ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ເຮົາ...ຍັງປົກກະຕິດີຫຼຶບໍ?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ເຈົ້າເຄີຍບໍ:

· ຢາກອາຍຸຫລາຍກວ່ານີ້

· ຢາກມີເງີນຫລາຍກວ່ານີ້

· ຖືກພໍ່ແມ່ເຮັດໃຫ້ຫນ້າແຕກ

· ຢາກປ່ຽນແປງຫນ້າຕາຕົວເອງ

· ຢາກມີພໍ່ແມ່ທີ່ບໍ່ແມ່ນແບບນີ້

ເຈົ້າເຄີຍຮູ້ສຶກບໍ່ວ່າ *ບໍ່ມີໃຜເຂົ້າໃຈເຮົາເລີຍ*

ເຈົ້າເຄີຍນຶກສົງໃສບໍ່ວ່າ *ເຮົາຈະມີວັນຕົກຫຼຸມຮັກໃຜແດ່ບໍ*

ເຈົ້າເຄີຍສົງໃສບໍ່ວ່າ *ເປັນຫຍັງຕ້ອງຮຽນເລື່ອງແບບນີ້ດ້ວຍທັງທີ່ພໍຈົບໄປກໍບໍ່ໄດ້ໃຊ້*

ເຈົ້າເຄີຍສົງໃສບໍ່ວ່າ *ນີເຮົາປົກກະຕິບໍ່*

ຖ້າເຈົ້າຕອບຄຳຖາມຂ້າງເທິງຈັກເຄິງໜຶ່ງວ່າ *ເຄີຍ* ສະແດງວ່າເຈົ້າປົກກະຕິດີແລ້ວ.....

ເຈົ້າຈະຮູ້ສຶກດີຂຶ້ນບໍ່ຫາກຮູ້ວ່າ 96%​ ຂອງໄວລຸ່ນບໍ່ມັກໜ້າຕາແລະຮູບຮ່າງຂອງຕົວເອງ:

ເຈົ້າຄົງຈະຄິດແມ່ນບໍ່ວ່າ:

Ø ຄົນທີ່ເກັ່ງທີ່ສຸດຄືຄົນທີ່ປະສົບຄວາມສຳເລັດຫຼາຍທີ່ສຸດ

Ø ຄົນທີ່ມີຊີວິດສະບາຍໆ ງານການບໍຕ້ອງເຮັດຄືຄົນທີ່ມີຄວາມສຸກທີ່ສຸດ

Ø ພວກສາວໆໜ້າຕານ່າຮັກມັກຈະໄດ້ໜຸ່ມໆໄປຄວງສະເໝີ

Ø ພວກຫນຸ່ມຫຼໍ່ໆມັກຈະໄດ້ສາວໆໄປຄວງສະເໝີ

Ø ຄວາມຜິດພາດເປັນສິ່ງທີ່ບໍ່ດີ

ແຕ່ຮູ້ບໍ່ວ່າສິ່ງທີ່ກ່າວມາຂ້າງເທິງນັ້ນບໍ່ຈິງສະເຫມີໄປ...ບໍ່ແມ່ນບໍ່...ລອງອ່ານຕໍ່ດິ.....

ຖ້າເອົາແຕ່ເຮັດເລື່ອງເດີມ...

ຕອນຂ້າພະເຈົ້າຍັງເປັນເດັກ ຂ້າພະເຈົ້າເປັນເດັກທີ່ດືຫລາຍຄົນຫນຶ່ງແລະນັ້ນ

ເຮັດໃຫ້ຂ້າພະເຈົ້າໄດ້ພົບທີ່ເດັດສະເໝີ...ເຊີ່ງມັນກວນຕີພວກນັກຮຽນລຸ່ນອ້າຍເຂົ້າ..

ພວກເຂົາເຫັນວ່າຄວນສັ່ງສອນບົດຮຽນໃຫ້ຂ້າພະເຈົ້າດ້ວຍການຈັບແກ້ໂສ້ງແລະຂັງ

ໄວ້ໃນຫ້ອງຮຽນຄົນດຽວ...ແລ້ວເອີ່ນນັກຮຽນຄົນອື່ນມາເບິ່ງ..ຄວາມອາຍຄົງບໍ່ຕ້ອງພັນລະຮອດ..ຍິ່ງຕອນຂ້າພະເຈົ້າໄດ້ເຂົ້າມາບວດເປັນຈົວນ້ອຍຍິ່ງໄປ

ກັນໃຫຍ່...ເດັກຂີ້ດື້້...ກັບກົດລະບຽບ..ມັນຊ່າງໄປດ້ວຍກັນໄດ້ດີພິລຶກ!...ຍິ່ງໄວ້ພຣະເຊົ້າຕອນ 4 ໂມງເຊົ້າ...ມັນໂຫດເກີນໄປສຳຫຼັບຂ້າພະເຈົ້າໃນສະໄຫມນັ້ນ...ເລີຍໂດນເປັນປະຈຳ..

