ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ນາຍົກສັ່ງໃຫ້ທຸກຂະແໜງລັດໂຈະແຜນສ້າງຫ້ອງການໃໝ່ໃນສົກປີ 2013-2014

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້





ນາຍົກສັ່ງໃຫ້ທຸກຂະແໜງລັດໂຈະແຜນສ້າງຫ້ອງການໃໝ່ໃນສົກປີ 2013-2014


ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ, ໄດ້ສ່ັງໃຫ້ທຸກຂະແໜງການພາກລັດໂຈະການຂຶ້ນແຜນສ້າງຫ້ອງ ການ ຫລື ສຳນັກງານໃໝ່ໃນສົກປີ 2013-2014, ຫລັງຈາກເຫັນວ່າ, ການລົງທຶນຂອງລັດເຂົ້າໃນສ່ວນນີ້ແມ່ນໃຊ້ງົບປະ ມານຫລາຍ ແລະ ຍັງບໍ່ແມ່ນສິ່ງຈຳເປັນຮີບດ່ວນໃນເງື່ອນໄຂທີ່ສະພາບເສດຖະກິດພວມປະສົບຄວາມຫຍຸ້ງຍາກຄືໄລຍະນີ້.
ການສັ່ງໂຈະໃນບັນຫາດັ່ງ ກ່າວມີຂຶ້ນໃນໂອກາດໃຫ້ກຽດໂອ້ລົມຕໍ່ກອງປະຊຸມແນະນຳການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມສົກປີ 2013- 2014 ຂອງທ່ານນາຍົກລັດຖະມົນຕີເມື່ອທ້າຍອາທິດຜ່ານມານີ້, ໂດຍທ່ານາຍົກຊີ້ ໃຫ້ເຫັນວ່າ:ສົກປີ 2013-2014ພວກເຮົາຕ້ອງໄດ້ເຄັ່ງຄັດໃນການຈັດສັນການລົງທຶນໃຫ້ມີຈຸດສຸມພ້ອມທັງເອົາໃຈໃສ່ກວດກາ ຄືນໂຄງການທີ່ເຫັນວ່າບໍ່ມີປະສິດທິຜົນ ແລະ ບໍ່ທັນຈຳເປັນເຊິ່ງໃນສະເພາະໜ້ານີ້, ແມ່ນໃຫ້ໂຈະໂຄງການລົງທຶນຂອງລັດເຂົ້າ ໃນການກໍ່ສ້າງຫ້ອງການ, ສຳນັກງານອົງການໃໝ່ລວມເຖິງໂຄງການທີ່ບໍ່ໄດ້ຮັບໃຊ້ໃຫ້ແກ່ການຜະລິດໂດຍກົງ, ນອກຈາກນີ້ ແມ່ນໃຫ້ຫລີກລ້ຽງການຫັນເອົາຊັບສີນຂອງລັດໃຫ້ເອກກະຊົນແລກປ່ຽນກັບການປຸກສ້າງສຳນັກງານອົງການໃຫ້ລັດນຳດ້ວຍ,
ສ່ວນໂຄງການນອກແຜນແຕ່ປີ 2011 ຄືນຫລັງແມ່ນໃຫ້ເອົາເຂົ້າແຜນປະຈຳປີຢ່າງເໝາະສົມ ແລະ ໂຄງການນອກແຜນເກີດຂຶ້ນ ຫລັງ ປີ 2011 ເປັນຕົ້ນມາລັດຖະບານຈະບໍ່ຮັບພິຈາລະນາອີກ. ໂດຍທ່ານ ນາຍົກໃຫ້ເຫດຜົນວ່າ: ນີ້ແມ່ນມາດຕະການໜຶ່ງທີ່ ຈຳກັດບໍ່ໃຫ້ໜີ້ສີນເກີດຂຶ້ນໃໝ່ທັງເປັນການຫັນເຂົ້າສູ່ການປະຕິບັດວິໄນແຜນການ-ການເງິນ ແລະ ປະຕິບັດຕາມກົດໝາຍລົງ ທຶນຂອງລັດ ແລະ ງົບປະມານຢ່າງເຂັ້ມງວດ.
ແນວໃດກໍຕາມ, ວຽກສຳຄັນຂອງລັດຖະບານຈະສຸມໃສ່ ສະເພາະໜ້າອັນໃກ້ນີ້ແມ່ນການຈັດເກັບລາຍຮັບໃຫ້ໄດ້ ໃກ້ເປົ້າໝາຍວາງໄວ້ຫລາຍທີ່ສຸດເພື່ອຮັບປະກັນຕໍ່ການປະຕິບັດລາຍຈ່າຍໂດຍສະເພາະເງິນເດືອນພະນັກງານໃຫ້ທັນກຳນົດ ເວລາ, ຕິດຕາມ, ຄຸ້ມຄອງບໍ່ໃຫ້ລາຄາສີນຄ້າເໜັງຕິງສູງ, ຄວບຄຸມອັດຕາເງິນເຟີ, ຊຸກຍູ້ການຜະລິດສະບຽງອາຫານ ແລະ ຜະລິດເປັນສີນຄ້າໃຫ້ຫລາຍຂຶ້ນເພື່ອຮັບປະກັນໃຫ້ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ແລະ ໝັ້ນທ່ຽງຕາມຄາດໝາຍ ທີ່ວາງອອກ ແລະ ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານເສດຖະກິດ ແລະ ການເງິນເຊິ່ງໃນສົກປີ 2013-2014 ລັດຖະ ບານໄດ້ວາງຄາດໝາຍການເຕີບໂຕຂອງເສດຖະກິດທີ່ມີລັກສະນະຕັ້ງໜ້າ ແລະ ບຸກບືນສູງສົມຄວນທັງນີ້ກໍເພື່ອໃຫ້ບັນລຸຈຸດ ໝາຍການພັດທະນາໃນປີ 2015 ໃຫ້ປະຊາຊົນຫລຸດພົ້ນຈາກຄວາມທຸກຍາກ ແລະ ໃຫ້ປະເທດຫລຸດພົ້ນອອກຈາກຄວາມ ດ້ອຍພັດທະນາໃນປີ 2020.

