ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຄົນສ້າງລັດທິ ສັງຄົມນິຍົມ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ленин в рассций

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ...
ленин в рассций

ພາສາລັດເຊຍ ແປວ່າແນວໃດນິ ຫຼືຊື່ ທ່ານ ໃດ(ເລນິນ, ກາກມາກ ຫຼືອັງແກນ)

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍວ່າຄັນໃນແງ່ເສດຖະກິດແລ້ວ ທຶນນິຍົມຈະດີກວ່າເພາະມີການແຂ່ງຂັນ

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
"ບາງຄົນນີ້ມັນເຮັດວຽກດີ ຊື່ສັດບໍລິສຸດ ບໍ່ເອົາຂອງໃຜ ເຮັດວຽກມີຜົນສຳເຣັດແຕ່ວ່າມັກເວົ້າຊື່
ເປັນຕົ້ນເວົ້າບໍ່ຖືກກັບຫົວໜ້າ ແມ່ນແລ້ວທໍ່ນັ້ນ ແນວຄິດການເມືອງບໍ່ໜັກແໜ້ນ
ອັນນີ້ເຫັນວ່າເຮົາສ້າງຄ່ານິຍົມໄປເຮັດໃຫ້ຄົນເຮົານີ້ເປັນຄົນບໍ່ສັດຊື່ ເປັນຄົນຂີ້ຕົ໊ວະຫລອກລວງກັນ
ອັນນີ້ພວກສະຫາຍວ່າເປັນຍ້ອນເສດຖະກິດຕະຫລາດມັນມາເຮັດໃຫ້ຄົນເຮົານີ້ຕົ໊ວະຕົ້ມຫາເງິນຫາຄຳ ມັນບໍ່ແມ່ນແນວນັ້ນ
ພວກສະຫາຍເບິ່ງປະເທດຍີ່ປຸ່ນ ເຂົາກະພັດທະນາເສດຖະກິດຕະຫລາດເທົ່າໃດມາ
ແຕ່ວ່າໃຜກໍຕ້ອງຍ້ອງວ່າວັດທະນະທຳຂອງຍີ່ປຸ່ນມັນເປັນແນວໃດ ເຮົາຍັງຈື່ວ່າອ່ານໜັງສືບົດໜຶ່ງວ່າ
ມີເດັກນ້ອຍຜູ້ໜຶ່ງ ມັນລະຫວ່າງ ໖-໗ ປີ ມັນຫິວເຂົ້ານຸ່ງໂສ້ງເສື້ອຂາດພໍ່ແມ່ມັນຕາຍໝົດ ຈັດແຖວຢູ່ຫລັງພຸ້ນ
ໝໍນັກຂ່າວຫັ້ນເຫັນເລີຍເອົາເຂົ້າຈີ່ໃຫ້ມັນ ແທນທີ່ມັນຈະກິນມັນຫິວ ມັນບໍ່ ມັນໄປປະໄວ້ຢູ່ບ່ອນສ່ວນລວມພຸ້ນ
ມັນວ່າມີຫລາຍຄົນກະຈັດແຖວ ຍັງຫິວກວ່າຫລານອີກ ອັນນັ້ນມັນແມ່ນຫຍັງ ມັນແມ່ນມວນມະນຸດ
ເສດຖະກິດບໍເຮັດໃຫ້ເຮົາເປັນແນວນັ້ນ ຫຼືວ່າຍ້ອນລະບົບການສຶກສາຂອງພວກເຮົາ
ເຮົາເຮັດໃຫ້ການສຶກສາຂອງເຮົານີ້ສ້າງຄ່ານິຍົມມັນບໍ່ຖືກ ຄັນວ່າເວົ້າຈົງຮັກພັກດີຕໍ່ຜູ້ນັ້ນ ຜູ້ນີ້
ຈົງຮັກພັກດີຕໍ່ລັດທິນັ້ນລັດທິນີ້ ແມ່ນການເມືອງໜັກແໜ້ນ ແຕ່ວ່າລັດທິອັນນັ້ນ ມັນແມ່ນອີສັງວ່າ ຕົວຢ່າງແມ່ນລັດທິມາກສ໌-ເລນິນ
ກໍແມ່ນແນວຄິດຂອງທ່ານມາກສ໌ ທ່ານເລນິນ ເພິ່ນສ້າງສັງຄົມຢູ່ໃນເອີໂຣບພຸ້ນນ໋ະ ສັດຕະວັດທີ ໑໙ ຢູ່ຣັດເຊຍສັດຕະວັດທີ ໒໐
ເຮົາສ້າງສັງຄົມນິຍົມ ສ້າງຢູ່ບ້ານເຮົາ ຄົນລາວ ສັງຄົມລາວ ເປັນຫຍັງຈະຕ້ອງເອົາແນວທາງການເມືອງຂອງຜູ້ອື່ນຫັ້ນ
ມາເປັນພື້ນຖານໃຫ້ແນວທາງການເມືອງຂອງພວກເຮົາ ຄັນເຮົາຮຽນນຳໝູ່ພັດວ່າລອກແບບ ບັດວ່າເວົ້າລັດທິມາຣ໌ກເລນິນພັດວ່າຖືກ ເປັນສິ່ງແຕະຕ້ອງບໍ່ໄດ້ ອັນນີ້ແມ່ນຫຍັງ
ເຮົາສັ່ງສອນກັນແມ່ນບໍ? ທີ່ວ່າເຮັດໃຫ້ເຮົາຫລົງໄຫລຜູ້ນັ້ນຢູ່ໄສ ໆ ພຸ້ນນ່ະ
ອັນທີ ໓ ເຮົາສຶກສາກັນນີ້ເຮັດໃຫ້ຄົນເຮົານີ້ ມີນິໄສຄັບແຄບອະຄະຕິຄຽດແຄ້ນໃຫ້ກັນ
ແຕ່ຍາມຍັງນ້ອຍຢູ່ອະນຸບານພຸ້ນ ສອນກັນວ່າຕ້ອງຊັງອັນນັ້ນຊັງອັນນີ້
ບາດໃຫຍ່ຂຶ້ນມາຮຽນພັດສອນກັນໃຫ້ຄຽດແຄ້ນຊົນຊັ້ນຕໍ່ສູ້ຊົນຊັ້ນ
ເບິ່ງຄົນລາວເຮົານີ້ຕໍ່ໄປ ກໍຈະມີແຕ່ຈໍ່ກຳປັ້ນໃສ່ກັນຫັ້ນຕິ ມັນໂລດບໍ່ເປັນຕິແນວນັ້ນ ຄົນລາວເຮົາມີນິໄສອ່ອນໂຍນອອບເອື້ອອາຣີແຕ່ໃດມາເດ...

