ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຂໍສອບຖາມຂໍ້ມູນໂຮງຮຽນ ອານຸບານ-ປະຖົມ ທີ່ທຸກຍາກຢູ່ບ້ານເຮົາແດ່!

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ເພາະວ່າ ໂອກາດຫນ້າ ອາດຈະພາຫມູ່ ໄປບໍລິຈາກເຄື່ອງໃຫ້ :)

* ມາແນະນຳໂຮງຮຽນໃຫ້ ກະລຸນາສົ່ງຮູບມາພ້ອມເດີ ເບີໂທພ້ອມ ມາແນະນຳຊື່ໆ ກໍຄືເກົ່າຫັ້ນລະ ບໍ່ເຫັນຫຍັງ ທີ່ສຳຄັນ ຜູ້ຈະບໍລິຈາກ ເຂົາກໍຢາກຮູ້ວ່າ ໂຮງຮຽນມີບັນຫາບໍ່ພຽງພໍ ແລະ ຂາດແຄນຫຍັງ ຈະຫາມາໃຫ້ໄດ້ແນວໃດ (ເຂົ້າໃຈເນາະ ແຮແຮ)

1. ຢູ່ບ້ານໃດ, ເມືອງໃດ, ແຂວງໃດ?
2. ລົດໃຫຍ່ເຂົ້າໄປໄດ້ບໍ?
3. ຂໍເບີໂທອຳນວຍການໂຮງຮຽນ ຫຼື ນາຍບ້ານແດ່.
4. ຂໍຮູບໂຮງຮຽນແດ່.
5. ຈຳນວນນັກຮຽນ (ຖ້າຮູ້)

- ຖ້າຮູ້ຂໍ້ມູນ ກະລຸນາຕິດຕໍ່ ຫຼື WhatApp ມາເບີ 234 05 234, facebook: Pha Tml



໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໃຫ້ໄປແຂວງວຽງຈັນ ເມືອງເຟືອງ ຫຼື ເມືອງໝືນ ຂພຈ ເຄີຍໄປ 2ເມືອງນີ້ ແລະ ໄປເຂດນອກເມືອງເຫັນວ່າ ໂຮງຮຽນ ແລະ ອຸປະກອນການສຶກສາຂອງຂະເຈົ້າຍັງ ຂາດເຂີນ ແລະ ບໍພຽງພໍຫຼາຍ.


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KitaMarBorDaek ຂຽນວ່າ...
ຢາກໃຫ້ໄປແຂວງວຽງຈັນ ເມືອງເຟືອງ ຫຼື ເມືອງໝືນ ຂພຈ ເຄີຍໄປ 2ເມືອງນີ້ ແລະ ໄປເຂດນອກເມືອງເຫັນວ່າ ໂຮງຮຽນ ແລະ ອຸປະກອນການສຶກສາຂອງຂະເຈົ້າຍັງ ຂາດເຂີນ ແລະ ບໍພຽງພໍຫຼາຍ.

ຖ້າເປັນໄປໄດ້ ເອົາຂໍ້ມູນຕາມທີ່ວ່າເທິງໃຫ້ແດ່ເດີ, ຈະຄິດໄລ່ເບິ່ງວ່າຈະໄປໄດ້ບໍ ຫຼື ແນວໃດ ອິອິ


໑໐ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ມີເໝິດທຸກແຂວງ!
ບໍ່ຕ້ອງຂໍຮູບຂີ່ລົດໄປຕາມທາງ13ໃຕ້, 13ເໜືອ ກໍ່ເຫັນຢູ່ທຸກບ່ອນ!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khunlu ຂຽນວ່າ...
ມີເໝິດທຸກແຂວງ!
ບໍ່ຕ້ອງຂໍຮູບຂີ່ລົດໄປຕາມທາງ13ໃຕ້, 13ເໜືອ ກໍ່ເຫັນຢູ່ທຸກບ່ອນ!


ເຈົ້າລອງເອົາຂໍ້ມູນຕາມຄຳຖາມເທິງຫັ້ນຈັກໂຮງຮຽນ 1 ມາໃຫ້ແດ່


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
mue dai pai


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
mue dai pai

7/9/2014


໕ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ບໍ່ຈຳເປັນທີ່ຈະຊອກຂໍ້ມູນກໍ່ໄດ້ຖ້າສົນໃຈຢາກບໍລິຈາກແທ້ກໍ່ຢູ່ໃສກໍ່ໆຖືວ່າຊ່ວຍຄົນແລ້ວຫຼືວ່າຢາກໄປບໍລິຈາກຕາງແຂວງແທ້ແມ່ນຂີ່ລົດໄປທາງຊຳເໜືອກໍ່ເຫັນຫຼາຍໆໂຮງທີຢູຕາມທາງເລກ 6 ສ່ວນຫຼາຍຈະເຫັນຫຼາຍທີ່ສຸດທີຍັງຂາດເຂີນ ຂໍໃຫ້ຊ່ວຍໄປບໍລິຈາກແດ່ເດືທ່ານເອີ້ຍ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໒ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ປ້າດ ຊອກຫາຂໍ້ມູນແລ້ວຫວາ ບໍ່ພາດແນນອນເດີ້ເອື້ອຍພາ ກິດຈະກຳດີໆ ຈັງຊີ້


