ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ທາງການສັ່ງຫ້າມ ບໍ່ໃຫ້ນັກຮຽນໃຊ້ຣົຖຈັກ ໄປໂຮງຮຽນ

ໜ້າທີ່ 6 ຈາກທັງໝົດ 7 ໜ້າ <<<1234567>>>

໐ ກະທູ້
໑໘໖ ໂພສ
ນັກການກະທູ້
ຜູ້ເຂົາຖີບເຂົາບໍ່ຈົ່ມ,ຜູ້ບໍ່ຖີບພັດມາຈົ່ມ.
ເຫດຜົນແບບລວກໆ
1. ຕ່ຳກ່ວາ18ຫ້າມຂັບລົດ,ນີ້ຄືກົດໝາຍ
2. ນັກຮຽນມັດທະຍົມສ່ວນຫຼາຍກໍ່ຕ່ຳກ່ອນ18, ໃນຈຳນວນນ້ອຍທີ່ເກີນກ່ອນ18ມີຈັກຄົນທີ່ບ້ານໄກກກກກ ຈົນທຽວບໍ່ໄດ້?
3. ໄລຍະທາງທີ່ທຽວ, ຖີບລົດຫນ້າຈະປະມານ V=15km/h(ຖ້າແມ່ນນັກປັ່ນອາດຈະປັ່ນໄດ້ໄວກ່ອນນີ້), ສົມມຸດໄລຍະທາງ
S = 2km,ໄລ່ເປັນເສັ້ນຊື່ຈະໄດ້ງ່າຍ
S=VT; --> T = S/V=8 ນາທີ. ຄິດແບບທົ່ວໆໄປ ປັ່ນລົດປະມານ30ນາທີ ຫນ້າຈະບໍ່ມີບັນຫາ, 7.5km.
ນັກຮຽນທີ່ບ້ານຢູ່ໄກເກີນ 7.5ກິໂລແມັດ ແລະອາຍຸເກີນ18ຈະເຫຼືອຢູ່ຈັກຄົນ?
(ຢາກຮູ້ວ່າໄລຍະທາງ7.5ກິໂລແມັດໄກຊ່ຳໄດໃຊ້Google earthແທກເອົາ)
ແລ້ວຈະໃຫ້ບໍ່ອອກກົດໝາຍຍ້ອນຄົນຈຳນວນນ້ອຍ,ແຕ່ໃຫ້ຄົນສ່ວນຫຼາຍເດືອດຮ້ອນນຳ ເໝາະສົມບໍ່?
ຖ້າວ່າຢູ່ໄກອີ່ຫຼີ,ຂ້ອຍຄິດວ່າສາມາດຍື່ນໃບຄຳຮ້ອງເຊັນນາຍບ້ານແລ້ວຍື່ນໃຫ້ໂຮງຮຽນເພີ່ນຫນ້າຈະ
ມີການພິດຈາລະນາໃນກໍລະນີພິເສດ,ແຕ່ຂ້ອຍວ່າໝູ່ຂີ່ລົດຖີບໝົດໂຕຂີ່ລົດຈັກຜູ້ດຽວພຸ້ນຊິເປັນຕາອາຍ,
ອີກຢ່າງໃຫ້ພໍ່ແມ່ມາສົ່ງກະໄດ້ຄັນວ່າໄຝ່ທີ່ຈະຮຽນໜັງສຶອີ່ຫຼີ, ບໍ່ແມ່ນການຫາຄຳແກ້ໂຕເພື່ອຈະມາໂຮງຮຽນຊ້າ.

໐ ກະທູ້
໑໘໖ ໂພສ
ນັກການກະທູ້
ສະໃໝກ່ອນປະເທດຊາດແຮງທຸກຍາກກ່ອນນີ້,ທຸກຄົນປັ່ນລົດຖີບໄດ້ບໍ່ຈົ່ມ
ສະໃໝນີ້ປະເທດຊາດຮັ່ງມີກ່ອນເກົ່າ,ຄົນບາງກຸ່ມວ່າປັ່ນບໍ່ໄດ້ ຍ້ອນຫຍັງ?
(ຕອນນີ້ຄົນບ້ານໄກຍັງບໍ່ອອກມາຮ້ອງທຸກເທື່ອ)
ອາດຈະຍ້ອນວັດຖຸນິຍົມກ້າວເຂົ້າມາ,ເຮັດໃຫ້ຄົນບາງກຸ່ມມີຈິດໃຈທີ່ຄັບແຄບ,ແຫ້ງແລ້ງ,ເຫັນແກ່ໂຕ,
ຢາກໃຫ້ສ່ວນລວມເອົາໃຈໂຕ,ແຕ່ບໍ່ຄິດເອົາໃຈເພີ່ນມາໃສ່ໃຈໂຕ.
ຢ່າລືມວ່າ,ກົດໝາຍສະບັບນີ້ອອກມາແມ່ນເພື່ອສ່ວນລວມ,ຍ້ອນຄວາມບໍ່ເປັນລະບຽບຍ້ອນອຸບັດເຫດ,ຍ້ອນ
ນັກບິດທີ່ເປັນນັກຮຽນທັງຫຼາຍສ້າງບັນຫາໃຫ້ສັງຄົມ.

໒ ກະທູ້
໙໙ ໂພສ
ນັກການກະທູ້
ປ໋າດຊັດໄປຫນ້າ 5 ແລ້ວ ທຳອິດວ່າສິບໍ່ຕອບ ແຕ່ກະອົດບໍ່ໄດ້ແລ້ວ ອິອິ

ປະເດັນທຳອິດຄືມີຄົນຂັດຄ້ານວ່າມັນບໍ່ເຫມາະສົມ ທີ່ບັງຄັບກັນແບບນີ້
ປລ ມີການຍົກປະເດັນເລື່ອງລະບົບຂົນສົ່ງ ໃນປະເທດລາວທີ່ບໍ່ສະດວກ

ອັນທີ່ຈິງເຮົາກໍຍອມຮັບວ່າລະບົບຂົນສົ່ງບ້ານເຮົາຍັງອ່ອນຫລາຍ ແຕ່ທຸກຄົນລອງຄຶດພິຈາລະນາ ຮິ່ນຕອງໃຫ້ຖີ່ຖ້ວນນຳກັນເບິ່ງວ່າ ມັນມີອັນດີ ແລະອັນບໍ່ດີແນວໃດ ໃນໂລກນີ້ ບໍ່ມີຫຍັງດີຫມົດທຸກຢ່າງ ບໍ່ມີຫຍັງບໍ່ມີດ້ານອ່ອນ ຄືກັບຂາວກໍຍັງມີດຳ

ການທີ່ຫ້າມບໍ່ໃຫ້ນັກຮຽນ ໃນລະດັບມັດທະຍົມ ຂີ່ລົດຈັກໄປໂຮງຮຽນ ເຮົາວ່າໃນຄວາມເປັນຈິງ ຖ້າປະເທດລາວເຮົາເຂັ່ງຂັດນຳໃຊ້ກົດຫມາຍແລ້ວ ບໍ່ຕ້ອງໄປອອກກົດອັນນີ້ ນັກຮຽນມັດທະຍົມກໍບໍ່ມີສິດຂີ່ລົດຈັກໄປໂຮງຮຽນຢູ່ແລ້ວ ເພາະອາຍຸຍັງບໍ່ທັນເຖິງໄວເສັງໃບຂັບຂີ່ ຂຽນແບບງ່າຍໆສະເປັນຂໍ້ໆ
ດ້ານດີ:
- ຫລຸດຜ່ອນຄວາມສ່ຽງໃນການເກີດອຸບັດຕິເຫດ ເນື່ອງຈາກເດັກນ້ອຍຂີ່ລົດຈັກບໍ່ສົມກັບໄວ ເຂົາບໍ່ຮູ້ລະບຽບຈະລາຈອນ ຢ່າລືມເດີ້ພວກທ່ານ ຄົນຂີ່ລົດເປັນ ບໍ່ແມ່ນສິຮູ້ລະບຽບ ດ້າມຂີ່ລົດຈັກ ຈັບຄັນເລັ່ງເຂົ້າເກຍເດັກນ້ອຍບໍ່ຮອດ 10 ປີກໍເຮັດເປັນ ແຕ່ເຂົາເຈົ້າເຫລົ່ານັ້ນຍັງບໍ່ຮູ້ຈັກລະບຽບ ຫລືສາມັນສຳນຶກພໍ ມັນເລີຍສົ່ງຜົນໃຫ້ເປັນປະກົດການຫຍໍ້ທໍ້ໃນສັງຄົມເຊັ່ນແຂ່ງລົດ ຂີ່ລົດໄວ ຂີ່ລົດບໍ່ປະຕິບັດລະບຽບ ເປັນເຫດໃຫ້ເກີດອຸບັດຕິເຫດ ແລະສູນເສຍອະນາຄົດຂອງຊາດ.

