ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ທາງການສັ່ງຫ້າມ ບໍ່ໃຫ້ນັກຮຽນໃຊ້ຣົຖຈັກ ໄປໂຮງຮຽນ

ໜ້າທີ່ 2 ຈາກທັງໝົດ 7 ໜ້າ <<<1234567>>>


໔ ກະທູ້
໓໕ ໂພສ
ຂາປະຈຳເວັບບອດ
ບາດນີ້ລົດຖີບຊິມາແຮງລະ?ຫືລຈະປ່ຽນຂັບລົດໃຫ່ຍໄປຮຽນເລີຍ5555555

somchit(索姆)professional Translater: chinese-lao;lao-chinese phone:0086-13761328644 /ambear212726@yahoo.com

໔ ກະທູ້
໗໕໐ ໂພສ
ຊຳນານການເວັບບອດ
ແຕ່ອິຕົນນໍ! ຢູ່ປາກເຊມີລະບຽບແນວນີ້ພໍດີຕາຍເລີຍ!












໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການທີ່ບໍ່ໃຫ້ນັກຮຽນທີ່ມີອາຍຸຕ່ຳກວ່າ18ປີຂັບຂີ່ຍານພະຫະນະກ່ອນເຖິງອາຍຸກະສຽນຖືວ່າເປັນການດີເພາະພວກເຂົາອາດຈະຍັງບໍ່ທັນມີຄວາມຮັບຜິດຊອບໄດ້ດີເທົ່າທີ່ຄວນ, ການອອກກົດວ່າດ້ວຍການສັ່ງຫ້າມບໍ່ໃຫ້ນັກຮຽນຊັ້ນມັດທະຍົມໃຊ້ລົດຈັກເປັນພາຫະນະເພື່ອໄປໂຮງຮຽນນີ້ກໍ່ເປັນອີກວິທີການໜຶ່ງທີ່ຊ່ວຍລຸດມົນລະພາວະອັນກໍ່ໃຫ້ເກີດໂລກຮ້ອນ, ຍັງຊ່ວຍການປະຢັດທາງເສດຖະກິດລາຍຈ່າຍໃນຄອບຄົວ, ລຸດຜ່ອນຄວາມສ່ຽງການເກີດອຸບັດຕິເຫດໃນໄວລຸ້ນ(ບໍ່ຫຼາຍກໍ່ໜ້ອຍ), ຍັງຊ່ວຍພັດທະນາໃຫ້ເຂົາເຫຼົ່ານັ້ນມີຄວາມຫ້າວຫັນ ຕື່ນຕົວຕໍ່ໜ້າທີ່ການຮຽນວ່າເຂົາຄວນຈະໄປຮຽນແຕ່ເຊົ້າເພາະວ່າຢ້ານໄປບໍ່ທັນ, ແຕ່ໃນນີ້ກໍ່ຄວນຈະຕ້ອງມີຂໍ້ຍົກເວັ້ນບາງປະການເຊັ່ນວ່າຖ້າວ່ານັກຮຽນຄົນນັ້ນຫາກຢູ່ໄກຈາກໂຮງຮຽນແທ້ໆຈົນບໍ່ສາມາດໃຊ້ລົດຖີບມາໄດ້ກໍ່ຄວນນະໂຍບາຍໃຫ້ໃຊ້ລົດຈັກໄດ້. ອີກຢ່າງໜຶ່ງການສວມໝວກກັນກະທົບກໍເປັນອີກສິ່ງໜຶ່ງທີ່ຂາດບໍ່ໄດ້ໃນການຂັບຂີ່ຍວດຍານພາຫະນະເພື່ອຮັກສາຄວາມປອດໄພໃຫ້ກັບຕົວເຮົາເອງ.


