ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ທີ່ສຸດແຫ່ງຄວາມອາຍ..................

໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ມືວານນີ້ເປັນວັນທີ່ອາຍທີ່ສຸດຕັ້ງແຕ່ເກີດມາ ເລື່ອງມີຢູ່ວ່າມີເອື້ອຍຄົນຫນຶ່ງມາຈາກເມືອງລາວແລະມາເຮັດວຽກທີ່ສວນແຫ່ງຫນຶ່ງໄດ້ສອງປີກວ່າແລ້ວ
visa ກໍຫມົດແລ້ວກໍເລີຍຢູູ່ໄປແບບມະນຸດເຫຼັກໄຫລ(ຢູ່ແບບຜິດກົດຫມາຍ) ພາສາອັງກິດກໍບໍໄດ້...ເກີດຢາກຊື້ເຄື່ອງໃຊ້ສອຍສ່ວນຕົວເລັກນ້ອຍ ກໍເລີຍໂທຫາໃຫ້ພາໄປສົ່ງແດ່....ພໍດີວ່າງກໍເລີຍອອກໄປ...ສົ່ງທີ່ Downtown(ເຂດທຸລະກິດ) ເວົ້າເຖິງດາວທາວ Parking ຫາຍຫ່ວງ...ຫາຍາກ...ຕຳຫຼວດມີຫລາຍກວ່າແມງວັນຕອມຂີ້....
ຂ້ອຍກໍເລີຍຂັບໄປສົ່ງເອື້ອຍ...ບອກໃຫ້ລາວລົງຂ້າງທາງແລະຂ້າມເຂົ້າໄປເລືອກຂອງທີ່ຮ້ານ....ໄປຫາທີ່ຈອດລົດໄດ້ແລ້ວຈະຍ່າງມາຫາ....
ປາກົດວ່າເອື້ຍບໍໄດ້ຂ້າມທາງມ້າລາຍ....ຕຳຫຼວດເຫັນເປົ່າຫວີດປີດດດດດດດດດດດດດດດດດດ ພໍເອືອຍຫຼຽວເຫັນຕຳຫຼວດບໍຊ່າງຈະເຫັນຫຍັງທັງສັ່ນທັງເຊັນ....ສັບພະຄວາມຢ້ານມາລວມທີ່ດຽວກັນ...ຄິດຫຍັງບໍອອກ...ເລີຍໄຫ້ດີກວ່າ...ຫ້ອງໄຫ້ອອກມາ....ແບບຍ່ຽວແຕກ....ບາດນີເກີດເຫດການລາວມຸງ, ໄທມຸງ, ຊາມົວມຸງ,ຫວຽດມຸງ,ພິລິປິນມຸງ,ຈີນມຸງຂື້ນມາ
ລະຫວ່າງນັ້ນຂ້້ອຍກໍຈອດລົດລຽບແລ້ວຢ່າງເຂົ້າມາເຫັນຄົນຫຼຽວມອງກັນຕຶມກໍຍ່າງເຂົ້າເບິ່ງກໍເຫັນເອື້ຍນັ່ງຮອງໄຫ້....ເອົາມືປົກຫນ້າ ແຖມເປົ້າປຽກດ້ວຍ....ແລະຕຳຫຼວດພະຍາຍາມຖາມຫາ ID ແລະPassport....ຂ້ອຍກໍເລີຍແຍກພາຟຸງຄົນເຂົ້າໄປ....ເຫັນຕຳຫຼວດແກກໍຫນ້າແດງ...ແກກໍຄົງອາຍລະ....ດ້ານຂ້ອຍບໍຕ້ອງບັນບາຍຫາກມີວິຊາຂະເຫມັນດຳດິນຄົງດຳຫນີໄປແລ້ວ....ຫນ້າຊີດແດງຈິກກໍຈົນບໍເຈັບ....
ກໍເລີຍເວົ້າກັບກັບຫຼວດວ່າເປັນເອື້ຍຂ້ອຍເອງ...ຕຳຫຼວດກໍບອກວ່າ...ບອກລາວຫຍຸດໄຫ້ຊະ...ຂ້ອຍບໍເiafຫຍັງລາວດອກ...ຂ້ອຍບໍໃຫ້Ticketລະ...ຂອບໃຈຕຳຫຼວດແລ້ວ....ຂ້ອຍກໍຮີບເອົາເອືອຍຫນີຈາກຝຸງຊົນຢ່າງດ່ວນຈີ....ແຕ່ເຫດການຍັງບໍຈົບ ຂ້ອຍເອົາເອື້ອຍໄປເຂົ້າຫ້ອງນ້ຳສາທາລະນະ...ແລ້ວບອກບໍໃຫ້ລາວອອກໄປໃສ...ຂ້ອຍຖາມສັດສ່ວນຂອງລາວ ຣຽບຮ້ອຍແລ້ວກໍຂັບລົດໄປທີ່ Ross Supermarket ໄປຫາຊື້ເຄື່ອງ...ໄອ໋ຕອນຫາເຄື່ອງມັນກໍບໍເທົ່າໃດ....ແຕ່ຕອນມາcheck out ນີຕິ....ເດັກcashier ມັນຈັບເຄື່ອງ...ແລ້ວຫຼຽວເບິ່ງຫນ້າແລະຍິ້ມໃຫ້...ຂ້ອຍກໍຫຼົບສາຍຕາມັນປັບ..ມັນຄົງຄິດວ່າ...ບັກນີ້ມັນແມນເຕັມລ້ອຍຫຼືບໍ?....ແຖມsize ເຄື່ອງກັບຕົວມັນ....ຫ່າງກັນໄກ...
ມາຮອດຫ້ອງນ້ຳ...ຈະເຂົ້າກໍບໍກ້າເພາະເປັນຫ້ອງນ້ຳຜູ້ຍິງ....ຫຼຽວພຸ້ນຫຼຽວພີ້...ຮ້ອງໃສ່ເອື້ອຍກໍບໍໄດ້ຍິ້ນ...ກໍເລີຍຕັດສິ້ນໃຈເຂົ້າໄປ....ພັດມີຄົນເຂົ້າມາ...
ມັນທຳທ່າຕົກໃຈ...ຈຳເປັນຕ້ອງຮີບຂໍໂທດແລະອະທິບາຍໃຫ້ມັນ....ຖ້າບໍເຊັ່ນນັ້ນມັນໂທຫາຕຳຫຼວດກໍຄົງໄດ້ກິນເຂົ້າລິງ...ແຕ່ມັນກໍທຳຫນ້າງົງຢູ່ດີ...ເອື້ຍຢ່າງອອກຫ້ອງນ້ຳມາ..ເຫັນຕາແດງຫມົດ...ຫຼຽວລົງຕ່ຳ...ຂ້ອຍທ່າຈະຊື້ໂສ້ງຂະນາດນ້ອຍເກີນ...ເລີຍຟິດຊະເຫັນ....ຊັດເຈນ....ລືມຄວາມອາຍທີ່ເກີດໄປໄດ້ຊົ່ວຂະນະ................
ເພື່ອນໆໆໆໆໆໆໆໆໆໆລະ ມີເຫດການໃດອາຍທີ່ສຸດດດດດດດດດດດດດໃນຊີີວິດມາເລົ່າສູ່ກັນຟັງໄດ້ເດີ


໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ໃຄແຕ່ລາວຍັງມີເຈົ້າ

"no one is perfect"

໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ຂອບໃຈເດີ...ທີ່ເຂົ້າມາໃຫ້ກຳລັງໃຈ....
ຂ້ອຍກໍພະຍາຍາມທີ່ສຸດເທົ່າທີ່ຈະຊ່ວຍໄດ້...


໖ ກະທູ້
໓໖໖ ໂພສ
ຊຳນານການເວັບບອດ
ບໍ່ເປັນຫຍັງ ຖືວ່າຊ່ວຍເຫຼືອກັນ

ຄົນໄກບ້ານ........ຍາກກັບບ້ານເດ່

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂຊກດີຂອງລາວທີ່ມີຄົນໃຈດີຄືເຈົ້າຊ່ວຍເຫຼືອ
ເວົ້າເລື່ອງໜ້າອາຍລະພໍຢາກເອົາຫົວດຸດດິນພຸ້ນລະ ບໍ່ເວົ້າດີກວ່າ ອິອິ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອື້ອນເຈົ້າຈັ່ງແມ່ນຄັກນໍ
ເຫດການນີ້ຄົງຈະເປັນເລື່ອງຕະຫຼົກສຳລັບເຈົ້າຕະຫຼອດໄປເນາະ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໐ ກະທູ້
໑໒໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າເວົ້າຖຶກອີກແລ້ວ ອ້າຍຈວນ ອິໆໆ


