ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ທ່ານໃດຮູ້ 4 ບາດ­ກ້າວບຸກທະ­ລຸທີ່ກອງປະ­ຊຸມໃຫຍ່ຄັ້ງທີ IX ຂອງພັກລາວເຮົາໄດ້ວາງອອກນັ້ນ ທີ່ເປັນພາສາ ອັງກິດ ຫຼື ຝຣັງ ບອກແນ່ ຂອບໃຈ :)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບອກແນ່ ຂອບໃຈ :)


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມເພິ່ນວ່າ:(ໜັງສືພິມ ເສດຖະກິດສັງຄົມ ວັນທີ 12/05/2011 - ເວລາ 15:11:38 )

ບາດ­ກ້າວ​ບຸກ​ທະ­ລຸ​ອັນ​ທີຫນຶ່ງ​ແມ່ນ​ບຸກ​ທະ­ລຸ​ດ້ານ​ຈິນ​ຕະນາ​ການ ກ່ອນ​ອື່ນ​ຫມົດ​ຕ້ອງ​ລຶບລ້າງ​ຜົນ​ສະ­ທ້ອນ​ຂອງ​ກົນ​ໄກລວມ​ສູນ​ອາດ­ຍາ​ສິດ, ບໍ­ລິ­ຫານເກື້ອ­ກູນ​ຢ່າງ​ສິ້ນ​ເຊີງ ຫັນ​ໄປ​ສູ່ເສດ­ຖະ­ກິດ​ຕະ­ຫລາດ​ທີ່​ມີ​ການຄຸ້ມ​ຄອງ​ຂອງ​ລັດ, ຢຶດ​ຫມັ້ນ​ເອົາການ​ພັດ­ທະ­ນາ​ເສດ­ຖະ­ກິດ​ເປັນໃຈ­ກາງ, ສ້າງ​ຄວາມ​ກົມ­ກຽວລະ­ຫວ່າງ​ການ​ພັດ­ທະ­ນາ​ເສດ​ຖະກິດ​ກັບ​ວັດ­ທະ­ນະ­ທຳŒສັງ­ຄົມ, ເສີມ​ຂະ­ຫຍາຍ​ກຳ­ລັງ​ແຮງ​ທຸກພາກ­ສ່ວນ​ເສດ­ຖະ­ກິດ​ເຂົ້າ​ໃນການ​ຂະ­ຫຍາຍ​ກຳ­ລັງ​ການ​ຜະ ລິດ​ຢ່າງ​ແຂງ­ແຮງ, ສ້າງ​ຄວາມສາ­ມາດ​ແຂ່ງ­ຂັນ​ເພີ່ມ​ຂຶ້ນ​ໃນ​ຂະບວນ​ວິ­ວັດ​ແຫ່ງ​ການ​ເຊື່ອມ​ໂຍງ ສາ­ກົນ, ຮັບ­ປະ­ກັນ​ໃຫ້­ການ​ພັດທະ​ນາ​ດຳ­ເນີນ​ໄປ​ຢ່າງ​ຕໍ່​ເນື່ອງ, ມີ​ຄວາມ​ຫມັ້ນ​ທ່ຽງ ແລະ ຍືນຍົງ.

ບາດ­ກ້າວ​ທີ​ສອງ: ບຸກ​ທະ­ລຸດ້ານ​ການ​ພັດ­ທະ­ນາ​ຊັບ​ພະ­ຍາກອນ​ມະ­ນຸດ ເຊິ່ງ​ແມ່ນ​ການ​ບຸກທະ­ລຸ​ດ້ານ​ການ​ສຶກ​ສາ​ໃຫ້​ມີ​ຄຸນນະ​ພາບ​ສູງ, ລົງ­ທຶນ​ໃສ່​ຂົງ­ເຂດການ​ສຶກ​ສາ ແລະ ສາ­ທາ­ລະ­ ນະສຸກ​ຕາມ​ກຳ­ນົດ​ຫມາຍ​ທີ່​ໄດ້​ວາງໄວ້, ນຳ​ໃຊ້​ເສດ­ຖະ­ກິດ​ພູມ​ປັນ­ຍາໃຫ້​ຫລາຍ​ຂຶ້ນ, ສ້າງ​ກຳ­ລັງ​ແຮງງານ ແລະ ວິ­ຊາ​ການ​ທີ່​ຊຳ­ນານງານ, ສ້າງ​ຖັນ​ແຖວ​ນັກ​ທຸ­ລະກິດ-ນັກ​ຄຸ້ມ​ຄອງ, ຜູ້​ຈັດ­ ການ​ທີ່ສົມ​ຄູ່​ກັບ​ການ​ພັດ­ທະ­ນາ​ເສດ​ຖະກິດ​ໄປ​ຕາມ​ກົນ​ໄກ​ຕະ­ຫລາດ ແລະ ການ​ເຊື່ອມ​ໂຍງ​ເສດ­ຖະ­ກິດສາ­ກົນ. ປັບ­ປຸງ​ລະ­ບົບ​ນຳ​ໃຊ້ແຮງ​ງານ​ໃຫ້​ມີ​ຄວາມ​ເຫມາະສົມ ແລະ ສ້າງ​ລະ­ບອບ​ຈູງ​ໃຈ ເພື່ອ​ການ​ສ້າງ­ສາ​ພັດ­ທະ­ນາ, ຮັບປະ­ກັນ​ການ​ຫັນ​ແຮງ​ງານ​ກະ​ສິກຳ​ໃຫ້​ເຂົ້າ​ເປັນ​ແຮງ​ງານ​ອຸດ​ສາຫະ​ກຳ-ບໍ­ລິ­ການ​ໃຫ້​ນັບ​ມື້​ນັບຫລາຍ​ຂຶ້ນ.