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິໄດ້ໝູ່ຂີ່ລົດເມນຳກັນຫລາຍໆລະບາດນິ ອິອິອິອິ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໙ ກະທູ້
໗໑໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ChanThaMaLee ຂຽນວ່າ...
ຢູ່ໄຊຍະກາບໍ່ໄດ້ຂີ່ລົດຈັກໄປໂຮງຮຽນ


ແມ່ນແລ້ວ


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລະບຽບອອກມາແບບນີ້ ຂພຈ ເຫັນດີນຳທີ່ສຸດເພາະອຸບັດຕິເຫດສ່ວນຫຼາຍເກີດຈາກໄວໜຸ່ມບໍ່ຮອດ 18ປີ,
ຖ້າມີລະບຽບບໍ່ໃຫ້ໃຊ້ໂທລະສັບມືຖືແລະບໍ່ໃຫ້ດື່ມເຄື່ອງດື່ມມຶນເມົາທຸກປະເພດຍິ່ງດີ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໐ ກະທູ້
໑໖໔໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

° ° ° Believe iN DestinY ° ° °

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຢາກເຫັນ bell ໄປເວົ້າຢູ່ໃນສະພາແຫ່ງຊາດ


໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຖຶງທຸກຄົນ..ຄຳເຫັນຂອງຂ້າພະເຈົ້າມັນເປັນປະຊາທິປະໄຕເກີນໄປ..ໃນດິນແດນແຫ່ງນີ້..
ແຕ່ການທີ່ເພິ່ນອອກກົດໂດຍບໍ່ຄຳນຶງຖຶງ..ຜົນທີ່ຈະຕາມມາ..
ຢູ່ຕ່າງແຂວງນັ້ນ..ເວົ້າແທ້..ໂຮງຮຽນມັດຖະຍົມ..ຈະບໍ່ຍັ່ງຫຍາຍເໝືອນໃນວຽງ..
ຈະຢູ່ແຕ່ຕາມຕົວເມືອງ..
ນັກຮຽນບາງຄົນເຖິງຈະບໍ່ຫ້າມກະແທບບໍ່ມີພາຫະນະໄປແລ້ວ..
ຖ້າບາງຄົນບ້ານໄກເດະ..ມາໂຮງຮຽນບໍ່ທັນ..ຖືກຕັດຄະແນນ..
ມັນຍຸດຕິທຳມີໃຫ້ເຂົາເຈົ້າບໍ່..??
ຂ້ອຍເຊື່ອວ່າທຸກຄົນລຶ້ງກັບສັງຄົມທີ່ໄຣ້ປາກສຽງ..
ໄຣ້ຄວາມຍຸດຕິທຳ..
ຂ້ອຍບອກໄວ້ເລີຍວ່າ..ບໍ່ຜິດດອກທີ່ຈະອອກກົດ..
ແຕ່ຄວນຄຳນຶງຖຶງຜົນກະທົບໃຫ້ຖີ່ຖ້ວນ..
ໃຫຍ່ຯກັນແລ້ວ..ໜ້າຈະເຫັນໄກແລະຜົນທີ່ຕາມມາ..
ທາງທີ່ດີ..ຄວນຈະປັບປຸງຕົວເອງ..
ກ່ອນທີ່ຈະໃຫ້ຄົນອື່ນປັບປຸງ..



ເອົາຫຍັງມາວັດວ່າເພິ່ນບໍ່ຄຳນຶງເຖິງຜົນທີ່ຕາມມາ ກ່ອນທີ່ເພິ່ນຈະອອກໂຄງການຫນຶ່ງໆກະຄືສິຄິດຈົນຫົວສິແຕກແລ້ວລະ ແຕ່ເຮົາເບິ່ງຄືມັນຂັດຫູຂັດຕາຊື່ໆ

