ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ທາງການສັ່ງຫ້າມ ບໍ່ໃຫ້ນັກຮຽນໃຊ້ຣົຖຈັກ ໄປໂຮງຮຽນ

ໜ້າທີ່ 4 ຈາກທັງໝົດ 7 ໜ້າ <<<1234567>>>

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກໍດີ
ຈຶ່ງບໍ່ຂີ້ຄ້ານ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Fxaiyabouly ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...
ຄົນລວຍ ເຂົາກະຄືຊິບໍ່ຢາກຖີບ

ເປັນຫຍັງຊິບໍ່ຂີ່ ຢູ່ໄຊຍະນີ້ຂະເຈົ້າຂີໝົດທຸກຄົນບໍ່ວ່າລວຍຫຼືຈົນ ຢູ່ໃກ້ຫຼືໄກ

ຢູ່ນະຄອນຫລວງວຽງຈັນ ບໍ່ຄືຢູ່ໄຊຍະ.. ຖາມຫຍິງນຸ້ຍເບິ່ງວ່າລາວຊິຖີບບໍ່

ເຈົ້າກະອ່ານເບິ່ງຫົວຂໍ້ມັນດີໆກ່ອນແມ ຈຶ່ງມາເວົ້ານະ
ຂະເຈົ້າວ່າຫ້າມບໍ່ໃຫ້ນັກຮຽນມັດທະຍົມຫຼືປະຖົມ
ເຈົ້າຄິດເບິ່ງວ່າຢູ່ວຽງມີໂຮງຮຽນປະຖົມ ແລະ ມັກທະຍົມຫຼາຍຊ່ຳໃດ ເມືອງໜຶ່ງມີຕັ້ງຈັກບ່ອນ
ມີຢູ່ເກືອບຖົ່ວທຸກຂົງເຂດ ຂ້ອຍວ່າມັນບໍ່ໄກດອກ
ຢູ່ໃນຕົວເມືອງໄຊຍະມີມັດທະຍົມປາຍພຽງບ່ອນດຽວ ເຈົ້າຄິດເບິ່ງຄົນທົ່ວເມືອງມາໂຮງຮຽນບ່ອນດຽວມັນໄກຊ່ຳໃດ
ແຕ່ຂະເຈົ້າກະຍັງເຮັດໄດ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖືກໆ..........ມີເຫດຜົນ........ເຫັນດີ

~Vਕਆpïrєی™~

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຜົນເສຍ..
ເດັກຍັງຂາດຄວາມຮູ້ກ່ຽວກັບການກົດການສັນຈອນ..ເພາະບໍ່ເຄີຍຜ່ານການອົບຮົມ..

ແລ້ວແບບນີ້ທ່ານເບລຈະໃຫ້ເຂົາເຈົ້າຂັບລົດຈັກໄປ ຮຮ ຊັ້ນຫວະ
ທ່ານເບລກໍບອກເອງວ່າເຂົາເຈົ້າຍັງບໍ່ເຄີຍຜ່ານການອົບຮົມ.

ແລ້ວຖ້າ..ເຂົາຂີ່ລົດຖີບແຕ່ບໍ່ມີຄວາມຮູ້ເລື່ອງການສັນຈອນເດ໋..
ມັນກະບໍ່ຕ່າງກັນປານໃດທີ່ຈະໃຫ້ເຂົາໄປໃຊ້ລົດຈັກ..ພຽງແຕ່ຊ້າກວ່າ..
ມັນຈະໜັກໜາຫຼາຍບໍ່..ຖ້າທາງເຈົ້າໜ້າທີ່ຈະລົງມາເຜີຍແຜ່ຄວາມຮູ້ໃຫ້ເຂົາເຈົ້າ..
ບໍ່ແມ່ນມາຮອດໂຮງຮຽນ..ລະຊອກຈັບແຕ່ລົດແຕ່ງຢ່າງດຽວ..
ຖ້າບໍ່ຢາກໃຫ້ເຂົາໃຊ້ພະຫານະສ່ວນຕົວ..ໄປໂຮງຮຽນ..
ກໍຄວນ..ພັດທະນາລະບົບຂົນສົ່ງມວນຊົນໃຫ້ດີຍິ່ງຂື້ນ..
ຖ້າກັບອ່ານໂພສຂອງຂ້ອຍ..ຂ້ອຍຈະຮຽກຮ້ອງໃຫ້ມີລະບົບຂົນສົ່ງທີ່ຮອງຮັບນັກຮຽນ..
ຈາກການໃຊ້ພາຫະນະສ່ວນຕົວ..
ຖ້າອອກກົດ..ແຕ່ບໍ່ມີຫຍັງຮອງຮັບແບບນີ້..ຂ້ອຍວ່າມັນບໍ່ຍຸດຕິທຳ..