...ລະເບິ່ງບົດຮຽນການສຶກສາຂອງປະເທດອື່ນນີ້ນ່ະ ເຮົາກະໄປນຳຫລາຍຄົນ ລະກະໄປຢາມໂຮງຮຽນເຂົາໂຕໜຶ່ງ ຈັກຊື່ມັນອີຫຍັງນີ້ແຫລະ ໂບຣກແກຣນເຮີຣ໌ທນີ້ແຫລ່ະ ມັນບໍ່ແມ່ນແນວນັ້ນດອກ ແຕ່ວ່າມັນຊື່ຄືແນວນັ້ນ ໄປເຫັນບັກກິນເຂົ້າ ບັກນອນ ບັກອ່ານໜັງສື ບັກໄປຮຽນແຕ້ມຮູບນຳນາຍຄູ ເຮົາໂລດແປກປະຫລາດ ມັນແມ່ນແນວໃດຫວາອັນນີ້ຮຽນ ພວກເຮົາຮຽນແຕ່ນ້ອຍ ໆ ໜາວສິຕາຍຈົນເອົາມືຈົກຖົງໂສ້ງໄວ້ ຂຽນບໍ່ໄດ້ ເຂົາໂລດແລ້ວແຕ່ ນອນກະໄດ້ເວລາຮຽນ ບັດນີ້ມາຮຽນເບິ່ງເອກະສານຂອງການສຶກສາຢູ່ອະເມຣິກາຫັ້ນ ກະຄືແນວນັ້ນ ປຶ້ມຫລັກສູດຕຳຣາຮຽນນີ້ບໍ່ຄືກັນ ບໍ່ມີຂອງເປັນເອກະພາບ ແລ້ວແຕ່ຜູ້ສິເຮັດ ບາງໂຮງຮຽນນີ້ບໍ່ໃຫ້ຮຽນໃດທິດສະດີຂອງມາຣ໌ກເລນິນຫັ້ນນ່ະ ອັນວ່າຄົນມີຕົ້ນກຳເນີດມາຈາກໂຕລິງຫັ້ນ ເຮົາຮູ້ວ່າລັດຖະມົນຕີນາງນີ້ບໍ່ມັກແຫຼ້ວທິດສະດີແນວນີ້ ເຮົາກະບໍ່ມັກຄືກັນ ບໍ່ເຊື່ອ ເຮົາຂີ້ຮ້າຍປານນີ້ກະ! ເວົ້າວ່າມາຈາກລີງ ບໍ່ຄື ສະມາຊິກແມ່ຍິງເຮົາຢູ່ນີ້ຜູ່ງາມ ໆ ວ່າມາຈາກລີງ ປ໊າ! ທິດສະດີນີ້ຈັກເວົ້າຕົ໊ວະກັນບໍ່ຈັກລ່ະ ມັນບໍ່ຄື

ດັ່ງນັ້ນ, ຈຶ່ງວ່າຫລັກສູດເຂົາກະ ບໍ່ໄດ້ເປັນເອກະພາບໃດ ແລ້ວແຕ່ຜູ້ສິເຮັດ ບັດນີ້! ຄະແນນເຂົາກະບໍ່ໄດ້ເວົ້າວ່າຕ້ອງໄດ້ແນວນັ້ນແນວນີ້ ຄະແນນເປັນຂອງທີ່ລະອຽດອ່ອນ ນາຍຄູຮູ້ຄະແນນແລ້ວ ເພື່ອວ່າຊ່ວຍໃຫ້ນັກຮຽນໄດ້ເພື່ອກ້າວຂຶ້ນ ເຮົາລ່ະປະກາດຄະແນນອັນນັ້ນອັນນີ້ ຜູ້ບໍ່ໄດ້ກະຍົກຂຶ້ນ ຮຽນບໍ່ໄດ້ກະຊື້ເອົາ ມັນໂລດສົ່ງເສີມກັນໄປແນວນັ້ນ

