ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ທາງການສັ່ງຫ້າມ ບໍ່ໃຫ້ນັກຮຽນໃຊ້ຣົຖຈັກ ໄປໂຮງຮຽນ

ໜ້າທີ່ 3 ຈາກທັງໝົດ 7 ໜ້າ <<<1234567>>>

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
ເຫັນດີນຳທ່ານ Laobeer

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກຳລັງດຸເດືອດ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໐ ກະທູ້
໑໘໖ ໂພສ
ນັກການກະທູ້
ກາລະຄັ້ງ1ນານມາແລ້ວເມື່ອກົບຍັງຢູ່ໃນກະໂປະໝາກພ້າວ,ເມື່ອງົວຍ່າງແລ້ວແນມບໍ່ເຫັນຮອຍ
ຕີນໂຕເອງ.

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາມໄປຮອດສະພາລະຫວານິ ຄືວ່າລາມໄປບ່ອນຊິໄດ້ກິນເຂົ້າລີງແທະເນາະ ເຊື່ອແລະເຄົາລົບໃນການຕັດສິນໃຈຂອງພັກແລະລັດໂລດນ່າ
ແລະທີ່ເພີ່ນເຮັດໄປນັ້ນບໍ່ແມ່ນເພື່ອຜົນປະໂຫຍດເພີ່ນເອງ,ແຕ່ມັນແມ່ນຜົນປະໂຫຍດຂອງໄວໜຸ່ມນັກຊີ້ງລົດຈັກຫັ້ນລະ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໓ ກະທູ້
໒໕໐ ໂພສ
ນັກການກະທູ້
ເຮົາຂີ່ ລົດຖີບ ເວົ້າອີ່ຫລີ່
ບ້ານຢູ່ສີດຳດວນ
ໂຮງຮຽນມັດທະຍົມສີສະຫວາດຢູ່ສີບຸນເຮືອງ
ຍາມສວຍກະກິນເຂົ້າຢູ່ຮ້ານ(ຮ້ານຕົນເອງ) ກະຢູ່ ບ້ານທົ່ງສ້າງນາ

໔ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ຄັນເຮັດໄດ້ກະດີແທ້

ຊ່ວຍຫຼຸດພາວະໂລກຮ້ອນອີກ

ຄົນທຳມະດາ

http://img.laoupload.com/images/82776730782615928907.gif

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້າພະເຈົ້າບໍ່ເຫັນນຳແນວນີ້ !!

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Juan ຂຽນວ່າ...
ຂ້າພະເຈົ້າບໍ່ເຫັນນຳແນວນີ້ !!

ໂຕກະເຫັນໃຈເຮົາແດ່ແມ ເຮົາບໍ່ມີລົດຈັກນະ..!!
ຕລອດສາມປີ ໄປຮຽນ ດຄຊ ຂີ່ແຕ່ລົດຖີບ ຈາກ ສວນມອນຕໍ່ໃສ່ປ່າສ້າງເວີຍ ຊອດປ່າດົງສະຫວາດ ໄປໂປໂລອອກເສັ້ນທາງໜອງໄຮ ລັດໃສ່ດຄຊ
ເລີຍ ...

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...

ໝາຍຄວາມວ່າຈະແກ້ແຄວນຫວະນີ້ ແບ້ງ ! ຖ້າບໍ່ໃຫ້ເຮົາຂີ່ລົດຈັກເຮົາຈະໄດ້ຢ່າງຕວະນີ້ ລົດຖີບກໍ່ບໍ່ມີ ລົດໃຫຍ່ກໍ່ບໍ່ມີນຳໝູ່

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈ່ວນ ເປັນພະນັກງານແລ້ວກະເລີຍວິດໄປ ແຕ່ຖ້າຍັງເປັນນັກຮຽນລະຕ້ອງໄດ້ມາຂີ່ລົດຖີບ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປຮຽນຢູ່ບໍ່ໂອບ້ານຢູ່ໂພໄຊປະມານ8ກມກັບມາກິນເຂົ້າສວຍ,ໄປອີກກັບມາອີກຄິດເອົາຈັກ ກມຫັ້ນ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ...
ໄປຮຽນຢູ່ບໍ່ໂອບ້ານຢູ່ໂພໄຊປະມານ8ກມກັບມາກິນເຂົ້າສວຍ,ໄປອີກກັບມາອີກຄິດເອົາຈັກ ກມຫັ້ນ

ໄກສົມຄວນ....
ແຕ່ອ້າຍຝອຍຄືບໍ່ຮຽນຢູ່ຈອມເພັດຊັ້ນນະ ? ຫລືວ່າສາວບໍ່ຫລາຍຫວາ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮີໆໆ ຊົມເຊີຍ