K.Soubandith

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂີ່ລົດຖີບໄປຮຽນກະມ່ວນຕວາ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການທີ່ຈະໄປໂຮງຮຽນຫັ້ນຖ້າມີຄວາມໄຝ່ຮຽນແທ້ໆເປັນຫຍັງຈິໄປບໍ່ທັນ
ສຸມື້ນີ້ລົດຈິເຕັມບ້ານ ເຕັມເມືອງແລ້ວ ເດັກນ້ອຍອາຍຸບໍ່ຮອດ18ກະຂີ່ລົດຈັກແລ້ວ
ໂຮງຮຽນກະເຂົ້າ7.30-8ໂມງນິຈິໄປບໍ່ທັນຫວ໋າໂຮງຮຽນຫັ້ນ ຄັນວ່າໄຝ່ຮຽນແທ້ນີ້ເຂົ້າ7ໂມງກະທັນ ຊິຍ່າງ ຊິຂີ່ລົດກະທັນ ຄັນຮູ້ຈັກເວລານະ
ຮູ້ວ່າບ້ານຢູ່ໄກກະຕື່ນເຊົ້າ ທາງຂະເຈົ້າອອກກົດມາຫັ້ນກະຖືກຕ້ອງແລ້ວ ຂະເຈົ້າຄຳນືງໄວ້ໝົດແລ້ວກ່ອນຈິອອກກົດນີ້ ບໍ່ວ່າຈະເປັນເລື່ງສະຫວັດດີພາບ ສຸຂະພາບ ເລື່ອງເສດຖະກິດ ລວມໄປເຖີງບຸຄະລາກອນທີ່ດີ ມີຄວາມສາມາດໃນອະນາຄົດ ອັນນີ້ໃຜຮຽນຄູກະຄືສິຮູ້ແຫຼະ ສະນັ້ນກະຂໍໃຫ້ເຂົ້າໃຈ ຢູ່ຫຼວງພະບາງຂະເຈົ້າກະປະຕິບັດແລ້ວ
ຄັນວ່າບາງຄຳບໍ່ສຸພາບກະຂໍໂທດນຳ/ເພາະເປັນຄວາມຄິດເຫັນສ່ວນຕົວທີ່ໄດ້ຮຽນມາ/

ຮັກນ້ອງຕອນເມົາ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ເວົ້າເລື່ອງຕື່ນເຊົ້າ ແຕ່ກີ້ຕື່ນ 5 ໂມງເຄິ່ງມາເບິ່ງກາຕູນ 6 ໂມງກິນເຂົ້າ 6:30 ກຽມໄປຮຽນ 7:00 ຮອດ ຮຮ -_-'


໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
ແຕ່ກີ້ບໍ່ເຫັນຕ້ອງເດຶອດຮ້ນລົດຈັກລົດໃຫຍ່ ບໍ່ເຫັນຕ້ອງງໍ້ຊ້ຳ ຂີ່ລົດຖີບຈົນຈົບມປາຍ


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ smartcat ຂຽນວ່າ...
ແຕ່ກີ້ບໍ່ເຫັນຕ້ອງເດຶອດຮ້ນລົດຈັກລົດໃຫຍ່ ບໍ່ເຫັນຕ້ອງງໍ້ຊ້ຳ ຂີ່ລົດຖີບຈົນຈົບມປາຍ


ແມ່ນຄວາມຂ້ອຍກໍ່ວ່າຄືກັນ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ boupotato ຂຽນວ່າ...
ແຕ່ອິຕົນນໍ! ຢູ່ປາກເຊມີລະບຽບແນວນີ້ພໍດີຕາຍເລີຍ!


ປາກເຊກະເລີ່ມຈະເຮັດແລ້ວ


໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ແຮແຮ ມີໃຈຮຽນຢູ່ແຕ່ແພ້ໄລຍະທາງ ແຮແຮ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TTXNOTE ຂຽນວ່າ...
ເອົາຫຍັງມາວັດວ່າເພິ່ນບໍ່ຄຳນຶງເຖິງຜົນທີ່ຕາມມາ ກ່ອນທີ່ເພິ່ນຈະອອກໂຄງການຫນຶ່ງໆກະຄືສິຄິດຈົນຫົວສິແຕກແລ້ວລະ ແຕ່ເຮົາເບິ່ງຄືມັນຂັດຫູຂັດຕາຊື່ໆ


