ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ການທີ່ທາງກະຊວງສຶກສາຈຳກັດ ການສຶກສາລະດັບປະລິນຍາ

໓ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ການຈຳກັດບໍ່ໃຫ້ວິທະຍາໄລຕ່າງໆມີປະລິນຍາຕີມັນຈະເປັນເລື່ອງທີ່ດີືບໍ່ຕໍ່ການສຶກສາບ້ານເຮົາ?

໖ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ມັນບໍ່ດີດອກປະຈຸບັນໃຜກະຍາກຮຽນສູງໆແຕ່ຖ້າບໍ່ມີປະລິນຍາຕີ ກໍ່ຈະເຮັດໃຫ້ວຽກງານໃນແຕ່ລະດ້ານຈະມີແຕ່ຕ່າງປະເທດມາເຮັດມັນກໍ່ສົ່ງຜົນໃຫ້ຄົນລາວເຮົາຂາດວຽກເຮັດງານທຳ

[img][/img]

໖ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ

[img][/img]

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລັດຢ້ານບໍ່ມີຄົນເຂົ້າໂຮງຮຽນເພິ່ນ ຈັກຫນ່ອຍກະຊິຍຸບເອກະຊົນທັງໝົດ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົງໃສ ຈຳກັດ ນັກສຶກສາລະດັບຄວາມຮູ້ ລັກສະນະນີ້ ບີບ ໃຫ້ ຫັນໄປໃສ່ໃຈ ລະດັບວິຊາຊີບ ສີມືແຮງງານ ຫລາຍຂື້ນ.

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ຕາມຄວາມຄິດເຫັນຂອງຂ້ອຍກ່ຽວກັບບັນຫານີ້: ຂ້ອຍຄິດວ່າ ປະເທດຂອງພວກເຮົາກຳລັງກ້າວໄປສູ່ສັງຄົມອາຊ່ຽນ ຈະມີນັກລົງທືນ,ນັກວິສະວະກອນ,ນັກຊ່ຽວຊານ,ນັກວິຊາການ ຕ່າງໆເຂົ້າມາປະເທດເຮົາຫຼາຍ ບ້ານເຮົາກະຕ້ອງໄດ້ຮັບການສ້າງສາພັດທະນາບໍ່ຫຼາຍກະໜ້ອຍ.
ການສຶກສາບ້ານເຮົາທຸກມື້ນີ້ ເວົ້າໄດ້ເລີຍວ່າ ໃຜໆ ກະຢາກເປັນນາຍໝົດ. ບັດນີ້ ນັກວິຊາການເກ່ງໆຈາກຕ່າງປະເທດເຂົ້າມາຫາວຽກໃນປະເທດເຮົາຫຼາຍ ເພາະວ່າ ສາມາດເຄື່ອນຍ້າຍແຮງງານຢ່າງເສລີ ເປັນອັນເຮັດໃຫ້ ບັນດານັກວິຊາການພານໃນປະເທດເຮົາອາດວ່າງງານ(ຕົກງານ)ກະເປັນໄດ້ ເພາະ ບໍ່ມີວຽກຮອງຮັບຈຳນວນບັນດານັກສຶກສາທີ່ຈົບຈາກສະຖາບັນຕ່າງເປັນຈຳນວນຫຼາຍໃນທຸກໆປີ ເພາະໃຜໆກະສຶກສາລະດັບປະຣິນຍາຕຣີ(ໃຜໆກະຢາກເປັນນາຍ) ອັນເປັນເຮັດໃຫ້ ຂາດນາຍຊ່າງ,ຂາດວິຊະວະກອນ ແລະ ກຳມະກອນ ໄວ້ຮອງຮັບ ການກ້າວໄປສູ່ສັງຄົມອາຊ່ຽນຂອງປະເທດເຮົາ..
ດັ່ງນັ້ນ: ເພຶ່ອແກ້ໄຂບັນຫາເຫຼົ່ານັ້ນ ພັກລັດຂອງພວກເຮົາຈຶ່ງຫຼຸດຈຳນວນນັກສຶກສາປະລິນຍາຕຣີລົງ ແລະ ຫວັງຈະເພີ່ມຈຳນວນນັກສຶກສາລະດັບອາຊິວະສຶກສາ ຫຼື ຊັ້ນສູງ ເພຶ່ອໄວ້ຮອງຮັບແຮງງານໃນສັງຄົມອາຊ່ຽນທີ່ໄກ້ຈະມາຮອດໃນ 2015 ນີ້ ແລະ ອິກຢ່າງໜຶ່ງກະຢາກໃຫ້ປະຊາຊົນມີລາຍໄດ້ ຫຼື ການກະຈາຍລາຍໄດ້ໃຫ້ທົ່ວເຖີງ ອັນເຮັດໃຫ້ GDP ຂອງປະເທດເຮົາດີຂື້ນ.

