ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຢາກໃຫ້ຄົນລາວເຮົານິຍົມອ່ານໜັງສືຫລາຍຂຶ້ນ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການອ່ານຈະເປັນການຊ່ວຍໃຫ້ພັດທະນາຄົນໄດ້


໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ການອ່ານເປັນຈຸດເຣິ່ມຕົ້ນຂອງ ການເຮັດ ຄັນອ່ານຫນ້ອຍ ກະ ເຮັດໄດ້ບໍ່ຫລາຍ


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນລາວສ່ວນຫລາຍເປັນໂຣກເຫັນຫນັງສືຫລາຍໆແລ້ວຄ້ານອ່ານຫັ້ນນະ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໐ ກະທູ້
໑໖໔໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
man man hun lae kuan arn lai lai


° ° ° Believe iN DestinY ° ° °

໐ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
pen khon lao tong joi khon lao,hak lao pai phom

cost of living

໐ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
puk phang neo kid khong khon luon mai

cost of living

໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ານບໍ່ຮອດ5ນາທີກະຢາກນອນເລີຍບໍຢາກອ່ານປານໄດ ແຮ່ໆໆ

ຄົນຄິດຮອດບ້ານ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ສຳລັບໂຕເອງນິມັກອ່ານປຶ້ມທີ່ສຸດລະແຕ່ວ່າປຶ້ມພັດບໍ່ຄ່ອຍຊື້ມາອ່ານມີແຕ່ອ່ານປຶ້ມໝູ່ຊື້

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໐ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
kan an nang su kun kup saphab ve lom ,kun kup khon

cost of living

໐ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
hed di tong dai dee ne non

cost of living

໐ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
khon on khun kup khob khuo ,papa mama pa an nang su

cost of living

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າເຂົາ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕ້ອງພາກັນອ່ານໃນກຸ່ມກ່ອນ ແລ້ວພານ້ອງໆ ຫຼານໆອ່ານ ເດັກນ້ອຍຮຽນແບບຜູ້ໃຫຍ່

ຄິດດີ ເວົ້າດີ ເຮັດດີ

໕ ກະທູ້
໓໓໖ ໂພສ
ຊຳນານການເວັບບອດ
ຫຼີ້ນແຕ່ພັນລາວເລີຍບໍ່ໄດ້ອ່ານ

ຮັກແທ້ມີຢູ່ໃສຫວະ?

໒ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂ້ອຍກໍມັກອ່ານໄດ໋...ແຕ່ບໍ່ຮູ້ເປັນຫຍັງເວລາຈັບປື້ມມາອ່ານຍາມໄດ໋ ຢາກນອນຍາມນັ້ນ ປຶ້ມຫົວດຽວອ່ານບໍ່ຈົບຈັກເທື່ອ....


