ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໃຜມີຂໍ້ມູນ ໂຮງຮຽນ ມ.ຂ ຊ່ວຍເອົາມາແຊແນ່

ຈົບອີເລັກໂທຣນິກຊັ້ນກາງຢາກຕໍ່ປະລິນຍາບໍຮູ້ຈະໄປຕໍ່ຢູ່ໃສໃຜ່ຮູ້ຊ່ວຍບອກແນ່ເດີ

໑໓ ກະທູ້
໒໘໑ ໂພສ
ນັກການກະທູ້
ມຂ ສະຫວັນນະເຂດເດີ້

ຮ່າກວ່າທຸກເທື່ອ

໑໓ ກະທູ້
໒໘໑ ໂພສ
ນັກການກະທູ້

ຮ່າກວ່າທຸກເທື່ອ

໑໓ ກະທູ້
໒໘໑ ໂພສ
ນັກການກະທູ້
ບັນດິດໃໝ່ຮຸ່ນທຳອິດຈຳນວນ 957 ຄົນຈາກມະຫາວິທະຍາໄລສະຫວັນນະຂດ ຮັບໃບປະກາສະນີຍະບັດຢ່າງສົມກຽດ

ນັກສຶກສາທັງພາກປົກກະຕິ ແລະພາກເຊື່ອມຕໍ່-ຕໍ່ເນື່ອງຈຳນວນ 957 ຄົນ ຍິງ 445 ຄົນ ທີ່ໄດ້ສຳເລັດການສຶກສາຂັ້ນປະລິນຍາຕີຈາກມະຫາວິທະຍາໄລສະຫວັນນະເຂດ ໄດ້ເຂົ້າຮ່ວມຮັບໃບປະກາສະນີຍະບັດຂອງຕົນຕາມແຕ່ລະສາຂາວິຊາຮຽນ, ເຊິ່ງພິທີມອບໃບປະກາສະນີຍະບັດໃຫ້ແກ່ບັນດິດໃໝ່ຂອງ ມ.ຂ ໃນສົກປີແມ່ນເປັນຊຸດທຳອິດພາຍຫຼັງການສ້າງຕັ້ງ ມ.ຂ ມາໄດ້ 5 ປີແລ້ວ.


ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງມະຫາວິທະຍາໄລສະຫວັນນະເຂດ ໃນວັນທີ 24 ຕຸລາ 2014. ໃຫ້ກຽດມອບໃບປະກາສະນີຍະບັດໃຫ້ແກ່ບັນດິດໃໝ່ ໂດຍແມ່ນ ທ່ານ ຮສ.ດຣ ບຸນປົງ ແກ້ວໂຣດົມ ອະທິການບໍດີມະຫາວິທະຍາໄລສະຫວັນນະເຂດ.

ໃນພິທີ, ທ່ານ ຮສ. ດຣ ສີທາ ເຂັມມະລາດ ຮອງອະທິການບໍດີ ມ.ຂ ໄດ້ລາຍງານວ່າ: ໄລຍະທຳອິດຂອງການສ້າງຕັ້ງມະຫາວິທະຍາໄລສະຫວັນນະເຂດໃນສົກສຶກສາ 2009-2010 ໄດ້ເປີດສາຂາວິຊາຮຽນໃນລະດັບປະລິນຍາຕີປົກກະຕິ 9 ສາຂາຄື: ສາຂາວິທະຍາສາດພືດ, ວິທະຍາສາດສຸຂະພາບສັດ, ສາຂາສິ່ງແວດລ້ອມ, ບໍລິຫານການຄ້າ, ບໍລິຫານການຂົນສົ່ງ, ບໍລິຫານການທ່ອງທ່ຽວ-ໂຮງແຮມ, ສາຂາພາສາຝລັ່ງ, ສາຂາພາສາອັງກິດ ແລະສາຂາເຕັກໂນໂລຊີຂໍ້ມູນຂ່າວສານ. ສ່ວນຫຼັກສູດປະລິນຍາຕີເຊື່ອມຕໍ່ໄດ້ເປີດໃນສົກສຶກສາ 2011-2012 ແລະຫຼັກສູດປະລິນຍາຕີຕໍ່ເນື່ອງໄດ້ເປີດໃນສົກສຶກສາ 2012-2013 ປະກອບມີ 4 ສາຂາວິຊາຄື: ສາຂາປູກຝັງ-ປ້ອງກັນພືດ, ລ້ຽງສັດ-ການປະມົງ, ບໍລິຫານການຄ້າ ແລະບໍລິຫານທຸລະກິດທົ່ວໄປ. ມະຫາວິທະຍາໄລສະຫວັນນະເຂດມີພະນັກງານຄູ-ອາຈານທັງໝົດ 313 ຄົນ, ຍິງ 145 ຄົນ,ຈຳນວນນັກສຶກສາປີ 1-ປີ 5 ມີທັງໝົດ 3.442 ຄົນ, ຍິງ 1.820 ຄົນ, ມີຄູ-ອາຈານທີ່ມີລະດັບປະລິນຍາເອກຈຳນວນ 6 ຄົນ,ຮອງສາສະດາຈານ 3 ທ່ານ ແລະໄດ້ຮັບເລືອກເປັນສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ຈຳນວນ 1 ທ່ານ, ລະດັບປະລິນຍາໂທ 27 ຄົນ,ຍິງ 8 ຄົນ,ລະດັບປະລິນຍາຕີ 228 ຄົນ ຍິງ 106 ຄົນ, ຊັ້ນສູງ 35 ຄົນ ຍິງ 21 ຄົນ,ຊັ້ນສູງ 35 ຄົນ ຍິງ 21 ຄົນ, ຊັ້ນກາງ 14 ຄົນ ຍິງ, ຊັ້ນຕົ້ນ 5 ຄົນ ຍິງ 3 ຄົນ. ມະຫາວິທະຍາໄລສະຫວັນນະເຂດມີ 2 ວິທະຍາເຂດຄື: ວິທະຍາເຂດນາເຊັງມີເນື້ອທີ່ທັງໝົດ 13 ເຮັກຕາ ແລະວິທະຍາເຂດໜອງຜືມີເນື້ອທີ່ທັງໝົດ 304 ເຮັກຕາ.

ຮ່າກວ່າທຸກເທື່ອ