ບາດ­ກ້າວ​ທີ​ສາມ: ບຸກ​ທະ­ລຸດ້ານ​ກົນ​ໄກ, ລະ­ບອບ, ລະ­ບຽບບໍ­ລິ­ຫານ. ບາດ­ກ້າວ​ທຳ​ອິດ​ຕ້ອງບູ­ລະ­ນະ​ການ​ບໍ­ລິ­ຫານ, ບໍ­ລິ­ການໃຫ້​ມີ​ປະ​ສິດ­ທິ​ຜົນ ທັງ​ໂປ່ງ​ໃສ, ສ້າງ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກແກ່​ການ​ແຂ່ງ­ຂັນ​ທີ່​ສະ­ເຫມີ­ພາບຕໍ່­ຫນ້າ​ກົດ­ຫມາຍ ແລະ ການ​ຫັນເປັນ​ອຸດ­ສາ­ຫະ­ກຳ ແລະ ທັນ​ສະໄຫມ, ແກ້​ໄຂ​ການ​ປະ­ສານ​ງານໃຫ້​ດີ, ທັນ​ສະ­ໄຫມ ພ້ອມ​ທັງ​ເຂົ້າກັບ​ລະ­ບົບ​ຂອງ​ສາ­ກົນ ໂດຍ​ຖືເອົາ​ຂະ​ບວນ​ການ​ດ້ານ​ນີ້​ຕິດ​ພັນກັບ​ຂະ​ບວນ​ວິ­ວັດ​ແຫ່ງ​ການ​ເຂົ້າຮ່ວມ​ສ້າງ​ປະ­ຊາ​ຄົມ​ອາ​ຊຽນ ແລະ ການ​ກະ­ກຽມ​ເຂົ້າ​ເປັນ​ສະມາ​ຊິກ​ຂອງ​ອົງ­ການ​ການ​ຄ້າໂລກ.


ສຳ­ລັບ​ບາດ­ກ້າວ​ສຸດ​ທ້າຍ​ຄື: ບຸກ​ທະ­ລຸ​ດ້ານ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະ­ຊາ­ຊົນ ດ້ວຍການ​ຄົ້ນ​ແຫລ່ງ​ທຶນ​ຕ່າງໆ ແລະ ດ້ວຍ​ນະ­ໂຍ­ບາຍ​ສົ່ງ­ເສີມ​ເປັນ​ພິເສດ, ສ້າງ​ພື້ນ­ຖານ​ໂຄງ​ລ່າງດ້ານ​ເສດ­ຖະ­ກິດ-ສັງ­ຄົມ​ຢ່າງ​ມີຈຸດ​ສຸມຮັບ­ປະ­ກັນ​ໃຫ້​ມີ​ການ​ຄົມມະ​ນາ​ຄົມ​ທາງ­ບົກ​ລວມ​ທັງ​ທາງລົດ­ໄຟ, ທາງ​ອາ­ກາດ ແລະ ທາງນ້ຳ​ໃຫ້​ມີ​ຄວາມ​ໂລ່ງ​ລ່ຽນ, ເຊື່ອມ​ຕິດ​ຈອດ​ກັນ​ແຕ່​ສູນ​ກາງ ຮອດ​ທ້ອງ­ຖິ່ນ, ກັບ​ປະ­ເທດ​ໃກ້ຄຽງ ແລະ ສາ­ກົນ. ພ້ອມ​ນີ້​ກໍ່ຕ້ອງ​ໃຫ້​ມີ​ຕາ​ຫນ່າງ​ໄຟ­ຟ້າ, ເຄືອຂ່າຍ​ໂທລະ​ຄົມ­ມະ­ນາ­ຄົມ, ການ ສື່­ສານ, ນ້ຳ​ປະ­ປາ ແລະ ອື່ນໆ​ທີ່ຈຳ­ເປັນ​ອີກ​ດ້ວຍ.