ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ໃຜຮູ້ບ່ອນຂາຍປື້ມກ່ຽວກັບ IT ດີໆ ຢູ່ວຽງຈັນ ຊ່ວຍບອກແດ່

໒ ກະທູ້
໘໘ ໂພສ
ຂາປະຈຳເວັບບອດ
ລົງມາແຕ່ພາກເໜືອ ແລະ ບໍ່ເຄີຍມາວຽງຈັນຈັກກະເລີຍບໍ່ຮູ້


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ADS Bookshop ຕັ້ງຢູ່ ມຊ ດົງໂດກເດີ້ທີ່ທີ່ສຸດແຕ່ຍັງທຽບໄດ້ປະມານ 20% ຂອງ
ປຶ້ມ IT ຢູ່ຮ້ານ se-ed ຫນອງຄາຍ


໓ ກະທູ້
໑໖໘ ໂພສ
ນັກການກະທູ້
ດີທີ່ສຸດແມ່ນຢູ່ google ເດີຂ້ອຍວ່າ


໒ ກະທູ້
໘໘ ໂພສ
ຂາປະຈຳເວັບບອດ
ຂອບໃຈສຳຫຼັບຄົນທີ່ຊ່ວຍເຫຼືອ ແລະ ບໍ່ຊ່ວຍເຫຼືອ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕະຫຼາດເຊົ້າບໍ່ມີບໍ?


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຕະຫຼາດເຊົ້າບໍ່ມີບໍ?


ມີຮ້ານຫນຶ່ງບໍ່ເກີນ 10 ຫົວ ຫລືຖ້າກາຍກະບໍ່ຮອດ 20
ສ່ວນຮ້ານ ADS ມີປະມານ 50 ຫົວ


໓ ກະທູ້
໑໖໘ ໂພສ
ນັກການກະທູ້

ຮ້ານຂາຍປຶ້ມກ່ຽວກັບ IT ດີໆແບບຄົບວົງຈອນຢູ່ວຽງຈັນບໍ່ມີ ຄົນລາວນິຍົມໄປຊື້ເອງຢູ່ໄທ ( ໜອງຄາຍ, ອຸດອນ... ) ຫລືບາງທີມີຄົນທຽວໄປທຽວມາ ກໍ່ຖືມາແຕ່ກຸງເທບ ເພາະຢູ່ບ້ານເຂົາມີໃຫ້ເລືອກຫລາກຫລາຍ ແລະກໍ່ເປັນພາສາໄທຄົນລາວກໍ່ອ່ານໄດ້. ແຕ່ຖ້າບໍ່ມີໂອກາດໄດ້ໄປຝັ່ງນັ້ນ ແລະຢາກໄດ້ແທ້ໆ ໄປສັ່ງຢູ່ຮ້ານຄອມກະໄດ້ ຢາກໄດ້ປຶ້ມຫົວໃດກ່ຽວກັບຫຍັງ ບອກຂະເຈົ້າ ຂະເຈົ້າທຽວໄປ ທຽວມາຕະຫລອດ


໕ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ຊ່ວຍແດ່ແມ່ນຜູ້ໃດຫາກຮູ້ບ່ອນທີ່ຂາຍ ( ທອກຄີ່ງລິກສານາລີ) ຫຼືຂາຍຢູ່ຮ້ານໃດຫຼືວ່າມີເບີ ໂທລະສັບກໍ່ຊວ່ຍແນະນຳແດ່ເພາະວ່າຂ້ອຍໄປຊອກຫາຢູ່ໃນຮ້ານ ໄອທີຕ່າງໆກໍ່ບໍ່ເຫັນມີ (ຂໍຂອບໃຈນຳທ່ານລ່ວງໜາທີ່ບອກ)......


໓ ກະທູ້
໑໖໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ 213 ຂຽນວ່າ...
ຊ່ວຍແດ່ແມ່ນຜູ້ໃດຫາກຮູ້ບ່ອນທີ່ຂາຍ ( ທອກຄີ່ງລິກສານາລີ) ຫຼືຂາຍຢູ່ຮ້ານໃດຫຼືວ່າມີເບີ ໂທລະສັບກໍ່ຊວ່ຍແນະນຳແດ່ເພາະວ່າຂ້ອຍໄປຊອກຫາຢູ່ໃນຮ້ານ ໄອທີຕ່າງໆກໍ່ບໍ່ເຫັນມີ (ຂໍຂອບໃຈນຳທ່ານລ່ວງໜາທີ່ບອກ)......



ລອງໂທໄປເບີນີ້ເບິ່ງ, ລາວຊື່ ອ້າຍ ນ້ອຍ. ຄົນໄທ ຢູ່ໜອງຄາຍ, ເມື່ອກ່ອນເຄີຍສັ່ງເຄື່ອງປະເພດ Notebook, Computer... ນຳລາວຕະຫລອດ
020 5699 3210, ລາວໄຊ້ເບີລາວ M-Phone ຖ້າລາວຢູ່ໜອງຄາຍກໍ່ມີສັນຍານກໍ່ໂທໄດ້, ຖ້າອອກຈາກໜອງຄາຍກໍ່ໂທບໍ່ໄດ້.

ຫລືເຈົ້າຈະໄປຢາມເບິ່ງຕາມ Link ຂ້າງລຸ່ມນີ້ລອງເບິ່ງເບາະ
http://www.howjsay.com/
http://www.dictionarist.com/
http://talkingdictionary.swarthmore.edu/


໗ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ມີຮ້ານປື້ມ 1 ຢູ່ແຖວທາງໄປ ໂຮງໝໍ 103 ເດີ, ຊື່ຮ້ານ DK Book ລອງໄປຊອກຢູ່ຫັ້ນເບິ່ງ, ມີປື້ມຫຼາຍແບບຢູ່ ກາຍວົງວຽນໄປ ໜ໋ອຍໜຶ່ງດອກ, ຢູ່ຟາກຂວາມື. ໄປທາງໂຮງໝໍ 103

ສາຍນ້ຳໄຫຼ ວົນວຽນໄປ ຍັງນຳທັນ
ເວລານັ້ນ ຜັນປ່ຽນໄປ ກັບໃຈຄົນ
ສັນຍາໄວ້ ບອກດ້ວຍໃຈ ວ່າເຊື່ອໃນຕົນ
ນີ້ໜໍໃຈຄົນ ປ່ຽນຜັນໄປ ໄວຍິ່ງກວ່າເວລາ.....
[img]null[/img]

໕ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ຂໍຖາມແດ່ທ່ານທັງຫຼາຍ, ທ່ານຮູ້ບໍ່ໂຮງຮຽນແພດເອກະຊົນມີຢູ່ໃສ


໕ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ເວົ້າເຖິງຄອກຄີງລິກສານາລີ ທີ່ວ່າໃຫ້ໂທຫາອ້າຍນ້ອຍຄົນໄທຢູ່ໜອງຄາຍ ເບີໂທລະສັບ 020 5699 3210,ນີ້ຂ້ອຍໂທໄປແລ້ວບໍ່ມີສັນຍານ ແລະໄດ້ເຂົ້າໄປເບີ່ງຕາມທີ່ແນະນຳມານີ້http://www.howjsay.com/
http://www.dictionarist.com/
http://talkingdictionary.swarthmore.edu/ ບໍ່ຮູ້ຈະສັງຊື້ຈັງໄດ