ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຢາກໃຫ້ຄົນລາວເຮົານິຍົມອ່ານໜັງສືຫລາຍຂຶ້ນ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ໂດຍທົ່ວໄປແລ້ວ ໄປມາທາງໃດກໍບໍ່ຄ່ອຍເຫັນຄົນລາວເຮົາມັກອ່ານ ຫລື ຖືໜັງສືຕິດຕົວໄປນຳ, ຂະໜາດວາຣະສາຣ, ໜັງສືພິມ ກາຍັງໄດ້ໄປອ້ອນວອນໃຫ້ຊື້ອ່ານກັນ ... ອີກດັຊນີຕົວໜຶ່ງທີ່ໜ້າຈະບົ່ງບອກເຖິງນິສັຍການອ່ານຂອງຄົນລາວເຮົາກໍຄື ຮ້ານຂາຍໜັງສື ເຊິ່ງຖືວ່າເກືອບຈະບໍ່ມີກັນເລີຍ ...
ໄປໄທຍ໌ ເຫັນມີຮ້ານຂາຍໜັງສືຫລາກຫລາຍເຕັມໄປໝົດ ແຕ່ຜົນການວິຈັຍບອກວ່າຄົນໄທຍ໌ໂດຍສເລັ່ຍອ່ານໜັງສື ເຈັດບັນທັດເຄິ່ງ (7 ແຖວກວ່າ ໆ) ຕໍ່ປີ ຕໍ່ຄົນ; ຢູ່ວຽດນາມມີຮ້ານຂາຍປື້ມມາກມາຍເຊັ່ນກັນ, ເຂົາກ້າຊື້ລິຂະສິດຈາກສຳນັກພິມໂດ່ງດັງຣະດັບໂລກ ເຊັ່ນ: Pearson Education, McGraw-Hill ຯລຯ ມາພິມຂາຍໃນຣາຄາຄົນວຽດນາມຊື້ອ່ານໄດ້ ຮວມທັງແປອອກເປັນພາສາຕົນເອງອີກດ້ວຍ, ແຖມຄົນວຽດນາມ ຍັງມັກອ່ານກັນໝົດບ້ານໝົດເມືອງ. ສ່ວນເມືອງລາວ ເຮົາໄປມາທາງໃດກໍພົບເຫັນຮ້ານກິນດື່ມ, ຮ້ານຂາຍເຫລົ້າຂາຍເບຍ ຜຸດຂຶ້ນປານດອກເຫັດເອົາໂລດ.
ເມືອງລາວຖ້າມີການວິຈັຍກໍຄົງຈະມີຜົນອອກມາຕະລົກເນາະ! ອາດເປັນວ່າໂດຍສເລັ່ຍຄົນລາວອ່ານໜັງສືປີລະເຄິ່ງຕົວອັກສອນຕໍ່ຄົນຕໍ່ປີ!?...?...! ເອີ້ ... ມັນອ່ານອອກບໍ່ເນັຽະ!


໔ ກະທູ້
໒໓໑ ໂພສ
ນັກການກະທູ້
khoi pen khon muk arn dai


໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
khoi bor mak arn der


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຄ່ອຍມີປື້ມທີ່ໜ້າຈັບໃຈກາເລີຍບໍ່ໄດ້ອ່ານ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ juan ຂຽນວ່າ...
ບໍ່ຄ່ອຍມີປື້ມທີ່ໜ້າຈັບໃຈກາເລີຍບໍ່ໄດ້ອ່ານ



ແມ່ນຄວາມ, ຄົນຂຽນໜັງສືກາຍັງມີໜ້ອຍຢູ່, ການທີ່ວາຣະສາຣ ຫລື ໜັງສືພິມຂາຍບໍ່ອອກ ກໍຍ້ອນມັນບໍ່ເປັນຕາຢາກອ່ານຫັ້ນລະ!


