ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ທາງການສັ່ງຫ້າມ ບໍ່ໃຫ້ນັກຮຽນໃຊ້ຣົຖຈັກ ໄປໂຮງຮຽນ

ໜ້າທີ່ 1 ຈາກທັງໝົດ 7 ໜ້າ <<<1234567>>>


໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ແຂວງຫລວງພຣະບາງ ອອກກົດຣະບຽບ ຫ້າມ ບໍ່ໃຫ້ເດັກນ້ອຍ ນັກຮຽນ ຊັ້ນມັທຍົມ ຂັບຣົຖຈັກ ໄປໂຮງຮຽນ ເພື່ອຫລີກລ້ຽງ ອຸບັດຕິເຫດ.

ແຂວງຫລວງພຣະບາງ, ຊຶ່ງເປັນເມືອງ ມໍຣະດົກໂລກ ແຫ່ງທໍາອິດ ຂອງລາວ, ຈະເຣີ່ມໂຄງການ ຫ້າມນັກຮຽນ ຊັ້ນມັທຍົມ ຂັບຣົຖຈັກໄປ ໂຮງຮຽນ ເປັນແຫ່ງທີ 2 ໃນປະເທດລາວ ພາຍຫຍັງ ທີ່ໄດ້ເຣີ້ມໂຄງການ ດັ່ງກ່າວ ໃນແຂວງ ໄຊຍະບູຣີ ດ້ວຍຜົນສໍາເຣັດ ເປັນຢ່າງດີ, ອີງຕາມຣາຍງານ ຂອງໜັງສືພິມ ຜູ້ຈັດການ ຂອງໄທ ໃນມື້ວັນທີ 25 ຕຸລານີ້, ໂດຍອີງຕາມ ໜັງສືພິມ ວຽງຈັນ ທາມ ຂອງລາວ.

ການຫ້າມ ນັກຮຽນ ມັທຍົມ ບໍ່ໃຫ້ຂັບຣົຖຈັກ ໄປໂຮງຮຽນ ຈະຊ່ວຍຫລຸດຜ່ອນ ອຸບັດຕິເຫດ ທີ່ເກີດຂຶ້ນ ຈາກການຂັບຣົຖ ຕາມທ້ອງຖນົນ ແລະ ຫລຸດຜ່ອນ ບັນຫາ ການຈຣາຈອນ ໃນຕົວເມືອງ. ພ້ອມກັນນັ້ນ, ຍັງເປັນການຊ່ອຍຄອບຄົວ ປຍັດ ຄ່າໃຊ້ຈ່າຍ ແລະ ຮັກສາ ສະພາບແວດລ້ອມ ຈາກອາກາດເສັຍ ທີ່ເກີດຂຶ້ນ ຈາກຄວນຣົຖ ອີກດ້ວຍ.

ໂຄງການດັ່ງກ່າວ ເກີດຂຶ້ນ ພາຍຫລັງ ທີ່ແຂວງໄຊຍະບູຣີ ໄດ້ເຣີ້ມ ປະຕິບັດມາ ເມື່ອປີ 2005, ຊຶ່ງ ທ່ານ ຈັນເພງ ຫລວງວັນນາ, ຮອງຜູ້ອໍານວຍການ ສໍານັກງານສຶກສາ ແຂວງຫລວງພຣະບາງ, ກ່າວ່າ ສໍາລັບ ຫລວງພຣະບາງ ໄດ້ເຣີ້ມໂຄງການ ໃນໂຮງຮຽນ ມັທຍົມ ພາຍໃນແຂວງ ເຖິງ 7 ແຫ່ງ.
ແລະ ວ່າ ໃນວັນທີ 31 ຕຸລານີ້, ພວກທ່ານ ຈະຈັດກອງປະຊຸມ ເພື່ອປະເມີນ ຜົນຂໍ້ສລຸບ ແລະ ປະເມີນ ຮູບແບບ ການນໍາໄປປັບໃຊ້ ໃນໂຮງຮຽນ ດັ່ງກ່າວ, ຊຶ່ງຈາກການເຣີ້ມ ໃຊ້ຣະບຽບໃໝ່ນີ້ ພວກທ່ານ ຫວັງວ່າ ຈະໄດ້ຜົນ ທີ່ໜ້າພໍໃຈ.