ຂອບໃຈຂ່າວຄຸນນະພາບ ຈາກລາວພັດທະນາ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສ້າງໂຮງຮຽນພ້ອມອຸປະກອນໂດຍສະເພາະປຶ້ມອ່ານ


໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ແມ່ນທ່ານ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີດີ


໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ໂຈະການກໍ່ສ້າງ ເຮົາກໍ່ຫັນປ່ຽນໂຄງການມາເປັນສ້ອມແປງຫ້ອງການ

ໂຕນີ້ກໍ່ກຳໄລງາມຄືກັນ

ຫ້ອງການເມືອງວຽງທອງ ສ້າງເປັຍມູນຄ່າ 6,4 ຕື້ກີບ ແຕ່ສ້ອມແປງປນລະຄັ້ງ ແຕ່ລະຄັ້ງບໍ່ຕ່ຳ 250 ລ້ານ

ຄັ້ງຫຼ້າສຸດປີ 2013 ມູນຄ່າ 3,2 ຕຶ້ກີບ

ສະໃຈນັກລົງທຶນ,ສະໃຈຜູ້ເປັນເຈົ້າຂອງໂຄງການ

ເວົ້າຕົວະຊື່ໆ ຢ່າງເຊື່ອເດີ

ພັນທະຫົວໃຈ::

໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ບໍ່ຕ້ອງຫ່ວງສັ່ງໂຈະແຕ່ເປັນໂອກາດໃຫ້ຜູ້ມີສິດກອບໂກຍ

ເຂົ້ນໃຈວ່າສຸດແລ້ວແຕ່ຂັ້ນເທິງ

ພັນທະຫົວໃຈ::

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ສ້າງແຕ່ແນວຈຳເປັນ


໙ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ສິ່ງທີ່ເວົ້າມານັ້ນຫາກເວົ້າແລ້ວເອົາໃຈໃສ່ປະຕິບັດຄືຊີດີ ຢ້ານແຕ່ເປັນພຽງລົມປາກເໝັນໆຫຼາຍກວ່າ ຂະໜາດອອກແຈ້ງການຄວບຄຸມລາຄາຊີ້ນໝູ່ແຕ່ກໍ່ຍັງຄວບຄຸມບໍ່ໄດ້ຊ້ຳ


໓ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ຖ້າເຮັດໄດ້ຄືດັ່ງທີ່ເວົ້າກໍ່ຄືຊິດີ

Pookie Ordinary Girl