ເປັນມິດກັບທຸກຄົນ

ເຂົ້າຫຼາມ ຕຳໝາກຮຸ່ງ ປີ້ງໄກ່

໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ

ຂ້ອຍ ແຮງ ບໍ່ແຄສື່


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງັກ.. ທ່ານ dragonman ຄວນໃຊ້ສັບທີ່ສຸພາບໃນການນຳສະເຫນີ
ເພາະກະທູ້ໃນພັນລາວແມ່ນຫນ້າເວັບສາທາລະນະ ທຸກຄົນສາມາດເຂົ້າເບິ່ງໄດ້
ຖ້າຄົນທີ່ກຳລັງຖືຈານເຂົ້າຢູ່ໃນມື ປາກກໍກຳລັງຫຍ້ຳອາຫານຢູ່ ແຕ່ມາອ່ານເຫັນ
ອ້າງເຖິງຂໍ້ຄວາມຈາກ dragonman ຂຽນວ່າ...
ຕຳຫຼວດມີຫລາຍກວ່າແມງວັນຕອມ...

ອາດຈະກິນອາຫານຕໍ່ບໍ່ລົງ
ທ່ານ dragonman ອາດຈະໃຊ້ວິທີອື່ນໃນການນຳສະເຫນີ ຫລືໃນການປຽບທຽບ


໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
oh oh .....what's up ?

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
PhoeniXTeN ຂອບໃຈທີ່ເຕືອນສະຕິ....


໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ິງສະຫາຍຈວນ....ມັນບໍແມ່ນເລື່ອງຕະລົກເລີຍແຕ່ມັນແມ່ນເລື່ອງຫນ້າອາຍຂອງຂ້ອຍ.....ແລະກໍຫນ້າສົງສານທີ່ສຸດສຳຫລັບເອື້ອຍທີ່ຂວັນຫາຍ
ມືວານຂ້ອຍໂທຫາລາວ...ລາວບອກວ່າ...ຈິດໃຈຍັງບໍປົກກະຕິເລີຍ...


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ.............ມື້ນັ້ນຕັ້ງແມ່ນມື້ຊວຍແກມເຮັງຂອງລາວນໍ້55555555555

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໑໐ ກະທູ້
໑໒໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ເຂົ້າຫຼາມ ຕຳໝາກຮຸ່ງ ປີ້ງໄກ່

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແທ້ບໍ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເປັນຕາອາຍດອ໋ກ ຕາງວ່າຊວ່ຍເຫຼືອກັນ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໆໆສາວສວນມອນເວົ້າຖືກ ຕ່າງຊ່ວຍລາວ


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນ້ຳໃຈງາມ

~Vਕਆpïrєی™~

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Noy2711 ຂຽນວ່າ...
ແມ່ນໆໆສາວສວນມອນເວົ້າຖືກ ຕ່າງຊ່ວຍລາວ

ເຮິໆ ມັນແນ່ຢູ່ລະ


໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ເຖິງຊາວນາມາຖາ.....ຂອງແທ້ແນ່ນອນ....
ຂອບໃຈທຸກທຸກໆໆໆໆໆໆໆໆໆໆກຳລັງໃຈເດີ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊົມເຊີຍ ບໍ່ເປັນຕາອາຍ ລາວຊ່ວຍລາວ ນີ້ແຫຼະ ຄົນພັນລາວ ຊົມເຊີຍ

ຄິດດີ ເວົ້າດີ ເຮັດດີ

໕ ກະທູ້
໓໓໖ ໂພສ
ຊຳນານການເວັບບອດ
ບໍ່ເປັນຫຍັງ ຖືວ່າຊ່ວຍເຫຼືອກັນ

ຮັກແທ້ມີຢູ່ໃສຫວະ?