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສ່ວນຫຼາຍເຮົາຫຼີ້ນເນັດກ່າແມ່ນການອ່ານທັງນັ້ນຖ້າເຮົາບໍ່ອ່ານເຮົາຈະໄປເວົ້າກັບໃຜ ທັ່ງອ່ານທັງຂຽນ
ມີຄວາມຮູ້ເທົ່າໃດມາແບ່ງປັນກັນ ນີ້ຄືຊິເປັນແຫຼ່ງໜື່ງທີ່ໃຫ້ຄວາມຮູ້ ແລະ ປະສົບການທີ່ດີ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໐ ກະທູ້
໑໖໔໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຄົນບໍ່ຄ່ອຍມັກອ່ານປື້ມປານໃດ ເເຕ່ຕ້ອງຈຳເປັນໄດ້ອ່ານຢູ່ ຮຮ ໄດ້ປື້ມມາອ່ານ, ຕອບຕະຫຼອດ ອິອິ

° ° ° Believe iN DestinY ° ° °

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາສັງເກດເຫັນຄົນຕ່າງປະເທດເຂົາເຈົ້າມັກການອ່ານຫຼາຍໄດ ເຂົາຈະບໍ່ປ່ອຍຖີ້ມເວລາເສຍໄປລ້າໆນັ່ງຫຼີ້ນກ່າອ່ານ, ນອນກ່າອ່ານ, ຍ່າງກ່າອ່ານ ເຮັດອີ່ຫຍັງເຂົາກາອ່ານໝົດ ສະນັ້ນເຂົາເຈົ້າຈື່ງມີນັກປາດຫຼາຍ ນັກປາດນີ້ບໍ່ແມ່ນນັກປາດຊີ້ນປາດໜັງໄດ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼີ້ນແຕ່ພັນລາວເລີຍບໍ່ໄດ້ອ່ານ


໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ປະເທດລາວເຮົາບໍ່ມີນັກຂຽນຫຼາຍປື້ມກະຫາຊື້ຍ້າກຍາກລະກະບໍ່ຫນ້າສົນໃຈອີກຂ້ອຍເລີຍອ່ານກາຕູນໂຄນັນເສຍເງີນ
ໃຫ້ໄທຍດີກວ່າ

ຂ້ອຍ ແຮງ ບໍ່ແຄສື່


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍບໍ່ມັກອ່ານປື້ມ
ແຕ່ມັກອ່ານເວັບບອດພັນລາວ


໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ກະມີຕົວະການວິໄຈຢູ່(ພັນ)ລາວນ໊ະ ຜົນອອກມາໜ້າຕົກໃຈຫຼາຍ ໄປອ່ານ(ດີໆ)ເອົາຢູ່ບ່ອນນີ້ເລີຍ! >> http://punlao.com/4ne/polls/5811/

Sin tu amor en mi vida, mi vida no se
como podre yo vivir

໑ ກະທູ້
໒໒໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ amay ຂຽນວ່າ...
ຂ້ອຍບໍ່ມັກອ່ານປື້ມ
ແຕ່ມັກອ່ານເວັບບອດພັນລາວ



ຂ້ອຍກະຄືກັນ ຈັບປື້ມຂື້ນອ່ານຍາມໃດ ປື້ມອ່ານຂ້ອຍທຸກຄັ້ງເລີຍ


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍອ່ານນ້ອຍເດີ້

ຄົນຄິດຮອດບ້ານ

໑໕ ກະທູ້
໑໗໓ ໂພສ
ນັກການກະທູ້
ຊາວຫນຸ່ມເຂົ້າຮ້ານເບຍ ຫລາຍກວ່າເຂົ້າຫ້ອງສະຫມຸດ

ຊາວຫນຸ່ມເຂົ້າຮ້ານເບຍ ຫລາຍກວ່າເຂົ້າຫ້ອງສະຫມຸດ ແມ່ນບົດຄວາມຄວາມ ຈາກຫນັງສືພິມ ຫນຸ່ມລາວ ເຊິ່ງຂຽນໃນຮູບແບບການສົນທະນາ ລະຫວ່າງ ຫນຸ່ມລາວ ກັບສາວແນນຊີ ເນື້ອໃນ ແມ່ນ ສາວແນນຊີ ສົນໃຈ ວ່າເປັນຫຍັງ ຮ້ານເບຍຈຶ່ງມີຫລາຍກວ່າຮ້ານອື່ນ ແລະ ຄົນລາວກໍ່ສົນໃຈເລື້ອງນີ້ຫລາຍກວ່າແນວອື່ນ ສ່ວນຫ້ອງສະຫມຸດ ຫ້ອງຂາຍປຶ້ມ ມີຫນ້ອຍທີ່ສຸດ ແລະ ຊາວຫນູ່ມລາວໃຊ້ບໍລິການຫນ້ອຍທີ່ສຸດ
ຕາມຄວາມເຫັນຂອງແນນຊີ ແມ່ນວ່າ

