ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຢາກໃຫ້ການສຶກສາຢູ່ປະເທດລາວເຮົາມີຄຸນນະພາບດີຕ້ອງພັດທະນາ.....

໔໖ ກະທູ້
໓໙໙ ໂພສ
ຊຳນານການເວັບບອດ
ຢາກໃຫ້ການສຶກສາຢູ່ປະເທດລາວເຮົາມີຄຸນນະພາບດີຕ້ອງພັດທະນາທາງດ້ານເຕັກໂນໂລຢີຂໍ້ມູນຂ່າວສານເປັນຫຼັກພີ່ນ້ອງທັງຫຼາຍຄິດວ່າແນວໃດ?.

Expert of Math apply, Math analysis and General Math

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພັດທະນາຄົນກ່ອນ ລະຄ່ອຍໄປແນວອື່ນ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະດີ


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ພັດທະນາຄົນກ່ອນ ລະຄ່ອຍໄປແນວອື່ນ


ແມ່ນແລ້ວ


໔໖ ກະທູ້
໓໙໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ພັດທະນາຄົນກ່ອນ ລະຄ່ອຍໄປແນວອື່ນ


ພັດທະນາຄົນແບບໃດ ໃຫ້ເຫດຜົນ

Expert of Math apply, Math analysis and General Math

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພັດທະນາແນວຄວາມຄິດ.. ຂອງບຸກຄົນໃນຊາດ..


໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ຄູ

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນລະ ຖືກຕ້ອງທີ່ສຸດ

ພັດທະນາຄົນກ່ອນ ດ້ານຄວາມຄິດເປັນຕົ້ນ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນີ້ຊໍ່ານີ້ກ່ອນ ມື້ໝ້າສິມາຈອບໃໝ່ອີກ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອເວົ້າເຣຶ້ອງນີ້ເອົາໂຕຢ່າງຂອງສິງຄະໂປ ພາຍຫຼັງສົງຄາມໂລກດີບໍ?
ເຂົາສ້າງຄົນກ່ອນອຶ່ນໃດ(ໜາຍຄວາມວ່າໃຫ້ຄົນສ່ວນຫຼາຍໄດ້ຮັບການສຶກສາທີ່ດີກ່ອນ).
ເທົ້າທີ່ເຫັນມານີ້ ກະຄຶວ່າ ປະເທດນີ້ບໍ່ຢູ່ແຖວຫຼັງດັ່ງປະເທດທີ່ສ້າງອຸດົມການອັນຍິ່ງໃຫຍ່,
ຄຳຂວັນໃຫຍ່ໆປາກໂວໆ.
ເຢິຣະມັນ(ຕາເວັນຕົກ)ກະທຸ້ມເທເງິນຄຳສ້າງຄົນໄປກ່ອນ,
ໃນວຽກງານທາງດ້ານການສຶກສາແມ່ນວ່າເຂົາບໍ່ຂີ້ຖິ່ ນາຍຄົມນາຍຄູມີຖານະດີເພຶ່ອ
ວ່າຈະມີໃຈສິດສອນເຍົາວະຊົນທັງອຸປກອນໃນການສິດສອນກໍຄົບຖ້ວນ.ບໍ່ແມ່ນມີແຕ່ວ່າ
ຄູເປັນກະດູກສັນຫຼັງແຕ່
ເງຶອນເດຶອນບໍ່ມີໃຫ້ກິນຕາມກາລເວລາ ຄຶຄູຢູ່ບ້ານເຮົາ ເຮັດຈັ່ງຊັ້ນມັນຊິເກິດຊິເງິຍນຳເຂົາ!