ອ້າງເຖິງຂໍ້ຄວາມຈາກ Alexandre ຂຽນວ່າ...
ການທີ່ຈະໄປໂຮງຮຽນຫັ້ນຖ້າມີຄວາມໄຝ່ຮຽນແທ້ໆເປັນຫຍັງຈິໄປບໍ່ທັນ
ສຸມື້ນີ້ລົດຈິເຕັມບ້ານ ເຕັມເມືອງແລ້ວ ເດັກນ້ອຍອາຍຸບໍ່ຮອດ18ກະຂີ່ລົດຈັກແລ້ວ
ໂຮງຮຽນກະເຂົ້າ7.30-8ໂມງນິຈິໄປບໍ່ທັນຫວ໋າໂຮງຮຽນຫັ້ນ ຄັນວ່າໄຝ່ຮຽນແທ້ນີ້ເຂົ້າ7ໂມງກະທັນ ຊິຍ່າງ ຊິຂີ່ລົດກະທັນ ຄັນຮູ້ຈັກເວລານະ
ຮູ້ວ່າບ້ານຢູ່ໄກກະຕື່ນເຊົ້າ ທາງຂະເຈົ້າອອກກົດມາຫັ້ນກະຖືກຕ້ອງແລ້ວ ຂະເຈົ້າຄຳນືງໄວ້ໝົດແລ້ວກ່ອນຈິອອກກົດນີ້ ບໍ່ວ່າຈະເປັນເລື່ງສະຫວັດດີພາບ ສຸຂະພາບ ເລື່ອງເສດຖະກິດ ລວມໄປເຖີງບຸຄະລາກອນທີ່ດີ ມີຄວາມສາມາດໃນອະນາຄົດ ອັນນີ້ໃຜຮຽນຄູກະຄືສິຮູ້ແຫຼະ ສະນັ້ນກະຂໍໃຫ້ເຂົ້າໃຈ ຢູ່ຫຼວງພະບາງຂະເຈົ້າກະປະຕິບັດແລ້ວ
ຄັນວ່າບາງຄຳບໍ່ສຸພາບກະຂໍໂທດນຳ/ເພາະເປັນຄວາມຄິດເຫັນສ່ວນຕົວທີ່ໄດ້ຮຽນມາ


ອ້າງເຖິງຂໍ້ຄວາມຈາກ smartcat ຂຽນວ່າ...
ແຕ່ກີ້ບໍ່ເຫັນຕ້ອງເດຶອດຮ້ນລົດຈັກລົດໃຫຍ່ ບໍ່ເຫັນຕ້ອງງໍ້ຊ້ຳ ຂີ່ລົດຖີບຈົນຈົບມປາຍ


ເອົາໄປເລີຍຄົນລະ 5 ດາວ


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຈັ່ງໃດ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໙ ກະທູ້
໒໒໕ ໂພສ
ນັກການກະທູ້
ຂໍໂທດເທາະ..
ທາງການມີລະບົບຂົນສົ່ງມວນຊົນດີລະບໍ໋..
ຈຶ່ງ(ເສືອກ)ເວົ້າແບບນີ້..
ມີລົດໄຟຟ້າໃຕ້ດິນລ່ະ..??
ມີລົດໄຟຟ້າລອຍຟ້າລ່ະ..??
ມີປັນຍາເຮັດລະຈຶ່ງຫ້າມເຂົາແບບນີ້..???
ແຕ່ຢ່າເວົ້າຮອດພຸ້ນເທາະ..
ລົດເມ..ມີຄົບໃຫ້ເຂົາທຽວລ່ະ..
ຟຸດບາດ..ມີໃຫ້ເຂົາຍ່າງລ່ະ..
ຄັນເຂົາຕ້ອງຢ່າງແຄມທາງ..
ລົດມາຕຳເຂົາເດ໋..
ກະແລ້ວຮ່າຕວ່າ..

ປລ. ໜ້າຈະອອກກົດໝາຍໃຫ້ບັນດາຜູ້ກ່ຽວຂ້ອງທີ່ອອກກົດ..
ຫ້າມເອົາພາຫະນະສ່ວນຕົວ..ໄປເຮັດວຽກ..
ປະຊາຊົນເປັນຫ່ວງ..ຢ້ານລົດຢຽບຫົວຕາຍ..

ເກັບກົດມາແຕ່ ສິເດີ້
ຄ່ອຍໆໆ ກ່ະໄດ້

ຄັ້ນວ່າໝັ້ນກ່ະ ລອງໄປສຶກສາຂໍ້ມູນມາ ລ່ະກ່ະຂຽນໂຄງຮ່າງ ຂຶ້ນສະເໜີ ລັດຖະບານ ເບິ່ງ

ຄວາມຄິດ ຂອງໄວລຸ້ນ ອາດຈະເປັນແນວຄວາມຄິດທີ່ແປກສຳລັບຜູ້ໃຫຍ່
ແຕ່ບາງຄັ້ງເພິ່ນກ່ະຕ້ອງໄດ້ຟັງພວກໄວລຸ້ນຄືເຮົາເຊັ່ນດຽວກັນ