ແລະກໍ່ຖືກເຈົ້າອາວາດ...ເອີນໄປລົງຄາຖາອາຄົມ....(ຮ້ອງໄປລົງແສ້)ເປັນປະຈຳ....

ເວລາຜ່ານໄປຫລາຍປີ...ມັນເຮັດໃຫ້ຂ້າພະເຈົ້າໄດ້ຮຽນຮູ້ອີຫຍັງບາງຢ່າງຈາກ

ເຫດການເຫຼົ່ານັ້ນວ່າ * ໃນຊີວິດຄົນເຮົາຖ້າເອົາແຕ່ເຮັດເລື່ອງເດີມໆ ກໍ່ຈະໄດຮັບຜົນ

ທີ່ຕາມມາເຫມືອນເດີມທຸກຄັ້ງ!

ຫຼືເວົ້າງ່າໆກໍຄື:

ຖ້າເຈົ້າຢາກປ່ຽນແປງຊີວິດຕົວເອງກໍ່ຕ້ອງປ່ຽນແປງພຶດຕິກຳຕົວເອງເສຍກ່ອນ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ເປັນຂໍ້ຄິດທີ່ດີຫລາຍ ຕົບມືໃຫ້ເລີຍ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມດີໆໆໆໆ


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແນ່ນອນລະບໍເປັນຂໍ້ຄະດທີ່ດີຫຼາຍ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໆ ມັກໆ


໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ແມ່ນແລ້ວ ຖືກຈາຍຍຍຍ
"ຖ້າເຈົ້າຢາກປ່ຽນແປງຊີວິດຕົວເອງກໍ່ຕ້ອງປ່ຽນແປງພຶດຕິກຳຕົວເອງເສຍກ່ອນ"

"no one is perfect"

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວລ່ະເຈົ້າເວົ້າຖືກຖ້າຢາກປ່ຽນແປງຕົນເອງຕ້ອງເລີ່ມຕົ້ນຈາກການປ່ຽນແປງທີ່ພຶດຕິກຳຂອງຕົນເອງກ່ອນ
ດັ່ງຄຳເວົ້າທີ່ວ່າ: ນັກວິທະຍາສາດຜູ້ຍິ່ງໃຫຍ່ນັ້ນ ເກີດຈາກກອງຂີ້ເທົ່າຂອງຄວາມລົ້ມເຫຼວ


໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ດີໆໆໆ

There's a thin line between Life and Death, I wish for a Miracle to happen...

໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ນັກວິທະຍາສາດຜູ້ຍິ່ງໃຫຍ່ນັ້ນ ເກີດຈາກກອງຂີ້ເທົ່າຂອງຄວາມລົ້ມເຫຼວ
ຖືກຕ້ອງທີ່ສຸດ


໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ເຈົ້າເຄີຍສົງໃສບໍ່ວ່າ *ເປັນຫຍັງຕ້ອງຮຽນເລື່ອງແບບນີ້ດ້ວຍທັງທີ່ພໍຈົບໄປກໍບໍ່ໄດ້ໃຊ້
ຂໍ້ນີ້ຄິດວ່າຜິດ ສິ່ງທີ່ເຮົາຮຽນມາໄດ້ໃຊ້ທຸກຢ່າງ ຕ່າງແຕ່ຈະຮູ້ ເອົາໃຊ້ບໍ່ ແລະໃນການເວົ້າທຸກຄັ້ງກໍ່ລ້ວນແມ່ນສິ່ງທີ່ເຮົາຮຽນມາໝົດ , ການຮຽນແມ່ນເຮັດໃຫ້ສະຫຼາດ ພຽງແຕ່ພວກທ່ານເວລາຮຽນບໍ່ຕັ້ງໃຈທີ່ຈະຮັບຮູ້ກັບບົດຮຽນເອງ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ເລກແມ່ນວິຊາທີ່ເຮັດໃຫ້ສະຫຼາດໄດ້ທີ່ສຸດ ຖ້າຮູ້ຈັກເອົາມາໃຊ້ໃນຊີວິດການເຮັດວຽກ
ຟີຊິກ ຢູ່ອ້ອມຂ້າງພວກທ່ານເອງ ພຽງແຕ່ເບິ່ງບໍ່ເຫັນມັນເອງ ຕົວຢ່າງ:ພວກທ່ານຢືນຢູ່ໄດ້ດ້ວຍແຮງດຶງດູດຂອງໂລກ
ເຄມີ ກໍ່ແມ່ນສິ່ງທີ່ທ່ານກິນຢູ່ເປັນປະຈໍາ ຕົວຢ່າງ :ນໍ້າ ມີຍັງແດ່ ທາດເຫຼັກ ທາດສັງກະສີ PH......