ການຫ້າມບໍ່ໃຫ້ຊາວຫນຸ່ມ ເຂົ້າຮ້ານເບຍແມ່ນຫນຶ່ງໃນວຽກງານພັດທະນາຊາວຫນຸ່ມ ເພາະມັນເປັນສາຍເຫດຕົ້ນຕໍ ທີ່ເຮັດໃຫ້ຊາວຫນຸ່ມ ບໍມັກເຮັດວຽກ, ບໍ່ມັກຄົ້ນຄວ້າຮ່ຳຮັຽນ, ພ້ອມທັງເປັນການປູກຈິດສຳນຶກ ໃຫ້ກັບຊາວຫນຸ່ມ ຄົນຮຸ້ນຕໍ່ໆໄປ ມີຄວາມເຄີຍຊິນ ກັບການກິນດື່ມຂອງມຶນເມົາ

ທ່ານສາມາດອ່ານ ຄຳເຫັນເລື້ອງນີ້ ທີ່ເວັບໄຊ http://www.pnomsin.com

ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/

໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ຕັ້ງຫໍສະໝຸດໃສ່ໃນຮ້ານເບຍລະກະແລ້ວ ແບບວ່າອ່ານໜັງສືໄປນຳ ດື່ມເບຍໄປນຳ

Sin tu amor en mi vida, mi vida no se
como podre yo vivir

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະໜັບສະໜູນນຳກັບການອ່ານປຶ້ມ ເພາະວ່າການອ່ານນີ້ມີປະໂຫຍດຫຼາຍຢ່າງເລີຍນອກຈາກຈະໄດ້ພັດທະນາຄວາມຮູ້ແລ້ວມັນຍັງຊ່ວຍພັດທະນາການທາງສາຍຕາແລະສະໝອງໄປພ້ອມ


໙ ກະທູ້
໒໒໕ ໂພສ
ນັກການກະທູ້
ຫ້າໆໆໆ

ເຮົາອ່ານມາ ເກືອບ 20ເຫຼັ້ມ ລ່ະ

ກ່ະບໍ່ຄ່ອຍໄດ້ມັກໃດ ບໍ່ມີເວລາ
ຫ້າໆໆ

•*.:。-•(¯`°°•.★*wHaTEVeR WiLl Be, wilL bE*★.•°°´¯)•-。:.*•

໑໐ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ເວລາຫວ່າງອ່ານວັນນະກຳ ນິທານ ແລ້ວເດ ຫນັງສືຮຽນອ່ານທຸກມື້
ສະຫລຸບແລ້ວອ່ານເພື່ອຄົນທີ່ຍັງບໍ່ໄດ້ອ່ານ ອິອິ

Melodic Intervals

໓ ກະທູ້
໒໐໑ ໂພສ
ນັກການກະທູ້
hen d num


໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
ເຫັນຫຼາຍຄົນວ່າປຶ້ມລາວບໍ່ເປັນຕາສົນໃຈ ອັນນີ້ກະຖືກ ແຕ່ຂ້ອຍລອງເອົາປຶ້ມໄທ, ອັງກິດ ຫຼື ອື່ນໆ ທີ່ມີເນື້ອນຄ້າຍໆກັນມາປຽບທຽບກັບລາວແລ້ວກໍ່ເຫັນວ່າມັນບໍ່ມີຫຍັງຕ່າງກັນເລີຍ
ກໍ່ບໍ່ແມ່ນວ່າວິຈານຄຳຄິດເຫັນດອກ ແຕ່ວ່າປຶ້ມລາວຈະໜ້າສົນໃຈໄດ້ກໍ່ຕໍ່ເມື່ອຜູ້ອ່ານໄດ້ອ່ານຈົນຈົບ
ຂ້ອຍເອງກະອ່ານມາຫຼາກຫຼາຍແນວແລ້ວ ປື້ມທີ່ຂ້ອຍມັກກໍ່ເກືອບໝົດທຸກເຫຼັ້ມເຊິ່ງເປັນຂອງລາວ ສ່ວນຂອງຕ່າງປະເທດນັ້ນຂ້ອນຂ້າງຈະອອກແນວໂອເວີ້ເກີນເຫດ ບໍ່ຄືປຶ້ມຂອງລາວເຊິ່ງສ່ວນຫຼາຍແມ່ນເລື່ອງຈິງຄົນແທ້