ລອງໆເຮັດເບິ່ງ
ລ່ະກ່ະລອງເອົາມາລົງ ມັດຕິ ຕົກລົງ ກັນວ່າ ສິເຮັດຈັງໃດ ກັນ ຕໍ່ໄປ ກັບ ບັນ ຫາທີ່ເກີດຂຶ້ນໃນປະເທດຂອງພວກເຮົາໃນ ຕອນນິີ້

•*.:。-•(¯`°°•.★*wHaTEVeR WiLl Be, wilL bE*★.•°°´¯)•-。:.*•

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ກົດລະບຽບນີ້ກະດີແລ້ວເດເນາະ ຕາມທີ່ເພິ່ນວ່າຫັ້ນລະຈະໄດ້ຫລຸດຜ່ອນມົນລະພິດ, ຄ່າໃຊ້ຈ່າຍ, ອຸປັດເຫດ, .....
ເພາະວ່າເດັກນ້ອຍ ຕ່ຳກວ່າ 18 ບາງຄົນຈະຂັບຂີ່ລົດໃນໄວຄືກຄະນອງຊັ້ນນະ ແບບວ່າກຳລັງຫ້າວໆແດ່
ແຕ່ກີ້ ຂພຈ ກະເປັນຄືກັນ ແລະປັດຈຸບັນ ກະເຫັນຫລານ ແລະ ເດັກນ້ອຍແຖວບ້ານນິຊິ້ງລົດພິລຶກຂະຫນາດເລີຍພໍ່ແມ່ກະຈົນຍອມ
ແຕ່ວ່າທາງ ຮຮ ແລະ ລັດຖະບານ ກະຕ້ອງມີນະໂຍບາຍໃຫ້ນັກຮຽນສຳລັບຄົນບ້ານໄກແດ່


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໙ ກະທູ້
໒໒໕ ໂພສ
ນັກການກະທູ້
ກົດໝາຍ

ຈັງໃດມັນກໍມີຊ່ອງວ່າງ ຢູ່ດີແຫລະ

ເຖິງວ່າຈະແກ້ອີກບ່ອນໜຶ່ງ ມັນກໍຍັງມີອີກບ່ອນໜຶ່ງເກີດຂຶ້ນມາອີກ

•*.:。-•(¯`°°•.★*wHaTEVeR WiLl Be, wilL bE*★.•°°´¯)•-。:.*•

໒ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຂໍໂທດເທາະ..
ທາງການມີລະບົບຂົນສົ່ງມວນຊົນດີລະບໍ໋..
ຈຶ່ງ(ເສືອກ)ເວົ້າແບບນີ້..
ມີລົດໄຟຟ້າໃຕ້ດິນລ່ະ..??
ມີລົດໄຟຟ້າລອຍຟ້າລ່ະ..??
ມີປັນຍາເຮັດລະຈຶ່ງຫ້າມເຂົາແບບນີ້..???
ແຕ່ຢ່າເວົ້າຮອດພຸ້ນເທາະ..
ລົດເມ..ມີຄົບໃຫ້ເຂົາທຽວລ່ະ..
ຟຸດບາດ..ມີໃຫ້ເຂົາຍ່າງລ່ະ..
ຄັນເຂົາຕ້ອງຢ່າງແຄມທາງ..
ລົດມາຕຳເຂົາເດ໋..
ກະແລ້ວຮ່າຕວ່າ..

ປລ. ໜ້າຈະອອກກົດໝາຍໃຫ້ບັນດາຜູ້ກ່ຽວຂ້ອງທີ່ອອກກົດ..
ຫ້າມເອົາພາຫະນະສ່ວນຕົວ..ໄປເຮັດວຽກ..
ປະຊາຊົນເປັນຫ່ວງ..ຢ້ານລົດຢຽບຫົວຕາຍ..