ອັນໜຶ່ງອີກ, ລະບົບການສຶກສາອະເມຣິການີ້ຄືວ່າເກ່ງແທ້ ໆ ການສຶກສາ ແຕ່ວ່າ ກະຊວງສຶກສາເຂົາຫາແຕ່ມີແຕ່ປີ ໑໙໗໙ ຮອດປີ ໘໐ ນີ້ເຄື່ອນໄຫວ ແລະຕາມຮູ້ເພິ່ນວ່າພັກກໍ່ສ້າງມັນຂຶ້ນມາ ມັນສິລຶບລ້າງອີກພວກນັ້ນສິຖຽງກັນ ແຕ່ວ່າໃນເວລາດຽວກັນນັ້ນການສຶກສາຂອງອະເມຣິກາເປັນຫຍັງໄປ ນັກປຣາດຫລາຍກະຢູ່ຫັ້ນ ນັກຟ້ອນ ນັກສະແດງ ສຳມະປິຢູ່ຫັ້ນເໝິດ ມັນແມ່ນແນວໃດ໋ຫວ່ະ? ອັນນີ້ຈິ່ງເບິ່ງພວກເຮົານີ້ ສິຄຸມກັນໄປແນວນີ້ບໍ໋? ເຮັດຫຍັງກະຄຸມ ໆ ຕ້ອງເຮັດອັນນັ້ນອັນນີ້ ແທນທີ່ເຮົາສິສົ່ງເສີມວ່າ ເອີ! ໃຫ້ນາຍຄູເຂົາຂຽນຕຳຣາຂຽນນັ້ນສອນກັນ ໂຮງຮຽນນັ້ນເຂົາສິເຮັດຫຍັງກະໃຫ້ເຂົາເຮັດ ມີແຕ່ວ່າເຮັດຈັ່ງໃດ໋ບໍ່ສອນສິ່ງທີ່ວ່າກົດໝາຍເກືອດຫ້າມ ບໍ່ຂ້າຟັນຮັນແທງກັນກະແລ້ວ ໃຫ້ເຂົາເສີມຂະຫຍາຍເໝິດສະຕິປັນຍາ ເພື່ອສອນມັນຈິດໃຈມັນກວ້າງຂວາງ ມັນມີຫົວຄິດປະດິດສ້າງເປັນຂອງຕົວເອງ ຂອງຕົນເອງ ຍາມນັ້ນຈຶ່ງສິພັດທະນາ ບໍ່ຄວນເນັ້ນແຕ່ວ່າຕ້ອງຫ້າມອັນນັ້ນອັນນີ້ ຕ້ອງສອນແນວນັ້ນສອນແນວນີ້ ເດັກນ້ອຍສອນໃຫ້ຄຽດຊັງອັນນັ້ນ ໃຫຍ່ມາສອນໃຫ້ຕໍ່ສູ້ຊົນຊັ້ນອັນນັ້ນອັນນີ້ ມັນບໍ່ໄດ້ໜາ ຄົນເຮົາມັນຕ້ອງໂອບເອື້ອອາຣີບໍ! ”
" ...ເຮົານີ້ປາກົດວ່າສອນກັນຄືວ່າ ໂຕເອງນີ້ເກ່ງ ລະກະຊະນະ ເບິ່ງທິດສະດີອື່ນຜູ້ອື່ນນີ້ປະຕິການເໝິດ ມັນບໍ່ໄດ້ໜາແນວນັ້ນ ເຮົາກະຕ້ອງຮຽນນຳໝູ່ເວີຍ! ສິວ່າອະເມຣິກາເປັນຈັກກະພັດກະແມ່ນລ່ະ ເຮົາບໍ່ຍ້ອງມັນແຫຼ້ວມັນເປັນຈັກກະພັດ ກະມັນເກ່ງເດ! ເຮົາກະຢາກພັດທະນາເດ! ກະຕ້ອງຮຽນນຳມັນແດ່ບໍ! ອີສັງມັນດີໝູ່ນີ້ຍາມຮ່ຳຍາມຮຽນ ມັນກວ້າງມັນຂວາງໂອບເອື້ອອາຣີກັນ ອັນນີ້ເຮົາສອນກັນລະຄັບແຄບ ຄັນໝູ່ມີຄວາມເຫັນຕ່າງໂຕເອງກະ! ຖືກັນເປັນອັນໃດບຸ! ເວົ້າລະເພື່ອນສະຫາຍຜູ້ຢູ່ທາງຫລັງກັນຈັກໄປທາງໃດເລີຍບໍ່ຮູ້ ອັນນັ້ນມັນກະບໍ່ເປັນ...ບາງເທື່ອໝູ່ເວົ້າຄວາມຕ່າງ ບໍ່ທັນຄົ້ນຄວ້າຊ້ຳ
ຜິດຫູນ້ອຍໜຶ່ງກໍ່ເວົ້າວ່າບໍ່ຖືກແລ້ວ ມັນບໍ່ຖືກໃດ໋ແນວນັ້ນ
ມັນຕ້ອງໄດ້ຄົ້ນໄດ້ຄວ້າ ໝູ່ເວົ້າເຂົ້າໃຈບໍ? ມັນກໍ່ມີອັນດີອັນຮ້າຍ
ຄົນເຮົາມັນຕ້ອງມີຫລາຍຄວາມຄຶດຈຶ່ງຊິພັດທະນາໄດ້..."

