ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ລູກຊາຍຈົບການສຶກສາ ຫອບຊຸດປະລິນຍາໄປຫາພໍ່ຢູ່ເທິງດອຍ :)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແບບວ່າເຫັນແລ້ວສະເທືອນໃຈ ປະທັບໃຈແທນເນາະ

ເປັນລູກທີ່ກະຕັນຍູຮູ້ຄຸນເນາະ

ຂ່າວນີ້ແມ່ນຢູ່ປະເທດເພື່ອນບ້ານ ( ໄທ )

ທີ່ມາ: Link

ແລະ facebook




ເລົ່າຫຍໍ້ຕາມທີ່ອ່ານມາໜ້ອຍໜຶ່ງ: ເພິ່ນຊື່ສັ້ນວ່າ: ມິນ, ເປັນຄອບຄົວທີ່ຍາກຈົນຢູ່ເທິງດອຍຫ່າງໄກສອກຫຼີກ, ຄອບຄົວທັງໝົດມີ 5 ຄົນ, ພໍ່ເປັນໄບ້, ແມ່ ແລະ ພີ່ນ້ອງອີກຄົນໄດ້ເສຍຊີວິດແລ້ວ, ຍັງເຫຼືອ 3 ຄົນ, ຫຼັງຈາກແມ່ເສຍຊີວິດ ພໍ່ກໍ່ໄດ້ເປັນຄົນເຫງົາງຽບ, ລົບໆລີ້ໆ, ຫຼົງໆລືມໆ ຈົນບໍ່ຈືຮອດລູກຕົວເອງ, ສ່ວນ ມິນ ໄດ້ບວດຮຽນຈົນຈົບມໍປາຍ ແລ້ວເສັງເຂົ້າຮຽນຕໍ່ສາຂາຄອມພິວເຕີ, ຫຼັງຈາກທີ່ມິນຮຽນຈົບກໍ່ຫອບຊຸດປະລິນຍາໄປຖ່າຍຮູບກັບພໍ່ຢູ່ເທິງດອຍດ້ວຍຄວາມພາກພູມໃຈ. ປັດຈຸບັນ ມິນໄດ້ເປີດຮ້ານສ້ອມແປງຄອມພິວເຕີຕາມສາຂາທີ່ຮຽນມາ.

ຖ້າເລົ່າຜິດ ຂໍອະໄພ



໒ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ຄິດຮອດ ອີ່ພໍ່ ອີ່ແມ່ເດ ......

ຕາ ສາວປາກເຊ ຂໍຂອບໃຈ

໒ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ຄິດຮອດ ອີ່ພໍ່ ອີ່ແມ່ເດ ......

ຕາ ສາວປາກເຊ ຂໍຂອບໃຈ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tafantastic ຂຽນວ່າ...
ຄິດຮອດ ອີ່ພໍ່ ອີ່ແມ່ເດ ......


ເພິ່ນຢູ່ໃສຊັ້ນນະ?


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວາດສະຫນາຄົນເຮົາມັນບໍ່ຄືກັນ


໐ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ບ້ານເພິ່ນມີກອງທຶນເພື່ອການສຶກສາ ທຸກຍາກກໍ່ຮຽນໄດ້ຖ້າໃຈໃຝ່ຮຽນ
ບາງຄົນຈາກເດັກເລ່ລ່ອນ ແມ່ເກັບຂີ້ເຍື້ອຂາຍ ກະຍັງຈົບດອກເຕີ ເປັນຮອດອາຈານສອນໃນມະຫາໄລ


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ຖ້າຢູ່ເຮົາຊິໄປສະມັກວຽກຢູ່ໃສ່ລະ


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າໃຈເລີຍຄວາມຮູ້ສຶກ...
ຈາກບ້ານໄປ..
ໄປຮຽນ ຕັ້ງໃຈຮຽນເພື່ອອານາຄົດ.. ສີ່ງທີ່ເປັນກຳລັງໃຈໃຫ້ເຮົາກະຄືຄອບຄົວ.. ແລ້ວມື້ຫນື່ງສີ່ງທີ່ເຮົາຫວັງໄວ້ ມັນກະເປັນຈິງ
ດີໃຈນຳລາວ.. ລະກະຮູ້ສືກ ວ່າມັນບໍ່ງ່າຍເລີຍທີ່ຄົນໆຫນື່ງຈະມາຢືນຢູ່ຈຸດນັ້ນຫອບເອົາຄວາມພາກພູມໃຈໄປໃຫ້ຜູ້ເປັນພໍ່ເປັນແມ່


໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ໜ້ານັບຖືຫລາຍ ພໍ່ລາວຄືສິມີຄວາມສຸກຂື້ນ



໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໃຈນຳເດີ


໒ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ tafantastic ຂຽນວ່າ...
ຄິດຮອດ ອີ່ພໍ່ ອີ່ແມ່ເດ ......