~Vਕਆpïrєی™~

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ LaoBeer ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ຢາກເຫັນ bell ໄປເວົ້າຢູ່ໃນສະພາແຫ່ງຊາດ

ເວັບມາສເຕີ..
ຂ້ອຍເປັນຄົນນຶ່ງ..ທີ່ມີຄວາມຄິດຕໍ່ຕ້ານການສໍ້ລາດບັງຫຼວງ..
ສະນັ້ນ..ຂ້ອຍບໍ່ສາມາດເຂົ້າໄປຢູ່ໃນສະພາແຫ່ງຊາດ..
ຫຼື..ອົງການໃດຯຂອງລັດໄດ້..

ທີ່ເວົ້າມານັ້ນໝາຍເຖິງ ໃນສະພາຊາດ ຫລື ອົງການໃດໆຂອງລັດ ແມ່ນມີແຕ່ນັກສໍ້ຫລາດບັງຫລວງຊັ້ນຫວາ ?
ແລ້ວອັນທີ່ປະເທດລາວບໍ່ມີເສິກບໍ່ມີຄວາມວຸ້ນວາຍໃນທຸກມື້ນີ້ ແມ່ນເກີດຂື້ນຈາກໃຜ ?
ແລ້ວປະເທດໃດແດ່ໃນໂລກນີ້ທີ່ບໍ່ມີຄົນສໍ້ຫລາດບັງຫລວງໃນ ກົງຈັກຂອງລັດ
ທຸກໆປະເທດທຸກໆການປົກຄອງຂອງລັດຕ່າງກໍ່ພະຍາຍາມຕໍ່ຕ້ານເຊັ່ນດຽວກັນ ບໍ່ແມ່ນເພີ່ນຈະເຫັນດີເຫັນງາມກັບຈຳພວກນັ້ນ
ແລ້ວອັນທີ່ເພີ່ນຈະອອກຂໍ້ກົດລະບຽບໃດນື່ງນັ້ນກໍ່ແມ່ນຜ່ານສະພາຫລືຜ່ານຄວາມເຫັນດີຂອງທຸກໆຝ່າຍແລ້ວຈື່ງວາງອອກມາ ບໍ່ແມ່ນຈະວາງລະວາງອອກມາຄືເດັກນ້ອຍເວົ້າກັນນິ.!

ອັນນີ້ກະຊົມເຊີຍ ມີເຫດຜົນ

~Vਕਆpïrєی™~

໔໔ ກະທູ້
໓໖໘໘ ໂພສ

ລະຂໍໂທດເທາະ..ເຈົ້າຈະໃຫ້ການສໍ້ລາດບັງຫຼວງໃຫ້ມັນສືບຕໍ່ເປັນຕໍ່ໄປຫວ໋າ..
ກະລຸນາຢ່າເຫັນອາດຊະຍາກຳ..ເປັນເລື່ອງຊິນເຄີຍ..

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍເລີ່ມຈະຮູ້ສຶກວ່າ..
ການຕໍ່ຕ້ານການສໍ້ລາດບັງຫຼວງ..
ເປັນສິ່ງທີ່ສັງຄົມລາວ..ບໍ່ຍອມຮັບ..

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນລວຍ ເຂົາກະຄືຊິບໍ່ຢາກຖີບ

<-----ຄົນໃຈດີແຟນຄລັບ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຂ້ອຍເລີ່ມຈະຮູ້ສຶກວ່າ..
ການຕໍ່ຕ້ານການສໍ້ລາດບັງຫຼວງ..
ເປັນສິ່ງທີ່ສັງຄົມລາວ..ບໍ່ຍອມຮັບ..

ເບວເຮັດຜູ້ດຽວບໍ່ໄດ້ດອກ ອັນນີ້ມັນເປັນວຽກໃຫຍ່.. ອິອິ

<-----ຄົນໃຈດີແຟນຄລັບ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ...
ໄປຮຽນຢູ່ບໍ່ໂອບ້ານຢູ່ໂພໄຊປະມານ8ກມກັບມາກິນເຂົ້າສວຍ,ໄປອີກກັບມາອີກຄິດເອົາຈັກ ກມຫັ້ນ

ໄກສົມຄວນ....
ແຕ່ອ້າຍຝອຍຄືບໍ່ຮຽນຢູ່ຈອມເພັດຊັ້ນນະ ? ຫລືວ່າສາວບໍ່ຫລາຍຫວາ

ນັກເລງສາວບໍ່ໂອນະ.. ເຈົ້າຍັງບໍ່ຮູ້ຫວາ

<-----ຄົນໃຈດີແຟນຄລັບ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...
ຄົນລວຍ ເຂົາກະຄືຊິບໍ່ຢາກຖີບ