ໜາຍເຫດ: “ຂ້ອຍເດົາເອົາ“ ຮ່າໆ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ToonDMC ຂຽນວ່າ...

ຖືກຕ້ອງ

໓ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ແຕ່ສຳລັບຂ້ອຍຄິດວ່າຖ້ານັກສຶກສາລາວບໍ່ຄິດເປັນນາຍລໍຖ້າແຕ່ເປັນວິສະວະກອນ, ກຳມະກອນຊາວຕ່າງຊາດ ມັນຈະເຮັດໃຫ້ປະເທດເຮົາຖືກຂົ່ມເຫັງແຮງງານຕະອດບໍ່ມີໂອກາດໄດ້ເປັນນາຍເຂົາ

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Veunkham ຂຽນວ່າ...
ແຕ່ສຳລັບຂ້ອຍຄິດວ່າຖ້ານັກສຶກສາລາວບໍ່ຄິດເປັນນາຍລໍຖ້າແຕ່ເປັນວິສະວະກອນ, ກຳມະກອນຊາວຕ່າງຊາດ ມັນຈະເຮັດໃຫ້ປະເທດເຮົາຖືກຂົ່ມເຫັງແຮງງານຕະອດບໍ່ມີໂອກາດໄດ້ເປັນນາຍເຂົາ

ແມ່ນແວ້ວວວວວວວວ!!!

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບ້ານເຮົາສ່ງເສີມແຕ່ຮຽນເປັນນາຍເຊັ່ນ ຕຳຫລວດ,ພົວພັນຕ່າງປະເທດ,ເສດຖະສາດ,ພາສີ
ສ່ວນວິການກໍ່ມີແຕ່ IT, ໄຟຟ້າ ..... ໃນຊີວິດຕົວຈິງໂຮງງານອຸດສາຫະກໍາຕ້ອງການແຮງງານທີ່ມີ
ສີມື ເພື່ອເຮັດວຽກໃຫ້ລະບົບເງິນໝູນວຽນ ຖ້າໃຜກະເຂົ້າແຕ່ລັດສຸດທ້າຍ ເອກະຊົນກະຊິມີແຕ່ຄົນຕ່າງປະເທດ
ຄ່າແຮງຄົນຕ່າງປະເທດເຂົາສູງ ຄ່າຄອງຊີບເຮົາກໍ່ຈະສູງໄປນຳ
ເຫັນບໍ່ຊີ້ນງົວໂລລະ 75,000 ຢູ່ໃທ 180 ບາດແຖມຊີ້ນງາມກວ່າອີກ
ສ່ວນຊີ້ນໝູ ລາວໂລລະ 35,000 ໄທ 135 ບາດ

໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ເຂົາປະຕິຮູບການສຶກສາໄໝ່ ເພາະເອກະຊົນເອົາແຕ່ເງິນ ຈົບມາລະບໍ່ໄດ້ຄຸນນະພາບ