໐ ກະທູ້
໗໘໓ ໂພສ
ຊຳນານການເວັບບອດ

ເຊົາເມົາ,ເຊົາເຫຼົ້າເຂົ້າພັນສາ,ແຕ່ເຊົາໂສດຫັນຕິເຊົາແນວໃດກະບໍ່ໄດ້ຈັກເທື່ອ

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ຂ້ອຍກໍ່ເປັນຄົນໜຶ່ງທີ່ມົກການອ່ານໜັງສືຫຼາຍເພາະມັນເປັນການຝຶກສະໝອງ ແລະ ພັດທະນາສະໝອງ ໄດ້ຄວາມຮູ້ຫຼາຍ
( ບໍ່ແມ່ນອ່ານປື້ມຫົວດຽວເດີ ໃຫ້ອ່ານປື້ມຫຼາຍຫົວ )ອີກຢ່າງກໍ່ເປັນການຝຶກສະມາທິໄປນຳ ຂ້ອຍອ່ານປື້ມປະຫວັດສາດລາວ
ແຕ່ດຶກດຳບັນຫາປີ 1945 ປະມານ250ໜ້ານິແຫຼະ 3ມື້ໝົດ(ອ່ານແຕ່ໃນເວລາຫວ່າງເທົ່ານັ້ນ) ແລະ ຍັງມີຫຼາຍເລື່ອງທີ່ອ່ານ
ຈົບ ຂ້ອຍອ່ານໄດ້ທຸກເລື່ອງທູກແບບຂໍແຕ່ມີໃຫ້ອ່ານ ບໍ່ວ່າປື້ມປະເພດຕ່າງ ເອກະສານຕ່າງໆ ວາລະສານ ໜັງສືພິມ ......
ທຸກຢ່າງທີ່ເປັນໜັງສືທີ່ສາມາດອ່ານ ແລະ ເຂົ້າໃຈໄດ້ ໃນເນັດກໍ່ອ່ານ ທັງເປັນວິທີທີ່ສາມາດແປພາສາອັງກິດມາເປັນລາວ
ທີ່ເຮັດໃຫ້ຄົນອື່ນເຂົ້າໃຈງ່າຍຂື້ນ ແລະ ມ່ວນນຳອີກ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຄົນບໍ່ຄ່ອຍມັກອ່ານປື້ມປານໃດ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ pnomsin ຂຽນວ່າ...
ຊາວຫນຸ່ມເຂົ້າຮ້ານເບຍ ຫລາຍກວ່າເຂົ້າຫ້ອງສະຫມຸດ

ຊາວຫນຸ່ມເຂົ້າຮ້ານເບຍ ຫລາຍກວ່າເຂົ້າຫ້ອງສະຫມຸດ ແມ່ນບົດຄວາມຄວາມ ຈາກຫນັງສືພິມ ຫນຸ່ມລາວ ເຊິ່ງຂຽນໃນຮູບແບບການສົນທະນາ ລະຫວ່າງ ຫນຸ່ມລາວ ກັບສາວແນນຊີ ເນື້ອໃນ ແມ່ນ ສາວແນນຊີ ສົນໃຈ ວ່າເປັນຫຍັງ ຮ້ານເບຍຈຶ່ງມີຫລາຍກວ່າຮ້ານອື່ນ ແລະ ຄົນລາວກໍ່ສົນໃຈເລື້ອງນີ້ຫລາຍກວ່າແນວອື່ນ ສ່ວນຫ້ອງສະຫມຸດ ຫ້ອງຂາຍປຶ້ມ ມີຫນ້ອຍທີ່ສຸດ ແລະ ຊາວຫນູ່ມລາວໃຊ້ບໍລິການຫນ້ອຍທີ່ສຸດ
ຕາມຄວາມເຫັນຂອງແນນຊີ ແມ່ນວ່າ

ການຫ້າມບໍ່ໃຫ້ຊາວຫນຸ່ມ ເຂົ້າຮ້ານເບຍແມ່ນຫນຶ່ງໃນວຽກງານພັດທະນາຊາວຫນຸ່ມ ເພາະມັນເປັນສາຍເຫດຕົ້ນຕໍ ທີ່ເຮັດໃຫ້ຊາວຫນຸ່ມ ບໍມັກເຮັດວຽກ, ບໍ່ມັກຄົ້ນຄວ້າຮ່ຳຮັຽນ, ພ້ອມທັງເປັນການປູກຈິດສຳນຶກ ໃຫ້ກັບຊາວຫນຸ່ມ ຄົນຮຸ້ນຕໍ່ໆໄປ ມີຄວາມເຄີຍຊິນ ກັບການກິນດື່ມຂອງມຶນເມົາ