໔໖ ກະທູ້
໓໙໙ ໂພສ
ຊຳນານການເວັບບອດ
ຂ້ອຍລະຄິດວ່າດຽວນີ້ປະເຮົາກະໄດ້ພັດທະນາຄົນພໍສົມຄວນແລ້ວ. ແຕ່ດ້ານເຕັກໂນໂລຢີຂາ່ວສານຍັງບໍ່ທັນມີ ຕົວຢ່າງວ່າ: ທີ່ຜ່ານມາມີຫຼາຍປະເທດທີ່ຍື່ນຂໍ້ສະເໜີເພື່ອຊ່ວຍເຫຼືອດ້ານການສຶກສາ ແຕ່ກ່ອນຈະຊ່ວຍເຫຼືອໄດ້ເຂົາເຈົ້າຕ້ອງການຂໍ້ມູນລະອຽດເຊັ່ນ ທົ່ວປະເທດມີໂຮງຮຽນອະນຸບານຈັກແຫ່ງ, ປະຖົມຈັກແຫ່ງ, ປະຖົມສົມບູນຈັກແຫ່ງ, ມັດທະຍົມຕົ້ນ ແລະ ປາຍຈັກແຫ່ງ, ມັດທະຍົມ ສສ ຈັກແຫ່ງ, ວິຊາຊີບ...ຈົນເຖິງມະຫາໄລມີຈັກແຫ່ງ. ແຕ່ລະແຫ່ງທີ່ເວົ້າມານັ້ນຕ້ອງຮູ້ສະຖິຕິຂອງນັກຮຽນ, ຄູອາຈານທີ່ສອນ, ຜູ້ເຮັດວຽກດ້ານບໍລິຫານ ພ້ອມທັງແຍກເພດຍິງຊາຍ, ລະດັບການສຶກສາຂອງຄູແຕ່ລະຄົນ, ລາຍຮັບ ແລະ ລາຍຈ່າຍຂອງແຕ່ລະໂຮຽນຕໍ່ປີ, ສະຖານະພາບ ແລະ ສະພາບຂອງໂຮຽນແຕ່ລະບ່ອນເປັນແນວໃດ ແລະ ອື່ນໆ...ຍັງມີຫຼາຍ. ອຶມ ບາດນີ້ທາງເຮົາບໍ່ຮຼ້ຊິເອົາຂໍ້ມູນມາແຕ່ໃສເພາະຢູ່ກະຊວງສຶກສາກໍ່ບໍ່ໄດ້ເກັບຂໍ້ມູນລະອຽດແບບນັ້ນ ມັນມີແຕ່ຂໍ້ມູນທີ່ສຳຄັນເທົ່ານັ້ນ. ເມື່ອໄປລົງເກັບຂໍ້ມູນກໍ່ໃຊ້ເວລາເປັນຫຼາຍປີເພາະຂໍ້ມູນປ່ຽນແປງຕຼອດ... ດັ່ງນັ້ນເຮັດໃຫ້ຫຼາຍປະເທດຍົກເລີກການຊ່ວຍເຫຼືອ. ແຕ່ປີນີ້ໄດ້ຍິນວ່າຢູ່ກະຊວງສຶກສາເຂົາເຈົ້າໄຊ້ຖານຂໍ້ມູນເພື່ອເກັບກຳຂໍ້ມູນແລ້ວເຊິ່ງບໍລິສັດ NSS ເປັນຜູ້ສ້າງໃຫ້. ຄິດວ່າຕໍ່ໄປກໍ່ຈະດີຂຶ້ນ ແລະ ຈະມີຫຼາຍປະເທດມາຊ່ວຍເຫຼືອ.

Expert of Math apply, Math analysis and General Math

໕ ກະທູ້
໑໗໒ ໂພສ
ນັກການກະທູ້
ເວົ້າງ່າຍໆ
ແນວຄິດຂອງຄົນ, ຕຳລາແລະອຸປະກອນ, ອາຈານ
ແຕ່ເຮັດຍາກໆ


໔ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ບູກຄະລາກອນພ້ອມທັງແນວຄີດພ້ອມຕອ້ງມີຫຼາຍຢ່າງນະ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພັດທະນາບຸກຄະລາກອນ ຜູ້ທີ່ມັກໃນການສິດສອນເປັນຫຼັກ ແລະ ອຸດທິດຕົນໃຫ້ກັບການສຶກສາ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1 พัดทะนา ละบบ กาน สืก สา ย่าง ทำอิด
2 พัดทะนา อาจาน อาด จะ ส่งไป เฮียนเพื่อเพี่ม ละดับ โดย สะเพาะ ทาง ด้านกาน ถ่าย ทอด
3 พัดทะนา สะถานที่ ไห้ สะอาด จบ งาม ละ ห้อง เฮียน บ่ ไห้ หน้า เบื่อ
4 พัดทะนา วัดถุอุปะกอน ในห้องเฮียน
.......พวก น้องนัก เฮียน ควน พัดทะนา แนวคิด โต เอง...สำคันที่ สุด..