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຍົກຕົວຢ່າງງ່າຍຯເດີ້..
ສົມມຸດໂຮງຮຽນ..ຢູ່ໄກຈາກບ້ານ..ແລ້ວບໍ່ມີໂຮງຮຽນຢູ່ລະແວກບ້ານ..
ຫ້າມໃຫ້ນຳພາຫະນະທີ່ຫ້າມໄປ..
ກໍຄົງໜີບໍ່ມົ້ມ..ການສັນຈອນໂດຍລະບົບຂົນສົ່ງມວນຊົນ..
ບໍ່ສະນັ້ນ..ຄົງຕ້ອງຫາໂຮງຮຽນທີ່ໃກ້ບ້ານ..
ຖ້າໃຫ້ພໍ່ແມ່ໄປຮັບສົ່ງ..ໄດ້ຖືວ່າດີ..
ແຕ່ຖ້າພໍ່ແມ່ບໍ່ມີເວລາ..ຈະໃຫ້ເຮັດແນວໃດ..ເພາະທຸກມື້ນີ້..ເງິນຫາຍາກ..
ຫາເງິນໄດ້..ມາຈ່າຍຄ່ານ້ຳປະປາ..ກະເກືອບຈະໝົດຕົວແລ້ວ..
ທາງການຄວນຈະພັດທະນາ..ຕົວເອງກ່ອນ..
ກ່ອນຈະໃຫ້ປະຊາຊົນພັດທະນາໄປຕາມ..
ຕ້ອງອອກກົດໃຫ້ຕົວເອງ..ເສຍກ່ອນ..
ຄ່ອຍມາອອກກົດກັບຄົນທີ່ເສຍພາສີໃຫ້ກິນ..

ຂ້ອຍເຫັນ..ວັ່ງກີ້ນີ້..ມີຄົນນຶ່ງ(ບໍ່ຂໍເອີ່ຍນາມ)
ແມ່ນຢູ່..ທີ່ຄວາມເຫັນສ່ວນຫຼາຍ..ຖືວ່າເປັນປະໂຫຍດແກ່ສ່ວນລວມ..
ແລ້ວພວກສຽງສ່ວນໜ້ອຍເດ໋..ຂະເຈົ້າລຳບາກຈາກກົດ..
ຂະເຈົ້າກະປະຊາຊົນຜູ້ນຶ່ງ..ທີ່ມີສິດເທົ່າທຽມກັບທຸກຄົນ..
ຂ້ອຍແນະນຳໃຫ້ທາງການຄວນເພີ່ມທາງເລືອກໃຫ້ປະຊາຊົນ..
ຫຼາຍກວ່າ..ຕັດທາງເລືອກຂອງປະຊາຊົນ..
ຖ້າບໍ່ໃຫ້ເຂົາໃຊ້ພາຫະນະສ່ວນຕົວ..
ກໍຖຶງເວລາແລ້ວ..ທີ່ຈະໄດ້ປັບປຸງ..ພາຫະນະສາທາລະນະ..
ຢ່າໃຫ້ຊີວິດຂອງປະຊາຊົນລຳບາກກວ່ານີ້ອີກເລີຍ..
ແຕ່ຈະຫາເງິນມາເສຍພາສີ..ຄ່ານ້ຳ..ຄ່າໄຟ..
ກໍແທບຈະບໍ່ເຫຼືອແຮງໄປເຮັດອັນອື່ນອີກແລ້ວ..

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Fxaiyabouly ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Fxaiyabouly ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...
ຄົນລວຍ ເຂົາກະຄືຊິບໍ່ຢາກຖີບ

ເປັນຫຍັງຊິບໍ່ຂີ່ ຢູ່ໄຊຍະນີ້ຂະເຈົ້າຂີໝົດທຸກຄົນບໍ່ວ່າລວຍຫຼືຈົນ ຢູ່ໃກ້ຫຼືໄກ

ຢູ່ນະຄອນຫລວງວຽງຈັນ ບໍ່ຄືຢູ່ໄຊຍະ.. ຖາມຫຍິງນຸ້ຍເບິ່ງວ່າລາວຊິຖີບບໍ່

ເຈົ້າກະອ່ານເບິ່ງຫົວຂໍ້ມັນດີໆກ່ອນແມ ຈຶ່ງມາເວົ້ານະ
ຂະເຈົ້າວ່າຫ້າມບໍ່ໃຫ້ນັກຮຽນມັດທະຍົມຫຼືປະຖົມ
ເຈົ້າຄິດເບິ່ງວ່າຢູ່ວຽງມີໂຮງຮຽນປະຖົມ ແລະ ມັກທະຍົມຫຼາຍຊ່ຳໃດ ເມືອງໜຶ່ງມີຕັ້ງຈັກບ່ອນ
ມີຢູ່ເກືອບຖົ່ວທຸກຂົງເຂດ ຂ້ອຍວ່າມັນບໍ່ໄກດອກ
ຢູ່ໃນຕົວເມືອງໄຊຍະມີມັດທະຍົມປາຍພຽງບ່ອນດຽວ ເຈົ້າຄິດເບິ່ງຄົນທົ່ວເມືອງມາໂຮງຮຽນບ່ອນດຽວມັນໄກຊ່ຳໃດ
ແຕ່ຂະເຈົ້າກະຍັງເຮັດໄດ້