ທ່ານສາມາດອ່ານ ຄຳເຫັນເລື້ອງນີ້ ທີ່ເວັບໄຊ http://www.pnomsin.com



ເຫັນດີນຳ,
ແຕ່ເທົ່າທີ່ຮູ້ມາ ປະນົມສິນເຄີຍໄປສຶກສາມາແຕ່ປະເທດ ອະດີດສັງຄົມນິຍົມມາ !!
ຄົງໄດ້ພົບເຫັນການດື່ມກິນຂອງຄົນໃນປະເທດນັ້ນຜ່ານມາ ແຕ່ ບໍ່ຮູ້ວ່າ ຈະເຂົ້າໃຈໄດ້ເຖິງຈຸດປະສົງແບບລັບໆຂອງຜູ່ປົກຄອງປະເທດນັ້ນແນ່ຫຼືບໍ່?
ຈະຂໍເວົ້າເປັນແບບຄຳພັ່ງເພິຍເອົາດີບໍ່?
ຫມູ່ຄູ່ເຂົາເວົ້າຕະຫຼົກໃສ່ກັນ ວ່າ:``ອັນເງິນລ້ຳຄຳເດຶອນເຮົານີ້ ຊິເຮັດຫຍັງກະບໍ່ພໍ ກະເລີຍພໍດີແຕ່ມາພາກັນກິນເຫຼົ້າກິນເບັຍທໍ່ນີ້ລະ!!!
ເລີກໄປກວ່ານັ້ນກະມີຢູ່ວ່າ``ເປັນອີກວິທີຫນຶ່ງທີ່ພາໃຫ້ຄົນຫຼົງລືມອານາຄົດທີ່``ຜ່ອງໃສ``ນັ້ນ`` ກະປະປ່ອຍໃຫ້ມຶນເມົາແຕ່ຫົວຍັງອ່ອນໆຈັ່ງຊີ້.
ຄົນທີ່ບໍ່ຮູ້ຂີ້ຫມູຂີ້ຫມາຫຍັງຫັ້ນມັນກະປົກຄອງງ່າຍ..
ການອ່ານການພີມປື້ມອ່ານໃຫ້ມີຄວາມຮູ້ຮອບຕົວຫຼາຍຂື້ນມັນຊິພາໃຫ້ສະຫຼາດຂື້ນມັນກະບໍ່ດີໃນການປົກຄອງ!!
ດັ່ງນີ້ຈຶ່ງຂໍສຫຼູບຈັ່ງຊີ້ໄວ້ ແບບການສິ້ງຊອມໃນຂົງເຂດອະດີດ ປະເທດ ປະຊາທິປະໄຕ ສັງຄົມນິຍົມ!!
ອາຈ ຮຸນແຮງໄປແນ່ ໃນການເວົ້າຄວາມຈິງສູ່ກັນຟັງ.
ເປິດຮ້ານຂາຍແນວກິນ ກະໄດ້ຜົນປະໂຫຍດ ແກ່ປະເທດເປັນໃນຮູບແບບການເກັບພາສີຊ່ວຍ!
ການເປິດຮ້ານຂາຍປື້ມ ກະພໍໄດ້ເກັບພາສີຣາຍໄດ້ຢູ່ແຕ່ຫນ້ອຍກວ່າຂາຍເບັຍ!!
ອາຈນອກປະເດັນໄປແລ້ວ!!


ຢ່າພະຍາຍາມດຶງປະເດັນກ້ຽວໄປຫາການເມືອງຫຼາຍເດີທ່ານເອີຍ


໑ ກະທູ້
໑໐໒ ໂພສ
ນັກການກະທູ້
ໜ້າສົນໃຈດີ ຂ້ອຍກໍບໍ່ແມ່ນຄົນທີ່ມັກອ່ານປານໃດ ແຕ່ຖ້າໄດ້ອ່ານປຶ້ມທີ່ຖືກໃຈແລະມີເນື້ອຫາຫນ້າສົນໃຈ ຂ້ອຍກໍຈະຕິດຕາມອ່ານຈົນຈົບ ຈັ່ງໃດກໍຢາກຈະໃຫ້ຄົນລາວຫັນມາອ່ານໜັງສືກັນຫລາຍຂຶ້ນ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ານທຸກມື້ປື້ມນະ
ສູ່ມື້ນີ້ປື້ມກອງເຕັມຫ້ອງລະ ອິອິ
ບໍ່ມີບ່ອນມ້ຽນ ຈິເອົາໄປຖີ້ມກະເສີຍດາຍ
ບອກຫມູ່ມາຢືມໄປອ່ານເຂົາກະບໍ່ມັກ