: ດຣ. ຄຳເຜີຍ ປານມະໄລທອງ
ສສຊ. ເຂດ ໑ ນະຄອນຫລວງວຽງຈັນ ກ່າວປະກອບຄຳເຫັນໃນກອງປະຊຸມສະມາຊິກສະພາ ເມື່ອວັນທີ ໑໖ ມິຖຸນາ ໒໕໕໔.

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຸກວັນນີ້ມັນຄືສົງຄາມເສດຖະກິດ

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ລະບົບການສືກສາ ຢູ່ໃນ ສປປລາວ ພັກແລະລັດທະບານເພີ່ນກະບໍ່ໄດ້ຫວງຫ້າມວ່າບໍ່ໃຫ້ຮຽນນຳປະເທດນັ້ນປະເທດນີ້. ເຊັ່ນວ່າ ທາງດ້ານການ ວິດທະຍາຍາດເຕັກໂນໂລຢີ ຫຼື ການພັດທະນາທາງດ້ານເສດຖະກິດ .ຄັນພວກສະຫາຍມີຄວາມສາມາດກະໄປຮຽນເອົານຳເພີນ ລະແມ ໄປຮຽນມາແລະກະມາພັດທະນາປະເທດຊາດຕົວ .ພັກລັດທະບານເພີນກະສະໜັບສະໜູນຢູ່ແລ້ວ .ອັນນີ້ອີ່ຫຍັງພາກັນໄປຮຽນມາແລ້ວມີແຕ່ ຊີມາຄົ້ນລົ້ມລະບອບ ພັກການເມືອງຕົວເອງ. ພັກແລະລັດເພີນກະຂັດຂວງແລະ ບໍ່ມີປະເທດໃດໃນໂລກດອກ . ຄັນມີບຸກຄົນໃດຫຼືກຸ່ມຄົນໃດ ຄິດຢາກປີ້ນລະບອກ ຫຼື ຢາກໂຄ່ນລົ້ມລັດທະບານ ແລ້ວ ລັດທະບານທີ່ ຂັດຂວາງຫັນ. ກະລະບອບສັງຄົມນີຍົມແລ້ວບໍ່ ທີ່ຂື້ນດວງເດືອນກ່ອນລະບອບນາຍທືນ. ກະລັດເຊຍ ຫຼື ໂຊວຽດ ແລະບໍ ຂືນ ດວງເດືອນຫັນ . ແລະ ກ່ອນທີ່ລັດເຊຍ ຈະແຕກສະຫຼາຍກໍ່ຍ້ອນ ພວກນາຍທືນມັນ ຢ້ານລືນ ຢ້ານເຫຼືອ ກະເລີຍຊອກຫາທຸກວີທາງ ຕັ້ງຫຼາຍ ສີບ ປີ ເພື່ອຫວັງທຳລາຍປະເທດສັງຄົນນີຍົມໃຫ້ໝົດສີ້ນ.ແລະ ເພືອ ຍຸແຍ່ ໃຫ້ປະຊາຊົນ ໝົດຄວາມເຊືອລະບອບສັງຄົນນີ ຍົມ . ໃນທີສຸດພວກມັນກະສົມໃຈ ຍ້ອນ ສະຫາພາບ ໂຊວຽກລົມສະຫຼາຍ .ແລະ ໃນປະຈຸບັນ ກະຄືປະເທດຈີນ ແລະ ກະບໍ່ແມ່ນປະເທດສັງຄົນນີຍິມວະ ກະບໍ່ໄດ້ເບີ່ງ ຫຼື ບໍ່ໄດ້ຮູ້ບໍ ວ່າເສດຖະກິນຈີນໃນປະຈຸບັນມັນໄປກ່ອນ ອາເມລີກາ ແລ້ວ ອາເມລີກາເຮັດຫຍັງເປັນ ຈີນກໍ່ເຮັດເປັນຄືກັນ ອາເມລີກາເຮັດ ກຳປັ່ນບັນທຸກເຄື່ອງບີນທີ່ໃຫ່ຍທີ່ສຸດ ຄິດວ່າບໍ່ມີປະເທດໃດໃນໂລກເຮັດໄດ້ ແລະ ປະຈຸບັນ ຈີນໄດ້ເຮັດອອກມາແລ້ວ ແລະ ອັນນີ້ພວກສະຫາຍ ວ່າປະເທດ ສັງຄົນນີຍົມ ປະເທດ ທີ່ເຊື່ອຖືລັດທີມາກເລນີນ ບໍ່ຈະເລີນວະ .ແລະ ຫວ່າງບໍ່ດົນມານີ້ ປະເທດລາາວເຮົາກະໄດ້ ລາງວັນອັນມີ ກຽດສັງ ສີ ໄປທົວໂລກ ຄື ລາງວັນປະເທດໜ້າທ່ອງທ່ຽວອັນ ໜືງ ຂອງ ໂລກ ກະລອງຄິດເບີງ ໃນໂລກ ນີ້ມີ ສອງຮ້ອຍ ກວ່າປະເທດ ແລະ ປະເທດລາວເຮົາໄດ້ ຮັບລາາງວັນ ທີ່ໜື່ງ ແລະ ກ່ອນຈະໄດ້ຮັບລາງວັນ ອັນຊົງກຽດ ນີ ພວກຂະນະກຳມາທີການ ຂອງສາກົນ ເຂົາກະເບີງໄປໃນທຸກ ດ້ານ ບໍ່ວ່າ ທາງດ້ານ ການເມືອງ ເສດຖະກີດ ສັງຄົນແລະ ວັດທະນາທຳແລະ ແຫຼ່ງທ່ຽວອື່ນໆ... ແລະການຈະໄດ້ມາແນວນັ້ນກະຍ້ອນແມ່ນແນວທາງນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດທະບານເຮົາ

໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ກ່ອນອື່ນຕ້ອງເຂົ້າໃຈກ່ອນວ່າທຸກສິ່ງທຸກຢ່າງການສ້າງຕັ້ງຫຍັງກະຍ່າໃນໂລກນີ້, ລ້ວນແລ້ວເພື່ອຜົນປະໂຫຍດຂອງກຸມຄົນນັ້ນລະ, ແຕ່ເຂົາໃຊ້ເລກົນອັນແນບນຽນໃຫ້ຄົນເຊື່ອເທົ່ານັ້ນລະ. ຕົວຢ່າງການກໍ່ສ້າງເຮືອນກະເພື່ອຜົນປະໂຫຍດຂອງຜູ້ສ້າງນັ້ນເອງ, ເຈົ້າເຮືອນບໍ່ໄດ້ສ້າງຂື້ນເພື່ອອື່ນດອກ.

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ stenven ຂຽນວ່າ...
ລະບົບການສືກສາ ຢູ່ໃນ ສປປລາວ ພັກແລະລັດທະບານເພີ່ນກະບໍ່ໄດ້ຫວງຫ້າມວ່າບໍ່ໃຫ້ຮຽນນຳປະເທດນັ້ນປະເທດນີ້. ເຊັ່ນວ່າ ທາງດ້ານການ ວິດທະຍາຍາດເຕັກໂນໂລຢີ ຫຼື ການພັດທະນາທາງດ້ານເສດຖະກິດ .ຄັນພວກສະຫາຍມີຄວາມສາມາດກະໄປຮຽນເອົານຳເພີນ ລະແມ ໄປຮຽນມາແລະກະມາພັດທະນາປະເທດຊາດຕົວ .ພັກລັດທະບານເພີນກະສະໜັບສະໜູນຢູ່ແລ້ວ .ອັນນີ້ອີ່ຫຍັງພາກັນໄປຮຽນມາແລ້ວມີແຕ່ ຊີມາຄົ້ນລົ້ມລະບອບ ພັກການເມືອງຕົວເອງ. ພັກແລະລັດເພີນກະຂັດຂວງແລະ ບໍ່ມີປະເທດໃດໃນໂລກດອກ . ຄັນມີບຸກຄົນໃດຫຼືກຸ່ມຄົນໃດ ຄິດຢາກປີ້ນລະບອກ ຫຼື ຢາກໂຄ່ນລົ້ມລັດທະບານ ແລ້ວ ລັດທະບານທີ່ ຂັດຂວາງຫັນ. ກະລະບອບສັງຄົມນີຍົມແລ້ວບໍ່ ທີ່ຂື້ນດວງເດືອນກ່ອນລະບອບນາຍທືນ. ກະລັດເຊຍ ຫຼື ໂຊວຽດ ແລະບໍ ຂືນ ດວງເດືອນຫັນ . ແລະ ກ່ອນທີ່ລັດເຊຍ ຈະແຕກສະຫຼາຍກໍ່ຍ້ອນ ພວກນາຍທືນມັນ ຢ້ານລືນ ຢ້ານເຫຼືອ ກະເລີຍຊອກຫາທຸກວີທາງ ຕັ້ງຫຼາຍ ສີບ ປີ ເພື່ອຫວັງທຳລາຍປະເທດສັງຄົນນີຍົມໃຫ້ໝົດສີ້ນ.ແລະ ເພືອ ຍຸແຍ່ ໃຫ້ປະຊາຊົນ ໝົດຄວາມເຊືອລະບອບສັງຄົນນີ ຍົມ . ໃນທີສຸດພວກມັນກະສົມໃຈ ຍ້ອນ ສະຫາພາບ ໂຊວຽກລົມສະຫຼາຍ .ແລະ ໃນປະຈຸບັນ ກະຄືປະເທດຈີນ ແລະ ກະບໍ່ແມ່ນປະເທດສັງຄົນນີຍິມວະ ກະບໍ່ໄດ້ເບີ່ງ ຫຼື ບໍ່ໄດ້ຮູ້ບໍ ວ່າເສດຖະກິນຈີນໃນປະຈຸບັນມັນໄປກ່ອນ ອາເມລີກາ ແລ້ວ ອາເມລີກາເຮັດຫຍັງເປັນ ຈີນກໍ່ເຮັດເປັນຄືກັນ ອາເມລີກາເຮັດ ກຳປັ່ນບັນທຸກເຄື່ອງບີນທີ່ໃຫ່ຍທີ່ສຸດ ຄິດວ່າບໍ່ມີປະເທດໃດໃນໂລກເຮັດໄດ້ ແລະ ປະຈຸບັນ ຈີນໄດ້ເຮັດອອກມາແລ້ວ ແລະ ອັນນີ້ພວກສະຫາຍ ວ່າປະເທດ ສັງຄົນນີຍົມ ປະເທດ ທີ່ເຊື່ອຖືລັດທີມາກເລນີນ ບໍ່ຈະເລີນວະ .ແລະ ຫວ່າງບໍ່ດົນມານີ້ ປະເທດລາາວເຮົາກະໄດ້ ລາງວັນອັນມີ ກຽດສັງ ສີ ໄປທົວໂລກ ຄື ລາງວັນປະເທດໜ້າທ່ອງທ່ຽວອັນ ໜືງ ຂອງ ໂລກ ກະລອງຄິດເບີງ ໃນໂລກ ນີ້ມີ ສອງຮ້ອຍ ກວ່າປະເທດ ແລະ ປະເທດລາວເຮົາໄດ້ ຮັບລາາງວັນ ທີ່ໜື່ງ ແລະ ກ່ອນຈະໄດ້ຮັບລາງວັນ ອັນຊົງກຽດ ນີ ພວກຂະນະກຳມາທີການ ຂອງສາກົນ ເຂົາກະເບີງໄປໃນທຸກ ດ້ານ ບໍ່ວ່າ ທາງດ້ານ ການເມືອງ ເສດຖະກີດ ສັງຄົນແລະ ວັດທະນາທຳແລະ ແຫຼ່ງທ່ຽວອື່ນໆ... ແລະການຈະໄດ້ມາແນວນັ້ນກະຍ້ອນແມ່ນແນວທາງນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດທະບານເຮົາ

ຟ້າວໄປຮັບແມ່ຂາຍຜັກ ຢູ່ຕະຫຫຼາດ ມື້ໜ້າຈະຂະຫຍາຍຕໍ່ ຄຳເຫັນນີ້ Ok ຖືກຕ້ອງຈາມແນວທາງຂອງພັກຂອງລັດ

ຂໍສະແດງຄວາມນັບຖືສິດທິເສລີພາບທາງຄວາມຄິດ ແລະຄວາມເຊື່ອຖືຂອງທ່ານເປັນຢ່າງສູງ. ນີ້ແລະເພິ່ນວ່າ"ຄົນເຮົາຕ້ອງມີຫຼາຍຄວາມຄິດ ຈຶ່ງຈະພັດທະນາໄດ້" ຢາກໃຫ້ທ່ານຊູນະໂຍບາຍນີ້ ແລ້ວລົງສະມັກເລືອກຕັ້ງ ແລະໃຫ້ປຊຊເລືອກເອົາຢ່າງເສລີ ທ່ານຄົງໄດ້ເປັນລັຖະມົນຕີທີ່ມີກຽດສະຫງ່າທີ່ສຸດ!

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ປະເທດອື່ນເຂົາປົດປ່ອຍມາໄດ້ຫົກເຈັດສີບກ່ວາປີຫຼືໄດ້ລ້ອຍປາຍປີແລ້ວ.ປະເທດເຂົາຈື່ງພັດທະນາມາໄດ້ເຖີງຂະໜາດນີ້.ປະເທດເຮົາຫາກໍ່ປົດປ່ອຍໄດ້ພຽງແຕ່ສາມສີບແປດສາມເກົ້າປີ.ພັດທະນາມາໄດ້ຊ້ຳນີ້ກະດີແລ້ວ.