ຢູ່ນະຄອນຫລວງເຂົາບໍ່ເລືອກຮຽນຢູ່ໂຮງຮຽນໄກ້ບ້ານດອກ.. ເຂົາເລືອກຮຽນຢູ່ໂຮງຮຽນທີ່ມີຄຸນນະພາບ.. ຍ້ອນມັນມີໂຕເລືອກຫລາຍນີ້ລະ.. ສຳລັບບ່ອນທີ່ບໍ່ມີໂຕເລືອກຫລາຍມັນກະຈຳເປັນ.. ມັນທຽບກັນບໍ່ໄດ້

<-----ຄົນໃຈດີແຟນຄລັບ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃນຕ່າງປະເທດ..
ນັກຮຽນສ່ວນຫຼາຍ..ບໍ່ຄ່ອຍໄດ້ເອົາພາຫະນະຫຍັງໄປຫຼາຍ..
ນອກຈາກລົດຖີບ..
ແຕ່ບ້ານເຂົາເຈົ້າ..ມີເລນສຳຫຼັບລົດຖີບ..
ມີລົດໄຟຟ້າ..ລົດເມ..ແລະລະບົບຂົນສົ່ງມວນຊົນອື່ນຯ..
ແຕ່ບ້ານເຮົາລະ..ມີບໍ່ສິ່ງເຫຼົ່ານີ້..
ຫຼາຍທ່ານອາດຈະມອງວ່າກົດນີ້..ໂອເຄ..ສອບຜ່ານ..
ແຕ່ຖ້າມີນັກຮຽນທີ່ບ້ານໄກ..ມາໂຮງຮຽນບໍ່ທັນ..ຖືກຕັດຄະແນນທຸກມື້..
ຈົນສຸດທ້າຍຄົບຫົກຮ້ອຍ..ຖືກຕັດຈາກການສອບເສັງ..
ທ່ານທີ່ອອກກົດຮູ້ບໍ່..ວ່າຖ້າມີກໍລະນີນີ້ເກີດຂຶ້ນ..ທ່ານໄດ້ຕັດອານາຄົດເດັກຜູ້ນັ້ນ..ຍ້ອນຄວາມຢາກສະບາຍຕາຂອງທ່ານ..
ທ່ານຢ່າບອກໃຫ້..ເດັກຄົນນັ້ນໄປຫາວິທີມາໃຫ້ທັນເອງ..
ເພາະມັນເອົາຄວາມຮັບຜິດຊອບຂອງທ່ານ..ໂຍນຮັບໃຫ້ປະຊາຊົນຮັບກຳແທນ..

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂພຈ ບໍ່ເຄີຍໄປຫຼວງພະບາງຈັກເທື່ອ ກະເລີຍບໍ່ຮູ້ວ່າມີໂຮງຮຽນມັດທະຍົມຫລາຍປານໃດ,ແຕ່ຄິດວ່າລະດັບໂຮງຮຽນມັດທະຍົມແຕ່ລະເມືອງແມ່ນມີເກືອບຄົບເນາະ
ສະນັ້ນທາງການເພີ່ນຈຶ່ງເຫັນວ່າເໝາະສົມທີ່ຈະອອກກົດລະບຽບນີ້ ບໍ່ຈຳເປັນຕ້ອງຂີ່ລົດຈັກໄປເພາະວ່າໂຮງຮຽນບໍ່ໄກຈາກບ້ານແລະພໍທີ່ຈະໄປທ່ວງທັນ
ເວລາກັບໂມງຮຽນ.
- ຕົວຢ່າງ:ຂ້ອຍຢູ່ສວນມອນ ຂ້ອຍຈະໄປເຂົ້າໂຮງຮຽນ ທາງຈອມເພັດກະໄດ້ ຫລື ພັນໝັ້ນ ກະໄດ້ ຍ້ອນວ່າມັນໃກ້ ບໍ່ຈຳເປັນຕ້ອງໄດ້ຂີ່ລົດຈັກ.
ແຕ່ຖ້າວ່າເປັນໂຮງຮຽນລະດັບວິທະຍາໄລຫລືວິຊາຊີບຊັ້ນສູງ..etc ກໍ່ອາດຈະຈຳເປັນໃຊ້ລົດຈັກເພາະວ່າມັນອາດຈະຢູ່ໄກ ຖ້າໃຜຢູ່ໃກ້ກະໂຊກດີບໍ່ເປືອງ.