ຮັກນ້ອງຕອນເມົາ

໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ການອ່ານກໍ່ເປັນສິ່ງທີ່ດີ ອ່ານຫຼາຍໄດ້ຄວາມຮູ້ຫຼາຍ
ຖ້າອ່ານຕະຫລອດກໍ່ຈະລື້ງອ່ານເລີຍແຕ່ຢ່າອ່ານຈົນຄຽດເກີນໄປ


໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
ຂ້ອຍອ່ານນ້ອຍເດີ້

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກພາກັນແອບໃຫ້ເຂົາອ່ານແຕ່ນ້ອຍມາມັນກະກາຍເປັນນິໄສໄດ້
ແລະກະຕ້ອງໃຫ້ມີປື້ມ ຕາມ ເພດຕາມໄວຂອງເດັກນ້ອຍ,
ແລ້ວຢູ່ບ້ານເຮົາມີບໍ່ປື້ມສຳຫຼັບເດັກນ້ອຍ ຕ‍ຢ ແຕ່ ລະ ເຂດຂັ້ນອາຍຸ?
ເຊ່ນເດັກນ້ອຍ ອາຍຸສອງສາມປີ(ກະບໍ່ແມ່ນວ່າມັນອ່ານເອັງດອກ-ພໍ່ແມ່ຫັ້ນລະອ່ານສູ່ຟັງ,ທຳມະດາກະແມ່ນນິທານສຳຫຼັບເດັກ)..
ສຳຫຼັບຊາວໝຸ່ມເດ ກະມີບໍ?
ຫາກຈະສ້າງພາບພົດໃນການທີ່ຄົນລາວເຮົາມັກຫຼືບໍ່ມັກ ອ່ານໝັງສືນີ້ ມັນກະຍາກ ເພາະມັນຫາກບໍ່ມີແນວໃຫ້ອ່ານແລະເປັນຕາອ່ານ!


໐ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ສຳຫຼັບເຮົາແມ່ນມັກອ່ານປື້ມ ກ່ຽວກັບຄັອມພິວເຕີ ສ່ວນຫຼາຍປື້ມຄັອມພິວເຕີແມ່ນແຕ່ລາຄ່າແພງໆ ກະເລີຍຫາອ່ານທາງອີນເຕີເນດເອົາເພື່ອເປັນການປະຢັດ


໐ ກະທູ້
໑໒໑ ໂພສ
ນັກການກະທູ້
ຂ້ອຍວ່າຕ້ອງຝຶກແຕ່ນ້ອຍຈົນເປັນນິໄສ ມາຝຶກຕອນໃຫຼ່ມັນກະຄືຊິຍາກແດ່ ລັດທະບານກະຕ້ອງສະໜັບສະໜຸນ ລດພາສີກະດາດ ເພາະວ່າປື້ມພາສາລາວໃນສາຍຕາຂ້ອຍມັນແພງອິຫຼີ ຕ້ອງຊ່ອຍໜຸນຊ່ອຍບໍລຶສັດທີ່ພຶມປື້ມພວກນີ້ໃຫ້ຜະຫຼຶດງານໃຫ້ເໝາະສມກັບໄວແລະເພດຂອງຄົນລາວ catoon ກະອາດມີສ່ວນຊ່ອຍເພິ່ມນິໄສຣັກການອ່ານຂອງເດົກນ້ອຍຄືກັນ ເພາະເດົກນ້ອຍມັກຫຼາຍກວ່າປື້ມທີ່ມີແຕ່ໂຕໜັງສື ຂ້ອຍຕອນເປົນເດົກກະມັກແຕ່ອ່ານ catoon ບາດໂຕຂຶ້ນມາມັນກະເປີ່ຍນໄປເປົນມັກອ່ານແນວອື່ນໂດຍທຳມະຊາດ


໕ ກະທູ້
໓໓໖ ໂພສ
ຊຳນານການເວັບບອດ
ຫຼີ້ນແຕ່ພັນລາວເລີຍບໍ່ໄດ້ອ່ານ

ຮັກແທ້ມີຢູ່ໃສຫວະ?

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>