີຍ, ແຕ່ຜູ້ຂຽນແນະນຳໃຫ້ດາວໂຫລດມາເກັບໄວ້ຈະເປັນການດີເພາະທ່ານຍັງສາມາດໂອນໄປໃສ່ iPhone ຫລື iPadໄດ້ນຳອີກ.
ພຽງເທົ່ານີ້ທ່ານກໍ່ຈະໄດ້ຮຽນກັບອາຈານຄົນຕ່າງປະເທດ ຫຼື ຈາກໂຮງຮຽນ ຫຼືມະຫາວິທະຍາໄລຊື່ດັງຕ່າງໆໄດ້ແລ້ວ. ແຕ່ຢ່າລືມ, ທ່ານຕ້ອງມີຄວາມຮູ້ພາສາອັງກິດພໍສົມຄວນເພຶ່ອທີ່ຈະເຂົ້າໃຈໃນການຮຽນການສອນ.
ສຳລັບໃຜທີ່ຢາກໄປຮຽນຕໍ່ຕ່າງປະເທດແຕ່ບໍ່ມີໂອກາດທີ່ຈະໄດ້ໄປ, ກໍ່ລອງຮຽນຜ່ານ iTunes U ເບິງ, ເພາະຢ່າລືມວ່າຄວາມຮູ້ຢູ່ທີ່ສະໝອງ ບໍ່ໄດ້ຢູ່ທີ່ໃບປະກາດ, ສະນັ້ນການຮຽນແມ່ນຮຽນເອົາຄວາມຮູ້ ແລະການຫາຄວາມຮູ້ຈາກຕ່າງຊາດທີ່ມີການສຶກສາທີ່ດີກວ່າກໍ່ຖືວ່າເປັນສິ່ງທີ່ດີ ແລະ iTunes U ກໍ່ເປັນຄຳຕອບທີ່ແນ່ຊັດ. ສ່ວນຜູ້ຂຽນເອງ, ໄດ້ໃຊ້ iTunes U ມາໄດ້ໄລຍະນຶ່ງແລ້ວ, ແລະຄິດວ່າມັນເປັນແຫຼ່ງຄວາມຮູ້ຢ່າງເປັນທາງການທີ່ລາຄາຖືກທີ່ສຸດ ແລະ ມີຄຸນນະພາບທີ່ສຸດແລ້ວແລະເຊຶ່ອວ່າມັນເໝາະສົມກັບຄົນທີ່ຕ້ອງການຫາຄວາມຮູ້ໃຫ້ກັບໂຕເອງ.ສ່ວນໃຜທີ່ມີແຜນໄປຮຽນຕໍ່ຕ່າງປະເທດ ໂດຍສະເພາະແມ່ນອາເມລິກາແລ້ວ, ຄວນລອງຮຽນຜ່ານ iTunes U ເບິງ ເພຶ່ອຈະໄດ້ເຂົ້າໃຈເຖິງວັດທະນະທຳ ຫຼື ຫຼັກສານສອນຂອງເຂົາເຈົ້າ.

ບົດຄວາມທີ່ກ່ຽວຂ້ອງເເລະຫນ້າສົນໃຈ
• 20/01/2012 -- Apple ປະກາດເປີດໂຕ iBooks 2, iTunes U ແລະ iBooks Author ສຳລັບຕະຫລາດການສຶກສາ
• 03/03/2011 -- ສະຫລຸບງານ Apple Keynote: iPad 2, iOS 4.3, ແລະ ອື່ນໆ
• 07/06/2011 -- ລາຍລະອຽດກ່ຽວກັບບໍລິການ iCloudບໍລິການໃຫມ່ຂອງ Apple
• 06/10/2011 -- ລາຍລະອຽດງານຖະແຫລງຂ່າວ Let’s Talk iPhone (ເປີດໂຕ iPhone 4S)
• 11/03/2011 -- Apple ປ່ອຍ GarageBandສຳລັບ iPadລົງໃນ App Store ແລ້ວ
Tags: Apple, iTunes U

ຫນ້າສົນໃຈດີເນາະ ຂອບໃຈຫລາຍໆ ທີ່ນຳມາແບ່ງປັນ

ບໍ່ເປັນຫຍັງ

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ເອົາໃຈຊ່ວຍເດີ ໃຫ້ໄດ້ໄປໄວໆ ແລະ ກະກັບມາພັດທະນາປະເທດຊາດໄວໆ