ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ໃຜຮູ້ຈັກປະຫວັດຄວາມເປັນມາຂອງງານວັນເກີດຈົ່ງຊ່ວຍພົດລົງທີ່ນີ້ດ້ວຍ.

ຂັ້ນຕອນການຈັດງານມີຫຍັງແດ່?

ຈຳເປັນ ຫຼືບໍ່ທີ່ຈະຕ້ອງຈັດງານລ້ຽງໃນງານວັນເກີດ?


ແລະເປັນຫຍັງເພີ່ນຫ້າມຈັດງານວັນເກີດໃຫ້ກັບເດັກຕ່ຳກວ່າ 18 ປີ?

ຂໍແລກປ່ຽນວັດທະນະທຳນຳບັນກາທ່ານ

ພັນທະຫົວໃຈ::

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວັນເກີດເປັນວັດທະນາທຳທີ່ມາຈາກທາງຕາເວັນຕົກຕິ
ຂັ້ນຕອນການຈັດກໍມີແຕ່ກິນເຂົ້າເປົ່າເຄັກ ມີຂອງຂວັນກໍ່ໃຫ້ ບໍ່ໃຫ້ກໍແລ້ວ ຮາຮາ ເຄື່ອງດື່ມ...
ມັກມ່ວນຢາກຈັດກໍຈັດ ບໍ່ຢາກສິ້ນເປືອງກໍບໍ່ຈັດ
ຂ້ອຍບໍ່ເຄີຍເຫັນ ຫລື ຍິນເຂົາຫ້າມບໍ່ໃຫ້ຄົນອາຍຸຕ່ຳໃຫ້ 18 ປີ ຈັດຈັກເທື່ອ ເພາະອາຍຸ໑ປີ ເຂົາກໍຈັດ

ວ່າແຕ່ພາສາລາວຂອງເຈົ້າຕັ້ງໃຈພິມຜິດແດ່ບໍ ຫລື ແນວໃດ ?


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂັ້ນຕອນການຈັດງານມີຫຍັງແດ່? (ເຊີນແຂກ, ກຽມອາຫານ, ກຽມສະຖານທີ່ ,ເປົ່າເຄັກ, ມ້ຽນ)

ຈຳເປັນ ຫຼືບໍ່ທີ່ຈະຕ້ອງຈັດງານລ້ຽງໃນງານວັນເກີດ? (ບໍ່ຈຳເປັນ)

ແລະເປັນຫຍັງເພີ່ນຫ້າມຈັດງານວັນເກີດໃຫ້ກັບເດັກຕ່ຳກວ່າ 18 ປີ? (ໃຜຫ້າມ)


໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ຈຳບໍ່ໄດ້ແລ້ວ ເຄີຍໄດ້ອ່ານເປັນລະບຽບການຊົວຄາວ ການເຄື່ອນໄຫວດ້ານວັດທະນະທຳ
ຂອງພະແນກ ຖວ ແຂວງບໍລິຄຳໄຊ ແຕ່ບໍ່ຈື່ເລກທີ່ ລົງວັນທີ່ ປະມານ 10 ປີຫຼັງ

ເນື້ອໃນກວມການເອົາການເຄື່ອນໄຫວດ້ານວັດທະນະທຳຫຼາຍຢ່າງເຊັນ: ບຸນປະເພນີ,,,,,,ຈື່ໄດ້ດີວ່າ ຫ້າມຈັດງານວັນເກີດໃຫ້ເດັກຕ່ຳກວ່າ 18 ປີ

ພັນທະຫົວໃຈ::

໑໐ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ວັນເກີດຄືວັນທີ່ສຳຄັນທີສຸດໃນຊີວິດເຮົາກໍ່ເພາະວ່າ: ເປັນວັນທີ່ເຮົາໄດ້ຮັບລົມຫາຍໃຈ ແລະວັນທີ່ຊີວິດນອກທ້ອງແມ່ຂອງເຮົາໄດ້ເລີ່ມຕົ້ນຂື້ນບົນໂລກນີ້. ຖ້າບໍ່ມີວັນນັ້ນພວກເຮົາກໍ່ບໍ່ມີວັນນີ້ ແລະເຮົາກໍ່ບໍ່ມີໂອກາດໄດ້ເຫັນ, ໄດ້ຍິນ ແລະໄດ້ຮູ້ສິ່ງຕ່າງໃນໂລກນີ້.

ວັນເກີດຈຶ່ງມີຄວາມໝາຍຄື:
1. ວັນເກີດຄືວັນແຫ່ງໂອກາດ...
2. ວັນເກີດຄືວັນມະຫັດສະຈັນ.
3. ວັນເກີດຄືວັນໂຊກດີ
4. ວັນເກີດຄືວັນເລີ່ມຕົ້ນໃໝ່.
5. ວັນເກີດຄືວັນສຳນຶກຕົນ
6. ວັນເກີດຄືວັນທີ່ທຳມະຊາດໄດ້ກຳນົດໃຫ້ເປັນຈຸດເຊື່ອມຕໍ່ລະຫວ່າງພໍ່ແມ່ ແລະລູກ.
7. ວັນເກີດຄືວັນຄູ. ເພາະມັນສອນໃຫ້ເຮົາຮູ້ວ່າໃຜຮັກເຮົາ ແລະ ເຮົາເປັນໜີ້ບຸນຄຸນໃຜ.
8. ວັນເກີດຄືວັນຂອບໃຈ(ຂອບໃຈຜູ້ທີ່ໃຫ້ເຮົາເກີດ )
9. ວັນເກີດຄືວັນກົງລໍ້ອາຍຸເລີ່ມຕົ້ນໝູນ.
10. ວັນເກີດຄືວັນແຫ່ງຄວາມບໍ່ປະໝາດ.
ເອົາລະຖ້າເພື່ອນເຊືອຄວາມໝາຍຂອງວັນເກີດເຊັ້່ນນີ້ກໍ່ແລ້ວແຕ່ຈະຈັດວັນເກີດແບບໃດໃຫ້ເມາະສົມ!
ຂອບໃຈ!
ຂໍໃຫ້ແຟນພັນລາວທຸກຄົນໂຊກດີປີໃໝ່!


໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ມີແຕ່ 10 ຄວາມໝາຍເທົ່ານັ້ນບໍ່?

ບາງຄົນບອກວ່າວັນເກີດເຮົາຄືວັນເຈັບປວດຂອງແມ່

ພັນທະຫົວໃຈ::