ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ສົມມຸດ: ເຈົ້າມີຄວາມສາມາດພັດທະນາປະເທດລາວໃຫ້ຈະເລີນໄດ້.

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າຈະພັດທະນາດ້ານໃດ? ພັດທະນາຫຍັງແດ່? ພັດທະນາແນວໃດ? ຍ້ອນຫຍັງ?

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດ້ານການສຶກສາ...ສົ່ງເສີມໃຫ້ຄົນເປັນຄົນດີມີຄຸນນະທຳ....ເສຍະສະຫລະເພື່ອສ່ວນລວມ....ສ່ວນເລື່ອງເກັ່ງຖ້າດີແລ້ວມັນຫາກມາທີຫລັງ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົ່ງເສີມທຸກດ້ານ ເນັ້ນ ສົ່ງເສີມ ສີນນະທຳ, ສົ່ເສີມຄວາມຮູ້ດ້ານການສິກສາເນັ້ນເລື່ອງ ກະສິກຳ ແລະອຸດສາຫະກຳເບົາ ດ້ານສະບຽງ ຮັບໃຊ້ສັງຄົມ ຕອບສະໜອງຮອງຮັບສັງຄົມໃຫ້ພຽງພໍ (ໃຫ້ມີຢູ່ມີກິນກ່ອນ) ແລ້ວຈື່ງວ່າເລື່ອງໃຫມ່

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຊິລອງເວົ້າເບິ່ງ

- ສົ່ງເສີມຜະລິດຕະພັນພາຍໃນ.
- ສົ່ງເສີມການອ່ານ.
- ພັດທະນາຊົນນະບົດ.
- ສົ່ງເສີມການທ່ອງທ່ຽວ: ການບໍລິການ ການທ່ອງທ່ຽວໃຫ້ໜ້າປະທັບໃຈ, ພັດທະນາສະຖານທີ່ທ່ອງທ່ຽວຕ່າງໆໃຫ້ມີລະດັບດີຂຶ້ນເພື່ອຮອງຮັບນັກທ່ອງທ່ຽວ.
... ແລະ ອື່ນໆ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກ່ອນອືໍ່ນໝົດດ້ານສຶໍກສາຫຼັງຈາກນັ້ນຈິ່ຄ່ອຍໆຕາມກັນໄປ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ຂ້ອຍຊິພັດທະນາລະບົບຈ່າຍຄ່າແຮງງານ ຄື

ໃຫ້ຂ້າລັດຖະການ ພະນັກງານ ທະຫານ ຕຳຫລວດ ໄດ້ຮັບເງິນຄ່າແຮງ ທຸກ 15 ມື້ (ເດືອນໜຶ່ງສອງເທື່ອ) ຫລື ຢ່າງໜ້ອຍກະໃຫ້ໄດ້ເດືອນລະເທື່ອ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ຂ້ອຍຊິພັດທະນາລະບົບຈ່າຍຄ່າແຮງງານ ຄື

ໃຫ້ຂ້າລັດຖະການ ພະນັກງານ ທະຫານ ຕຳຫລວດ ໄດ້ຮັບເງິນຄ່າແຮງ ທຸກ 15 ມື້ (ເດືອນໜຶ່ງສອງເທື່ອ) ຫລື ຢ່າງໜ້ອຍກະໃຫ້ໄດ້ເດືອນລະເທື່ອ

ຂ້ອຍວ່າ ຈ່າຍໄວຫລາຍ ໄດ້ເງິນບໍ່ເປັນຫົາ ເດືອນລະເດືອນຄືຊິດີກວ່າ ແຕ່ສ່ວນຫລາຍ 3 ເດືອນ

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ພັດທະນາຄົນໃຫ້ມີສຳນຶກທາງດ້ານຄຸນນະທຳກ່ອນ ຈຶດສາທາລະນະ
"ຄຸນນະທຳສ້າງຄົນ ປະຊາຊົນສ້າງຊາດ"

ຍ້າງຫລໍ່

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຂ້ອຍຊິລອງເວົ້າເບິ່ງ

- ສົ່ງເສີມຜະລິດຕະພັນພາຍໃນ.
- ສົ່ງເສີມການອ່ານ.
- ພັດທະນາຊົນນະບົດ.
- ສົ່ງເສີມການທ່ອງທ່ຽວ: ການບໍລິການ ການທ່ອງທ່ຽວໃຫ້ໜ້າປະທັບໃຈ, ພັດທະນາສະຖານທີ່ທ່ອງທ່ຽວຕ່າງໆໃຫ້ມີລະດັບດີຂຶ້ນເພື່ອຮອງຮັບນັກທ່ອງທ່ຽວ.
... ແລະ ອື່ນໆ

- ສົ່ງເສີມຜະລິດຕະພັນພາຍໃນ ບໍ່ມີບ່ອນຂາຍອອກ...
- ສົ່ງເສີມການອ່ານລາຄາປື້ມພັດແພງເງິນເດືອນຫນ້ອຍລາປື້ມຫົວຫນຶ່ງໄດ້ຄ່າເຂົ້າສວາຍ2-3-4- ...ຄາບ...
- ພັດທະນາຊົນນະບົດແຕ່ຄົນສ່ວນເຕັມແຫນ້ນແຕ່ໃນເມືອງ...
- ສົ່ງເສີມການທ່ອງທ່ຽວໃຫ້ປະທັບໃຈ ເວົ້າແທ້ຄົນລາວເຮົາເຮັດການບໍລິການຍັງດ້ອຍກ່ວາເຂົາເຈົ້າເຊັ່ນບັນດາປະເທດອ້ອມຂ້າງອ້ອມແອວ ຍ້ອນຄົນລາວ ຄ້ານ,ມັກງ່າຍ,ກຽດໃຫຍ່ ແຮ່ໆຢອກສາວພາຊື່ເດີ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ...