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໙ ກະທູ້
໗໑໗ ໂພສ
ຊຳນານການເວັບບອດ
ຢູ່ໄຊຍະ ພີ້ເດີ ເຮັດໄດ້ກ່ອນໝູ່ນະ ອິອິ ບ້ານເຂົາເດີ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວ ກົບ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໙ ກະທູ້
໗໑໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Fxaiyabouly ຂຽນວ່າ...
ແມ່ນແລ້ວ ກົບ

ໄຊຍະບູລີ ດັງກ່ວາໝູ່

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Fxaiyabouly ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Fxaiyabouly ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...
ຄົນລວຍ ເຂົາກະຄືຊິບໍ່ຢາກຖີບ

ເປັນຫຍັງຊິບໍ່ຂີ່ ຢູ່ໄຊຍະນີ້ຂະເຈົ້າຂີໝົດທຸກຄົນບໍ່ວ່າລວຍຫຼືຈົນ ຢູ່ໃກ້ຫຼືໄກ

ຢູ່ນະຄອນຫລວງວຽງຈັນ ບໍ່ຄືຢູ່ໄຊຍະ.. ຖາມຫຍິງນຸ້ຍເບິ່ງວ່າລາວຊິຖີບບໍ່

ເຈົ້າກະອ່ານເບິ່ງຫົວຂໍ້ມັນດີໆກ່ອນແມ ຈຶ່ງມາເວົ້ານະ
ຂະເຈົ້າວ່າຫ້າມບໍ່ໃຫ້ນັກຮຽນມັດທະຍົມຫຼືປະຖົມ
ເຈົ້າຄິດເບິ່ງວ່າຢູ່ວຽງມີໂຮງຮຽນປະຖົມ ແລະ ມັກທະຍົມຫຼາຍຊ່ຳໃດ ເມືອງໜຶ່ງມີຕັ້ງຈັກບ່ອນ
ມີຢູ່ເກືອບຖົ່ວທຸກຂົງເຂດ ຂ້ອຍວ່າມັນບໍ່ໄກດອກ
ຢູ່ໃນຕົວເມືອງໄຊຍະມີມັດທະຍົມປາຍພຽງບ່ອນດຽວ ເຈົ້າຄິດເບິ່ງຄົນທົ່ວເມືອງມາໂຮງຮຽນບ່ອນດຽວມັນໄກຊ່ຳໃດ
ແຕ່ຂະເຈົ້າກະຍັງເຮັດໄດ້

ຢູ່ນະຄອນຫລວງເຂົາບໍ່ເລືອກຮຽນຢູ່ໂຮງຮຽນໄກ້ບ້ານດອກ.. ເຂົາເລືອກຮຽນຢູ່ໂຮງຮຽນທີ່ມີຄຸນນະພາບ.. ຍ້ອນມັນມີໂຕເລືອກຫລາຍນີ້ລະ.. ສຳລັບບ່ອນທີ່ບໍ່ມີໂຕເລືອກຫລາຍມັນກະຈຳເປັນ.. ມັນທຽບກັນບໍ່ໄດ້

ໂຮງຮຽນມັນກະຄືກັນທຸກບ່ອນຫັ້ນລະ ຄຸນນະພາບຂື້ນຢູ່ກັບຄົນ
ຄົນມັນຊິເກ່ງຮຽນຢູ່ໂຮງຮຽນໃດກະເກ່ງ ຄົນມັນບໍ່ເກ່ງເລືອກໂຮງຮຽນປານໃດມັນກະບໍ່ເກ່ງຄືເກົ່າຫັ້ນລະ
ຄັນຊິໃຫ້ເວົ້າມັນກະບໍ່ຈົບຈັກເທື່ອດອກ ... ບໍ່ຢາກຈະເວົ້າແລ້ວ ບ້ານຂ້ອຍເຮັດໄດ້ຂ້ອຍກະດີໃຈແລ້ວ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Kope ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Fxaiyabouly ຂຽນວ່າ...
ແມ່ນແລ້ວ ກົບ

ໄຊຍະບູລີ ດັງກ່ວາໝູ່

ແມ່ນແລ້ວ ປະຕິບັດຫຍັງກະໄດ້ຫຼາຍອັນອີກ
ບໍ່ໃຫ້ຮ້ອງເພງໄທບໍ່ໃຫ້ເປີດເພງໄທໃນສະຖານທີ່ບັນເທິງໃຫຍ່ໆ ຫຼືງານບຸນງານດອງ ບ້ານເຮົາກະເຮັດໄດ້ເນາະ

ເກັ່ງຢູ່ບ່ອນນັ້ນ ບາງທີທຽບໃສ່ກັບຄົນອ່ອນຢູ່ບ່ອນນີ້ບາງທີຍັງອ່ອນກວ່າຊ້ຳ.. ຢ່າສຸເວົ້າວ່າໂຮງຮຽນມັນຄືກັນທຸກບ່ອນ.. ຄັນຊັ້ນຄົນແຕ່ເໜືອເຖິງໃຕ້ ກະບໍ່ດັ້ນດົ້ນມາຮຽນຢູ່ນະຄອນຫລວງດອກ. ແມ້ກະທັ້ງໂຕເຈົ້າເອງ