- ປະເທດລາວເປັນປະເທດທີ່ນ້ອຍ ແຕ່ອັດຕາການຊົມໃຊ້ລົດສ່ວນໂຕນັບມື້ນັບຫລາຍຂຶ້ນ ເຮັດໃຫ້ຫົນທາງເລີ່ມແອອັດ ເປັນສິ່ງທີ່ນຶ່ງທີ່ເຮັດໃຫ້ເກີດອຸບັດຕິເຫດຫລາຍຂຶ້ນ ຂ້າພະເຈົ້າຄຶດວ່ານີ້(ອາດຈະ)ເປັນນະໂຍບາຍນຶ່ງຂອງລັດຖະບານທີ່ຈະພະຍາຍາມຜັກດັນໃຫ້ເກີດມີການຫລຸດຜ່ອນການນຳໃຊ້ລົດສ່ວນໂຕລົງຫລືບໍ່ (ບອກກັບລະຍະຫລັງມານີ້ເລີ່ມມີການນຳເອົາລົດໂດຍສານແບບໃຫມ່ ເຂົ້າມາເປີດໃຫ້ບໍລິການຫລ້າສຸດກໍແມ່ນລົດເມໄຟຟ້າ ແລະຕໍ່ໄປກໍຈະມີແທັກຊີ່ອີກ) ເພາະຢ່າລືມວ່າການຈະໄປຫ້າມຜູ່ໃຫຍ່ຂີ່ລົດສ່ວນໂຕເປັນເລື່ອງທີ່ຜິດຫລັກສິດທິເສລີພາບຫລືສິດທິສ່ວນບຸກຄົນເບາະອີ່ຫຍັງກະວ່າໄປທີ່ປະເທດຕາເວັນຕົກມັກອ້າງກັນ (ດຽວມີເລື່ອງນີ້ອີກ) ດັ່ງນັ້ນການປູກຝັງຈິດສຳນຶກແຕ່ຍັງນ້ອຍມັນຍິ່ງເປັນການດີ ເພາະຈັ່ງໃດເດັກນ້ອຍທີ່ອາຍຸບໍ່ເຖິງກະສຽນກໍຂີ່ລົດຈັກບໍ່ໄດ້ຢູ່ແລ້ວ.

- ການສ້າງໃຫ້ເດັກນ້ອຍຮູ້ຈັກຄວາມເປັນຄົນ (ເພາະເດັກນ້ອຍດຽວນີ້ສະບາຍໂພດແລ້ວ) ບາງຄົນພໍ່ແມ່ຊື້ລົດຈັກໃຫ້ຂີ່ໄປໂຮງຮຽນແລ້ວຍັງບໍ່ພໍ ເຈືອກໄປບ່ອນອື່ນອີກ ເພາະລົດມັນໄວໄປໃສກໍງ່າຍ ບໍ່ຄືສະໄຫມເຮົາຮອດໂມງກໍຕ້ອງເມືອເຮືອນເຈີດບໍ່ໄດ້ເພາະລົດຖີບມັນຊ້າ, ອີກດ້ານນຶ່ງສັງເກດເດັກນ້ອຍໂດຍສະເພາະໃນຕົວເມືອງດຽວນີ້ ຂີ້ຄ້ານມັກສະບາຍ ໃຫ້ຍ່າງຫນ້ອຍນຶ່ງກໍຈົ່ມ ເພາະລຶ້ງແຕ່ຂີ່ລົດ ໃຫຍ່ລົດຈັກ ຫລືວ່າບາງເທື່ອພໍ່ແມ່ໄປສົ່ງກໍສົ່ງຈົນສິຈຳຫ້ອງຮຽນ ອົດສາໃຫ້ລູກຍ່າງຈັກຫນ້ອຍກະບໍ່ໄດ້ (ຫນ້າຈະປູພົມແດງໃຫ້ເນາະເຫີ່ໆ).

- ມົນລະພາວະດ້ານສິ່ງແວດລ້ອມ ປະເທດລາວພວມເປັນປະເທດທີ່ກຳລັງພັດທະນາ ດັ່ງນັ້ນມັນການຂະຫຍາຍຕົວທັງດ້ານເສດຖະກິດສັງຄົມ ເຊິ່ງພວກກະທົບຫນັກຕໍ່ສິ່ງແວດລ້ອມດັ່ງນັ້ນຖ້າຫລຸດຜ່ອນປະລິມານການຊົມໃຊ້ລົດທີ່ກິນນ້ຳມັນລົງໄດ້ ຫລາຍທໍ່ໃດຍິ່ງເປັນການດີ (ຂ້າພະເຈົ້າຊົມເຊີຍຫລວງພຣະບາງກັບໄຊຍະບູລີ ອີ່ຫລີ່ທີ່ກ້າເຮັດແບບນີ້ ນະຄອນຫລວງຄວນເອົາແບບຢ່າງໄດ້ແລ້ວ)