໒໘ ກະທູ້
໗໘ ໂພສ
ນັກການກະທູ້
ຄົນລາວບໍ່ມັກອ່ານຍ້ອນຢ້ານເສຍສາຍຕາ ອ່ານແລ້ວມັກເຈັບຕາ ກະເລີຍພາກັນໄປດື່ມເບຍດີກວ່າ
ສຸຂະພາບຈື່ງຈະດີ ຊ່ວຍຊາດພັດຖະນາເລກຖະກິດ 555


໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
muck arn tae neo t xon jai tao nun.

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໐ ກະທູ້
໒໒ ໂພສ
ຂາປະຈຳເວັບບອດ
ທີ່ຈິງມັນບໍ່ມີຫຍັງໜ້າສົນໃຈໃຫ້ອ່ານ ຄັນວ່າປຶ້ມຄັກໆແດ່ກະພັດເປັນພາສາຕ່າງປະເທດ (ລາຄາກະແພງແຖມອ່ານລະກະບໍ່ເຂົ້າໃຈຫຍັງ) ບໍ່ເຄີຍຊິມາແປເປັນລາວເລີຍ ກະເລີຍວ່າບໍ່ມັກອ່ານ


໐ ກະທູ້
໒໒ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ 4ne ຂຽນວ່າ...
ຕັ້ງຫໍສະໝຸດໃສ່ໃນຮ້ານເບຍລະກະແລ້ວ ແບບວ່າອ່ານໜັງສືໄປນຳ ດື່ມເບຍໄປນຳ



ຄັນເມົາກະອະນຸຍາດໃຫ້ "ຮາກ" ໃສ່ປື້ມໄດ້ 555555555


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ pnomsin ຂຽນວ່າ...
ຊາວຫນຸ່ມເຂົ້າຮ້ານເບຍ ຫລາຍກວ່າເຂົ້າຫ້ອງສະຫມຸດ

ຊາວຫນຸ່ມເຂົ້າຮ້ານເບຍ ຫລາຍກວ່າເຂົ້າຫ້ອງສະຫມຸດ ແມ່ນບົດຄວາມຄວາມ ຈາກຫນັງສືພິມ ຫນຸ່ມລາວ ເຊິ່ງຂຽນໃນຮູບແບບການສົນທະນາ ລະຫວ່າງ ຫນຸ່ມລາວ ກັບສາວແນນຊີ ເນື້ອໃນ ແມ່ນ ສາວແນນຊີ ສົນໃຈ ວ່າເປັນຫຍັງ ຮ້ານເບຍຈຶ່ງມີຫລາຍກວ່າຮ້ານອື່ນ ແລະ ຄົນລາວກໍ່ສົນໃຈເລື້ອງນີ້ຫລາຍກວ່າແນວອື່ນ ສ່ວນຫ້ອງສະຫມຸດ ຫ້ອງຂາຍປຶ້ມ ມີຫນ້ອຍທີ່ສຸດ ແລະ ຊາວຫນູ່ມລາວໃຊ້ບໍລິການຫນ້ອຍທີ່ສຸດ
ຕາມຄວາມເຫັນຂອງແນນຊີ ແມ່ນວ່າ