<-----ຄົນໃຈດີແຟນຄລັບ

໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຖຶງທຸກຄົນ..ຄຳເຫັນຂອງຂ້າພະເຈົ້າມັນເປັນປະຊາທິປະໄຕເກີນໄປ..ໃນດິນແດນແຫ່ງນີ້..
ແຕ່ການທີ່ເພິ່ນອອກກົດໂດຍບໍ່ຄຳນຶງຖຶງ..ຜົນທີ່ຈະຕາມມາ..
ຢູ່ຕ່າງແຂວງນັ້ນ..ເວົ້າແທ້..ໂຮງຮຽນມັດຖະຍົມ..ຈະບໍ່ຍັ່ງຫຍາຍເໝືອນໃນວຽງ..
ຈະຢູ່ແຕ່ຕາມຕົວເມືອງ..
ນັກຮຽນບາງຄົນເຖິງຈະບໍ່ຫ້າມກະແທບບໍ່ມີພາຫະນະໄປແລ້ວ..
ຖ້າບາງຄົນບ້ານໄກເດະ..ມາໂຮງຮຽນບໍ່ທັນ..ຖືກຕັດຄະແນນ..
ມັນຍຸດຕິທຳມີໃຫ້ເຂົາເຈົ້າບໍ່..??
ຂ້ອຍເຊື່ອວ່າທຸກຄົນລຶ້ງກັບສັງຄົມທີ່ໄຣ້ປາກສຽງ..
ໄຣ້ຄວາມຍຸດຕິທຳ..
ຂ້ອຍບອກໄວ້ເລີຍວ່າ..ບໍ່ຜິດດອກທີ່ຈະອອກກົດ..
ແຕ່ຄວນຄຳນຶງຖຶງຜົນກະທົບໃຫ້ຖີ່ຖ້ວນ..
ໃຫຍ່ຯກັນແລ້ວ..ໜ້າຈະເຫັນໄກແລະຜົນທີ່ຕາມມາ..
ທາງທີ່ດີ..ຄວນຈະປັບປຸງຕົວເອງ..
ກ່ອນທີ່ຈະໃຫ້ຄົນອື່ນປັບປຸງ..

ຂໍໂທດສະຫາຍ....
ເຮົາເຫັນວ່າຄຳວ່າປະຊາທິປະໄຕຂອງທ່ານມັດຂາດເຫດຜົນ....ແລະໄຊ້ອາລົມນຳປັນຍາ....
ຂໍໂທດອີກທີ່ທີ່ຕ້ອງເບກສະຫາຍ

໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ...
ລະບຽບອອກມາແບບນີ້ ຂພຈ ເຫັນດີນຳທີ່ສຸດເພາະອຸບັດຕິເຫດສ່ວນຫຼາຍເກີດຈາກໄວໜຸ່ມບໍ່ຮອດ 18ປີ,
ຖ້າມີລະບຽບບໍ່ໃຫ້ໃຊ້ໂທລະສັບມືຖືແລະບໍ່ໃຫ້ດື່ມເຄື່ອງດື່ມມຶນເມົາທຸກປະເພດຍິ່ງດີ

ມີແລ້ວສະຫາຍ...ແຕ່ຄົນຍັງປະຕິບັດໄດ້ບໍດີເທົ່ານັ້ນເອງ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Fxaiyabouly ຂຽນວ່າ...
ໂຮງຮຽນມັນກະຄືກັນທຸກບ່ອນຫັ້ນລະ ຄຸນນະພາບຂື້ນຢູ່ກັບຄົນ
ຄົນມັນຊິເກ່ງຮຽນຢູ່ໂຮງຮຽນໃດກະເກ່ງ ຄົນມັນບໍ່ເກ່ງເລືອກໂຮງຮຽນປານໃດມັນກະບໍ່ເກ່ງຄືເກົ່າຫັ້ນລະ
ຄັນຊິໃຫ້ເວົ້າມັນກະບໍ່ຈົບຈັກເທື່ອດອກ ... ບໍ່ຢາກຈະເວົ້າແລ້ວ ບ້ານຂ້ອຍເຮັດໄດ້ຂ້ອຍກະດີໃຈແລ້ວ

ເກັ່ງຢູ່ບ່ອນນັ້ນ ບາງທີທຽບໃສ່ກັບຄົນອ່ອນຢູ່ບ່ອນນີ້ບາງທີຍັງອ່ອນກວ່າຊ້ຳ.. ຢ່າສຸເວົ້າວ່າໂຮງຮຽນມັນຄືກັນທຸກບ່ອນ.. ຄັນຊັ້ນຄົນແຕ່ເໜືອເຖິງໃຕ້ ກະບໍ່ດັ້ນດົ້ນມາຮຽນຢູ່ນະຄອນຫລວງດອກ. ແມ້ກະທັ້ງໂຕເຈົ້າເອງ

ກະຍ້ອຍວ່າຢູ່ບ້ານຂ້ອຍມັນບໍ່ມີໂຮງຮຽນ ບໍ່ມີມະຫາວິທະຍາໄລ . ມີພຽງແຕ່ໂຮງຮຽນເອກກະຊົນຈຳນວນໜຶ່ງ ຂະແໜງວິຊາຮຽນກະມີໜ້ອຍດຽວຊື່ໆ
ຄັນມີຂ້ອຍກະຄົງຈະມາໄດ້ມາຮຽນຢູ່ນະຄອນຫຼວງດອກ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຂ້ອຍເລີ່ມຈະຮູ້ສຶກວ່າ..
ການຕໍ່ຕ້ານການສໍ້ລາດບັງຫຼວງ..
ເປັນສິ່ງທີ່ສັງຄົມລາວ..ບໍ່ຍອມຮັບ..