- ການສ້າງສຸຂະພາບດີໆໃຫ້ແກ່ເດັກນ້ອຍ (ຂໍ້ນີ້ອະທິບາຍຍາວໆເລີຍ)
1. ສຸຂະພາບກາຍ: ລອງຄຶດນຳກັນຖ້າເດັກນ້ອຍໄດ້ຂີ່ລົດຖີບ ໄດ້ຍ່າງ ຈະເຮັດໃຫ້ເຂົາເຈົ້າສຸຂະພາບແຂງແຮງ ບາງຄົນເຮືອນຢູ່ໄກກໍຕ້ອງໄດ້ຕື່ນເຊົ້າ ເປັນການຝຶກຄວາມຮັບຜິດຊອບໃຫ້ແກ່ເດັກນ້ອຍ ເວລາເລີກຮຽນກໍເຈີດບໍ່ໄດ້ເພາະຕ້ອງເມືອເຮືອນໃຫ້ໄດ້ຕາມໂມງ ລອງຄຶດນຳກັນວ່າຖ້າເປັນແນວນີ້ ອະນາຄົດຂອງຊາດຄົງຈະມີແຕ່ຜູ່ແຂງແຮງ ແລະມີຄວາມຮັບຜິດຊອບສູງ (ບໍ່ແມ່ນມີລົດຈັກເລີກລະຂີ່ໄປ ແxກເບຍ)
2. ສຸຂະພາບຈິດ: ການທີ່ຫ້າມບໍ່ໃຫ້ເດັກນ້ອຍເອົາລົດຈັກໄປເອງມັນເລີຍສົ່ງຜົນໃຫ້ ຕ້ອງຂີ່ລົດຖີບ(ດີຄືຂໍ້ທີ 1 ຫັ້ນລະ) ແຕ່ອີກທາງນຶ່ງພໍ່ແມ່ອາດຈະໄດ້ໄປສົ່ງ ເກີດຫຍັງຂຶ້ນລະບາດນິ ຄວາມສຸກຄວາມສາມັກຄີໃນຄອບຄົວຫັ້ນລະ ເພາະດຽວນີ້ຜູ່ປົກຄອງຫລາຍໆຄົນມັກອ້າງແຕ່ວ່າ ຄາວຽກຫາເງິນ ບໍ່ມີເວລາໄປສົ່ງລູກ ເຫີ້ຍອັນຊ່ຳນີ້ເຮັດບໍ່ໄດ້ຫວະ ແຕ່ກ່ອນນ່າພໍ່ແມ່ເຮົາທັງໄປສົ່ງທັງໄປຮັບ ບໍ່ເຫັນເພິ່ນຈົ່ມຈັກຄວາມ ບາງຄົນກະສິຖຽງວ່າເອີ້ຍສະໄຫມນັ້ນກັບສະໄຫມນີ້ມັນຕ່າງກັນ ມັນບໍ່ຕ່າງກັນດອກບໍ່ວ່າສິສະໄຫມໃດ໋ ແຕ່ສິ່ງທີ່ເຮັດໃຫ້ຕ່າງຄືການກະທຳຂອງມະນຸດຫັ້ນລະ ລອງຄຶດແມ້ ເຂົ້າການ 8 ໂມງ ຈັ່ງໃດກໍຕ້ອງໄປການ ພຽງແຕ່ໃຫ້ລູກຂຶ້ນລົດໄປນຳບໍ່ໄດ້ບໍ ບາງຄົນກະວ່າອີກອ້າວຫ້ອງການໄປຄົນລະທາງ ໂອ້ຍຈັ່ງແມ່ນຫລາຍເລື່ອງຕື່ນເຊົ້າ ໄປໄວລະກະແລ້ວ ສິໄປມີບັນຫາຫຍັງ ບັນຫາຢູ່ບ່ອນຂີ້່ຄ້ານຫລາຍກວ່າ. ຜົນດີກໍຄືຄອບຄົວຈະມີຄວາມອົບອຸ່ນ ພໍ່ແມ່ລູກໄດ້ມີກິດຈະກຳຮ່ວມກັນ ສົ່ງຜົນໃຫ້ເດັກນ້ອຍກາຍເປັນຄົນທີ່ມີຄຸນນະພາບ ບໍ່ເສຍຄົນ.

- ຫລຸດຜ່ອນການຊົມໃຊ້ນ້ຳມັນ ຢ່າລືມວ່າປະເທດລາວບໍ່ມີບໍ່ນ້ຳມັນ ຫລືເຖິງມີມື້ໃດມື້ນຶ່ງມັນກໍຕ້ອງຫມົດ ປະເດັນຢູ່ບ່ອນວ່າ ລັດຖະບານຕ້ອງຈ່າຍຄ່ານຳເຂົ້ານ້ຳມັນປີນຶ່ງໆ ບໍ່ແມ່ນຫນ້ອຍໆ ຖ້າທຸກຄົນປະຢັດຊ່ອຍກັນມັນຄົງດີເນາະ ຢ່າວ່າໃດ໋ວ່າເຮົາມີເງິນນະ ມີບັນຫາຫວະ ຢາກໃຫ້ທຸກຄົນຮູ້ນຳກັນວ່ານ້ຳມັນເຮົາໃສ່ຢູ່ທຸກມື້ນີ້ມັນບໍ່ແມ່ນລາຄາມັນແທ້ໆເດີ້ ລາຄາທີ່ຂາຍນີ້ລັດຖະບານໃຊ້ງົບປະມານຖົມຂຸມໄປຫລາຍເຕີບ ດັ່ງນັ້ນຖ້າຫລຸດໄດ້ກໍເທົ່າກັບວ່າປະຢັດງົບປະມານຂອງຊາດ. (ບາງຄົນສິວ່າປະຢັດງົບລະໃຫ້ບາງຄົນກິນເງິນໃຕ້ໂຕະຫັ້ນ ຖ້າຄຶດແບບນີ້ໃຫ້ເຊົາຊະ ບໍ່ມີການເມືອງປະເທດໃດບໍ່ໂກງກິນດອກ ກົງກັນຂ້າມເຮົາຄວນຄຶດວ່າ ເຮົາໄດ້ປະກອບສ່ວນຫຍັງໃຫ້ຊາດແນ່ ບໍ່ແມ່ນສິຈົ່ມໆໆໆໆລະກະຈົ່ມແຕ່ບໍ່ເຮັດຫຍັງ)

ດ້ານອ່ອນ:
- ຜູ່ທີ່ເຮືອນຢູ່ໄກໂຮງຮຽນອາດລຳບາກໃນການເດີນທາງ (ແຕ່ມັນຄົງບໍ່ເຫລືອບ່າກວ່າແຮງ ຢູ່ເຂດຫ່າງໄກສອກຫລີກ ເຂົາຍ່າງຂ້າມພູເປັນມື້ເພື່ອໄປຮຽນ) ແລ້ວດ້າມຂີ່ລົດຖີບໄກຫນ້ອຍນຶ່ງກະສິຈົ່ມຫວະ ມັນທຽບກັນບໍ່ໄດ້.

- ເດັກນ້ອຍຂີ່ລົດຖີບກໍສ່ຽງເກີດອຸບັດຕິເຫດ ມັນສ່ຽວແທ້ ແຕ່ຢ່າລືມວ່າເວລາຂະເຈົ້າຂີ່ລົດຖີບ ຍາມໄປກັບເລີກຮຽນ ເຮົາຈະເຫັນພາບທີ່ງາມຕາໃດ໋ ເພາະເຂົາຂີ່ກັນເປັນແຖວ ຄືກັບວ່າສາມັກຄີກັນດີ ດັ່ງນັ້ນເວລາເຫັນແບບນີ້ບັນດາຜູ່ໃຫຍ່ທັງຫລາຍກະຜ່ອນຄັນເລັ່ງລົງແນ່ ອັນທີ່ວ່າສ່ຽງຢ້ານລົດຕຳຫັ້ນ ໃຜລະມາຕຳກະຜູ່ໃຫຍ່ ບໍ່ແມ່ນເດັກນ້ອຍຕຳເດັກນ້ອຍ ອັນນີ້ຜູ່ໃຫຍ່ຕ້ອງໄດ້ເບິ່ງຕົນເອງຄືນ.

- ເຮັດໃຫ້ເດັກນ້ອຍລຳບາກ ຂະເຈົ້າອາດບໍ່ມີສະມາທິໃນການຮຽນ ອັນນີ້ກະອາດເປັນຈຸດອ່ອນອັນນຶ່້ງແຕ່ສຳລັບຂ້າພະເຈົ້າແລ້ວວ່າມັນກໍບໍ່ພໍສິກະທົບຫຍັງ ຫລາຍ ເພາະການຮຽນບາງຄັ້ງມັນກໍຕ້ອງປະສົມກັບປະສົບການຕົວຈິງ ບາງຄົນບໍ່ໄດ້ຮຽນຫນັງສືຈົບປະລິນຍາເຂົາກໍຍັງມີຊີວິດຢູ່ໄດ້ ບໍ່ເຫັນສິຕາຍເຫີ່ໆ.

ເຮົາຄຶດອອກທໍ່ນີ້ລະ ໃຜມີຫຍັງກໍຕື່ມໃສ່
ເຮົາສິບໍ່ຕັດສິນດອກວ່າອັນໃດຖືກອັນໃດຜິດ ແຕ່ໃຫ້ຄົນທີ່ມາອ່ານຕັດສິນນຳກັນສະວ່າ ເມື່ອເອົາຂໍ້ດີກັບດ້ານອ່ອນມາຊັ່ງຊາກັນແລ້ວອັນໃດມັນດີກວ່າກັນ ກໍເຮັດອັນນັ້ນ.