- ສົ່ງເສີມຜະລິດຕະພັນ ເພື່ອຫຼຸດຜ່ອນການນຳເຂົ້າເດ ສັງເກດເຫັນບໍ? ນັບແຕ່ສະບູ ຢາຖູແຂ້ວ, ທິດຊູ, ເກີບ, ໂສ້ງເສື້ອ, ລວມໄປເຖິງອຸປະກອນກໍ່ສ້າງຕ່າງໆ ແມ່ນນຳເຂົ້າ, ສົ່ງອອກ ດັງແມ່ນກາເຟ, ໄຟຟ້າ, ເຄື່ອງນຸ່ງຈຳນວນໜຶ່ງ (ເພື່ອຫຼຸດຜ່ອນເງິນເຝີເດ)
- ສົ່ງເສີມການອ່ານ ບໍ່ຈຳເປັນຕ້ອງຊື້ທຸກຫົວທີ່ຢາກອ່ານ, ເຂົ້າຫ້ອງສະໝຸດຫັ້ນເດ
- ພັດທະນາຊົນນະບົດ ເສັ້ນທາງຄົມມະນາຄົມ, ໄຟຟ້າ, ການສຶກສາ, ສາທາລະນະສຸກ... ຖ້າບ່ອນໃດ ລະບົບການສຶກສາສູງ ຄົນກໍໄປລຸມກັນຢູ່ບ່ອນນັ້ນ, ການຄ້າຂາຍກໍ່ດີ, ຖ້າເສັ້ນທາງດີຊີ້ໄປທາງໃດ ທາງນັ້ນກໍ່ຈະເຕັມໄປດ້ວຍເຮືອນຄົນ ...
- ແມ່ນແລ້ວ ການທ່ອງທ່ຽວ ເຂົາວ່າຄົນລາວ ການບໍລິການຍັງບໍ່ທັນເຮັດໃຫ້ນັກທ່ອງທ່ຽວປະທັບໃຈເທື່ອ :)

ແຮ່ໆຢອກແດ່
- ການຜະລິດ...ສະບູ......ໂສ້ງເສື້ອ...ລາຄາກໍ່ຢາກສູງແລະຄຸນນະພາບກໍ່ຍັງບໍ່ຂອງເພີ່ນບ້ານເຊັ່ນ ໄທ,ຈີນ,ຫວຽດນາມ (ເຮັດໃຫ້ຜູ້ບໍລິໂພກຫນ້ອຍໆ)
- ການອ່ານ...ດຽວຫໍສະມຸດກໍ່ມີຫລາຍແຫ່ງແລ້ວແຕ່ເຫັນຄົນເຂົ້າຫນ້ອຍໆຫລາຍຂ້ອຍມັກໄປນັ່ງຢູ່ຫໍສະຫມຸດນະຄອນຫລວງ ເຫັນວ່າຍັງອ່າວເຂົ້າເລື້ອຍແດ່ກໍ່ມີແຕ່ບັນສົງ ແລະ ນັກສຶກສາ ນຳນວນຫນື່ງທີ່ຕ້ອງບົດຮຽນ(ໄປຄົ້ນເອົາບົດຮຽນ)ຊື່ໆ
- ການພັດທະນາຊົນນະບົດດຽວນີ້ພັກລັດກໍ່ຖືເອົາເປັນບັນຫານີ້ສຳຄັນເປັນລັກຢູ່ແລ້ວ ແຕ່ຂີ່ລົດອອກຈາກນະຄອນຫລວງໄປບໍ່ພໍເທົ່າໃດກິໂລແມັດເຮົາກໍ່ຮູ້ໄດ້ໂລດວ່າພັດທະນາໄປໄດ້ສໍ່າໃດແລ້ວຢ່າຟ້າວວ່າສາໄດ້ຍ່າງ1-2-3ມື້ຈິ່ງຮອດບ້ານ...
- ຂອດການບໍລິການຂື້ນຊື່ລືນາມວ່າຄົນລາວເຮົາມີຈິດນໍ້າໃຈກ້ວາງຂວາງໂອບເອື້ອຍອາລີ ສຸພາບຮຽບຮ້ອຍ ແຕ່ທຽບໃສ່ເພື່ອນບ້ານພັດຍັງໄກເພີ່ນຢູ່...ເວົ້າໄປລະມັນຍາວວວວວ ມີແຕ່ເວົ້າຢອກສາວ ພາສຸກຊື່ໆເດີ ອິອິອິ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
@STTBS

໑໐ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ເຈົ້າຈະພັດທະນາດ້ານໃດ? ພັດທະນາຫຍັງແດ່? ພັດທະນາແນວໃດ? ຍ້ອນຫຍັງ?

ເຈົ້າຈະພັດທະນາດ້ານໃດ?
ຕອບ: ດ້ານສິດທິເສຣີພາບ.

ພັດທະນາແນວໃດ?
ຕອບ: ແກ້ກົດໝາຍໃຫ້ຄົນລາວບັນດາເຜົ່າມີສິດທິເສຣີພາບເທົ້າທຽມກັນໃນທຸກດ້ານ.

ຍ້ອນຫຍັງ?
ຕອບ: ຍ້ອນທຸກຄົນເກີດມາເປັນມະນຸດຄືກັນຕ້ອມມີສິດທິເສຣີພາບເທົ້າທຽມກັນ ນອກນັ້ນສິດທິເສຣີພາບເປັນບໍ່ເກີດແຫ່ງສະຕິບັນຍາ, ກຳລັງສັງລວມໃນການສ້າງສາພັດທະນາຕົນເອງ, ສັງຄົມ ແລະປະເທດຊາດ...