ເພິ່ນຢູ່ໃສຊັ້ນນະ?



ເພີ່ນຢູ່ບ້ານ

ຕາ ສາວປາກເຊ ຂໍຂອບໃຈ

໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ລູກທີ່ດີ,ບໍ່ເຮັດໃຫ້ເຊື່ອມເສຍ ຕະກູນ ໜ້ານັບຖື!!!!!

ຊູມຊົນຄົນຮັກສາຍຂອງ

໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ລູກທີ່ດີ,ບໍ່ເຮັດໃຫ້ເຊື່ອມເສຍ ຕະກູນ ໜ້ານັບຖື!!!!!

ຊູມຊົນຄົນຮັກສາຍຂອງ

໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ລູກທີ່ດີ,ບໍ່ເຮັດໃຫ້ເຊື່ອມເສຍ ຕະກູນ ໜ້ານັບຖື!!!!!

ຊູມຊົນຄົນຮັກສາຍຂອງ

໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ດີ

ພັນທະຫົວໃຈ::

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຄັນວ່າລາວນຸ່ງຊຸດນີໄປອວດພໍ່ດ້ວຍຄວາມບໍລີສຸດພຸດຜ່ອນ ແລະ ດ້ວຍຄວາມມຸ້ງມາດປາດທະໜາມາຮຽນເອົາຄວາມຮູ້ເພື່ອໄປພັດທະນາບ້ານຂອງລາວເອງແທ້ນີ້.ກະເປັນຕາສະເໜີລັດທະບານເຮັດໃບຍ້ອງຍໍໃຫ້ລາວ.ແຕ່ກົງກັນຂ້າມພຽງແຕ່ເອົາຊຸດໄປອວດພໍ່ ແລະ ສຸດທ້າຍກະຮ່າງຈາກບ້ານມາເຮັດວຽກໃນເມືອງຄືເກົ່າແບບນີ້ກະບໍ່ຄັນປານໃດ.ເພາະເຫັນມາຫຼາຍແລ້ວ.ມາຮຽນໃນເມືອງ.ຫຼັງຈາກຮຽນຈົບແລ້ວມີວຽກເຮັດງານທຳຢູ່ໃນເມືອງແລ້ວກະລືມບ້ານລືມຊ່ອງ.ບາດກັບໄປຍາມບ້ານກະເຮັດມາດຄົນໃນເມືອງເຂົາຊົນນະບົດຊັນແລະ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລູກເຮົາຄຳຮູ້ແບບນິກະໄຄແດ່

ຮັກແທ້ຄືແມ່

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ stenven ຂຽນວ່າ...
ຄັນວ່າລາວນຸ່ງຊຸດນີໄປອວດພໍ່ດ້ວຍຄວາມບໍລີສຸດພຸດຜ່ອນ ແລະ ດ້ວຍຄວາມມຸ້ງມາດປາດທະໜາມາຮຽນເອົາຄວາມຮູ້ເພື່ອໄປພັດທະນາບ້ານຂອງລາວເອງແທ້ນີ້ ກະເປັນຕາສະເໜີລັດທະບານເຮັດໃບຍ້ອງຍໍໃຫ້ລາວ. ແຕ່ກົງກັນຂ້າມພຽງແຕ່ເອົາຊຸດໄປອວດພໍ່ ແລະ ສຸດທ້າຍກະຮ່າງຈາກບ້ານມາເຮັດວຽກໃນເມືອງຄືເກົ່າແບບນີ້ກະບໍ່ຄັນປານໃດ. ເພາະເຫັນມາຫຼາຍແລ້ວ ມາຮຽນໃນເມືອງ. ຫຼັງຈາກຮຽນຈົບແລ້ວມີວຽກເຮັດງານທຳຢູ່ໃນເມືອງແລ້ວກະລືມບ້ານລືມຊ່ອງ. ບາດກັບໄປຍາມບ້ານກະເຮັດມາດຄົນໃນເມືອງເຂົາຊົນນະບົດຊັນແລະ



ເພາະວ່າເທິງດອຍອາດຈະບໍ່ມີຄອມພິວເຕີໃຫ້ສ້ອມແປງເດ ອິອິ
ບາງທີຖ້າຮຽນກ່ຽວກັບກະສິກຳນີ້ແລ້ວໄປເຮັດຄືຊິໄດ້ຢູ່ເນາະ