ຂ້າພະເຈົ້າຢາກເລົ່າຄືນຄວາມຫລັງ ເສຍດາຍເດັກນ້ອຍສະໄຫມນີ້ ບໍ່ມີໂອກາດໄດ້ສຳຜັດຫະຫະ
ຕອນຮຽນມັດທະຍົມ ເຮົາຂີ່ລົດຖີບໄປທັງໆທີ່ໂຮງຮຽນຢູ່ບໍ່ໄກ ຖ້າອອກຈາກເຮືອນເຮົາແລ້ວຂີ່ໄປຕາມທາງໃຫຍ່ກໍຮອດເລີຍສະບາຍໆ ແຕ່ເຮົາກັບບໍ່ໄປ ເຮົາເລືອກໄປທາງທີ່ໄກກວ່າ 3 ເທົ່າ ເປັນຫຍັງຮູ້ບໍ່ ເພາະຂີ່ລົດໄປຫາຫມູ່ແລ້ວຂີ່ລົມກັນໄປກັບຫມູ່ ທາງດີບໍ່ຂີ່ອີກ ໄປທາງທົ່ງມັນຈັ່ງໄດ້ຢອກກັນ ເພາະທາງແຄມທົ່ງນາບໍ່ມີລົດມາກວນ ເັປນສິລະຄວາມສຸກຂອງເດັກນ້ອຍ ການໄດ້ມ່ວນກັບຫມູ່.

ຍັງບໍ່ຈົບຫະຫະ ກີ້ນີ້ປະເດັນເລື່ອງບໍ່ໃຫ້ຂີ່ລົດຈັກ.
ບາດນີ້ຂ້າພະເຈົ້າໄດ້ໄປອ່ານເຫັນຄວາມເຫັນຂອງທ່ານ Hoyai ເບາະນິລະ ຈັກຂຽນຖືກບໍ່ບຸນິເຫັນເພິ່ນເວົ້າເລື່ອງການອອກປາກອອກສຽງວ່າຊ້ານສະ ອ່ານແລ້ວກໍຫນ້າຫົດຫູ່ໃຈເນາະ ທີ່ມີຄົນລາວມາເວົ້າໃຫ້ກັນແບບນີ້ ຂ້າພະເຈົ້າເຫັນດີນຳຢູ່ດອກທີ່ວ່າ ຢາກໃຫ້ຄົນລາວກ້າອອກຄຳຄຶດຄຳເຫັນບໍ່ແມ່ນສິເຮັດນຳຄຳສັ່ງຕະຫລອດ ອັນນີ້ກໍຢາກໃຫ້ເປັນຊັ້ນລະ ແຕ່ກ່ອນທີ່ຈະກ້າອອກຄຳເຫັນນັ້ນເຮົາວ່າຢາກໃຫ້ຄຶດພິຈາລະນາ (ສົ່ງເສີມໃຫ້ມີໂລຈິກຫລາຍກວ່ານີ້ແນ່) ວ່າອັນໃດເປັນຕາຄັດຄ້ານ ອັນໃດເປັນຕາເຮັດນຳ ຄືການຫ້າມບໍ່ໃຫ້ຂີ່ລົດຈັກນິຂ້າພະເຈົ້າຢາກໃຫ້ເພິ່ນເຮັດແຕ່ດົນພຸ້ນ ຄຶດລະຍັງເສຍດາຍ ທີ່ເພິ່ນຫາກໍຄຶດໄດ້ມາເຮັດຕອນນີ້ (ຊ້າກະດີກວ່າບໍ່ເຮັດ) ດັ່ງນັ້ນການອອກສິດອອກສຽງ ຄວນໃຫ້ມີການພິຈາລະນາ ບໍ່ແມ່ນບໍ່ຖືກໃຈສ່ວນໂຕ (ບໍ່ຄຶດເຫັນສ່ວນລວມ) ແລ້ວຄັດຄ້ານໂລດ ເຮົາກໍບໍ່ຢາກເວົ້າຫລາຍ ເພາະແຕ່ລະຄົນຕ່າງກໍມີຄວາມຄຶດເຫັນ ເຮົາກໍບໍ່ແມ່ນສິຖືກ ແລະເຮົາກໍບໍ່ແມ່ນສິຜິດ ຄົນອື່ນກໍເຊັ່ນກັນ ການອອກຄວາມເຫັນກໍບໍ່ມີໃຜຖືກແລະບໍ່ມີໃຜຜິດ ແຕ່ມັນຢູ່ທີ່ສ່ວນລວມ

ບາງຄົນມີໂອກາດອັນດີໄດ້ໄປຢູ່ຕ່າງປະເທດ ປະເທດທີ່ຈະເລີນ (ໂລກຕາເວັນຕົກ) ຄົງໄດ້ລຶ້ງເຄີຍໄດ້ຮູ້ຈັກກັບຄຳວ່າປະຊາທິປະໄຕ ຫລືສິດທິສ່ວນບຸກຄົນອີ່ສັງກໍວ່າໄປ ແຕ່ເຮົາວ່າມັນຢາກໂພດກາຍ ສິດເສລີຫຍັງຫັ້ນມັນກໍດີຢູ່ດອກ ແຕ່ມັນເສລີໂພດ ເຮົາຢູ່ລາວ ຢູ່ສະບາຍໆບໍ່ເຫັນສິຜິດກັບໃຜ ເຮົາເຮັດດີທຳດີ ໃຜກໍບໍ່ວ່າຫຍັງແລ້ວ ບໍ່ຄືຢູ່ບ້ານເພິ່ນເມືອງທ່ານໃດ໋ ຢູ່ຊື່ໆ ໃຜສິຮູ້ໂຕເອງອາດຖືກຟ້ອງຍາມໃດກໍບໍ່ຮູ້ ກາຍເປັນວ່າສິດເສລີພາບກາຍເປັນການເຮັດໃຫ້ຄົນ ຈັບຜິດແລະເອົາຜິດກັນໂດຍມີກົດຫມາຍເປັນເຄື່ອງມື ເອີຕະຫລົກດີ ຢູ່ລ້າໆບໍ່ເປັນຫາແຕ່ເລື່ອງຜິດກັນ ກັບອີກອັນນຶ່ງຢູ່ອາເມຣິກາຫັ້ນ ຂ້າພະເຈົ້າບໍ່ເຄີຍໄປດອກ ແຕ່ມີພີ່ນ້ອງຢູ່ພຸ້ນ ຄັນວ່າໄປຢູ່ໃນເຂດເຮືອນຈັດສັນເບາະ ຫລືຫມູ່ບ້ານໃດນຶ່ງ ບາງບ່ອນເພິ່ນມີກົດຫມາຍຮອດວ່າ ຫ້າມຕາກເຄື່ອງຢູ່ນອກເຮືອນ ຫລືບາງບ່ອນກະກຳນົດວ່າຄັນສິປູກຕົ້ນໄມ້ກະໃຫ້ປູກແຕ່ຕົ້ນອັນນີ້ຫ້າມປູກຕົ້ນອື່ນ ເຫີ້່ຍມັນເສລີບ່ອນໃດ໋ຫວະ???

ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນັກຮຽນບາງຄົນຂີ່ຮອດລົດຈັກອອກໃໝ່ໆ, ລົດໃຫຍ່ຄັນໂກ້ ວີໂກ້ຄັນງາມພຸ້ນນ່າມາຮຽນແຕ່ກະຍັງມາບໍ່ທັນກະມີແລະແບບນີ້ມັນໝາຍຄວາມວ່າແນວໃດລ່ະ? (ບໍ່ວ່າແຕ່ນັກຮຽນປະຖົມ ມັດທະຍົມ ມໍຕົ້ນມໍປາຍດອກ ນັກສຶກສາມະວິທະຍາຫາໄລເຮົານິນ່າ ມີຮຽນຊົ່ວໂມງທີ່ສອງພຸ້ນນ່າ ສິບໂມງເຊົ້າພຸ້ນຈຶ່ງເຂົ້າຮຽນແຕ່ປານນັ້ນກະຍັງມາບໍ່ທັນຢູ່ ມັນແມ່ນແນວໃດກັນອັນນັ້ນນ່າ ນັ້ນແຫຼະມັນໝາຍເຖິງຄວາມຂີ້ຄ້ານ ຄວາມມັກງ່າຍນ່ະ ໄປຫຼິ້ນມາເດິກ ຕື່ນສວາຍ ໄປໂຮງຮຽນບໍ່ທັນຕິນັ້ນວ່ານີ້ ຖ້າຢ້ານບໍ່ທັນຮຽນເປັນຫຍັງບໍ່ມາໄວ ຖ້າມາໄວແລ້ວບໍ່ມີໂມງຮຽນກະໄປຊອກຫາອ່ານປຶ້ມ, ອ່ານເອກະສານ, ອ່ານບົດຮຽນ ແກ້ເລກ ຂຽນບົດລາຍງານຢູ່ຫໍສະໝຸດຫັ້ນເດ່ໃຜຊິຈັບ ຂ້ອຍຄືເຫັນວ່າເອກະສານຢູ່ໃນຫໍສະໝຸດຫັ້ນມີບໍ່ອຶດນ່າ ອັນນີ້ເວົ້າສະເພາະແຕ່ນັກສຶກສາມະຫາວິທະຍາໄລ ບາງຄົນຫັ້ນຍັງບໍ່ມີຮອດບັດສະມາຊິກຫໍສະໝຸດຊ້ຳ, ບາດວ່າໄປທ່ຽວໄປຫຼິ້ນຫັ້ນໄວແທ້ ບໍ່ວ່າກາງເວັນດຽວນີ້ກາງຄືນໄວລຸ້ນໃນສັງຄົມບ້ານເຮົາແຮ່ງວ່າເສຍຄົນຍ້ອນເລື່ອງແນວນີ້ເປັນຫຍັງບໍ່ໄປຄັດຄ້ານແດ່ ມາສົນໃຈນຳຫຍັງເລື່ອງຂີ່ລົດຖີບນິນ່າ) ບາດກັບຄົນທີ່ເຂົາຂີ່ລົດຖີບມາຮຽນເຂົາກະຍັງມາທັນ ມັນບໍ່ແມ່ນເປັນນຳພາຫະນະທີ່ໃຊ້ຫັ້ນດອກມັນເປັນນຳຜູ້ກ່ຽວຫັ້ນວ່າຈະມີຄວາມຕັ້ງໃຈຊ່ຳໃດມີຄວາມດຸໝັ່ນມີຄວາມຂະຫຍັນພາກພຽນຊ່ຳໃດ ຖ້າເຮືອນໄກກະຄວນຕື່ນຕົວມາແຕ່ເຊົ້າໃຜວ່າຊິມາບໍ່ທັນໂມງຮຽນ ແຕ່ເຂົາເຈົ້າຮຽນຢູ່ແຖວນອກໆຍ່າງຕັ້ງສາມສີ່ກິໂລແມັດ ຍ່າງທາງດີກະໃຄແດ່ຍ່າງລັດປ່າຜ່າດົງຂ້າມພູເປັນໜ່ວຍເຂົາກະຍັງຍ່າງຄວາມວ່າເຂົ້າຢາກຮຽນ ເຂົາກະຍັງມາທັນໂມງຮຽນ, ອັນນີ້ມີລົດຖີບໃຫ້ຂີ່ ມີທາງດີໆໃຫ້ຍ່າງຍັງມາບໍ່ພໍໃຈອີກຢູ່, ປະເທດໃດຊິວ່າກະຢ່າເຂົາ ເຂົາເຈົ້າບໍ່ແມ່ນຄົນປະເທດເຮົາ ດີແທ້ລະເຮົາກະຄວນປະຕິບັດຕາມກົດລະບຽບຂອງບ້ານເມືອງທີ່ເພິ່ນວາງອອກມາຫັ້ນດີແລ້ວ, ແລະທີ່ເພິ່ນວາງກົດລະບຽບອອກມານັ້ນບໍ່ແມ່ນວ່າຈະວາງແບບໃດກະວາງ ຢາກຈະເຮັດແບບໃດກະເຮັດໂດຍບໍ່ປຶກສາຄວາມເຫັນຂອງໃຜບໍ່ເບິ່ງສະຖານະການ ຜູ້ທີ່ເພິ່ນວາງກົດອອກມານັ້ນກໍ່ບໍ່ແມ່ນເດັກນ້ອຍແລ້ວເພິ່ນກໍ່ເປັນລຸ້ນພໍ່ລຸ້ນແມ່ເຮົາພຸ້ນ ອັນນີ້ກໍ່ຄວນຄິດແລະທີ່ເພິ່ນເຮັດແບບນີ້ກໍ່ເພື່ອໃຜ ຖ້າບໍ່ແມ່ນເພື່ອຊາວໝຸ່ມລາວເຮົາ ຫຼືວ່າເພິ່ນອອກກົດນີ້ມາເພື່ອເພິ່ນເອງບໍ? ກໍ່ເພື່ອບ້ານເພື່ອເມືອງເຮົາໃຫ້ມີຄວາມສະຫງົບຫັ້ນຕົ໊ວະ ແລະຢ່າໄດ້ໄປເວົ້າໃຫ້ເພິ່ນເດັດຂາດວ່າອອກກົດໝາຍແບບເຫັນແກ່ຕົວບໍ່ເບິ່ງບ້ານເມືອງຂອງຕົນວ່າຈະເລີນຫຼືບໍ່ຈະເລີນມັນບໍ່ກ່ຽວດອກ ມັນເປັນນຳຄົນຫັ້ນວ່າຂີ້ຄ້ານມັກງ່າຍຫຼືວ່າຕັ້ງໃຈຢາກຮຽນ ເພິ່ນອອກກົດແບບນີ້ຫັ້ນດີແລ້ວເພື່ອຈະໄດ້ດັດນິໄສຄົນຂີ້ຄ້ານໃຫ້ຮູ້ຕົວແລະຕື່ນຕົວຕໍ່ການກະທຳຕົນເອງ, ຖ້າຂີ້ຄ້ານແລ້ວ ມີຍົນເປັນຄັນຈອດຢູ່ໜ້າເດີ່ນບ້ານໃຫ້ຂີ່ມາໂຮງຮຽນກະມາບໍ່ທັນໂມງຮຽນຄືເກົ່າຫັ້ນລ່ະ !!!! ແລະອີກຢ່າງໜຶ່ງ ຢ່າ!ຢ່າຊິໄດ້ທຽບການຂົນສົ່ງສັນຈອນບ້ານເຮົາກັບຕ່າງປະເທດເປັນອັນຂາດ ເພາະຖ້າທຽບແບບນັ້ນແລ້ວ ຫາກຜູ້ໃດທີ່ປຽບທຽບແນວນັ້ນ ເປັນຫຍັງບໍ່ປຽບທຽບຕົນເອງໃສ່ຄົນຕ່າງປະເທດວ່າໃຫ້ມີຄວາມດຸໝັ່ນ, ມີຄວາມເອົາໃຈໃສ່ ຄືເຂົາເຈົ້າລ່ະໜ້າຈະເປັນການດີກວ່າເພື່ອຈະໄດ້ພັດທະນາແລະປັບປຸງຕົນເອງໄປພ້ອມ ເພາະວ່າຂ້ອຍມາຮຽນຢູ່ຍີ່ປຸ່ນນີ້ ຕາມທີ່ຂ້ອຍສັງເກດແລ້ວຮູ້ສຶກວ່າທີ່ບ້ານເມືອງເຂົາຈະເລີນແລະພັດທະນາໄວນັ້ນມັນບໍ່ແມ່ນຍ້ອນມີພາຫະນະການຂົນສົ່ງການຈາລະຈອນທີ່ດີ ແຕ່ມັນຫາກແມ່ນຍ້ອນເຂົາເຈົ້າມີຄວາມດຸໝັ່ນ ຂະຫຍັນພຽນ ຕົງຕໍ່ເວລາ ຈຶ່ງເຮັດໃຫ້ການສ້າງສາບ້ານເມືອງເຂົານັ້ນມີຄວາມຈະເລີນກ້າວໜ້າໄວ.

໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ HITMII ຂຽນວ່າ...
ປ໋າດຊັດໄປຫນ້າ 5 ແລ້ວ ທຳອິດວ່າສິບໍ່ຕອບ ແຕ່ກະອົດບໍ່ໄດ້ແລ້ວ ອິອິ

ປະເດັນທຳອິດຄືມີຄົນຂັດຄ້ານວ່າມັນບໍ່ເຫມາະສົມ ທີ່ບັງຄັບກັນແບບນີ້
ປລ ມີການຍົກປະເດັນເລື່ອງລະບົບຂົນສົ່ງ ໃນປະເທດລາວທີ່ບໍ່ສະດວກ

ອັນທີ່ຈິງເຮົາກໍຍອມຮັບວ່າລະບົບຂົນສົ່ງບ້ານເຮົາຍັງອ່ອນຫລາຍ ແຕ່ທຸກຄົນລອງຄຶດພິຈາລະນາ ຮິ່ນຕອງໃຫ້ຖີ່ຖ້ວນນຳກັນເບິ່ງວ່າ ມັນມີອັນດີ ແລະອັນບໍ່ດີແນວໃດ ໃນໂລກນີ້ ບໍ່ມີຫຍັງດີຫມົດທຸກຢ່າງ ບໍ່ມີຫຍັງບໍ່ມີດ້ານອ່ອນ ຄືກັບຂາວກໍຍັງມີດຳ

ການທີ່ຫ້າມບໍ່ໃຫ້ນັກຮຽນ ໃນລະດັບມັດທະຍົມ ຂີ່ລົດຈັກໄປໂຮງຮຽນ ເຮົາວ່າໃນຄວາມເປັນຈິງ ຖ້າປະເທດລາວເຮົາເຂັ່ງຂັດນຳໃຊ້ກົດຫມາຍແລ້ວ ບໍ່ຕ້ອງໄປອອກກົດອັນນີ້ ນັກຮຽນມັດທະຍົມກໍບໍ່ມີສິດຂີ່ລົດຈັກໄປໂຮງຮຽນຢູ່ແລ້ວ ເພາະອາຍຸຍັງບໍ່ທັນເຖິງໄວເສັງໃບຂັບຂີ່ ຂຽນແບບງ່າຍໆສະເປັນຂໍ້ໆ
ດ້ານດີ:
- ຫລຸດຜ່ອນຄວາມສ່ຽງໃນການເກີດອຸບັດຕິເຫດ ເນື່ອງຈາກເດັກນ້ອຍຂີ່ລົດຈັກບໍ່ສົມກັບໄວ ເຂົາບໍ່ຮູ້ລະບຽບຈະລາຈອນ ຢ່າລືມເດີ້ພວກທ່ານ ຄົນຂີ່ລົດເປັນ ບໍ່ແມ່ນສິຮູ້ລະບຽບ ດ້າມຂີ່ລົດຈັກ ຈັບຄັນເລັ່ງເຂົ້າເກຍເດັກນ້ອຍບໍ່ຮອດ 10 ປີກໍເຮັດເປັນ ແຕ່ເຂົາເຈົ້າເຫລົ່ານັ້ນຍັງບໍ່ຮູ້ຈັກລະບຽບ ຫລືສາມັນສຳນຶກພໍ ມັນເລີຍສົ່ງຜົນໃຫ້ເປັນປະກົດການຫຍໍ້ທໍ້ໃນສັງຄົມເຊັ່ນແຂ່ງລົດ ຂີ່ລົດໄວ ຂີ່ລົດບໍ່ປະຕິບັດລະບຽບ ເປັນເຫດໃຫ້ເກີດອຸບັດຕິເຫດ ແລະສູນເສຍອະນາຄົດຂອງຊາດ.

- ປະເທດລາວເປັນປະເທດທີ່ນ້ອຍ ແຕ່ອັດຕາການຊົມໃຊ້ລົດສ່ວນໂຕນັບມື້ນັບຫລາຍຂຶ້ນ ເຮັດໃຫ້ຫົນທາງເລີ່ມແອອັດ ເປັນສິ່ງທີ່ນຶ່ງທີ່ເຮັດໃຫ້ເກີດອຸບັດຕິເຫດຫລາຍຂຶ້ນ ຂ້າພະເຈົ້າຄຶດວ່ານີ້(ອາດຈະ)ເປັນນະໂຍບາຍນຶ່ງຂອງລັດຖະບານທີ່ຈະພະຍາຍາມຜັກດັນໃຫ້ເກີດມີການຫລຸດຜ່ອນການນຳໃຊ້ລົດສ່ວນໂຕລົງຫລືບໍ່ (ບອກກັບລະຍະຫລັງມານີ້ເລີ່ມມີການນຳເອົາລົດໂດຍສານແບບໃຫມ່ ເຂົ້າມາເປີດໃຫ້ບໍລິການຫລ້າສຸດກໍແມ່ນລົດເມໄຟຟ້າ ແລະຕໍ່ໄປກໍຈະມີແທັກຊີ່ອີກ) ເພາະຢ່າລືມວ່າການຈະໄປຫ້າມຜູ່ໃຫຍ່ຂີ່ລົດສ່ວນໂຕເປັນເລື່ອງທີ່ຜິດຫລັກສິດທິເສລີພາບຫລືສິດທິສ່ວນບຸກຄົນເບາະອີ່ຫຍັງກະວ່າໄປທີ່ປະເທດຕາເວັນຕົກມັກອ້າງກັນ (ດຽວມີເລື່ອງນີ້ອີກ) ດັ່ງນັ້ນການປູກຝັງຈິດສຳນຶກແຕ່ຍັງນ້ອຍມັນຍິ່ງເປັນການດີ ເພາະຈັ່ງໃດເດັກນ້ອຍທີ່ອາຍຸບໍ່ເຖິງກະສຽນກໍຂີ່ລົດຈັກບໍ່ໄດ້ຢູ່ແລ້ວ.

- ການສ້າງໃຫ້ເດັກນ້ອຍຮູ້ຈັກຄວາມເປັນຄົນ (ເພາະເດັກນ້ອຍດຽວນີ້ສະບາຍໂພດແລ້ວ) ບາງຄົນພໍ່ແມ່ຊື້ລົດຈັກໃຫ້ຂີ່ໄປໂຮງຮຽນແລ້ວຍັງບໍ່ພໍ ເຈືອກໄປບ່ອນອື່ນອີກ ເພາະລົດມັນໄວໄປໃສກໍງ່າຍ ບໍ່ຄືສະໄຫມເຮົາຮອດໂມງກໍຕ້ອງເມືອເຮືອນເຈີດບໍ່ໄດ້ເພາະລົດຖີບມັນຊ້າ, ອີກດ້ານນຶ່ງສັງເກດເດັກນ້ອຍໂດຍສະເພາະໃນຕົວເມືອງດຽວນີ້ ຂີ້ຄ້ານມັກສະບາຍ ໃຫ້ຍ່າງຫນ້ອຍນຶ່ງກໍຈົ່ມ ເພາະລຶ້ງແຕ່ຂີ່ລົດ ໃຫຍ່ລົດຈັກ ຫລືວ່າບາງເທື່ອພໍ່ແມ່ໄປສົ່ງກໍສົ່ງຈົນສິຈຳຫ້ອງຮຽນ ອົດສາໃຫ້ລູກຍ່າງຈັກຫນ້ອຍກະບໍ່ໄດ້ (ຫນ້າຈະປູພົມແດງໃຫ້ເນາະເຫີ່ໆ).