ເປັນຫຍັງຊິບໍ່ຂີ່ ຢູ່ໄຊຍະນີ້ຂະເຈົ້າຂີໝົດທຸກຄົນບໍ່ວ່າລວຍຫຼືຈົນ ຢູ່ໃກ້ຫຼືໄກ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ...
ໄປຮຽນຢູ່ບໍ່ໂອບ້ານຢູ່ໂພໄຊປະມານ8ກມກັບມາກິນເຂົ້າສວຍ,ໄປອີກກັບມາອີກຄິດເອົາຈັກ ກມຫັ້ນ

ໄກສົມຄວນ....
ແຕ່ອ້າຍຝອຍຄືບໍ່ຮຽນຢູ່ຈອມເພັດຊັ້ນນະ ? ຫລືວ່າສາວບໍ່ຫລາຍຫວາ

ນັກເລງສາວບໍ່ໂອນະ.. ເຈົ້າຍັງບໍ່ຮູ້ຫວາ

ຈອມເພັດຫຼືເລກຫົກຫັ້ນລະບຽບຫຼາຍໂພດຢ້ານຖືກໄລ່ອອກ, ແຕ່ສຸດທ້າຍກະບໍ່ມົ້ມຍ້ອນ..................ຖືກໄລ່ອອກກາງປີ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Fxaiyabouly ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...
ຄົນລວຍ ເຂົາກະຄືຊິບໍ່ຢາກຖີບ

ເປັນຫຍັງຊິບໍ່ຂີ່ ຢູ່ໄຊຍະນີ້ຂະເຈົ້າຂີໝົດທຸກຄົນບໍ່ວ່າລວຍຫຼືຈົນ ຢູ່ໃກ້ຫຼືໄກ

ຢູ່ນະຄອນຫລວງວຽງຈັນ ບໍ່ຄືຢູ່ໄຊຍະ.. ຖາມຫຍິງນຸ້ຍເບິ່ງວ່າລາວຊິຖີບບໍ່

<-----ຄົນໃຈດີແຟນຄລັບ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຊອກເບີ່ງນັກປະຕິວັດ

~Vਕਆpïrєی™~

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ godhood ຂຽນວ່າ...
ມາຊອກເບີ່ງນັກປະຕິວັດ

ບໍ່ຊອກເບິ່ງປະຕິການແດ່ຫວາ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ໜ້າຈະມີການຮັບຮອງຄວບຄຸມຄວາມປະພືດຂອງເດັກນັກຮຽນ ໂດຍຄວາມເຫັນຊອບຂອງຜູ່ປົກຄອງ ດີກວ່າຈະອອກກົດໝາຍແບບນີ້ ຜູ່ທີ່ມີລົດໄວ້ແຂ່ງຫລືທຽ່ວຫລີ້ນແບບບໍ່ມີປະໂຫຍດ ເຈົ້າໜ້າທີ່ຈັດການໄດ້ເລີຍ

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ຂະເຈົ້າສິໄປຮຽນຈັ່ງໃດລະບາດນິ ຖ້າພໍ່ແມ່ ບໍ່ມີເວລາໄປສົ່ງ

ຢ້ານໄດ້ອອກໂຮງຮຽນກັບບາດ

<-----ຄົນໃຈດີແຟນຄລັບ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາລອງປຽບທຽບ..

ຜົນດີ..
ຫຼຸດຜ່ອນອຸບັດຕິເຫດ..
ການສັນຈອນເປັນລະບຽບ..
ປະຫຍັດເງິນຄອບຄົວ..(ແຕ່ຖ້າໄລ່ຄ່າລົດ ທຽບໃສ່ ຄ່ານ້ຳມັນ..ບໍ່ຮູ້ຈະປະຫຍັດບໍ່..??)

ຜົນເສຍ..
ເດັກທີ່ບ້ານໄກ..ແທບຈະບໍ່ຕ້ອງໄດ້ໄປໂຮງຮຽນ..ເພາະບໍ່ມີລະບົບຂົນສົ່ງມວນຊົນ..
ເດັກທີ່ໄປໂຮງຮຽນບໍ່ທັນ..ຈະຖືກຕັດຄະແນນ..ເສຍການຮຽນ..ໂດຍບໍ່ມີໃຜຄຳນຶງວ່າສາເຫດແມ່ນຫຍັງ..??
ການທີ່ຈະໃຫ້ເດັກຖີບລົດຖີບໄປ..ແຕ່ບໍ່ມີເລນພິເສດສຳຫຼັບລົດຖີບ..ຍິ່ງເປັນອັນຕະລາຍ..
ການທີ່ເດັກຕ້ອງຢ່າງຕາມຖະໜົນ..ແຕ່ບໍ່ມີຟຸທບາດ..ຍິ່ງເປັນອັນຕະລາຍ..
ເດັກຍັງຂາດຄວາມຮູ້ກ່ຽວກັບການກົດການສັນຈອນ..ເພາະບໍ່ເຄີຍຜ່ານການອົບຮົມ..