ການຫ້າມບໍ່ໃຫ້ຊາວຫນຸ່ມ ເຂົ້າຮ້ານເບຍແມ່ນຫນຶ່ງໃນວຽກງານພັດທະນາຊາວຫນຸ່ມ ເພາະມັນເປັນສາຍເຫດຕົ້ນຕໍ ທີ່ເຮັດໃຫ້ຊາວຫນຸ່ມ ບໍມັກເຮັດວຽກ, ບໍ່ມັກຄົ້ນຄວ້າຮ່ຳຮັຽນ, ພ້ອມທັງເປັນການປູກຈິດສຳນຶກ ໃຫ້ກັບຊາວຫນຸ່ມ ຄົນຮຸ້ນຕໍ່ໆໄປ ມີຄວາມເຄີຍຊິນ ກັບການກິນດື່ມຂອງມຶນເມົາ

ທ່ານສາມາດອ່ານ ຄຳເຫັນເລື້ອງນີ້ ທີ່ເວັບໄຊ http://www.pnomsin.com



ເຫັນດີນຳ,
ແຕ່ເທົ່າທີ່ຮູ້ມາ ປະນົມສິນເຄີຍໄປສຶກສາມາແຕ່ປະເທດ ອະດີດສັງຄົມນິຍົມມາ !!
ຄົງໄດ້ພົບເຫັນການດື່ມກິນຂອງຄົນໃນປະເທດນັ້ນຜ່ານມາ ແຕ່ ບໍ່ຮູ້ວ່າ ຈະເຂົ້າໃຈໄດ້ເຖິງຈຸດປະສົງແບບລັບໆຂອງຜູ່ປົກຄອງປະເທດນັ້ນແນ່ຫຼືບໍ່?
ຈະຂໍເວົ້າເປັນແບບຄຳພັ່ງເພິຍເອົາດີບໍ່?
ຫມູ່ຄູ່ເຂົາເວົ້າຕະຫຼົກໃສ່ກັນ ວ່າ:``ອັນເງິນລ້ຳຄຳເດຶອນເຮົານີ້ ຊິເຮັດຫຍັງກະບໍ່ພໍ ກະເລີຍພໍດີແຕ່ມາພາກັນກິນເຫຼົ້າກິນເບັຍທໍ່ນີ້ລະ!!!
ເລີກໄປກວ່ານັ້ນກະມີຢູ່ວ່າ``ເປັນອີກວິທີຫນຶ່ງທີ່ພາໃຫ້ຄົນຫຼົງລືມອານາຄົດທີ່``ຜ່ອງໃສ``ນັ້ນ`` ກະປະປ່ອຍໃຫ້ມຶນເມົາແຕ່ຫົວຍັງອ່ອນໆຈັ່ງຊີ້.
ຄົນທີ່ບໍ່ຮູ້ຂີ້ຫມູຂີ້ຫມາຫຍັງຫັ້ນມັນກະປົກຄອງງ່າຍ..
ການອ່ານການພີມປື້ມອ່ານໃຫ້ມີຄວາມຮູ້ຮອບຕົວຫຼາຍຂື້ນມັນຊິພາໃຫ້ສະຫຼາດຂື້ນມັນກະບໍ່ດີໃນການປົກຄອງ!!
ດັ່ງນີ້ຈຶ່ງຂໍສຫຼູບຈັ່ງຊີ້ໄວ້ ແບບການສິ້ງຊອມໃນຂົງເຂດອະດີດ ປະເທດ ປະຊາທິປະໄຕ ສັງຄົມນິຍົມ!!
ອາຈ ຮຸນແຮງໄປແນ່ ໃນການເວົ້າຄວາມຈິງສູ່ກັນຟັງ.
ເປິດຮ້ານຂາຍແນວກິນ ກະໄດ້ຜົນປະໂຫຍດ ແກ່ປະເທດເປັນໃນຮູບແບບການເກັບພາສີຊ່ວຍ!
ການເປິດຮ້ານຂາຍປື້ມ ກະພໍໄດ້ເກັບພາສີຣາຍໄດ້ຢູ່ແຕ່ຫນ້ອຍກວ່າຂາຍເບັຍ!!
ອາຈນອກປະເດັນໄປແລ້ວ!!


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການອ່ານເປັນບໍ່ເກີດຂອງຄວາມຮູ້ໃໝ່ໆ ມາອ່ານໜັງສືກັນເທາະ

~Vਕਆpïrєی™~

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າຄ້ານອ່ານປື້ມກະອ່ານຢູ່ net ka dai.


໕ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
loeng arn harry potter bg mea
leo ja tid jai


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>