ນອກຈາກນັ້ນ, ໂຄງການດັ່ງກ່າວ ຍັງມີເປົ້າໝາຍ ທີ່ຈະຊ່ອຍ ບັນດານັກຮຽນ ຫລີກລ້ຽງ ໝູ່ເພື່ອນ ຫລື ກຸ່ມ ທີ່ກົດດັນ ໃຫ້ແຂ່ງຣົຖຈັກ ຫລື ພຶດຕິກັມສ່ຽງ ຕ່າງໆ ແລະ ເຮັດໃຫ້ ພວກຂະເຈົ້າ ບໍ່ສາມາດ ຂັບຣົຖຈັກ ໄປນອກເມືອງໄກໆອີກດ້ວຍ, ຊຶ່ງການຂີ່ຣົຖຖີບນັ້ນ ເປັນເຣື້ອງງ່າຍກ່ວາ ແລະ ໂຮງຮຽນ ກໍມີພື້ນນທີ່ ສໍາລັບ ຈອດຣົຖຖີບ ມີຢ່າງກ້ວາງຂວາງ.

ນັກຮຽນ ສ່ວນໃຫຍ່ ທີ່ຮຽນ ໃນ ຊັ້ນມັທຍົມ ມີອາຍຸ ຕໍ່າກ່ວາ 18 ປີ, ດັ່ງນັ້ນ ການຂັບຣັຖຈັກ ໄປໂຮງຮຽນ ເປັນການກະທໍາ ທີ່ຜິດກົດຈຣາຈອນ ທີ່ຫ້າມຂັບຂີ່ ຍານພາຫະນະ ໂດຍບໍ່ມີໃບ ອະນຸຍາດ, ຊຶ່ງໃບຂັບຂີ່ນັ້ນ ຈະອອກໃຫ້ກັບ ຜູ້ທີ່ມີອາຍຸ 18 ປີ ຂຶ້ນໄປ ເທົ່ານັ້ນ.

Copyright © 1998-2009 Radio Free Asia. All rights reserved.


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍໂທດເທາະ..
ທາງການມີລະບົບຂົນສົ່ງມວນຊົນດີລະບໍ໋..
ຈຶ່ງ(ເສືອກ)ເວົ້າແບບນີ້..
ມີລົດໄຟຟ້າໃຕ້ດິນລ່ະ..??
ມີລົດໄຟຟ້າລອຍຟ້າລ່ະ..??
ມີປັນຍາເຮັດລະຈຶ່ງຫ້າມເຂົາແບບນີ້..???
ແຕ່ຢ່າເວົ້າຮອດພຸ້ນເທາະ..
ລົດເມ..ມີຄົບໃຫ້ເຂົາທຽວລ່ະ..
ຟຸດບາດ..ມີໃຫ້ເຂົາຍ່າງລ່ະ..
ຄັນເຂົາຕ້ອງຢ່າງແຄມທາງ..
ລົດມາຕຳເຂົາເດ໋..
ກະແລ້ວຮ່າຕວ່າ..

ປລ. ໜ້າຈະອອກກົດໝາຍໃຫ້ບັນດາຜູ້ກ່ຽວຂ້ອງທີ່ອອກກົດ..
ຫ້າມເອົາພາຫະນະສ່ວນຕົວ..ໄປເຮັດວຽກ..
ປະຊາຊົນເປັນຫ່ວງ..ຢ້ານລົດຢຽບຫົວຕາຍ..


໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ຂະເຈົ້າສິໄປຮຽນຈັ່ງໃດລະບາດນິ ຖ້າພໍ່ແມ່ ບໍ່ມີເວລາໄປສົ່ງ


ຄົງຈພມີລົດໂຮງຮຽນຮັບສົ່ງຫຼືຍ່າງເອົາຕິເບາະ...ບໍຮູ້ຄືກັນ


໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຂໍໂທດເທາະ..
ທາງການມີລະບົບຂົນສົ່ງມວນຊົນດີລະບໍ໋..
ຈຶ່ງ(ເສືອກ)ເວົ້າແບບນີ້..
ມີລົດໄຟຟ້າໃຕ້ດິນລ່ະ..??
ມີລົດໄຟຟ້າລອຍຟ້າລ່ະ..??
ມີປັນຍາເຮັດລະຈຶ່ງຫ້າມເຂົາແບບນີ້..???
ແຕ່ຢ່າເວົ້າຮອດພຸ້ນເທາະ..
ລົດເມ..ມີຄົບໃຫ້ເຂົາທຽວລ່ະ..
ຟຸດບາດ..ມີໃຫ້ເຂົາຍ່າງລ່ະ..
ຄັນເຂົາຕ້ອງຢ່າງແຄມທາງ..
ລົດມາຕຳເຂົາເດ໋..
ກະແລ້ວຮ່າຕວ່າ..