ຂພຈ ຂຶ້ນລົດໄຟຟ້າໄຕ້ດິນ ແລະ ລົດໄຟຟ້າລອຍຟ້າຕັ້ງຫລາຍເທື່ອ ບໍ່ເຄີຍເຫັນນັກຮຽນມັດທະຍົມຂຶ້ນລົດໄຟຟ້າໄຕ້ດິນແລະລົດໄຟຟ້າລອຍຟ້າໄປກັບໂຮງຮຽນຈັກເທື່ອ (ຫລືອາດເປັນເພາະ ຂພຈ ຂຶ້ນບໍ່ຖືກເວລາ)


໐ ກະທູ້
໑໘໖ ໂພສ
ນັກການກະທູ້
ເຫັນດີກັບການອອກກົດລະບຽບນີ້ເດີ້. ສະໃໝຕອນຮຽນປະຖົມກໍ່ຍ່າງໄປໂຮງຮຽນ,ຂື້ນມາມັດທະຍົມກໍ່ຍັງຍ່າງໄປ
ພໍຂື້ນມາອຸດົມພັດທະນາແດ່ ຖີບລົດໄປ,ແຕ່ລະມື້ກະລຸ້ນວ່າຈະມີໃຜມາຮຽງຖີບໄປນຳ,ເປັນພາບບັນຍາກາດທີ່ມ່ວນ
ແລະເປັນຄວາມຊົງຈຳທີ່ດີຫຼາຍ.ດຽວນີ້ມີລົດໄຟໃຫ້ຂີ່,ແຕ່ກະຍັງຖີບລົດຄືເກົ່າ(ປະຢັດ)555555+
ເຫັນດີນຳຫຼາຍຄົນທີ່ວ່າ:ຖ້າມີໃຈໃຝ່ຮຽນຖີບລົດຊື່ໆບໍ່ເຮັດໃຫ້ເປັນຫຍັງຍ້ອນດອກ,
ຊິເຮັດໂຕເປັນຄຸນໜູຄຸນຊາຍຢຽບຂີ້ໄກ່ບໍ່ຟໍ່ຢ້ານແດດຢ້ານຝົນປານນັ້ນຖ້ອນ.
ເຫດຜົນທີ່ເພີ່ນຕ້ອງອອກກົດລະບຽບ ຄິດວ່າ: ຕາມກົດໝາຍແລ້ວຕ່ຳກ່ອນ18ບໍ່ອານຸຍາດໃຫ້ຂັບຂີ່ລົດໄດ້,ມີແຕ່ຖີບໄດ້,ຍ້ອນໄວລຸ້ນຈະເລືອດຮ້ອນ,ເອົາອາລົມມາກ່ອນເຫດຜົນ,ເປັນນັກບິດຕີນຜີ, ແຊກຊ້າຍແຊກຂວາຕະຫຼອດ,ເຮັດໃຫ້ເກີດອຸບັດເຫດບໍ່ເວັ້ນແຕ່ລະມື້.
ຄົນເກົ່າຄົນແກ່ເຂົາກະຍັງຖີບຈົນອອກລູກອອກຫຼານໃຫ້ປ/ຊກອນຈະຮອດ7ລ້ານຢູ່ແລ້ວ,
ຄົນທີ່7ລ້ານເອັດມາຈົ່ມວ່າບໍ່ຢາກຖີບລົດນີ້,ມັນກະໂພດ.
ຖ້າການຮຽນມັນຊິຕົກຕ່ຳຍ້ອນວ່າເພີ່ນໃຫ້ຖີບລົດໄປໂຮງຮຽນນີ້,ຄິດວ່າບໍ່ຕ້ອງໄປຮຽນເລີຍດີກ່ອນ
ເພາະຄົນປະເພດນີ້ຫົວບ້ຽວມັກຕິໝວກ.




໒ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
ຮຽນຈົບມັດທະຍົມໄດ້ກໍຍ້ອນລົດຖີບ ມື້ໃດລົດຖີບເພ ກໍຍ່າງເອົາ ຖ້າຍ່າງບໍ່ທັນໃຈ(ຢ້ານໄປໂຮງຮຽນບໍ່ທັນ) ກໍແລ່ນເອົາ.


