ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ມື້ນີ້ ວັນທີ່ 1 ກັນຍາ ເປັນວັນໄຂສົກຮຽນໃໝ່ທົ່ວປະເທດ. ຂພຈ. ໄດ້ພາລູກສາວຂອງນ້ອງຊາຍວັຍ 6 ຂວບເຄິ່ງໄປເຂົ້າໂຮງຮຽນຕັ້ງແຕ່ເຊົ້າ ເພາະພໍ່ແມ່ຫລານນ້ອຍຕິດພາຣະກິດ ກໍເລີຍເຮັດໜ້າທີ່ເປັນລຸງທີ່ດີ. ຫລານສາວກໍດີໃຈ ແລະ ຕື່ນເຕັ້ນສຸດ ໆ ທີ່ໄດ້ໄປໂຮງຮຽນ, ໄດ້ຮຽນໜັງສື. ຕົກຕອນທ່ຽງໄປຮັບຫລານສາວ ປາກົດວ່າຫລານສາວນ້ອຍເຮັດໜ້າບູດໃສ່, ບໍ່ຢາກເວົ້າຢາກຈານຳ. ຖາມໄປຖາມມາ ໄດ້ຄວາມວ່າ ລຸງບໍ່ຊື້ປີ້ເຂົ້າຫ້ອງໃຫ້, ສາວຄຣູບໍ່ໃຫ້ເຂົ້າຮຽນ ຕ້ອງລໍຖ້າເຂົ້າຫ້ອງເປັນຄົນສຸດທ້າຍ. ທີ່ຈິງນ້ອງຊາຍໄດ້ໄປລົງທະບຽນໃຫ້ລູກໄວ້ແລ້ວແຕ່ສອງອາທິດກ່ອນພຸ້ນ ແຕ່ບໍ່ໄດ້ເອົາໃບຮັບເງິນມາປະໄວ້ໃຫ້ ເພາະບໍ່ເຂົ້າໃຈວ່າຕ້ອງໃຊ້ປີ້ ເໝືອນກັບເຂົ້າໂຮງຮູບເງົາ. ເອີ້ ຄຳເວົ້າພາສາລາວມີສັບທີ່ເປັນທາງການວ່າ ລົງທະບຽນ ແຕ່ຄຣູຊ້ຳພັດພາເວົ້າວ່າ ຊື້ປີ້ເຂົ້າຫ້ອງ ຟັງແລ້ວເຮັດໃຫ້ຣະບົບການສຶກສາຂອງບ້ານເຮົາໝົ່ນໝອງໝົດເລີຍ! ຣະບົບການບໍຣິຫານຈັດການໂຮງຮຽນກໍບໍ່ເປັນຣະບົບຣະບຽບເລີຍ ແທນທີ່ມີຊື່ໃນບັນຊີຈ່າຍເງິນຮຽບຮ້ອຍແລ້ວ ກໍໜ້າຈະມີບັນຊີນຳຜູ້ກ່ຽວຂ້ອງທຸກຄົນ.


໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
โอ แนวนั้นเนาะ ชั้นใก้จะเข้าเรียนละน้อยกะจะไปชี้ปี้เจ้าห้องไว้ก่อนเดียวจะบ่อได้เข้าเรียนนำเข้าเจ้า อิอิ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ຊື່ໂຮງຮຽນຫຍັງສົ່ງລື່ອງໃຫ້ກະຊວງສຶກສາເລີຍ ລາວເຮົາມັນງຽບສະງົບມັນກາເປັນເລື່ອງີຢູ່ ແຕ່ຜົນເສຍຄືມັນຈະເຮັດໃຫ້ການພັດທະນາຊ້າ ກໍ່ຄືເຈົ້າເຈີຫັນລະ


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊື້ປີ້ເຂົ້າຫ້ອງຮຽນ
ເຮົາກໍເຄີຍໄດ້ຍິນນ້ອງຊາຍເວົ້າຢູ່
ເພິ່ນຫນ້າຊິເວົ້າໃຫ້ນັກຮຽນຈົດຈຳແນວມັນຖືກຕ້ອງເນາະ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈັບຫົວບໍ່ແລ້ວ!!!


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາວຖ້າໄດ້ຈັກຊົ່ວໂມງຈື່ງໄດ້ເຂົ້າຫ້ອງຮຽນ
ເຮັດບາບລາວຂະໜາດເນາະ ແນວນີ້ກ່າມີ ເຫີ!

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ແມ່ນນາຍຄູມັກແຕ່ໄປເບິ່ງໜັງຢູ່ໄອເຕັກບໍເດ ຄຳວ່າປີ້ເລີຍຕິດປາກແລ້ວເອົາມາໃຊ້ກັບຫຼານນ້ອຍນັກຮຽນ.
ຫາກະໄດ້ຍິນວ່າ ຕ້ອງມີປີ້ກ່ອນເຂົ້າຫ້ອງຮຽນ.