ປລ. ໜ້າຈະອອກກົດໝາຍໃຫ້ບັນດາຜູ້ກ່ຽວຂ້ອງທີ່ອອກກົດ..
ຫ້າມເອົາພາຫະນະສ່ວນຕົວ..ໄປເຮັດວຽກ..
ປະຊາຊົນເປັນຫ່ວງ..ຢ້ານລົດຢຽບຫົວຕາຍ..


55555....ສະຫາຍມາແຮງຈິງໆ...ໃຈເຍັນໆ....ລອງຖາມເພື່ອນທີ່ໄຊຍະເບິ່ງເພາະເຂົາເຮັດເປັນແຂວງທຳອິດ....
ມັນຫນ້າຈະມີວິທີກນຮອງຮັບລະ===ແຕ່ຂ່າວເຂົາບໍໄດ້ນຳສະເຫນີເທົ່ານັ້ນເອງ


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ໄຊຍະກາບໍ່ໄດ້ຂີ່ລົດຈັກໄປໂຮງຮຽນ


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຂໍໂທດເທາະ..
ທາງການມີລະບົບຂົນສົ່ງມວນຊົນດີລະບໍ໋..
ຈຶ່ງ(ເສືອກ)ເວົ້າແບບນີ້..
ມີລົດໄຟຟ້າໃຕ້ດິນລ່ະ..??
ມີລົດໄຟຟ້າລອຍຟ້າລ່ະ..??
ມີປັນຍາເຮັດລະຈຶ່ງຫ້າມເຂົາແບບນີ້..???
ແຕ່ຢ່າເວົ້າຮອດພຸ້ນເທາະ..
ລົດເມ..ມີຄົບໃຫ້ເຂົາທຽວລ່ະ..
ຟຸດບາດ..ມີໃຫ້ເຂົາຍ່າງລ່ະ..
ຄັນເຂົາຕ້ອງຢ່າງແຄມທາງ..
ລົດມາຕຳເຂົາເດ໋..
ກະແລ້ວຮ່າຕວ່າ..

ປລ. ໜ້າຈະອອກກົດໝາຍໃຫ້ບັນດາຜູ້ກ່ຽວຂ້ອງທີ່ອອກກົດ..
ຫ້າມເອົາພາຫະນະສ່ວນຕົວ..ໄປເຮັດວຽກ..
ປະຊາຊົນເປັນຫ່ວງ..ຢ້ານລົດຢຽບຫົວຕາຍ..


ຢູ່ໄຊຍະກະບໍ່ໄດ້ມີລົດຂົນສົ່ງໃດໆເລີຍ
ແຕ່ເຂົາເຈົ້າກະປະຕິບັດໄດ້ ໂດຍບໍ່ມີຄວາມເດືອດຮ້ອນຫຍັງ
ນັກຮຽນຫຼາຍພັນຄົນພາກັນຂີລົດຖີບໄປໂຮງຮຽນ
ບາງຄົນກະຖີບມາແຕ່ໄກເກືອບ 10km
ມັນບໍ່ໄດ້ຂື້ນກັບວ່າຕ້ອງມີ ລົດຂົນສົ່ງຮັບໃຊ້ຫຍັງດອກ
ມັນຂື້ນກັບຄົນວ່າຈະປະຕິບັດໄດ້ຫຼືບໍ່ ຖ້າມີຄວາມສາມມັກຄືຮວມແຮງຮວມໃຈກັນປະຕິບັດມັນກະບໍ່ມີບັນຫາ
ຖ້າທຸກແຂວງທົ່ວປະເທດປະຕິບັດໄດ້ກະຄືຈະດີ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ຂະເຈົ້າສິໄປຮຽນຈັ່ງໃດລະບາດນິ ຖ້າພໍ່ແມ່ ບໍ່ມີເວລາໄປສົ່ງ