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໕ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ທ່ານທີໃຈບູນທີ່ຢາກຊ່ວຍເຫຼືອຂ້ອຍຂໍແນະນຳໃຫ້ໄປບໍລິຈາກທີໂຮງຮຽນບ້ານຊຽງແລທ່າ , ເມືອງປາກງື່ມນະຄອນຫຼວງວຽງຈັນເພາະວ່າໂຮງຮຽນນີ້ເປັນໂຮງຮຽນແຫ່ງໜຶ່ງທີຕັ້ງຢູ່ຫາງຈາກຕົວເມືອງ,ຈາກບ້ານໄຮ່ປາກງື່ມເຂົ້າໄປ 35 ກິໂລແມັດ
ສ່ວນວ່າໂຮງຮຽນແມ່ນໂຄງການຍີປູ່ນມາຕັ້ງໃຫ້ໄດ້ 6 ປີແລ້ວແຕ່ວ່າອຸປະກອນຫ້ອງການແມ່ນຍັງບໍ່ມີ:
ທາງໂຮງເພີນຂໍຢາກໃຫ້ບັນດາບໍລິສັດ;ຫ່າງຮ້ານສ່ວນບຸກຄົນທີ່ໃຈບູນ ມີຄອມພີວເຕີເກົ່າຂໍມາບໍລິຈາກໂຮງຮຽນຂອງພອກເຮົາດ້ວຍ
ຕິດຕໍ່ບໍ່ລິຈາກໄດ້ ທີ 030 :9202572 52556607 ( ຂໍຂອບໃຈນຳທ່ານຫຼາຍໆ ທີເມຕາຊ່ວຍເຫຼືອ )


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ມື້ໃດຈະໄປແທ້ໆ ແຈ້ງມາຫາແນ່ເດີ ສາວພາ ຂ້ອຍກະຢາກຮ່ວມ.... ພາດມາຫລາຍເທື່ອລະ .....


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ເອົາໂຮງຮຽນປະຖົມບ້ານຂ້າພະເຈົ້າກອ່ນກະໄດ້ : ບ້ານຫນອງສະ(ວັດພູ), ເມືອງ ຈຳປາສັກ, ແຂວງ ຈຳປາສັກ
ເບີໂທ: ແມ່ນເອົານໍາຂ້າພະເຈົ້າເອງໄດ້, ເພາະຮູ້ຈັກຄູເກືອບຫມົດທຸກຄົນ ຖ້າຕົກລັງ ຂ້າພະເຈົ້າຈະເປັນເຈົ້າການ
ຈັດການບ່ອນຢູ່, ບ່ອນນອນ, ບ່ອນກິນ(ສຳລັບ 1 ວັນ) ທີ່ບ້ານຂ້າພະເຈົ້າເອງໄດ້ (ແຕ່ເບຍຕ້ອງລົງຂັນຢ້ານລ້ຽງບໍ່ໄຫວ)

ປລ: ສຳລັບຄົນທີ່ຍັງບໍ່ທັນໄດ້ເຫັນວັດພູ ກະຖືວ່າໄປທ່ອງທ່ຽວເລີຍກະໄດ້.......ແຖມຍັງສາມາດໄປທ່ອງທ່ຽວຄອນພະເພັງອີກ

ປລ: ຖ້າຢາກເຫັນຮູບໂຮງຮຽນຊິສົ່ງມາໃຫ້ກ່ອນກະໄດ້...


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
ເອົາໂຮງຮຽນປະຖົມບ້ານຂ້າພະເຈົ້າກອ່ນກະໄດ້ : ບ້ານຫນອງສະ(ວັດພູ), ເມືອງ ຈຳປາສັກ, ແຂວງ ຈຳປາສັກ
ເບີໂທ: ແມ່ນເອົານໍາຂ້າພະເຈົ້າເອງໄດ້, ເພາະຮູ້ຈັກຄູເກືອບຫມົດທຸກຄົນ ຖ້າຕົກລັງ ຂ້າພະເຈົ້າຈະເປັນເຈົ້າການ
ຈັດການບ່ອນຢູ່, ບ່ອນນອນ, ບ່ອນກິນ(ສຳລັບ 1 ວັນ) ທີ່ບ້ານຂ້າພະເຈົ້າເອງໄດ້ (ແຕ່ເບຍຕ້ອງລົງຂັນຢ້ານລ້ຽງບໍ່ໄຫວ)

ປລ: ສຳລັບຄົນທີ່ຍັງບໍ່ທັນໄດ້ເຫັນວັດພູ ກະຖືວ່າໄປທ່ອງທ່ຽວເລີຍກະໄດ້.......ແຖມຍັງສາມາດໄປທ່ອງທ່ຽວຄອນພະເພັງອີກ

ປລ: ຖ້າຢາກເຫັນຮູບໂຮງຮຽນຊິສົ່ງມາໃຫ້ກ່ອນກະໄດ້...