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນກະທູ້ນີ້ລະຄິດຮອດອາດີດຕອນເປັນນັກຮຽນມໍປາຍ
ຕັ້ງໃຈຮຽນເດີ່ລູກໆຫລານ ພີ່ໆນ້ອງໆ ປີໃໝ່ຫ້ອງໃໜ່.
ຄົນໃຈດີຂໍໃຫ້ທຸກຄົນປະສົບຜົນສຳເລັດ

<-----ຄົນໃຈດີແຟນຄລັບ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນອີ່ສັງ ຄົນໃຈດີ ກະທູ້ລະເວົ້າເຖິງໂຮງຮຽນປະຖົມ
ຈັ່ງໃດພັດວ່າໄປຄິດຮອດຕອນມໍປາຍ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຄິດມັນພາໄປ.. ຕອນຢູ່ປະຖົມບໍ່ໄດ້ສ້າງວິລະກຳຫຍັງໄວ້ກໍ່ເລີຍບໍ່ຈື່
ມາຈື່ຕອນຢູ່ມໍປາຍ.. ວິລະກຳຫລາຍໆ ຮ່າໆໆໆໆໆໆໆໆ

<-----ຄົນໃຈດີແຟນຄລັບ

໐ ກະທູ້
໑໖໔໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
@ ai Bank
ເເບບວ່າ ຄຈດ ລາວຢາກເຖົ້າກ່ອນໄວຫັ້ນນ່າ ຄວາມໝາຍ

° ° ° Believe iN DestinY ° ° °

໐ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ໂກງກິນກັນຮ້າຍກວ່າຢາບ້າລະເນາະ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ເອ໊ະ ງົງ ໂຮງຮຽນຢູ່ລາວນີ້ຫວາໃຫ້ຊື້ປີ້ກ່ອນເຂົ້າຫ້ອງ?

ໂອ... ນຳບໍ່ທັນໂລກແລ້ວຂ້ອຍ ຫາກໍເຄີຍໄດ້ຍິນ


໙ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ຫາກໍ່ໄດ້ຍິນຄືກັນ...ຊື້ປີ້ເຂົ້າຫ້ອງກໍ່ມີເນາະ...ຈັກໜ້ອຍຊິບໍ່ພາກັນຊື້ໃບປະກາດແທນຊື້ປີ້ບໍເນາະ...

ຊີວິດ ປຽບເໝືອນສາຍນ້ຳທີ່ບໍ່ມີວັນໄຫຼກັບ...

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ໋
ແນວນິກະມີບາດນິ
ໄຄ່ແຕ່ຂພຈຈົບລະກະເລີຍລອດໂຕໄປ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໕ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
ຫາກໍ່ໃດ້ຍິນໃດນິ
ມີແບບນີ້ນຳ ຊຶ້ປຶ້ເຂົ້າຫ້ອງຮຽນ

ຄວາມຮັກຂອງສອງເຮົາເປັນແນວນິຫວາ

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຕາອິຕົນເດັກນ້ອຍ ນາຍຄູກະຄວນເບີ່ງລາຍຊື່ຄົນຈ່າຍຕວະເນາະ ເຮັດແນວນີ້ເດັກນ້ອຍມັນກະເສຍຂັວນຈວະເນາະ
ຈວະເນາະອີກເທື່ອ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂຮງຮຽນຊື່ຫຍັງ, ຕັ້ງຢູ່ໃສຫັນ ສິໄປບອກກະຊວງສຶກສາທິການ


໙ ກະທູ້
໒໔໗ ໂພສ
ນັກການກະທູ້
ແມ່ນແລ້ວ


໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ແບບນີ້ກະມີເນາະຊື້ປີ້ເຂົ້າຫ້ອງ..............................ຮຽນ

ຂ້ອຍ ແຮງ ບໍ່ແຄສື່


໓ ກະທູ້
໒໘໔ ໂພສ
ນັກການກະທູ້
ຈອງທາງ Internet ໄດ້ບໍ່ສາວຄູ ຫຼານ ຂຽນ ກ ຂ ຄ ຍັງບໍ່ເປັນ ແຕ່ ຄິກເມົ້າໄດ້ແລ້ວ
ລະບັນຊີທະນາຄານໂຮງຮຽນເດ ສາວຄູ ຊິໄດ້ໂອນໃຫ້ເລີຍ ບໍ່ພໍ່ເພິ່ນວ່າຍັງນ້ອຍ ບໍ່ໃຫ້ໃຊ້ເງິນເທື່ອ
ລະສຸດທ້າຍ ສາວຄູ ຫຼິ້ນພັນລາວບໍ່ ຈະໄດ້ໄປ add


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາວຄູພາເປັນ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໐ ກະທູ້
໑໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ນາຍຄູບໍ່ໜ້າຈະເວົ້າເເບບນັ້ນເລີຍ
ເຮັດໃຫ້ເດັກນ້ອຍຢ້ານຊ້ຳ

******MICKY******

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keoduangchai ຂຽນວ່າ...
ນາຍຄູບໍ່ໜ້າຈະເວົ້າເເບບນັ້ນເລີຍ
ເຮັດໃຫ້ເດັກນ້ອຍຢ້ານຊ້ຳ

pen teacher ka tong mi techniqeu dea

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໔ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ມີແຕ່ເວົ້າໃຫ້ໂຮງຮຽນ ເວົ້າໃຫ້ຄູ ເອົາວິຈານກັນເຂົ້າໄປ ຄວາມຜິດພາດມັນກາມີຢູ່ນຳທຸກຄົນຫັນລະ ຖ້າເກັ່ງແທ້ກາໄປ ເປັນຄູລອງເບິ່ງ


໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂຮງຮຽນຫຍັງນໍ້?


໐ ກະທູ້
໑໘໔ ໂພສ
ນັກການກະທູ້
ທໍ້້ໄດ້ແພງບໍ່


໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ແບບຊີ້ກະມີ


໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ຈຂກທ ຕົກພາສາລາວ

ຣະບົບການບໍຣິຫານ ລະບົບການບໍລິຫານ

ຄຣູ ຄູ

♡ເເມ່ລູກອ໋ອນ♡



.

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>