ຂີ່ລົດຖີບໄປຄືກັບຢູ່ໄຊຍະ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປ່າາາາາາ ຖ້າບ້ານເຂົາເຈົ້າຢູ່ສັງຄະໂລກລະຮຽນຢູ່ມສ ມິດຕະພາບເດ ຂີ່ລົດຖີບຊິບໍ່ວິນກອ່ນໄປຮອດຫວາ


໘ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ບໍ່ງ່າຍໃດນິ


໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ຄັນເຮັດໄດ້ກະດີ

"no one is perfect"

໑໖ ກະທູ້
໙໒໗ ໂພສ
ຊຳນານການເວັບບອດ
ຍ່າງໄປ

ຫ້ຽນນ້ອຍ.....ແລ້ວກໍ່ກາຍມາເປັນຫ້ຽນໃຫຍ່

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ມັນເຄີຍເຮັດມາແລ້ວ ຊິຍາກຫຍັງ ແຕ່ກີ້ຫັ້ນ ຕອນ ຈພຈ ຍັງຮຽນ ມ 4 ກໍຖີບລົດໄປ ຮຮ ຄືກັນ ຕອນຫຼັງມາລົດຖີບເສຍ ໄດ້ຍ່າງຂ້າມພູສີໄປເອົາ ມັນໄວດີ ແຕ່ເຫື່ອຊັດດດດດດດ

ສະໄໝນັ້ນຄົນໄປ ຮຮ ບໍ່ຍ່າງໄປກໍຖີບລົດໄປ ມີໜ້ອຍຄົນທີ່ມີລົດຈັກຂັບ ເຫີ ເຫີ .. ດຽວນີ້ທຳທ່າວ່າບໍ່ຢາກຖີບລົດ


໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
Oonney_lao@live.com

ຊີວິດບໍ່ແມ່ນເທວະດາຈະມາອຸ້ມສົມ
ບໍ່ແມ່ນພະພົມຈະມາເສກສັນ
ບໍ່ແມ່ນສຸກເສົາ ອາທິດ ຫລື ຈັນ
ຈະມາດົນບັນດານໃຫ້ເຮົາຊົ່ວດີ

ຄົນເຮົາຈະສູງຈະຕ່ຳ ຢູ່ການທຳຕົວ

ຈະດີຫລືຊົ່ວ ຢູ່ທີ່ຕົວເຮົາທຳ

໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຄັນນັກຮຽນທຸກຄົນຂີ່ລົດຖີບໄປໂຮງຮຽນໝົດທຸກຄົນມັນກະດີໃດ໋ ລົດໂລກຮ້ອນ


໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ແຕ່ຈະໃຫ້ ຂພຈ ຂີ່ລົດຖີບໄປນີ້ກະຄົງຈະບໍ່ໄຫວ ຮ້ອນຕາຍເລີຍ
ແຖມຈະຕ້ອງລຸກຈັກໂມງຈື່ງຈະໄປ ຮຮ ທັນນີ້


໕ ກະທູ້
໙໙ ໂພສ
ນັກການກະທູ້
ລັດຖະບານກໍ່ມີນະໂຍບາຍໃຫ້ນັກຮຽນບາງຄົນທີ່ມີເງື່ອນໄຂບ້ານຢູ່ໄກ ຫຼື ບໍ່ມີຄວາມສະດວກລະເດ້
ເຊິ່ງຕ້ອງໄດ້ຮັບອະນຸຍາດນຳໂຮງຮຽນອີກເທື່ອໜຶ່ງ...ຕາມທີ່ໄດ້ອ່ານຂ່າວໃນໜັງສືພິມວຽງຈັນໃໝ່

Your life would suck without me. LaoMac.net
Macbook Pro 15.4/CTO redesign late 2008
2.8GHz Intel Core 2 Duo processor with 6MB shared L2 cache 1066MHz frontside bus
4GB (two 2GB SO-DIMMs) of 1066MHz DDR3 SDRAM
320GB Serial ATA @ 5400
NVIDIA GeForce 9600M GT 512MB of GDDR3/GeForce 9400M 256MB of DDR3 SDRAM