ເບລ...ຕໍ່ຕ້ານແຕ່ບໍແກ້ໄຂ..ມັນບໍມີປະໂຍດ....
ອ້າຍວ່ານ້ອງກໍເປັນຄົນສະຫລາດຄົນຫນຶ່ງ....
ການໄປແຮງ....ໄວ...ທີ່ຂາດສະຕິແລະປັນຍາ....
ມັນຈະພາໃຫ້ນ້ອງລຳບາກ....
ເຊື່ອວ່າທຸກຄົນບໍມັກການຄໍຣັບຊັ່ນແລະທຸກຄົນກໍຫາທາງແກ້ໄຂ.....ແຕ່ພຽງແຕ່ເຂົນບໍໄຊວິທີ່ດຽວກັບນ້ອງ.....
ຂໍໃຫ້ໄຊ້ປັນຍາຫຼາຍກວ່າເຫດຜົນແລ້ວນ້ອງຈະເປັນຄົນທີ່ສະຫຼາດເພີ່ມຂື້ນ

໐ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ຈັ່ງຊີ້ລະເຮົາຢູ່ໃນປະເທດຜະເດັດການ ເຂົາສັ່ງຫຍັງມາກະຕ້ອງໄດ້ເຮັດຫ້າມຖຽງ
ເພີ່ນກະຄືຊິຄິດດີແລ້ວ
ຄັນເຮົາຖາມວ່າ "ວ່າຂີ່ລົດຈັກໄປບໍ່ໄດ້ບ້ານຢູ່ໄກຂີ່ລົດຖີບກັບຍ່າງກະຕ້ອງຫຍຸ້ງຢາກຫຼາຍຈະເຮັດແນວໃດ?"
ເພິ່ນກະຄືຊີຕອບວ່າ "ກະເອົາລົດໃຫຍ່ໄປສົ່ງເອົາທະແມ້ ຢ່າສຸໂງ່ຫຼາຍ"
ຄົນອອກກົດເຂົາເຈົ້າລະມີລົດໄປສົ່ງລູກຫຼານເຂົາ

໐ ກະທູ້
໓໓໓ ໂພສ
ຊຳນານການເວັບບອດ
ຢູ່ໄຊຍະຂີ່ລົດຖີບໄປບໍ່ໄດ້ມີລົດຂົນສົ່ງໃດ

໙ ກະທູ້
໗໑໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Fxaiyabouly ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Kope ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Fxaiyabouly ຂຽນວ່າ...
ແມ່ນແລ້ວ ກົບ

ໄຊຍະບູລີ ດັງກ່ວາໝູ່

ແມ່ນແລ້ວ ປະຕິບັດຫຍັງກະໄດ້ຫຼາຍອັນອີກ
ບໍ່ໃຫ້ຮ້ອງເພງໄທບໍ່ໃຫ້ເປີດເພງໄທໃນສະຖານທີ່ບັນເທິງໃຫຍ່ໆ ຫຼືງານບຸນງານດອງ ບ້ານເຮົາກະເຮັດໄດ້ເນາະ

ແມ່ນແລ້ວ ໃຜບໍ່ໄດ້ມາແລ້ວຈະເສຍໃຈເດີ
ມີຊ້າງຫຼາຍເດີ ອິອິ

໙ ກະທູ້
໗໑໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ NHDnoy ຂຽນວ່າ...
ຢູ່ໄຊຍະຂີ່ລົດຖີບໄປບໍ່ໄດ້ມີລົດຂົນສົ່ງໃດ

ແມ່ນແລ້ວ ຄົນໜ້າຮັກ

໐ ກະທູ້
໑໘໖ ໂພສ
ນັກການກະທູ້
ການບໍລິຫານລະດັບປະເທດ,ການອອກກົດໝາຍໄດຫນຶ່ງບໍ່ແມ່ນການອອກແລະກຳນົດໃຫ້ຖືກໃຈ
ຄົນກຸ່ມນ້ອຍ,ມັນບໍ່ຄືເດັກນ້ອຍຂາຍຂອງກະປ້າ,ມັນຕ້ອງໄດ້ຄຳນຶງເຖິງຜົນປະໂຫຍດສ່ວນລວມມາກ່ອນ.
ຜົນປະໂຫຍດຂອງຊາດຂອງສ່ວນລວມມາກ່ອນ,ແລະເລື່ອງການປັ່ນລົດຖີບໄປໂຮງຮຽນບໍ່ແມ່ນເລື່ອງທີ່
ປັ່ນດົນແລ້ວເຮັດໃຫ້ຕາຍໄດ້,ບໍ່ແມ່ນເລື່ອງທີ່ເຫຼືອບາກກ່ອນແຮງຂະໜາດນັ້ນທີ່ທຸກຄົນຄວນຈະມີນ້ຳໃຈເສຍ
ສະຫຼະ,ຄວາມຄິດເຫັນທີ່ຢາກໃຫ້ຄົນສ່ວນຫຼາຍເດືອດຮ້ອນປັບມາໃສ່ຕົນເອງແມ່ນຄວາມຄິດຂອງເດັກນ້ອຍທີ່
ເອົາແຕ່ໃຈ,ເຫັນແກ່ໂຕ,ຂາດເຫດຜົນ.
ເອົາໄວ້ມື້ໄດມີຂ່າວອອກມາວ່ານ/ຮປັ່ນລົດຖີບແລ້ວຕາຍຍ້ອນປັ່ນຫຼາຍໂພດແລ້ວຄ່ອຍຍົກປະເດັນກັນໃໝ່,ເຄີຍໄດ້
ຍິນແຕ່ນັກຮຽນບິດລົດ,ແຊກຊາຍແຊກຂວາຕາຍຫັ້ນຫຼາຍກ່ອນ.