- ມົນລະພາວະດ້ານສິ່ງແວດລ້ອມ ປະເທດລາວພວມເປັນປະເທດທີ່ກຳລັງພັດທະນາ ດັ່ງນັ້ນມັນການຂະຫຍາຍຕົວທັງດ້ານເສດຖະກິດສັງຄົມ ເຊິ່ງພວກກະທົບຫນັກຕໍ່ສິ່ງແວດລ້ອມດັ່ງນັ້ນຖ້າຫລຸດຜ່ອນປະລິມານການຊົມໃຊ້ລົດທີ່ກິນນ້ຳມັນລົງໄດ້ ຫລາຍທໍ່ໃດຍິ່ງເປັນການດີ (ຂ້າພະເຈົ້າຊົມເຊີຍຫລວງພຣະບາງກັບໄຊຍະບູລີ ອີ່ຫລີ່ທີ່ກ້າເຮັດແບບນີ້ ນະຄອນຫລວງຄວນເອົາແບບຢ່າງໄດ້ແລ້ວ)

- ການສ້າງສຸຂະພາບດີໆໃຫ້ແກ່ເດັກນ້ອຍ (ຂໍ້ນີ້ອະທິບາຍຍາວໆເລີຍ)
1. ສຸຂະພາບກາຍ: ລອງຄຶດນຳກັນຖ້າເດັກນ້ອຍໄດ້ຂີ່ລົດຖີບ ໄດ້ຍ່າງ ຈະເຮັດໃຫ້ເຂົາເຈົ້າສຸຂະພາບແຂງແຮງ ບາງຄົນເຮືອນຢູ່ໄກກໍຕ້ອງໄດ້ຕື່ນເຊົ້າ ເປັນການຝຶກຄວາມຮັບຜິດຊອບໃຫ້ແກ່ເດັກນ້ອຍ ເວລາເລີກຮຽນກໍເຈີດບໍ່ໄດ້ເພາະຕ້ອງເມືອເຮືອນໃຫ້ໄດ້ຕາມໂມງ ລອງຄຶດນຳກັນວ່າຖ້າເປັນແນວນີ້ ອະນາຄົດຂອງຊາດຄົງຈະມີແຕ່ຜູ່ແຂງແຮງ ແລະມີຄວາມຮັບຜິດຊອບສູງ (ບໍ່ແມ່ນມີລົດຈັກເລີກລະຂີ່ໄປ ແxກເບຍ)
2. ສຸຂະພາບຈິດ: ການທີ່ຫ້າມບໍ່ໃຫ້ເດັກນ້ອຍເອົາລົດຈັກໄປເອງມັນເລີຍສົ່ງຜົນໃຫ້ ຕ້ອງຂີ່ລົດຖີບ(ດີຄືຂໍ້ທີ 1 ຫັ້ນລະ) ແຕ່ອີກທາງນຶ່ງພໍ່ແມ່ອາດຈະໄດ້ໄປສົ່ງ ເກີດຫຍັງຂຶ້ນລະບາດນິ ຄວາມສຸກຄວາມສາມັກຄີໃນຄອບຄົວຫັ້ນລະ ເພາະດຽວນີ້ຜູ່ປົກຄອງຫລາຍໆຄົນມັກອ້າງແຕ່ວ່າ ຄາວຽກຫາເງິນ ບໍ່ມີເວລາໄປສົ່ງລູກ ເຫີ້ຍອັນຊ່ຳນີ້ເຮັດບໍ່ໄດ້ຫວະ ແຕ່ກ່ອນນ່າພໍ່ແມ່ເຮົາທັງໄປສົ່ງທັງໄປຮັບ ບໍ່ເຫັນເພິ່ນຈົ່ມຈັກຄວາມ ບາງຄົນກະສິຖຽງວ່າເອີ້ຍສະໄຫມນັ້ນກັບສະໄຫມນີ້ມັນຕ່າງກັນ ມັນບໍ່ຕ່າງກັນດອກບໍ່ວ່າສິສະໄຫມໃດ໋ ແຕ່ສິ່ງທີ່ເຮັດໃຫ້ຕ່າງຄືການກະທຳຂອງມະນຸດຫັ້ນລະ ລອງຄຶດແມ້ ເຂົ້າການ 8 ໂມງ ຈັ່ງໃດກໍຕ້ອງໄປການ ພຽງແຕ່ໃຫ້ລູກຂຶ້ນລົດໄປນຳບໍ່ໄດ້ບໍ ບາງຄົນກະວ່າອີກອ້າວຫ້ອງການໄປຄົນລະທາງ ໂອ້ຍຈັ່ງແມ່ນຫລາຍເລື່ອງຕື່ນເຊົ້າ ໄປໄວລະກະແລ້ວ ສິໄປມີບັນຫາຫຍັງ ບັນຫາຢູ່ບ່ອນຂີ້່ຄ້ານຫລາຍກວ່າ. ຜົນດີກໍຄືຄອບຄົວຈະມີຄວາມອົບອຸ່ນ ພໍ່ແມ່ລູກໄດ້ມີກິດຈະກຳຮ່ວມກັນ ສົ່ງຜົນໃຫ້ເດັກນ້ອຍກາຍເປັນຄົນທີ່ມີຄຸນນະພາບ ບໍ່ເສຍຄົນ.

- ຫລຸດຜ່ອນການຊົມໃຊ້ນ້ຳມັນ ຢ່າລືມວ່າປະເທດລາວບໍ່ມີບໍ່ນ້ຳມັນ ຫລືເຖິງມີມື້ໃດມື້ນຶ່ງມັນກໍຕ້ອງຫມົດ ປະເດັນຢູ່ບ່ອນວ່າ ລັດຖະບານຕ້ອງຈ່າຍຄ່ານຳເຂົ້ານ້ຳມັນປີນຶ່ງໆ ບໍ່ແມ່ນຫນ້ອຍໆ ຖ້າທຸກຄົນປະຢັດຊ່ອຍກັນມັນຄົງດີເນາະ ຢ່າວ່າໃດ໋ວ່າເຮົາມີເງິນນະ ມີບັນຫາຫວະ ຢາກໃຫ້ທຸກຄົນຮູ້ນຳກັນວ່ານ້ຳມັນເຮົາໃສ່ຢູ່ທຸກມື້ນີ້ມັນບໍ່ແມ່ນລາຄາມັນແທ້ໆເດີ້ ລາຄາທີ່ຂາຍນີ້ລັດຖະບານໃຊ້ງົບປະມານຖົມຂຸມໄປຫລາຍເຕີບ ດັ່ງນັ້ນຖ້າຫລຸດໄດ້ກໍເທົ່າກັບວ່າປະຢັດງົບປະມານຂອງຊາດ. (ບາງຄົນສິວ່າປະຢັດງົບລະໃຫ້ບາງຄົນກິນເງິນໃຕ້ໂຕະຫັ້ນ ຖ້າຄຶດແບບນີ້ໃຫ້ເຊົາຊະ ບໍ່ມີການເມືອງປະເທດໃດບໍ່ໂກງກິນດອກ ກົງກັນຂ້າມເຮົາຄວນຄຶດວ່າ ເຮົາໄດ້ປະກອບສ່ວນຫຍັງໃຫ້ຊາດແນ່ ບໍ່ແມ່ນສິຈົ່ມໆໆໆໆລະກະຈົ່ມແຕ່ບໍ່ເຮັດຫຍັງ)

ດ້ານອ່ອນ:
- ຜູ່ທີ່ເຮືອນຢູ່ໄກໂຮງຮຽນອາດລຳບາກໃນການເດີນທາງ (ແຕ່ມັນຄົງບໍ່ເຫລືອບ່າກວ່າແຮງ ຢູ່ເຂດຫ່າງໄກສອກຫລີກ ເຂົາຍ່າງຂ້າມພູເປັນມື້ເພື່ອໄປຮຽນ) ແລ້ວດ້າມຂີ່ລົດຖີບໄກຫນ້ອຍນຶ່ງກະສິຈົ່ມຫວະ ມັນທຽບກັນບໍ່ໄດ້.