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ໄຊຍະໄດ້ຂີ່ລົດຖີບໄປໂຮງຮຽນຖ້າຍາມໜາວຍັງພໍໄດ້ຍາມຮ້ອນນີ້ຕີໃຈຊິຂາດ


໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຂໍໂທດເທາະ..
ທາງການມີລະບົບຂົນສົ່ງມວນຊົນດີລະບໍ໋..
ຈຶ່ງ(ເສືອກ)ເວົ້າແບບນີ້..
ມີລົດໄຟຟ້າໃຕ້ດິນລ່ະ..??
ມີລົດໄຟຟ້າລອຍຟ້າລ່ະ..??
ມີປັນຍາເຮັດລະຈຶ່ງຫ້າມເຂົາແບບນີ້..???
ແຕ່ຢ່າເວົ້າຮອດພຸ້ນເທາະ..
ລົດເມ..ມີຄົບໃຫ້ເຂົາທຽວລ່ະ..
ຟຸດບາດ..ມີໃຫ້ເຂົາຍ່າງລ່ະ..
ຄັນເຂົາຕ້ອງຢ່າງແຄມທາງ..
ລົດມາຕຳເຂົາເດ໋..
ກະແລ້ວຮ່າຕວ່າ..

ປລ. ໜ້າຈະອອກກົດໝາຍໃຫ້ບັນດາຜູ້ກ່ຽວຂ້ອງທີ່ອອກກົດ..
ຫ້າມເອົາພາຫະນະສ່ວນຕົວ..ໄປເຮັດວຽກ..
ປະຊາຊົນເປັນຫ່ວງ..ຢ້ານລົດຢຽບຫົວຕາຍ..



ເວົ້າຈັ່ງຊີ້ບໍ່ຖືກເດີ້ ແມ່ນຢູ່ວ່າລະບົບຂົນສົ່ງມວນຊົນຢູ່ລາວຍັງບໍ່ດີພໍ ແຕ່ການຂີ່ລົດກັບຍ່າງໄປຫຼືຈະຂີລົດຖີບໄປຮຽນກໍ່ບໍ່ຕ່າງກັນດອກທ່ານ ເທົ່າທີ່ເຫັນ ໄວໝຸ່ມທີ່ຂີ່ລົດຈັກຢູ່ວຽງນີ້ມີຈຳນວນຖືກລົດຢາຽບຕາຍຫຼາຍກວ່າ ເນື່ອງຈາກການຂັບລົດດ້ວຍຄວາມໄວສູງ.

ນອກຈາກນີ້ການທີ່ໃຫ້ນັກຮຽນໄດ້ຂີ່ລົດຖີບ ຫຼື ຍ່າງໄປໂຮງຮຽນນັ້ນເປັນຜົນດີຕໍ່ໂຕເຂົາເອງເນື່ອງຈາກເຂົາຕ້ອງໄດ້ອອກກຳລັງກາຍ ເຮັດໃຫ້ເລືອດໄຫຼວຽນດີ ເມື່ອສຸຂະພາບດີ ການຮຽນກໍ່ດີນຳ.

ຟຸດບາດນິຄືຊິບໍ່ຈຳເປັນເນາະ ເພາະແຕ່ກ່ອນຂ້ອຍຍາງໄປຮຽນບໍ່ເຫັນມີຟຸດບາດ ແລ້ວຟຸດບາດຢູ່ລາວນິເຫັນເປັນ ທາງລົດຂີ່ຫຼາຍກວ່າ ແຕ່ຖ້າມີກໍ່ເປັນການດີ.

ສ່ວນເລື່ອງທີ່ວ່າມີບັນຍາຫວາຈຶ່ງຫ້າມແບບນີ້ ທ່ານຄົງຕ້ອງໄປເບິ່ງທີ່ໄຊຍະບູລີເອງເນາະ ເນື່ອງຈາກວ່າໄດ້ຜົນດີສົມຄວນ.