໐ ກະທູ້
໑໘໖ ໂພສ
ນັກການກະທູ້
ຖ້າມີໃຈໃຝ່ຮຽນໄກປານໄດກະທຽວໄດ້. ຄົນທີ່ຕິພຸ້ນຕິພີ້ວ່າໄກແລ້ວຊິໄປບໍ່ທັນ,ນັ້ນແມ່ນຄົນທີ່ຂີ້ຄ້ານເປັນທຶນ
ເຖິງໄປໂຮງຮຽນກະຄືຊິບໍ່ຕັ້ງໃຈຮຽນ,ຖ້າຄົນມັນຢາກຮຽນຊະຢ່າງໄກປານໄດກະຊິຖີບຊິຊອກໄປໃຫທັນເອງດອກ.
ເຄີຍເບິ່ງຢູ່ລາການທໍລະທັດ,ຄົນຢູ່ພູເຂົາຍ່າງຂ້າມພູເປັນຫນ່ວຍເພື່ອໄປໂຮງຮຽນເຂົາກະຍັງຍ່າງໄປໄດ້,ບໍ່ເຫັນເຂົາຈົ່ມ.
ຂໍພຽງແຕ່ມີໂຮງຮຽນມີຄູສອນໃຫ້.

໓ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ຄິດວ່າ ກົດລະບຽບນີ້ອອກຢູ່ທີ່ ຫຼວງພະບາງ ນັກຮຽນມັດທະຍົມ ອຸດົມບໍ່ໃຫ້ຂີ່ລົດຈັກໄປຮ/ຮ ຄິດວ່າເຮັດຢູ່ຫວງພະບາງໜ້າຈະເຮັດໄດ້ງາຍຫຼາຍ ເພາະວ່າຢູ່ໃນຕົວເມືອງຫຼວງພະບາງ ມີຮຮ ມັດທະຍົມ ອຸດົມຄືຊິຫຼາຍບ່ອນຢູ່ ແຕ່ຕົວເມືອງຫຼວງພະບາງ ທີ່ມີປະຊາກອນອາໄສຢູ່ຫຼາຍຫັນ ຂີ່ລົດອ້ອມ ບໍ່ຮອດ20ກິໂລແມັດຊຳ ສະນັ້ນ ຂໍນັ່ງຢັນ ນອນຢັນ ຢືນຢັນວ່າ ນັກຮຽນຫຼວງພະບາງໜ້າຈະເຮັດໄດ້ຄືນັກຮຽນໄຊຍະບູລີ ຂອບໃຈ ອິອິອິອິອິອິ

>>>ຟ້າຍ່ອມມີມື້ປ່ຽນສີ ^_^*

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thanongsack ຂຽນວ່າ...
ຄິດວ່າ ກົດລະບຽບນີ້ອອກຢູ່ທີ່ ຫຼວງພະບາງ ນັກຮຽນມັດທະຍົມ ອຸດົມບໍ່ໃຫ້ຂີ່ລົດຈັກໄປຮ/ຮ ຄິດວ່າເຮັດຢູ່ຫວງພະບາງໜ້າຈະເຮັດໄດ້ງາຍຫຼາຍ ເພາະວ່າຢູ່ໃນຕົວເມືອງຫຼວງພະບາງ ມີຮຮ ມັດທະຍົມ ອຸດົມຄືຊິຫຼາຍບ່ອນຢູ່ ແຕ່ຕົວເມືອງຫຼວງພະບາງ ທີ່ມີປະຊາກອນອາໄສຢູ່ຫຼາຍຫັນ ຂີ່ລົດອ້ອມ ບໍ່ຮອດ20ກິໂລແມັດຊຳ ສະນັ້ນ ຂໍນັ່ງຢັນ ນອນຢັນ ຢືນຢັນວ່າ ນັກຮຽນຫຼວງພະບາງໜ້າຈະເຮັດໄດ້ຄືນັກຮຽນໄຊຍະບູລີ ຂອບໃຈ ອິອິອິອິອິອິ