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
​ໃຜ​ປະຕິ​ເສດ ລັດທິ​ນີ້ = ບໍ່​ຍອມຮັບ​ໝາກຜົນ ຂອງ​ການ​ປະຕິວັດ​ນີ້
ສົມຄວນ ​ໄປ​ເກັ່ງ​ຢູ່​ປະ​ເທດ ທີ່ ຢາກ​ສ້າງ​ລັດທິ​ດ້ວຍ​ຕົນ​ເອງ ອິອິອິ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫ​ນັກ ຂະ​ຫ​ນາດ​ເລີຍ​ກະ​ທູ້​ນິ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ stenven ຂຽນວ່າ...
ລະບົບການສືກສາ ຢູ່ໃນ ສປປລາວ ພັກແລະລັດທະບານເພີ່ນກະບໍ່ໄດ້ຫວງຫ້າມວ່າບໍ່ໃຫ້ຮຽນນຳປະເທດນັ້ນປະເທດນີ້. ເຊັ່ນວ່າ ທາງດ້ານການ ວິດທະຍາຍາດເຕັກໂນໂລຢີ ຫຼື ການພັດທະນາທາງດ້ານເສດຖະກິດ .ຄັນພວກສະຫາຍມີຄວາມສາມາດກະໄປຮຽນເອົານຳເພີນ ລະແມ ໄປຮຽນມາແລະກະມາພັດທະນາປະເທດຊາດຕົວ .ພັກລັດທະບານເພີນກະສະໜັບສະໜູນຢູ່ແລ້ວ .ອັນນີ້ອີ່ຫຍັງພາກັນໄປຮຽນມາແລ້ວມີແຕ່ ຊີມາຄົ້ນລົ້ມລະບອບ ພັກການເມືອງຕົວເອງ. ພັກແລະລັດເພີນກະຂັດຂວງແລະ ບໍ່ມີປະເທດໃດໃນໂລກດອກ . ຄັນມີບຸກຄົນໃດຫຼືກຸ່ມຄົນໃດ ຄິດຢາກປີ້ນລະບອກ ຫຼື ຢາກໂຄ່ນລົ້ມລັດທະບານ ແລ້ວ ລັດທະບານທີ່ ຂັດຂວາງຫັນ. ກະລະບອບສັງຄົມນີຍົມແລ້ວບໍ່ ທີ່ຂື້ນດວງເດືອນກ່ອນລະບອບນາຍທືນ. ກະລັດເຊຍ ຫຼື ໂຊວຽດ ແລະບໍ ຂືນ ດວງເດືອນຫັນ . ແລະ ກ່ອນທີ່ລັດເຊຍ ຈະແຕກສະຫຼາຍກໍ່ຍ້ອນ ພວກນາຍທືນມັນ ຢ້ານລືນ ຢ້ານເຫຼືອ ກະເລີຍຊອກຫາທຸກວີທາງ ຕັ້ງຫຼາຍ ສີບ ປີ ເພື່ອຫວັງທຳລາຍປະເທດສັງຄົນນີຍົມໃຫ້ໝົດສີ້ນ.ແລະ ເພືອ ຍຸແຍ່ ໃຫ້ປະຊາຊົນ ໝົດຄວາມເຊືອລະບອບສັງຄົນນີ ຍົມ . ໃນທີສຸດພວກມັນກະສົມໃຈ ຍ້ອນ ສະຫາພາບ ໂຊວຽກລົມສະຫຼາຍ .ແລະ ໃນປະຈຸບັນ ກະຄືປະເທດຈີນ ແລະ ກະບໍ່ແມ່ນປະເທດສັງຄົນນີຍິມວະ ກະບໍ່ໄດ້ເບີ່ງ ຫຼື ບໍ່ໄດ້ຮູ້ບໍ ວ່າເສດຖະກິນຈີນໃນປະຈຸບັນມັນໄປກ່ອນ ອາເມລີກາ ແລ້ວ ອາເມລີກາເຮັດຫຍັງເປັນ ຈີນກໍ່ເຮັດເປັນຄືກັນ ອາເມລີກາເຮັດ ກຳປັ່ນບັນທຸກເຄື່ອງບີນທີ່ໃຫ່ຍທີ່ສຸດ ຄິດວ່າບໍ່ມີປະເທດໃດໃນໂລກເຮັດໄດ້ ແລະ ປະຈຸບັນ ຈີນໄດ້ເຮັດອອກມາແລ້ວ ແລະ ອັນນີ້ພວກສະຫາຍ ວ່າປະເທດ ສັງຄົນນີຍົມ ປະເທດ ທີ່ເຊື່ອຖືລັດທີມາກເລນີນ ບໍ່ຈະເລີນວະ .ແລະ ຫວ່າງບໍ່ດົນມານີ້ ປະເທດລາາວເຮົາກະໄດ້ ລາງວັນອັນມີ ກຽດສັງ ສີ ໄປທົວໂລກ ຄື ລາງວັນປະເທດໜ້າທ່ອງທ່ຽວອັນ ໜືງ ຂອງ ໂລກ ກະລອງຄິດເບີງ ໃນໂລກ ນີ້ມີ ສອງຮ້ອຍ ກວ່າປະເທດ ແລະ ປະເທດລາວເຮົາໄດ້ ຮັບລາາງວັນ ທີ່ໜື່ງ ແລະ ກ່ອນຈະໄດ້ຮັບລາງວັນ ອັນຊົງກຽດ ນີ ພວກຂະນະກຳມາທີການ ຂອງສາກົນ ເຂົາກະເບີງໄປໃນທຸກ ດ້ານ ບໍ່ວ່າ ທາງດ້ານ ການເມືອງ ເສດຖະກີດ ສັງຄົນແລະ ວັດທະນາທຳແລະ ແຫຼ່ງທ່ຽວອື່ນໆ... ແລະການຈະໄດ້ມາແນວນັ້ນກະຍ້ອນແມ່ນແນວທາງນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດທະບານເຮົາ

ກວ່າ​ຈະ​ອ່ານ​ຈົບ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລນິນ ເປັນຫົວໃຈ ຂອງ ລັດທິສັງຄົມນິຍົມ

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ສາທາລະນະລັດ ປະຊາທີປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທີປະໄຕ ເອກະພາບ ວັດທະນາຖາວອນ
ພັກປະຊາຊົນ ປະຕິວັດລາວ ໝັ້ນຍື້ນ
ລາວເຮັດລາວໃຊ້ ລາວໄດ້ລາວຈະເລີນ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແສງທອງສ່ອງຟ້າ ນະພາເປັນສີສົດໃສ ຄວາມມືດຫາຍໄປ ແສງທອງສ່ອງໃສເຂົ້າມາ ..................

໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ประเด็นน่าสนใจ แต่เพิ่นเขียนยาว ผมอ่านบ่เก่ง

໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
​ໃຜ​ປະຕິ​ເສດ ລັດທິ​ນີ້ = ບໍ່​ຍອມຮັບ​ໝາກຜົນ ຂອງ​ການ​ປະຕິວັດ​ນີ້
ສົມຄວນ ​ໄປ​ເກັ່ງ​ຢູ່​ປະ​ເທດ ທີ່ ຢາກ​ສ້າງ​ລັດທິ​ດ້ວຍ​ຕົນ​ເອງ ອິອິອິ

ບໍກະບໍ່ແມ່ນແນວນັ້ນດອກຫມູ່ເອີຍເຣົາກະເວົ້າຕມວິຊາປັດສະຍາມັນເວົ້າໄວ້ວ່າກົດຫມາຍ
ເປັນເຄືອງມືໃຫ້ແກ່ລັດນັ້ນແລະກະຣັກສາຜົນປະໂຫຍດໃຫ້ແກ່ລັດນັ້ນ ວ່າຈັ່ງຊັ້ນດອກນ່າກະເລີຍເວົ້າຕາມ

໓ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ປັດສະຍາ ມາກເລນິນ ແມ່ນປັດສະຍາ ທີ່ດີຕໍ່ສັງຄົມມະນຸດ

໒ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສັງຄົມນິຍົມ ໝັ້ນຍືນ

໑໐ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ອີ່ປ໋າຂ້ອຍເພິ່ນຮຽນຈົບມາແຕ່ໂຊວຽດ ເພິ່ນເຄີຍເວົ້າວ່າ ລັດທິມາກຈະດີປານໃດກໍ່ຕາມ ແຕ່ບໍ່ມີໃຜເຮັດນຳໄດ້ ມີແຕ່ຄົນງົມງວາຍ ແລະຫຼ້າຫຼັງເທົ້ານັ້ນທີ່ເຊື່ອຖື.

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັງແກນ ມາກ ເລ ນິນ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khunlu ຂຽນວ່າ...
ອີ່ປ໋າຂ້ອຍເພິ່ນຮຽນຈົບມາແຕ່ໂຊວຽດ ເພິ່ນເຄີຍເວົ້າວ່າ ລັດທິມາກຈະດີປານໃດກໍ່ຕາມ ແຕ່ບໍ່ມີໃຜເຮັດນຳໄດ້ ມີແຕ່ຄົນງົມງວາຍ ແລະຫຼ້າຫຼັງເທົ້ານັ້ນທີ່ເຊື່ອຖື.

ສັງຄົມນິຍົມ ດີທີ່ສຸດ ຂ້ອຍຄິດວ່າ ອິອິ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພໍ່ຂ້ອຍວ່າ ຖ້າບໍ່ມັກລັດທິນີ້ ໜີໄປຢູ usa ວ່າຊັ້ນ ອິອິ ແຕ່ຂ້ອຍມັກບ້ານເກີດ
ຢ່າງໜ້ອຍບໍ່ເປັບເຫັບ ອິອິ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນເປັບເຫັບຄົນຍັງມີກຽດ ເປັນເຫັບໝາແບັກເຊ ຫົວແດງ ກັບບ້ານກໍ່ບໍ່ໄດ້ ອິອິ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພວກເຈົ້າເກັ່ງ ເຮັດຄື ເອຢິບເບິ່ງ ອິອິອິ

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khunlu ຂຽນວ່າ...
ອີ່ປ໋າຂ້ອຍເພິ່ນຮຽນຈົບມາແຕ່ໂຊວຽດ ເພິ່ນເຄີຍເວົ້າວ່າ ລັດທິມາກຈະດີປານໃດກໍ່ຕາມ ແຕ່ບໍ່ມີໃຜເຮັດນຳໄດ້ ມີແຕ່ຄົນງົມງວາຍ ແລະຫຼ້າຫຼັງເທົ້ານັ້ນທີ່ເຊື່ອຖື.

ສັງຄົມນິຍົມ ດີທີ່ສຸດ ຂ້ອຍຄິດວ່າ ອິອິ

ຫາຫາ.ແລະມັກລັດທີໃດນໍ.ຫຼືວ່າມັກລັດທີ ປີ່ໜື່ງ ມີນາຍຍົກສອງສາມຄົນຫັ້ນບໍ.

໑໐ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ຄັນເປັບເຫັບຄົນຍັງມີກຽດ ເປັນເຫັບໝາແບັກເຊ ຫົວແດງ ກັບບ້ານກໍ່ບໍ່ໄດ້ ອິອິ

ອີ່ປ໋າຂ້ອຍເພິ່ນເວົ້າວ່າ ຄົນສັງຄົມນິຍົມເພິ່ນບໍ່ເຄີຍກ່າວຄຳຫຍາບຄາຍແນວນີ້ຈັກເທື່ອ ແລະເພິ່ນຍັງເວົ້າອີກວ່າ ກິລິຍາບອກຊາດ ມາລະຍາດບອກຕະກຸນ ວ່າຊັ້ນ.

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>