ຂ້າພະເຈົ້າຄິດອີກຢ່າງໜຶ່ງຄືບໍ່ຢາກໃຫ້ນັກຮຽນປະຖົມ ແລະ ມັດທະຍົມຕອນຕົ້ນມີໂທລະສັບເຄື່ອນທີ່ໃຊ້ ເນື່ອງຈາກໂທລະສັບມີອິດທິພົນຕໍ່ການສຶກສາຂອງພວກເຂົາຫຼາຍ ເພາະເຂົາຫຼິ້ນແຕ່ໂທລະສັບ ແທນທີ່ຈະຮຽນຫນັງສື

ເທົ່ານີ້ແຫຼະ ເວົ້າໃນນາມ ອາຈານຄົນໜຶ່ງ


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຂໍໂທດເທາະ..
ທາງການມີລະບົບຂົນສົ່ງມວນຊົນດີລະບໍ໋..
ຈຶ່ງ(ເສືອກ)ເວົ້າແບບນີ້..
ມີລົດໄຟຟ້າໃຕ້ດິນລ່ະ..??
ມີລົດໄຟຟ້າລອຍຟ້າລ່ະ..??
ມີປັນຍາເຮັດລະຈຶ່ງຫ້າມເຂົາແບບນີ້..???
ແຕ່ຢ່າເວົ້າຮອດພຸ້ນເທາະ..
ລົດເມ..ມີຄົບໃຫ້ເຂົາທຽວລ່ະ..
ຟຸດບາດ..ມີໃຫ້ເຂົາຍ່າງລ່ະ..
ຄັນເຂົາຕ້ອງຢ່າງແຄມທາງ..
ລົດມາຕຳເຂົາເດ໋..
ກະແລ້ວຮ່າຕວ່າ..

ປລ. ໜ້າຈະອອກກົດໝາຍໃຫ້ບັນດາຜູ້ກ່ຽວຂ້ອງທີ່ອອກກົດ..
ຫ້າມເອົາພາຫະນະສ່ວນຕົວ..ໄປເຮັດວຽກ..
ປະຊາຊົນເປັນຫ່ວງ..ຢ້ານລົດຢຽບຫົວຕາຍ..


ເວົ້າມ່ວນເກີນໄປຕິບໍນ້ອງຊາຍ ທາງການເພິ່ນມີລົດຂົນສົ່ງຄັກແນ່ແລ້ວບໍ່ຕ້ອງຫ່ວງວ່າຊິບໍ່ມີລົດຂີ່ຫັ້ນ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າຢາກຮູ້ວ່າການບໍ່ໄດ້ຂີ່ລົດຈັກໄປ ຮຮ ລະເປັນແນວໃດນະມາເບິ່ງຢູ່ໄຊຍະເດີ່
ຂະເຈົ້າກະຂີລົດຖີບຫຼືຍ່າງໄປໝົດທຸກຄົນແລ້ວດຽວນີ້
(ສະເພາະແຕ່ມັດທະຍົມປາຍລົງມາຮອດອານຸບານເດີ່)

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ຂ່າວລືຕິ

K.Soubandith

໐ ກະທູ້
໑໘໖ ໂພສ
ນັກການກະທູ້
ຢູ່ດີໆເພີ່ນກະຊິບໍ່(ເສືອກ)ໄປອອກຄຳສັ່ງໂດຍບໍ່ມີສາເຫດດອກ. ແຂວງອື່ນບໍ່ໂດນ,ເຈີແຕ່ບ່ອນເຈີ
ນັ້ນກໍ່ຕ້ອງມີສາເຫດທີ່ໄປທີ່ມາຂອງແຂວງນັ້ນທີ່ມັນໂພດເກີນຂອບເຂດຈົນຕ້ອງໃຫ້ເພີ່ນໄດ້(ເສືອກ)
ຫຍຸ້ງນຳ. ກ່ອນຈະອອກຄຳເຫັນຢາກໃຫ້ຊອກຮູ້ສະພາບທີ່ແທ້ຈິງກ່ອນ ເຮົາເປັນຄົນທີ່ເບິ່ງຢູ່ນອກ
ອາດຈະບໍ່ຮັບຮູ້ສະພາບທີ່ແທ້ຈິງກະໄດ້.


໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຂໍໂທດເທາະ..
ທາງການມີລະບົບຂົນສົ່ງມວນຊົນດີລະບໍ໋..
ຈຶ່ງ(ເສືອກ)ເວົ້າແບບນີ້..
ມີລົດໄຟຟ້າໃຕ້ດິນລ່ະ..??
ມີລົດໄຟຟ້າລອຍຟ້າລ່ະ..??
ມີປັນຍາເຮັດລະຈຶ່ງຫ້າມເຂົາແບບນີ້..???
ແຕ່ຢ່າເວົ້າຮອດພຸ້ນເທາະ..
ລົດເມ..ມີຄົບໃຫ້ເຂົາທຽວລ່ະ..
ຟຸດບາດ..ມີໃຫ້ເຂົາຍ່າງລ່ະ..
ຄັນເຂົາຕ້ອງຢ່າງແຄມທາງ..
ລົດມາຕຳເຂົາເດ໋..
ກະແລ້ວຮ່າຕວ່າ..