ອູ່ເວົ້າມີເຫດຜົນດີຫຼາຍ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Kope ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Fxaiyabouly ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Kope ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Fxaiyabouly ຂຽນວ່າ...
ແມ່ນແລ້ວ ກົບ

ໄຊຍະບູລີ ດັງກ່ວາໝູ່

ແມ່ນແລ້ວ ປະຕິບັດຫຍັງກະໄດ້ຫຼາຍອັນອີກ
ບໍ່ໃຫ້ຮ້ອງເພງໄທບໍ່ໃຫ້ເປີດເພງໄທໃນສະຖານທີ່ບັນເທິງໃຫຍ່ໆ ຫຼືງານບຸນງານດອງ ບ້ານເຮົາກະເຮັດໄດ້ເນາະ

ແມ່ນແລ້ວ ໃຜບໍ່ໄດ້ມາແລ້ວຈະເສຍໃຈເດີ
ມີຊ້າງຫຼາຍເດີ ອິອິ

ແມ່ນແລ້ວ ມີໄມ້ຫຼາຍອີກ
ໃຜໄດ້ມາຢູ່ໄຊຍະ ມາເປັນໃພ້ ເປັນເຂີຍໄຊຍະຖືວ່າໂຊກດີສຸດໆ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ NHDnoy ຂຽນວ່າ...
ຢູ່ໄຊຍະຂີ່ລົດຖີບໄປບໍ່ໄດ້ມີລົດຂົນສົ່ງໃດ

ແມ່ນແລ້ວມາໂຄສະນາຊ່ວຍກັນ ຄົນບ້ານເຮົາ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thanongsack ຂຽນວ່າ...
ຄິດວ່າ ກົດລະບຽບນີ້ອອກຢູ່ທີ່ ຫຼວງພະບາງ ນັກຮຽນມັດທະຍົມ ອຸດົມບໍ່ໃຫ້ຂີ່ລົດຈັກໄປຮ/ຮ ຄິດວ່າເຮັດຢູ່ຫວງພະບາງໜ້າຈະເຮັດໄດ້ງາຍຫຼາຍ ເພາະວ່າຢູ່ໃນຕົວເມືອງຫຼວງພະບາງ ມີຮຮ ມັດທະຍົມ ອຸດົມຄືຊິຫຼາຍບ່ອນຢູ່ ແຕ່ຕົວເມືອງຫຼວງພະບາງ ທີ່ມີປະຊາກອນອາໄສຢູ່ຫຼາຍຫັນ ຂີ່ລົດອ້ອມ ບໍ່ຮອດ20ກິໂລແມັດຊຳ ສະນັ້ນ ຂໍນັ່ງຢັນ ນອນຢັນ ຢືນຢັນວ່າ ນັກຮຽນຫຼວງພະບາງໜ້າຈະເຮັດໄດ້ຄືນັກຮຽນໄຊຍະບູລີ ຂອບໃຈ ອິອິອິອິອິອິ

ພີ່ນ້ອງໄຊຍະບູລີຈະເອົາໃຈຊ່ວຍເດີ່ ສູ້ໆ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑໕ ກະທູ້
໑໗໓ ໂພສ
ນັກການກະທູ້
ຂ້າພະເຈົ້າກໍ່ເປັນຄົນຫນຶ່ງ ທີ່ບໍ່ເຄີຍໃຊ້ລົດຈັກ ທຽວໂຮງຮຽນ
ທຽວໂຮງຮຽນປະຖົມ ຈາກ ທ່າພະລານໄຊ ໄປ ພັນຫມັ້ນ ໄລຍະທາງ 1.3 ກິໂລແມັດ ຍ່າງເອົາ
ທຽວມັດທະຍົມ ຈາກທ່າພະລານໄຊ ໄປ ມຍ ສີນາກ ໄລຍະທາງ 1 ກິໂລແມັດ ຍ່າງເອົາ.
ທຽວອຸດົມ (ມປາຍ) ຈາກທ່າພະລານໄຊ ໄປ ອຸດົມ ຟ້າງຸ່ມ (ຄວສ ປະຈຸບັນ) ໄລຍະທາງ 1.5​ ກິໂລແມັດ ໃຊ້ລົດຖີບ. (ໃຊ້ google earth ເປັນໂຕແທກໄລຍະທາງ) ນອກຈາກທຽວໂຮງຮຽນ ແລ້ວ ກໍ່ຍັງ ໃຊ້ລົດຖີບ ໄປທຸກບ່ອນ ໃນວຽງຈັນ ບໍ່ວ່າຈະໄປ ບຸນຊ່ວງເຮືອ ບຸນທາດຫລວງ ໄປອອກແຮງງານ ໄປຮ່ວມກິດຈະກຳນອກສະຖານທີ່ອື່ນໆ.

ພາບນ້ອງນັກຮຽນ ຈາກບໍລິຄຳໄຊ
ນຳມາຈາກ http://pnomsin.flixya.com/

ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/

ໜ້າທີ່ 4 ຈາກທັງໝົດ 7 ໜ້າ <<<1234567>>>