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໐ ກະທູ້
໕໒ ໂພສ
ຂາປະຈຳເວັບບອດ
ແລ້ວແຕ່ດອກວ່າເຈົ້າສ້າງຄົນໃຫ້ເປັນຫຍັງ
ທາດ: ແບບທົ່ວໄປນີ້ລະ ທັງໂລກກຳລັງເຮັດຢູ່ ລາວກະເຮັດໄດ້ດີ (ລະດັບວິຊາຊີບ)
ຫຸ່ນຍົນ: ອັນນີ້ ອາເມລິກາ ແລະ ເອີຣົບເຮັດໄດ້ດີ (ປະລິນຍາຕີ)
ໂຈນ: ຄຶດເອົາດອກເນາະ ເຫັນກັນທົ່ວໂລກ ລາວເຮົາກະສອນໃຫ້ນັກຮຽນເປັນໂຈນໄດ້ເກັ່ງຕົ໊ວ
ມະຫາໂຈນ: ຮາເວິຣດ (Haward) ແລະບ່ອນດັງໆທົ່ວໂລກ ສ້າງມະຫາໂຈນຫຼາຍແລ້ວ ລາວຄືຊິບໍ່ທັນເຂົາ (ຕົວຢ່າງຂ້າມຝັ່ງຂອງໄປຟາກນັ້ນຫັ້ນລະ ຂ້າກັນຍ້ອນຜູ່ດຽວຫັ້ນ)
ເຊີນບັນດາທ່ານເລືອກໄດ້ວ່າຕ້ອງການສ້າງເດັກນ້ອຍໜ້າຮັກ ໃຫ້ເປັນຫຍັງ...!!!


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ຕາມຄວາມຄິດຂອງຂ້ອຍແລ້ວຢາກໃຫ້ການສຶກສາຢູ່ປະເທດລາວເຮົາມີຄຸນນະພາບດີນັ້ນຕ້ອງພັດທະນາປັດໄຈທີ່ເຮັດໃຫ້ການສຶກສາພັດທະນາ
ເຮົາກຳລັງເວົ້າເຖິງ Human Resource Development.ໄດ້ຍິນວ່າເປັນໜຶ່ງໃນບັນດາ 8 ບູລິມະສິດແຜນພັດທະນາຂອງລັດຖະບານລາວ. ກະຄິດວ່າຢາກໃຫ້ມີສະຖາບັນການສຶກສາທີ່ໄດ້ຮັບມາດຕະຖານສາກົນມີຊ້ຽວຊານເພີ່ມຂຶ້ນ,ໃຫ້ໂອກາດແກ່ຜູ້ດ້ອຍໂອກາດດ້ານການສຶກສາ.ສົ່ງ
ເສີມທາງດ້ານ IT. ຢູ່ຕ່າງປະເທດເດັກນ້ອຍທໍ່ໄມ້ກອກຫຼິ້ນຄອມ,ອາຍູ 14 ປີກະວ່າ hack ລະ. ແຕ່ສິ່ງທີ່ສຳຄັນອີກຢ່າງໜຶ່ງນັ້ນເສດຖະກິດກໍ່ຕ້ອງ
ໄດ້ຮັບການພັດທະນາໃຫ້ດີນຳ.

KNOWLEDGE IS POWER

ເທບແຫ່ງພາສາລາວ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຈິງແລ້ວ ລັດຖະບານລາວ ກໍກຳລັງສຸມໃສ່ການພັດທະນາຢ່າງເອົາຈິງເອົາຈັງ ໃສ່ວຽກງານການສຶກສາ ບໍ່ວ່າຈະເປັນດ້ານບຸກຄະລາກອນ ຫຼືວ່າດ້ານອື່ນໆ ກໍຄືກັນ. ດັ່ງນັ້ນ ຖ້າເຮົາຢາກຊ່ວຍໃນເລື່ອງການສຶກສາ ງ່າຍໆເລີຍ ເລີ່ມຈາກຕົວເອງກ່ອນໂລດ ເຮັດໜ້າທີ່ຂອງຕົນເອງໃຫ້ດີ ປະຕິບັດ3ດີໃຫ້ໄດ້ ລະອັນອື່ນໆ ມັນກະຊິຖືກພັດທະນາໄປເອງຕາມກົນໄກຂອງມັນ.