ຖ້າຈະອອກກົດ..ຕ້ອງມີຄວາມພ້ອມດັ່ງນີ້..
ພັດທະນາລະບົບຂົນສົ່ງມວນຊົນ..ໃຫ້ຄອບຄຸມ..ພຽງພໍ..ແລະ..ສະດວກສະບາຍ..ປະຊາຊົນສາມາດເຂົ້າເຖິງໄດ້ງ່າຍ..
ຂະຫຍາຍໂຮງຮຽນມັດທະຍົມໃຫ້ທົ່ວເຖິງບັນດາຂົງເຂດຕ່າງຯ..ໃຫ້ພຽງພໍ..ເພື່ອຫຼຸດຜ່ອນການເດີນທາງຂອງນັກຮຽນ..
ໃຫ້ມີການອົບຮົມກົດຈາລະຈອນແກ່ນັກຮຽນ..

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ...
ໄປຮຽນຢູ່ບໍ່ໂອບ້ານຢູ່ໂພໄຊປະມານ8ກມກັບມາກິນເຂົ້າສວຍ,ໄປອີກກັບມາອີກຄິດເອົາຈັກ ກມຫັ້ນ

ອ້າຍທິດ..ໂພໄຊຮອດໂມງໃຫຍ່..ມີແຕ່ 1.5km..
ຈາກໂມງໃຫຍ່ຮອດບໍ່ໂອ..ມີແຕ່ 1.5km..
ໜ້າຈະມີແຕ່3kmຫຼາຍກວ່ານ່ະ..
ວ່າແຕ່..ມາຫຼິ້ນສາວໄກເນາະ..
ເອິ້ຍ! ມາຮຽນໄກເນາະ..

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຜົນເສຍ..
ເດັກຍັງຂາດຄວາມຮູ້ກ່ຽວກັບການກົດການສັນຈອນ..ເພາະບໍ່ເຄີຍຜ່ານການອົບຮົມ..

ແລ້ວແບບນີ້ທ່ານເບລຈະໃຫ້ເຂົາເຈົ້າຂັບລົດຈັກໄປ ຮຮ ຊັ້ນຫວະ
ທ່ານເບລກໍບອກເອງວ່າເຂົາເຈົ້າຍັງບໍ່ເຄີຍຜ່ານການອົບຮົມ.

໐ ກະທູ້
໑໘໖ ໂພສ
ນັກການກະທູ້
ເຮັດອັນໄດຊິໃຫ້ໄດ້ໃຈໝົດທຸກຄົນເປັນໄປບໍ່ໄດ້,ມັນຈະຕ້ອງມີທັງສຽງເຫັນດີແລະບໍ່ເຫັນດີ
ດັ່ງນັ້ນຈຶ່ງໃຊ້ວິທີຕັດສິນດ້ວຍສຽງສ່ວນຫຼາຍ,ຜົນປະໂຫຍດສ່ວນລວມເປັນຫັຼກ.
ຄົນທີ່ຢູ່ບ້ານໄກກະຕ້ອງມີຢ່າງແນ່ນອນແຕ່ຖ້າທຽບໃສ່ຄົນສ່ວນຫຼາຍແມ່ນມີຫນ້ອຍແລະສິ່ງທີ່
ເພີ່ນເຮັດແມ່ນເພື່ອຜົນປະໂຫຍດສ່ວນລວມ,ດັ່ງນັ້ນຄົນສ່ວນຫນ້ອຍກໍ່ຕ້ອງໄດ້ເສຍສະຫຼະຕື່ນ
ອາວເຊົ້າແດ່.
ການອອກກົດໝາຍຫຼືວາງກົດລະບຽບໄດຫນຶ່ງໃຫ້ຖືກໃຈຄົນ100%ບໍ່ມີ,ຕ້ອງຄຳນຶງເຖິງຜົນປະໂຫຍດ
ສ່ວນລວມແລະເບິ່ງເຈດຕະນາຂອງເພີ່ນທີ່ວາງອອກ.

ໜ້າທີ່ 3 ຈາກທັງໝົດ 7 ໜ້າ <<<1234567>>>