ຫນ້າສົນໃຈ ແຕ່ທຳອິດແມ່ນຢາກໄດ້ຮູບໂຮງຮຽນມາກ່ອນ ( ເພາະຈະເອົາໄປໂຄສະນາເຊີນຊວນໃຫ້ຄົນໄປນຳ, ມີແຕ່ມາແນະນຳ ກະບໍ່ໄດ້ລະນໍ ຢາກໄດ້ຂໍ້ມູນຍັງວ່າ ຮາຮາ) ແລ້ວຈະເບິ່ງກ່ອນເດີ ຖ້າໄກ ຄ່າລົດກໍແພງ ຂຶ້ນກັບວ່າມີຄົນເຫັນດີນຳບໍ ປະມານນັ້ນ :)


໕ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ຂໍຖາມແດ່ບໍລິຈາກແຕ່ໃຫ້ໂຮງຮຽນບໍ່ປະຊາຊົນຄອບຄົວທຸກຍາກບໍ່ບໍລິຈາກບໍ່ ?


໕ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ຂໍຖາມແດ່ບໍລິຈາກແຕ່ໃຫ້ໂຮງຮຽນບໍ່ປະຊາຊົນຄອບຄົວທຸກຍາກບໍ່ບໍລິຈາກບໍ່ ?


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ 213 ຂຽນວ່າ...
ຂໍຖາມແດ່ບໍລິຈາກແຕ່ໃຫ້ໂຮງຮຽນບໍ່ປະຊາຊົນຄອບຄົວທຸກຍາກບໍ່ບໍລິຈາກບໍ່ ?


ບໍລິຈາກໃຫ້ນັກຮຽນທຸກຍາກເຂດນອກຫັ້ນລະ ເພາະວ່າຢາກສົ່ງເສີມການສຶກສາເພື່ອອານາຄົດ :)
ພວກເຮົາບໍ່ແມ່ນອົງກອນໃຫຍ່ ບໍ່ມີທຶນຫຼວງຫຼາຍ ມີແຕ່ຊອກປະກາດຫາຜູ້ມາບໍລິຈາກເທົ່ານັ້ນ
ສ່ວນວ່າອັນເຈົ້າວ່າຫັ້ນຕ້ອງໄດ້ປຶກສາຜູ້ບໍລິຈາກກ່ອນ


໕ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ຄັນເປັນໄປໄດ້ເຮົາເພື່ອໃຫ້ນັກຮຽນທີ່ຢູ່ໃນເຂດນອກໃຫ້ຕັ້ງໃຈຮໍ່າຮຽນຫຼືວ່າມີລາງວັນໃຫ້ຜູ້ທີຮຽນເກັ່ງເປັນຕົ້ນແມ່ນລົດຖີບຫຼືນຳໃຈອື່ນໆຄືຈະເປັນການດີເຫນາະ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາໃນນະຄອນຫລວງນີ້ລະ ເດີນທາງຈາກໃນເມືອງບໍ່ເກີນ 1 ຊົ່ວໂມງ
ຖ້າຕ່າງແຂວງ ມັນຫນັກຄ່າໃຊ້ຈ່າຍ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ຕົກລົງວ່າຈະໄປບ້ານຊຽງແລນາ 7/9/2014, ໄປທາງບ້ານໄຮ່ປາກງື່ມ ທາງ ລຳ 13 ໃຕ້ ແລ້ວລ້ຽວຊ້າຍ 12 ກມ, ໄປບໍລິຈາກເຄື່ອງຮຽນ ມື1-ມື2, ເຄື່ອງນຸ່ງມື1-ມື2, ເຄື່ອງຫຼິ້ນ ມື1-ມື2, ເຄື່ອງຫ້ອງການ ມື1-ມື2, ຄອມພິມເຕີ ມື1-ມື2 (ຖ້າມີ) ແລະ ສິ່ງຂອງອຸປະກອນອື່ນໆ...
- ສ່ວນບັນດາທ່ານທີ່ຕົກລົງຈະເດີນທາງໄປຮ່ວມງານ ແມ່ນຈະໄດ້ເກັບຄ່າເດີນທາງ ແລະ ອາຫານ ປະມານ 150,000 ກີບ ( ຖ້າໄປຫຼາຍ )


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ 213 ຂຽນວ່າ...
ຄັນເປັນໄປໄດ້ເຮົາເພື່ອໃຫ້ນັກຮຽນທີ່ຢູ່ໃນເຂດນອກໃຫ້ຕັ້ງໃຈຮໍ່າຮຽນ ຫຼືວ່າມີລາງວັນໃຫ້ຜູ້ທີຮຽນເກັ່ງເປັນຕົ້ນແມ່ນລົດຖີບຫຼື ນຳໃຈອື່ນໆຄືຈະເປັນການດີເຫນາະ

ເຈົ້າຊື້ມາໂລດ ຂ້ອຍຊິໄປບໍລິຈາກເອງ