໖ ກະທູ້
໕໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ ToonDMC ຂຽນວ່າ...
ຕາມຄວາມຄິດເຫັນຂອງຂ້ອຍກ່ຽວກັບບັນຫານີ້: ຂ້ອຍຄິດວ່າ ປະເທດຂອງພວກເຮົາກຳລັງກ້າວໄປສູ່ສັງຄົມອາຊ່ຽນ ຈະມີນັກລົງທືນ,ນັກວິສະວະກອນ,ນັກຊ່ຽວຊານ,ນັກວິຊາການ ຕ່າງໆເຂົ້າມາປະເທດເຮົາຫຼາຍ ບ້ານເຮົາກະຕ້ອງໄດ້ຮັບການສ້າງສາພັດທະນາບໍ່ຫຼາຍກະໜ້ອຍ.
ການສຶກສາບ້ານເຮົາທຸກມື້ນີ້ ເວົ້າໄດ້ເລີຍວ່າ ໃຜໆ ກະຢາກເປັນນາຍໝົດ. ບັດນີ້ ນັກວິຊາການເກ່ງໆຈາກຕ່າງປະເທດເຂົ້າມາຫາວຽກໃນປະເທດເຮົາຫຼາຍ ເພາະວ່າ ສາມາດເຄື່ອນຍ້າຍແຮງງານຢ່າງເສລີ ເປັນອັນເຮັດໃຫ້ ບັນດານັກວິຊາການພານໃນປະເທດເຮົາອາດວ່າງງານ(ຕົກງານ)ກະເປັນໄດ້ ເພາະ ບໍ່ມີວຽກຮອງຮັບຈຳນວນບັນດານັກສຶກສາທີ່ຈົບຈາກສະຖາບັນຕ່າງເປັນຈຳນວນຫຼາຍໃນທຸກໆປີ ເພາະໃຜໆກະສຶກສາລະດັບປະຣິນຍາຕຣີ(ໃຜໆກະຢາກເປັນນາຍ) ອັນເປັນເຮັດໃຫ້ ຂາດນາຍຊ່າງ,ຂາດວິຊະວະກອນ ແລະ ກຳມະກອນ ໄວ້ຮອງຮັບ ການກ້າວໄປສູ່ສັງຄົມອາຊ່ຽນຂອງປະເທດເຮົາ..
ດັ່ງນັ້ນ: ເພຶ່ອແກ້ໄຂບັນຫາເຫຼົ່ານັ້ນ ພັກລັດຂອງພວກເຮົາຈຶ່ງຫຼຸດຈຳນວນນັກສຶກສາປະລິນຍາຕຣີລົງ ແລະ ຫວັງຈະເພີ່ມຈຳນວນນັກສຶກສາລະດັບອາຊິວະສຶກສາ ຫຼື ຊັ້ນສູງ ເພຶ່ອໄວ້ຮອງຮັບແຮງງານໃນສັງຄົມອາຊ່ຽນທີ່ໄກ້ຈະມາຮອດໃນ 2015 ນີ້ ແລະ ອິກຢ່າງໜຶ່ງກະຢາກໃຫ້ປະຊາຊົນມີລາຍໄດ້ ຫຼື ການກະຈາຍລາຍໄດ້ໃຫ້ທົ່ວເຖີງ ອັນເຮັດໃຫ້ GDP ຂອງປະເທດເຮົາດີຂື້ນ.

ໜາຍເຫດ: “ຂ້ອຍເດົາເອົາ“ ຮ່າໆ

ເຈົ້າເວົ້າມາກາຖືກ ແຕ່ອິກຢ່າງທີຂ້ອຍຄິດກໍ່ຄືມາດຕະທານໃຫ້ມັນເທົ່າທ່ຽມກັບຕ່າງປະເທດ

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Tayto ຂຽນວ່າ...

ແມ່ນ!!
ຂ້ອຍເວົ້າເດົາຕາມຄວາມຄິດສ່ວນໂຕຕາມພາສາຂ້ອຍຫັ້ນລະ, ຄິດຫຍັງກະເວົ້າອັນນັ້ນ ແບບບໍ່ມີຫຼັກການເລີຍ ຮ່າໆ.... .. .

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຕ່າງປະເທດເພີີ່ນກະມີແຕ່ໂຮງຮຽນລັດຄືກັນຄືກັນ ດັ່ງເຊັ່ນປະເທດຈີນ ຊອກຫາໂຮງຮຽນເອກກະຊົນຍາກ.ຕາມທີ່ຂ້ອຍໄດ້ໄປດຳລົງຊີວິດຢູ່ພຸນສາມປີຫາໂຮງຮຽນເອກກະຊົນຍັງບໍ່ເຫັນເລີຍ