໐ ກະທູ້
໑໘໖ ໂພສ
ນັກການກະທູ້
ສະໃໝຕອນເປັນສາວນ້ອຍກໍ່ໃຊ້ລະບົບລົດຖີບຄືກັນເດີ້,ຈົນວ່າຄໍເຈັບຍ້ອນມັກ
ງວກເບິ່ງອ້າຍບ່າວເວລາຖີບລົດ,ມັນກໍ່ມ່ວນໄປອີກແບບ 555555


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ຢາກເຫັນ bell ໄປເວົ້າຢູ່ໃນສະພາແຫ່ງຊາດ


ເວັບມາສເຕີ..
ຂ້ອຍເປັນຄົນນຶ່ງ..ທີ່ມີຄວາມຄິດຕໍ່ຕ້ານການສໍ້ລາດບັງຫຼວງ..
ສະນັ້ນ..ຂ້ອຍບໍ່ສາມາດເຂົ້າໄປຢູ່ໃນສະພາແຫ່ງຊາດ..
ຫຼື..ອົງການໃດຯຂອງລັດໄດ້..


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍໂທດ..ທຸກທ່ານໃນທີ່ນີ້..
ການທີ່ບໍ່ໃຊ້ລົດຈັກແຕ່ກັບໃຊ້ລົດຖີບໃນການໂດຍສານໄປໂຮງຮຽນ..
ມັນກໍບໍ່ຕ່າງຫຍັງກັບລົດຈັກປານໃດ..
ຖ້າທາງການບໍ່ທຸ່ມງົບໃສ່ໃນການສ້າງເລນສຳຫຼັບລົດຖີບ..
ທ່ານກ້າປະຕິເສດໄດ້ບໍ່..ວ່າເດັກນ້ອຍທີ່ເຂົາເອົາລົດຖີບໄປໂຮງຮຽນ..
ເຂົາເຈົ້າມີປັນຫາເລື່ອງຖີບລົດຮຽງກັນ..??
ສະນັ້ນ..ຂ້ອຍຄິດວ່າ..ຖ້າບໍ່ເຮັດເລນພິເສດໃນການສັນຈອນຂອງລົດຖີບ..
ຄົນຂີ່ລົດຖີບກໍມີຄວາມສ່ຽງຫຼາຍຂຶ້ນ..ເພາະຕ້ອງໄປອາໄສເລນລົດໃຫຍ່..
ບໍ່ຊັ້ນກະຕ້ອງໄປຂີ່ເທິງຟຸທບາດ(ຖ້າມີ)..
ສິ່ງທີ່ຂ້ອຍຢາກຈະເວົ້າແມ່ນ..
ທາງການຄວນຈະປັບປຸງຕົວເອງໃຫ້ດີເສຍກ່ອນ..ກ່ອນຈະໃຫ້ປະຊາຊົນປັບປຸງ..
ຂ້ອຍກະເວົ້າແທ້ຯເທາະ..ຄັນລະບົບຂົນສົ່ງມວນຊົນດີ..ແລະພຽງພໍ..
ຈະອອກກົດນີ້ຂຶ້ນມາຂ້ອຍກະບໍ່ຂໍຄັດຄ້ານ..
ແລະຖ້າທ່ານຍັງບໍ່ເຂົ້າໃຈ..ຈະຍົກຕົວຢ່າງງ່າຍຯ..

ບ້ານທີ່ປຸກຍັງບໍ່ແລ້ວ..ມັນຈະບໍ່ມີວັນສົມບູນ

ອີກຢ່າງຢ່າບອກເດີ້..ວ່າຈະເອົາງົບທັງໃດມາເຮັດ..
ຕອບງ່າຍຯ..ກໍຄືເງິນທີ່ປະຊາຊົນເສຍພາສີໄປ..
ຖ້າຫຼຸດການຊື້PRADO..LAND-CRUISER..BENZ..
ຄາດວ່າພຽງພໍ..



໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PiZzA ຂຽນວ່າ...
ກົດລະບຽບນີ້ກະດີແລ້ວເດເນາະ ຕາມທີ່ເພິ່ນວ່າຫັ້ນລະຈະໄດ້ຫລຸດຜ່ອນມົນລະພິດ, ຄ່າໃຊ້ຈ່າຍ, ອຸປັດເຫດ, .....
ເພາະວ່າເດັກນ້ອຍ ຕ່ຳກວ່າ 18 ບາງຄົນຈະຂັບຂີ່ລົດໃນໄວຄືກຄະນອງຊັ້ນນະ ແບບວ່າກຳລັງຫ້າວໆແດ່
ແຕ່ກີ້ ຂພຈ ກະເປັນຄືກັນ ແລະປັດຈຸບັນ ກະເຫັນຫລານ ແລະ ເດັກນ້ອຍແຖວບ້ານນິຊິ້ງລົດພິລຶກຂະຫນາດເລີຍພໍ່ແມ່ກະຈົນຍອມ
ແຕ່ວ່າທາງ ຮຮ ແລະ ລັດຖະບານ ກະຕ້ອງມີນະໂຍບາຍໃຫ້ນັກຮຽນສຳລັບຄົນບ້ານໄກແດ່


