ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ນັກຮຽນເກັ່ງ ກັບ ນາງງາມ

໒ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ເມື່ອກາງປີທີ່ຜ່ານມານີ້ ນ້ອງຊາຍຂອງຂ້ອຍໄດ້ມີໂອກາດເຂົ້າຮ່ວມສອບເສັງນັກຮຽນເກັ່ງທົ່ວປະເທດສາຍ ວິຊາເຄມີສາດ ຜົນການສອບເສັງຄື ລາວສາມາດຍາດໄດ້ອັນດັບທີ 3 ( ຊື່ຂອງລາວຄື ທ້າວ ອຸ່ນຫຼ້າ ທອງສໍາລິດ, ຕົວແທນຈາກແຂວງຈໍາປາສັກ )
ເມື່ອລາວກັບມາຈາກນະຄອນຫລວງ ຂ້ອຍໄດ້ຖາມເຖີງລາງວັນແຫ່ງຄວາມສາມາດທີ່ລາວໄດ້ຮັບຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ
ລາວບອກຂ້ອຍວ່າ ທາງພະແນກສຶກສາແຂວງ ຈໍາປາສັກ ໄດ້ຈັດພິທີຍ້ອງຍໍຊົມເຊີຍໃຫ້ແກ່ລາວພ້ອມໝູ່ເພື່ອນ ແລະຄະນະຄູອາຈານທີ່ກ່ຽວຂ້ອງ, ທ່ານເຈົ້າແຂວງ ແຂວງຈໍາປາສັກ ໄດ້ມອບໃບຍ້ອງຍໍ ພ້ອມດ້ວຍເງິນສົດ ຈໍານວນ 1,500,000 ກີບ ແລະສິດໃນການເລືອກຮຽນຕໍ່ວິຊາຊີບຕາມຄວາມຕ້ອງການຂອງຕົນ.

ມາຄິດໄປຄິດມາເງິນ 1,500,000 ກີບ ໃຊ້ຈ່າຍເປັນຄ່າຮຽນໄດ້ບໍ່ເກີນ 3 ເດືອນ, ສ່ວນວ່າສິດໃນການເລືອກຮຽນຕໍ່ວິຊາຊີບຕາມຄວາມຕ້ອງການຂອງຕົນ ກໍ່ຈັກຊິມີຜົນສັກສິດຊໍ່າໃດ໋ ?

ເພື່່ອກະດູກສັນຫຼັງຂອງຊາດ ຄວາມຄິດຂ້ອຍກໍ່ຍາກໃຫ້ ລັດຖະບານແຈ້ງການຕໍ່ທາງເອກະຊົນ ຊ່ວຍສົ່່ງເສີມດ້ານຕ່າງໆເພີ່ມຕື່ມ ໃຫ້ແກ່ນັກຮຽນດີ ນັກຮຽນເກັ່ງ ຄືກັບສົ່ງເສີມການປະກວດນາງງາມເວທີນັນນີ້. ເພື່ອເປັນແຮງຜັກດັນໃຫ້ການຮໍ່່າຮຽນຂອງພວກເຂົາໄດ້ມີຄຸນະພາບ ເປັນມູນເຊື້ອໃຫ້ນັກຮຽນລຸ້ນຕໍ່ໄປໄດ້ເອົາແບບຢ່າງ.

ເຈົ້າເດ ຄິດແນວໃດ ?

ຕາ ສາວປາກເຊ ຂໍຂອບໃຈ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍວ່າປ່ຽນຫລັກສູດການສອນໃໝ່ເລີຍ
ຍົກເລີກພາສາຝຣັ່ງ ເພີ່ມຊົ່ວໂມງອັງກິດແຕ່ ປ.4
ສ່ວນເລກ-ຟີຊິກ-ເຄມີ ໂຕໃດຍາກກະຕັດອອກ
ຮຽນເຮັດຫຍັງເຄມີ ການປະສົມທາດ ການວິເຄາະ ຂ້ອຍຮຽນແຕ່ ມ.4 ຮອດບໍ່ໄດ້ໃຊ້ຫຍັງ


໒ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ

ຕາ ສາວປາກເຊ ຂໍຂອບໃຈ

໑໐ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ຄວາມຄິດຂອງສາວປາກເຊດີໆ ແຕ່ເພິ່ນຄືຊິບໍ່ງ່ຽງຫູຟັງດອກ ຂະນາດ ດຣ ຄຳເຜີຍ ປານມະໄລທອງ ເພິ່ນຍັງບໍ່ສົນ!


໒ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ນັ້ນລະໜາ....... ສຽງນົກສຽງກາ


ຕາ ສາວປາກເຊ ຂໍຂອບໃຈ

໒ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ນັ້ນລະໜາ....... ສຽງນົກສຽງກາ


ຕາ ສາວປາກເຊ ຂໍຂອບໃຈ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຄວາມຄິດທີ່ດີຫລາຍ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ເຫັນດີນຳ ຖ້າເປັນເພື່ອນບ້ານ ໄຜຮຽນເກັ່ງ ໄຜຫລິ້ນກີລາເກັ່ງ ໂຮງຮຽນດັງໆ ມະຫາໄລດັງໆ ແຍ່ງກັນຈອງໂຕໃຫ້ທຶນການສຶກສາໄປແລ້ວໄດ໋
ເຂົາເຈົົາຖືວ່າສ້າງຊື່ສຽງໃຫ້ໂຮງຮຽນ ຫຼືມະຫາໄລ ເພິ່ນມີໂຄຕ້າໃນນາມ ໂຄງການຊ້າງເຜືອກ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນກະແບບນີ້ແລະ


໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ຂ້ອຍຄິດຕ່າງເຈົ້າ

ພັນທະຫົວໃຈ::