ຄິດດີ ເວົ້າດີ ເຮັດດີ

໑໐ ກະທູ້
໑໙໓ ໂພສ
ນັກການກະທູ້
ການສຶກສາຢູ່ລາວຈະດີ ຖ້າຫາກມີການປີກຝັງ ໃຫ້ຮັກການອ່ານ ການຂຽນ
ເວລາສອບບໍ່ໃຫ້ມີການໃຊ້ຄວາມຮູ້ຮອບໂຕະ ເຫີໆໆ ອັນຂ້າພະເຈົ້າໃຊປະຈຳ

ຄວາມຕັ້ງໃຈຂອງຄົນບ້ານເຮົາ ເຫັນໄດ້ໂດຍຊັດເຈນວ່າມີສ່ຳໃດ

ບໍ່ເຊື່ອລອງເອົານັກຮຽນ ມ.6 ລົງໄປຮຽນມ.3ຄືນ
ຂ້ອຍວ່າບໍ່ມີທາງທີ່ຈະສອບໄດ້ທີ1ທຸກເດືອນ ແລະ ບໍ່ມີທາງທີ່ຈະສອບເລື່ອນຊັ້ນແບບ ສະອາດໄດ້

ແລະໄດ້ຍິນຫຼາຍຄົນມັກ ຕຳນິບ້ານໂຕເອງວ່າບໍ່ຍອມປະດິດນັ້ນປະດິດນີ້
ຢາກບອກລາວວ່າ ອັນທີ່ບໍ່ຈະເລີນກະຍ້ອນ ພວກລາວມັກໂຕນຮຽນແລ້ວຊິໃຫ້ປະເທດ ກ້າວຫນ້າຈັ່ງໃດ
555555+

<img src="http://uphoup.com/image-2D9D_4C8B6A12.jpg" width="338" height="50">

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກ່ອນອື່ນຄິດວ່າຕ້ອງພັດທະນາຄູອາຈານໃຫ້ໄດ້ມາດຕະຖານທ້ອງຖີ່ນກ່ອນ ເລີ້ມຕັ້ງແຕ່ປໍ1 ພຸ້ນມານາ
ແລະ ຫຼັກສູດຕຳລາວິຊາຮຽນ ສ່ວນຫຼາຍການຣຽນຂອງບ້ານເຮົາຄ້າຍກັນກັບການເລົ່າເລື່ອງສູ່ກັນຟັງໂດຍທີ່ຫາຄວາມເທັດຈິງບໍ່ຢາກເຫັນ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໐ ກະທູ້
໑໖໔໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະເເມ່ນຢູ່ຕ້ອງພັດທະນາສະໝອງຄົນນິໃຫ້ສະຫຼາດ ເກັ່ງຂື້ນກ່ອນ ຫຼັງຈາກນັ້ນຄ່ອຍພັດທະນາເລື່ອງເຕັກໂນໂລຈີທັງຫຼາຍ
ເເຕ່ຄັນທຽບໃສ່ປະເທດນອກເຂົາມີໝົດສອນກະໄດ້ມາດຕະຖານ ນັກຮຽນກະຮຽນໄດ້ດີ