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ນີ້ເປັນພຽງຂໍ້ຄິດເຫັນເລື່ອງການຮຽນຂອງຂ້ອຍເອງ ຖ້າຜິດກໍ່ຂໍອະໄພນໍາ ຢາກໃຫ້ທຸກຄົນຕັ້ງໃຈຮຽນບໍ່ວ່າຈະເປັນວິຊາຍັງກໍ່ລ້ວນແຕ່ໄດ້ໃຊ້ໝົດ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ສຸດຍອດ


໐ ກະທູ້
໓໓໓ ໂພສ
ຊຳນານການເວັບບອດ



໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ຂີ້ຕ້ານອ່ານແຕ່ເຂົ້າໃຈວ່າບໍ່ພໍໃຈໃນສີ່ງທີເປັນຂ້ອຍກະຄືກັນ

ຂ້ອຍ ແຮງ ບໍ່ແຄສື່


໑໐ ກະທູ້
໒໕໑ ໂພສ
ນັກການກະທູ້
ແມ່ນແລ້ວໆ ຂ້ອຍເຫັນໝູ້ຂ້ອຍທັງຜູ້ຊາຍແລະຜູ້ຍິງຂີ້ລ້າຍຈະຕາຍ ແຕ່ວ່າມັນປ່ຽນໜ້າຜູ້ສາວຜູ້ບ່າວມາຄວງຕະຫລອດແຖມທັງຫລໍ່ທັງງາມອີກ ອິໆໆໆ ເຫັນແລ້ວອິດສາ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນກະແມ່ນ,
ທຸກສິ່ງຢ່າງທີ່ເຮົາໄດ້ອ່ານ ໄດ້ພົບເຫັນຜ່ານມາ ຍັງຫຼົງເຫຼຶອໃນຄວາມຈື່ຈຳຂອງເຮົາ..
ປະສົບການຜ່ານມາມັນມີຄ່າແກ່ທຸກຄົນ(ເວົ້າເຖິງແນວດີ) ແນວຊົ່ວກະຍັງຂ້ອງຄາໃນໃຈເຮົາໄປເຊັ່ນກັນ...

ຫາກນິສັຍເດີມເປັນນິສັຍດີ ກະຊິປະຖີ້ມໄປເຮັກຫຍັງ!!


໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
good i ເດຣຍ

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ຂອບໃຈ ເຖິງ ເທົາ ຄຳແສນ
ທີ່ເວົ້າມາກໍຖືກແລ້ວ....ລອງກັບໄປອ່ນບົດຄວາມນ້ອງດີໆເດີ....ວ່ານ້ອງເວົ້າໃນເລື່ອງພຶດຕິກຳດ້ານລົບຂອງຄົນເຮົາ
ທີ່ເຮັດຊ້ຳຊາກຫຼືບໍ ແລະທີ່ຄວນປ່ຽນນັ້ນຄືພຶດຕິກຳດ້ານໃດ?


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖືກໆ..... ເວົ້າຖືກ...... ເຫັນດີນຳເນີ

~Vਕਆpïrєی™~

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີຫຼາຍໆ


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ໜ້າຄິດ

M99NOY

໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖືກຕ້ອງທີ່ສຸດ

ຄົນຄິດຮອດບ້ານ

໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
yark nar tar d laiy kua ny....
jing mi fan laiy kua ni


໑ ກະທູ້
໑໐໒ ໂພສ
ນັກການກະທູ້
ດີໆໆໆ



໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໐ ກະທູ້
໑໖໔໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
man man !
to eng ni ka pok ka ti u bang kung bang kao

° ° ° Believe iN DestinY ° ° °

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂຽນໄດ້ຖືກໃຈຫລາຍ
ແມ່ນໆ
ແຕ່ການປ່ຽນແປງພຶດຕິກຳອັນເກົ່າຂອງເຮົານັ້ນ
ບໍ່ແມ່ນເລື່ອງງ່າຍດາຍໃດ໋


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>