ປລ. ໜ້າຈະອອກກົດໝາຍໃຫ້ບັນດາຜູ້ກ່ຽວຂ້ອງທີ່ອອກກົດ..
ຫ້າມເອົາພາຫະນະສ່ວນຕົວ..ໄປເຮັດວຽກ..
ປະຊາຊົນເປັນຫ່ວງ..ຢ້ານລົດຢຽບຫົວຕາຍ..



ໃກ້ຈະໄດ້ກິນເຂົ້າຟຣີລະ ອິໆໆໆໆໆ

K.Soubandith

໑ ກະທູ້
໒໑໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຂໍໂທດເທາະ..
ທາງການມີລະບົບຂົນສົ່ງມວນຊົນດີລະບໍ໋..
ຈຶ່ງ(ເສືອກ)ເວົ້າແບບນີ້..
ມີລົດໄຟຟ້າໃຕ້ດິນລ່ະ..??
ມີລົດໄຟຟ້າລອຍຟ້າລ່ະ..??
ມີປັນຍາເຮັດລະຈຶ່ງຫ້າມເຂົາແບບນີ້..???
ແຕ່ຢ່າເວົ້າຮອດພຸ້ນເທາະ..
ລົດເມ..ມີຄົບໃຫ້ເຂົາທຽວລ່ະ..
ຟຸດບາດ..ມີໃຫ້ເຂົາຍ່າງລ່ະ..
ຄັນເຂົາຕ້ອງຢ່າງແຄມທາງ..
ລົດມາຕຳເຂົາເດ໋..
ກະແລ້ວຮ່າຕວ່າ..

ປລ. ໜ້າຈະອອກກົດໝາຍໃຫ້ບັນດາຜູ້ກ່ຽວຂ້ອງທີ່ອອກກົດ..
ຫ້າມເອົາພາຫະນະສ່ວນຕົວ..ໄປເຮັດວຽກ..
ປະຊາຊົນເປັນຫ່ວງ..ຢ້ານລົດຢຽບຫົວຕາຍ..



ຄຳເວົ້າເຈົ້ານິພິລຶກຂະໜາດເນາະ .... ຟັງໜ້າຟັງຫັຼງກ່ອນຈະຂຽນຫຍັງກາດາຍ !!

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຮງໄປເບາະ ທ່ານ bell.


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂະເຈົ້າສິໄປຮຽນຈັ່ງໃດລະບາດນິ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑໖ ກະທູ້
໙໒໗ ໂພສ
ຊຳນານການເວັບບອດ

ຫ້ຽນນ້ອຍ.....ແລ້ວກໍ່ກາຍມາເປັນຫ້ຽນໃຫຍ່

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ແຮະໆໆໆ ແຕ່ກີ້ກະຢ່າງໄປ ກັບຂີ່ລົດຖີບໄປ ຈົນຈົບມັດທະຍົມຕົ້ນ ມັດທະຍົມປາຍລະໃຫ້ຫມູ່ມາຮັບ
ບາດມາເບິ່ງເດັກນ້ອຍປະຖົມ ມັດທະຍົມດຽວນີ້ສຳພັດໆ ທະນາໄປໄກກວ່າທີ່ຄິດ ອິອິອິ ບາງຄົນຂີ່ຮອດລົດໃຫຍ່ໄປ ຮຮ ພຸ້ນນະ
ມີແຕ່ຄັນແພງໆ ງາມໆນຳອີກ ເຫັນແລ້ວອິດສາເດ ທຽບໃສ່ແຕ່ກີ້ສະໄຫມເຣົາຫັ້ນນະ ລົດຖີບ ແທນເທີ້ ແມ່ນເປັນພະເອກນາງເອກສຸດລະ
ແຕ່ເຮົາຂີ່ BM...........................X ໄປ ຮຮ ອິອິອິ ມື້ໃດໄປຮອດ ຮຮ ແລະ ຕອນກັບຈາກ ຮຮ ມາບ້ານຫນ້າດຳປານເງາະປ່າ


