ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ມາຊ່ວຍກັນອານຸລັກຮັກສາ ສະຖານທີ່ສາທາລະນະ ໃຫ້ສວຍງາມນຳກຳ

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ເມື່ອຫຼາຍປີກ່ອນ ຂພຈ ມາແຕ່ຊົນນະບົດໃໝ່ໆ ກໍ່ຍ້ອນຄວາມປະທັບໃຈ.ກັບການຕັ້ງສະງ່າຢູ່ໃຈກາງນະຄອນຫຼວງວຽງຈັນຂອງອານຸສາວະລີ ຫຼື ປະຕູໄຊທີ່ຄົນລາວເຮົາເອີ້ນກັນ ແລະ ກໍຍ້ອນຄວາມຢາກຮູ້ຢາກເຫັນ.ຍາມວັນເສົາວັນທິດ.ກໍໄດ້ຊວນໝູ່ສອງສາມຄົນພາກັນໄປຫຼີ້ນ ແລະ ກໍ່ພາດບໍ່ໄດ້ກັນການ ຂື້ນໄປຊັ້ນເທີງຊຸດຂອງອານຸສາວະລີ,ເພື່ອຊົມທັດສະນີຍະພາບ ຂອງ ນະຄອນຫຼວງວຽງຈັນ. ແລະ ນີ້ກໍ່ເປັນຄັ້ງແລກໃນຊີວິດທີ່ໄດ້ຂື້ນໄປຫຼີ້ນເທີງອານຸສາວະລີແຫ່ງນັ້ນ.ພາຍຫຼັງຂື້ນໄປແລ້ວ ກໍ່ບໍ່ພາດກັບຄວາມງົດງາມທິວທັດຂອງນະຄອນຫຼວງວຽງຈັນ.ແຕ່ມີສີ່ງໜື່ງທີ່ປະຫຼາດໃຈທີ່ສຸດຄື:ໄດ້ເຫັນເສດຖົງເຂົ້າໝົມ ແລະ ຕຸກນ້ຳດືມຄ້າງຕາມຊໍ່ ຫຼື ຕາມຍອດຂອງປະຕູໄຊ ແລະ ຮ້າຍແຮງໄປກວ່ານັ້ນ ເຫັນຮອຍປີກ,ຮອຍສໍ,ຮອຍນ້ຳລົບ ຂີດຂຽນຕາມຝາ,ຕາມຍອດຂອງປະໄຊແຫ່ງນັ້ນລາຍໄປໝົດ ແລະ ຂພຈ ພ້ອມກັບໝູ່ກະບໍ່ໄດ້ຄິດຫຍັງຫຼາຍ ແລະ ກະພາກກັນລີ້ນບືດໜື່ງແລະກະພາກັນກັບ . ແລະ ຫຼັງຈາກນັ້ນອີກ ສອງ ສາມປີຫຼັງ ປະມານປີ ສອງແປດ ສອງເກົ້ານີ ແລະ ກໍ່ໄດ້ມີໂອກາດກັບໄປທ່ຽວທີ່ສະຖານທີ່ແຫ່ງນັ້ນອີກ ແລະ ພາບທີ່ປະກົດເຫັນ ຕາມຝາກະຍັງມີຮອຍ ຂູດຂີດ ຄືເກົ່າຢູ່.ແລະ ປີກາຍມານີ້ໄດ້ມີໂອກາດໄປສືກສາຕໍ່ຕ່າງປະເທດ ແລະ ກໍ່ໄດ້ໄປທ່ຽວ,ໄປຫຼີນ ສະຖານທີ່ ທ່ຽວທ່ຽວ,ສະຖານທີ່ວັດທະນາທຳ ແລະ ທຳມາຊາດຂອງປະເທດເຂົາ,ມັນສ່າງເປັນຕາສະອອນງາມຫູງາມຕາ.ເບີ່ງໄປທາງໃດກໍ່ສະອາດຈົບງາມໄປໝົດ ແລະ ກະຫວນຄິດເຖີງພາບປະຕູໄຊ ສະຖານທີ່ທາງປະຫວັດສາດຂອງປະເທດເຮົາ ວ່າມາຮອດປະຈຸບັນຍັງເປັນຄືເກົ່າທີ່ຜ່ານມາທີ່ເຄີຍໄດ້ໄປຫຼີ້ນຫັນບໍ່ນໍ,ຄິດພາບນັ້ນອອກມາລະເປັນຕາອາຍຄົນຕ່າງປະເທດທີ່ໄປທ່ຽວຊົມແລະໄດ້ເຫັນສີ່ງທີ່ບໍ່ສົມຄວນເກີດຂື້ນກັບສະຖານທີ່ແຫ່ງນີ້

ຂຽນບົດຄວາມໃນໃຈນີ້ຂື້ນມາ ກະຫວັງວ່າ ນ້ອງໆ,ໝູ່ຄຸ່ໃນເວັບນີ້ ຊ່ວຍກັນຄິດຫາທາງແກ້ໄຂບັນຫານີ້ດ້ວຍ.ຖ້າເພື່ອນໆຄົນໃດ,ຮູ້ຈັກຫຼືສະນິດສະໜົມກັບພາກສ່ວນກ່ຽວຂ້ອງເບີງແຍງສະຖານທີ່ປະຕູໄຊ ຫຼື ອານຸສາວະລີແຫ່ງນີ້ກ .ບອກໃຫ້ເພີ່ນແກ້ໄຂ ແລະ ຖ້າຈະດີ ໄປຕິດຕັງກ້ອງລັກຖ່າຍ ຫຼື ກ້ອງວົງຈອນປິດ ທີ່ເຮົາເວົ້າກັນຕາມພາສາປະເທດບ້ານໃກ້ເຮືອນຄຽງເຮົາ.
ເພື່ອໄວ້ສອດສ່ອງເບີ່ງບຸກຄົນທີ່ ຮຽນໜັ່ງສືນ້ອຍ ແລະ ຮູ້ເທົ່າບໍ່ເທີງການ ໄປຂີດຂຽນຕາມຝາ ຂອງ ຂອງປະຕູໄຊແຫ່ງນັ້ນ.


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ທີ່ການສິດສອນຂອງຜູ້ປົກຄອງມາແຕ່ນ້ອຍ