ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ສູນ Oxford ໃຫ້ຄຳປຶກສາແລ່ນວີຊ່າ ຟຣີ ໃຫ້ທ່ານໃດທີ່ຕ້ອງການໄປສຶກສາຕໍ່ຕ່າງປະເທດ.

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລິ້ງທີ່ມາ: https://www.facebook.com/lao.studyabroad?fref=ts

ຄິດວ່າມື້ນີ້ໄປໄດ້ຂໍ້ມູນດີໆມາ ເລີຍເອົາມາແຈກຈ່າຍ :)

ສູນ Oxford ນີ້ຫາກໍ່ເປີດໃໝ່, ສະຖານທີ່ຕັ້ງຢູ່ຂ້າງເບື້ອງຊ້າຍຂອງ ເອຊຽນມໍ ກົງກັນຂ້າມ ບໍລິສັດ TOYOTA,

ເຂົາເຈົ້າໃຫ້ຄຳປຶກສາຟຣີ ທ່ານໃດທີ່ສົນໃຈຢາກໄປຮຽນຕໍ່ຕ່າງປະເທດ ເຊັ່ນ: ອາເມລິກາ, ແຄນນາດາ, ອັງກິດ, ອົດເຕຣເລຍ...

ລະດັບການຮຽນແມ່ນເລີ່ມແຕ່ມັດຖະຍົມຂຶ້ນໄປ, ແຕ່ລະໂຮງຮຽນແມ່ນຄ່າເທີມຕ່າງກັນ, ໄປອາດຈະເຮັດວຽກເສີມຕື່ມໄດ້...

ອັນນີ້ໄປຖາມໄດ້ຂໍ້ມູນມາວ່າ: ຖ້າໄປຮຽນເພີ່ມພາສາອັງກິດທີ່ ເມວເບີນ ປະເທດອົດສເຕຣເລຍ 6 ເດືອນ ລາຍຈ່າຍເກືອບທັງໝົດ

ທັງແລ່ນວີຊ່າ, ຄ່າເທີມ, ເຊົ່າໂຮມສເຕ ແມ່ນປະມານ ຊາວປາຍລ້ານກີບຂຶ້ນໄປ, ສາມາດໄປເຮັດວຽກເພີ່ມເພື່ອຫາລາຍໄດ້ຕື່ມໄດ້




ສຳລັບ ສິບພັນໂດລາ ຂຶ້ນໄປ ສຳລັບ ມັດທະຍົມ, ປະລິນຍາຕີ, ປະລິນຍາໂທ ຂຶ້ນກັບໂຮງຮຽນ ແລະ ປະເທດ ທີ່ຈະໄປຮຽນ

ສ່ວນພະນັກງານທີ່ເຮັດວຽຢູ່ຫ້ອງການ ສູນ Oxford ນັ້ນ ແມ່ນເຂົາເຈົ້າຮຽນຈົບມາຈາກອັງກິດ ແລະ ອົດສເຕຣເລຍແລ້ວ, ເຂົາເຈົ້າສາມາດ

ເລົ່າປະສົບການ ແລະ ອະທິບາຍລາຍລະອຽດຕ່າງໆ ເພື່ອແນະນໍາທ່ານໄດ້

ສົນໃຈຕິດຕໍ່ເບີ:

021 419164

020 95976175


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີໃຜຕອບ ລະມາຕອບເອງ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮຽນນອກກະດີ ໄດ້ພາສາພ້ອມ
ແຕ່ຂໍ້ເສຍຄື ຄົນຈົບນອກມັກໝັ້ນໃຈໂຕເອງເກີນໄປ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຈົບນອກເດເນາະ ອອຍເຮັດແນວໃດຊິຊອກທຶນ ຫຼື ທ້ອນເງິນເປັນທຶນໄດ້ ບັກແພງໆ ເສັງໄປກະບັກຍາກໆໆໆໆ ແຕ່ກໍ່ມີທຶນຫຼາຍປະເທດຢູ່ໃດເນາະ ຍັງບໍ່ໄດ້ໄປລອງເສັງເບິ່ງ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແປ່ວ ຫຼົງເມັ້ນສອງເທື່ອ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ລາວຍັງຮຽນຕໍ່ບໍ່ລອດແລ້ວຍັງຊິດັນໄປຕໍ່ນອກອີກຫວານິ ອຶອຶ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ...
ຢູ່ລາວຍັງຮຽນຕໍ່ບໍ່ລອດແລ້ວຍັງຊິດັນໄປຕໍ່ນອກອີກຫວານິ ອຶອຶ


ກະລອງມີເງິນເບິ່ງຊິໄປ, ຄາຢູ່ບ່ອນ No money ນີ້ລະ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າສົນໃຈ



໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປຊອກເງິນກ່ອນເດີ



໒ ກະທູ້
໕໕ ໂພສ
ຂາປະຈຳເວັບບອດ
ຂອໄປຊອກເງິນກ່ອນຈັກຮ້ອຍປີຫາຄ່າເທີມ

ວິທະຍາສາດຄວນຮູ້null

໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ບໍ່ມີໃຜຕອບ ລະມາຕອບເອງ



ແມ່ນນັ້ນລະ ຮາຮາ++


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ gt701 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ບໍ່ມີໃຜຕອບ ລະມາຕອບເອງ



ແມ່ນນັ້ນລະ ຮາຮາ++