° ° ° Believe iN DestinY ° ° °

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລະ ອີກຢ່າງໜື່ງຊີໄປເວົ້າໃຫ້ແຕ່ຕຳລາຮຽນຢ່າງດຽວກາບໍ່ໄດ້ ມັນແມ່ນກະຕົວຂອງນັກຮຽນແດ່ທີ່ຂາດຄວາມໝູ້ງໝັ້ນໃນການຮຳຮຽນ ສວ່ນຫຼາຍເລີມດື່ມເຫຼົ້າເມົາສຸລາ ແລະ ຫຼີ້ນອື່ນໆ ມັນມີຫຼາຍຫຼີ້ນເນາະ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພໍ່ແມ່ກະສຳຄັນເລີ່ມສ້າງແນວຄິດມາແຕ່ນ້ອຍໃຫ້ມັກຮຽນມັກອ່ານ
ອີກຢ່າງນັກສືກສາມັກຈະໄຝ່ຝັນຮຽນແຕ່ແນວສິລວຍໄວໆ
ຈົບມາລົ້ນຕະຫຼາດຮອງຮັບເຕະຝຸ່ນໄປເລື້ອຍກະມີຫຼາຍ
ບາດຮຽນເຕັກນິກ,ວິຊາຊີບພັດບໍ່ມີໃຜຢາກຮຽນ
ມີແຕ່ຫວັງລວຍທາງລັດ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເລື່ອງນີ້ເວົ້າມາມັນກະບໍ່ຈົບອີກນັ້ນລະ
ຂ້ອຍວ່າແຕ່ລະທ່ານເວົ້າມາກະຖືກຫມົດຈັງໃດກະຕາມຢ່າລືມພັດທະນາລະດັບຄອບຄັວເດີຈະໄດ້ຊອ່ຍກັນທຸກຄົນເນາະ
ຄວາມຮັບຜິດຊອບມາກອ່ນຄວມເປັນລະບົບລະບຽບຈະຕາມມາເດີ
ແລະແລ້ວ ຄວາມຮັບຜິດຊອບນີ້ລະຕ້ອງຝຶກໃຫ້ເປັນນິໃສຕິດຕັວແລະຈະຕ້ອງໃຊ້ເວລາຝຶກຕັ້ງແຕ່ເດັກເລີຍລະ
ໃຜເຮັດຫຍັງຕຳແຫນ່ງໃດຢູ່ໃສຂໍແຕ່ຊື່ສັດບໍໂກງກິນມີຄວມຮັບຜິດຊອບກະຊ່ອຍຊາດໄດ້ຄືກັນເດີ

ພໍກ່ອນລະເຮັດວຽກກ່ອນ











໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຕ້ອງສາງບຸກລະລາກອນໃຫ້ມີຄວາມຮູ້ຄວາມສາມາດໃນດ້ານຕ່າງໆທີ່ກ່ຽວຂ້ອງກັບການສຶກສາ ແລະ ຕ້ອງມີອຸປະກອນຄົບຊຸດເພື່ອຕອບສະໜອງເຂົ້າໃນການຮຳຮຽນສຶກສາຄົ້ນຄ້ວາ


໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ການສຶກສາພັດທະນາຄົນບໍ່ແມ່ນຊັ້ນວະ


໐ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
tong phad tha na khon lao ler kan sud sa yu lao

cost of living

໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ vip ຂຽນວ່າ...
ຄູ


ຖືກຕ້ອງງງງງງງງງງງງງງງງງງງງງງງງງ
ພັດທະນາຄູ....ໃຫ້ຄວາມສຳຄັນກັບຄູ...ຄູພັດທະນາຄົນ....ຄົນພັດທະນາຊາດຕໍ່....
ຖ້າຄູບໍ່ມີຄຸນນະພາ ຄົນກໍ່ບໍ່ມີຄຸນນະພາບ....ເທັດໂນໂລຢີ່ບໍ່ຕ້ອງເວົ້າເຖິງ....
ມີໂທກໂນໂລຢີດີ....ດີຄົນບໍ່ມີຄຸນນະພາບ...ກໍບໍ່ຕ່າງຫຍັງກັບຜີບ້າມີເງີນລະ


໐ ກະທູ້
໑໘໖ ໂພສ
ນັກການກະທູ້
ຄູດີ ນັກຮຽນໃຈບໍ່ເອົາ ກະຄືເກົ່າ,
ຕຳລາດີ ຄົນບໍ່ເປີດ ກາຍເປັນເສດເຈ້ຍ,
ເລີ່ມທີ່ໂຕເຮົາ ຊ່ອຍກັນດຶງ ບໍ່ແມ່ນຖ້າເພີ່ນດຶງຝ່າຍດຽວ.


໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ພັດທະນານັກຮຽນໃຫ້ຮັກການອ່ານ