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖຶງທຸກຄົນ..ຄຳເຫັນຂອງຂ້າພະເຈົ້າມັນເປັນປະຊາທິປະໄຕເກີນໄປ..ໃນດິນແດນແຫ່ງນີ້..
ແຕ່ການທີ່ເພິ່ນອອກກົດໂດຍບໍ່ຄຳນຶງຖຶງ..ຜົນທີ່ຈະຕາມມາ..
ຢູ່ຕ່າງແຂວງນັ້ນ..ເວົ້າແທ້..ໂຮງຮຽນມັດຖະຍົມ..ຈະບໍ່ຍັ່ງຫຍາຍເໝືອນໃນວຽງ..
ຈະຢູ່ແຕ່ຕາມຕົວເມືອງ..
ນັກຮຽນບາງຄົນເຖິງຈະບໍ່ຫ້າມກະແທບບໍ່ມີພາຫະນະໄປແລ້ວ..
ຖ້າບາງຄົນບ້ານໄກເດະ..ມາໂຮງຮຽນບໍ່ທັນ..ຖືກຕັດຄະແນນ..
ມັນຍຸດຕິທຳມີໃຫ້ເຂົາເຈົ້າບໍ່..??
ຂ້ອຍເຊື່ອວ່າທຸກຄົນລຶ້ງກັບສັງຄົມທີ່ໄຣ້ປາກສຽງ..
ໄຣ້ຄວາມຍຸດຕິທຳ..
ຂ້ອຍບອກໄວ້ເລີຍວ່າ..ບໍ່ຜິດດອກທີ່ຈະອອກກົດ..
ແຕ່ຄວນຄຳນຶງຖຶງຜົນກະທົບໃຫ້ຖີ່ຖ້ວນ..
ໃຫຍ່ຯກັນແລ້ວ..ໜ້າຈະເຫັນໄກແລະຜົນທີ່ຕາມມາ..
ທາງທີ່ດີ..ຄວນຈະປັບປຸງຕົວເອງ..
ກ່ອນທີ່ຈະໃຫ້ຄົນອື່ນປັບປຸງ..


໓ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ວາວວວວວວວວ.....!!! ຄົນລາວຄື ຂພຈ ຕ້ອງໄດ້ໃຊ້ຄຳວ່າ ຕົກຕະລືງ.(ບໍ່ແມ່ນຕະລືງເລື່ອງບໍ່ໃຫ້ຂີ່ລົດໄດ ແຕ່ຕະລືງຄຳເວົ້າຂອງXXXX ???)..........................
ຄິດວ່າ ນັກຮຽນຂີ່ລົດຖີບຫລືຍ່າງໄປຮຽນນີ້ເປັນການດີຫຼາຍ ລົດການເກີດອຸປະຕິເຫດ ປະຫຍັດຄາໃຊ້ຈ່າຍຫຼາຍຂື້ນພໍສົມຄວນ ສຳຄັນແມ່ນເພີ້ມຄວາມພຽນໃຫ້ນັກຮຽນໄປໃນຕົວ
ແລະການບໍ່ໃຫ້ ເດັກນ້ອຍ ນັກຮຽນຂີ່ລົດນັ້ນແມ່ນໄດ້ຜົນຫຼາຍກັບບ້ານເກີດຂອງ ຂພຈ ໄຊຍະບູລີ..... ແລະໜື່ງໃນນັ້ນ ຄອບຄົວຂອງ ຂພຈເອງ ກໍ່ໄດ້ຮັບຜົນທີ່ເກີນຄາດຫວັງ ປະຢັດເງີນແມ່ໃນການຈະເອົາໃຫ້ນ້ອງສາວໄປຊື້ນຳມັນລົດ ອີອີອີ ສົມນຳໜ້ານ້ອງສາວ ຂພຈໃນໃຈ ຮາຮາຮາ
ຂໍຂອບໃຈ

>>>ຟ້າຍ່ອມມີມື້ປ່ຽນສີ ^_^*

ໜ້າທີ່ 1 ຈາກທັງໝົດ 7 ໜ້າ <<<1234567>>>