ແຕ່ວ່າທາງ ຮຮ ແລະ ລັດຖະບານ ກະຕ້ອງມີນະໂຍບາຍໃຫ້ນັກຮຽນສຳລັບຄົນບ້ານໄກແດ່

ຂໍ້ຄວາມນີ້..ເປັນປັນຫາທີ່ສຳຄັນສຳຫຼັບກົດບັງຄັບຂໍ້ນີ້..
ໃສລອງຕອບດຸ..ຖ້ານັກຮຽນຢູ່ບ້ານໄກຈະໃຫ້ເຂົາເຮັດຈັ່ງໃດ..??
ຄືວ່າປົກປ້ອງວ່າຜູ້ທີ່ອອກກົດ..ຄິດຫາເຫດຫາຜົນແລ້ວ..


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍ້ຄວາມຂ້າງເທິງບໍ່ໄດ້ໃຫ້ເຈົ້າຂອງໂພສທີ່ໄດ້ອ້າງອິງຕອບເດີ້..
ແຕ່ຄົນທີ່ຈະຕອບ..ຄືຜູ້ທີ່ອອກກົດເທົ່ານັ້ນ..

ບ້ານເຮົາເສຍຢູ່ຢ່າງດຽວ..ມັກອອກກົດແບບອຳເພີໃຈ..ແລະສະບາຍຕາຜູ້ອອກກົດ..
ແຕ່ບໍ່ໄດ້ຄຳນຶງຫາເຫດຫາຜົນເລີຍ..


໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ຢາກເຫັນ bell ໄປເວົ້າຢູ່ໃນສະພາແຫ່ງຊາດ


ເວັບມາສເຕີ..
ຂ້ອຍເປັນຄົນນຶ່ງ..ທີ່ມີຄວາມຄິດຕໍ່ຕ້ານການສໍ້ລາດບັງຫຼວງ..
ສະນັ້ນ..ຂ້ອຍບໍ່ສາມາດເຂົ້າໄປຢູ່ໃນສະພາແຫ່ງຊາດ..
ຫຼື..ອົງການໃດຯຂອງລັດໄດ້..


ທີ່ເວົ້າມານັ້ນໝາຍເຖິງ ໃນສະພາຊາດ ຫລື ອົງການໃດໆຂອງລັດ ແມ່ນມີແຕ່ນັກສໍ້ຫລາດບັງຫລວງຊັ້ນຫວາ ?
ແລ້ວອັນທີ່ປະເທດລາວບໍ່ມີເສິກບໍ່ມີຄວາມວຸ້ນວາຍໃນທຸກມື້ນີ້ ແມ່ນເກີດຂື້ນຈາກໃຜ ?
ແລ້ວປະເທດໃດແດ່ໃນໂລກນີ້ທີ່ບໍ່ມີຄົນສໍ້ຫລາດບັງຫລວງໃນ ກົງຈັກຂອງລັດ
ທຸກໆປະເທດທຸກໆການປົກຄອງຂອງລັດຕ່າງກໍ່ພະຍາຍາມຕໍ່ຕ້ານເຊັ່ນດຽວກັນ ບໍ່ແມ່ນເພີ່ນຈະເຫັນດີເຫັນງາມກັບຈຳພວກນັ້ນ
ແລ້ວອັນທີ່ເພີ່ນຈະອອກຂໍ້ກົດລະບຽບໃດນື່ງນັ້ນກໍ່ແມ່ນຜ່ານສະພາຫລືຜ່ານຄວາມເຫັນດີຂອງທຸກໆຝ່າຍແລ້ວຈື່ງວາງອອກມາ ບໍ່ແມ່ນຈະວາງລະວາງອອກມາຄືເດັກນ້ອຍເວົ້າກັນນິ.!





ໜ້າທີ່ 2 ຈາກທັງໝົດ 7 ໜ້າ <<<1234567>>>