- ເດັກນ້ອຍຂີ່ລົດຖີບກໍສ່ຽງເກີດອຸບັດຕິເຫດ ມັນສ່ຽວແທ້ ແຕ່ຢ່າລືມວ່າເວລາຂະເຈົ້າຂີ່ລົດຖີບ ຍາມໄປກັບເລີກຮຽນ ເຮົາຈະເຫັນພາບທີ່ງາມຕາໃດ໋ ເພາະເຂົາຂີ່ກັນເປັນແຖວ ຄືກັບວ່າສາມັກຄີກັນດີ ດັ່ງນັ້ນເວລາເຫັນແບບນີ້ບັນດາຜູ່ໃຫຍ່ທັງຫລາຍກະຜ່ອນຄັນເລັ່ງລົງແນ່ ອັນທີ່ວ່າສ່ຽງຢ້ານລົດຕຳຫັ້ນ ໃຜລະມາຕຳກະຜູ່ໃຫຍ່ ບໍ່ແມ່ນເດັກນ້ອຍຕຳເດັກນ້ອຍ ອັນນີ້ຜູ່ໃຫຍ່ຕ້ອງໄດ້ເບິ່ງຕົນເອງຄືນ.

- ເຮັດໃຫ້ເດັກນ້ອຍລຳບາກ ຂະເຈົ້າອາດບໍ່ມີສະມາທິໃນການຮຽນ ອັນນີ້ກະອາດເປັນຈຸດອ່ອນອັນນຶ່້ງແຕ່ສຳລັບຂ້າພະເຈົ້າແລ້ວວ່າມັນກໍບໍ່ພໍສິກະທົບຫຍັງ ຫລາຍ ເພາະການຮຽນບາງຄັ້ງມັນກໍຕ້ອງປະສົມກັບປະສົບການຕົວຈິງ ບາງຄົນບໍ່ໄດ້ຮຽນຫນັງສືຈົບປະລິນຍາເຂົາກໍຍັງມີຊີວິດຢູ່ໄດ້ ບໍ່ເຫັນສິຕາຍເຫີ່ໆ.

ເຮົາຄຶດອອກທໍ່ນີ້ລະ ໃຜມີຫຍັງກໍຕື່ມໃສ່
ເຮົາສິບໍ່ຕັດສິນດອກວ່າອັນໃດຖືກອັນໃດຜິດ ແຕ່ໃຫ້ຄົນທີ່ມາອ່ານຕັດສິນນຳກັນສະວ່າ ເມື່ອເອົາຂໍ້ດີກັບດ້ານອ່ອນມາຊັ່ງຊາກັນແລ້ວອັນໃດມັນດີກວ່າກັນ ກໍເຮັດອັນນັ້ນ.

ຂ້າພະເຈົ້າຢາກເລົ່າຄືນຄວາມຫລັງ ເສຍດາຍເດັກນ້ອຍສະໄຫມນີ້ ບໍ່ມີໂອກາດໄດ້ສຳຜັດຫະຫະ
ຕອນຮຽນມັດທະຍົມ ເຮົາຂີ່ລົດຖີບໄປທັງໆທີ່ໂຮງຮຽນຢູ່ບໍ່ໄກ ຖ້າອອກຈາກເຮືອນເຮົາແລ້ວຂີ່ໄປຕາມທາງໃຫຍ່ກໍຮອດເລີຍສະບາຍໆ ແຕ່ເຮົາກັບບໍ່ໄປ ເຮົາເລືອກໄປທາງທີ່ໄກກວ່າ 3 ເທົ່າ ເປັນຫຍັງຮູ້ບໍ່ ເພາະຂີ່ລົດໄປຫາຫມູ່ແລ້ວຂີ່ລົມກັນໄປກັບຫມູ່ ທາງດີບໍ່ຂີ່ອີກ ໄປທາງທົ່ງມັນຈັ່ງໄດ້ຢອກກັນ ເພາະທາງແຄມທົ່ງນາບໍ່ມີລົດມາກວນ ເັປນສິລະຄວາມສຸກຂອງເດັກນ້ອຍ ການໄດ້ມ່ວນກັບຫມູ່.

ຍັງບໍ່ຈົບຫະຫະ ກີ້ນີ້ປະເດັນເລື່ອງບໍ່ໃຫ້ຂີ່ລົດຈັກ.
ບາດນີ້ຂ້າພະເຈົ້າໄດ້ໄປອ່ານເຫັນຄວາມເຫັນຂອງທ່ານ Hoyai ເບາະນິລະ ຈັກຂຽນຖືກບໍ່ບຸນິເຫັນເພິ່ນເວົ້າເລື່ອງການອອກປາກອອກສຽງວ່າຊ້ານສະ ອ່ານແລ້ວກໍຫນ້າຫົດຫູ່ໃຈເນາະ ທີ່ມີຄົນລາວມາເວົ້າໃຫ້ກັນແບບນີ້ ຂ້າພະເຈົ້າເຫັນດີນຳຢູ່ດອກທີ່ວ່າ ຢາກໃຫ້ຄົນລາວກ້າອອກຄຳຄຶດຄຳເຫັນບໍ່ແມ່ນສິເຮັດນຳຄຳສັ່ງຕະຫລອດ ອັນນີ້ກໍຢາກໃຫ້ເປັນຊັ້ນລະ ແຕ່ກ່ອນທີ່ຈະກ້າອອກຄຳເຫັນນັ້ນເຮົາວ່າຢາກໃຫ້ຄຶດພິຈາລະນາ (ສົ່ງເສີມໃຫ້ມີໂລຈິກຫລາຍກວ່ານີ້ແນ່) ວ່າອັນໃດເປັນຕາຄັດຄ້ານ ອັນໃດເປັນຕາເຮັດນຳ ຄືການຫ້າມບໍ່ໃຫ້ຂີ່ລົດຈັກນິຂ້າພະເຈົ້າຢາກໃຫ້ເພິ່ນເຮັດແຕ່ດົນພຸ້ນ ຄຶດລະຍັງເສຍດາຍ ທີ່ເພິ່ນຫາກໍຄຶດໄດ້ມາເຮັດຕອນນີ້ (ຊ້າກະດີກວ່າບໍ່ເຮັດ) ດັ່ງນັ້ນການອອກສິດອອກສຽງ ຄວນໃຫ້ມີການພິຈາລະນາ ບໍ່ແມ່ນບໍ່ຖືກໃຈສ່ວນໂຕ (ບໍ່ຄຶດເຫັນສ່ວນລວມ) ແລ້ວຄັດຄ້ານໂລດ ເຮົາກໍບໍ່ຢາກເວົ້າຫລາຍ ເພາະແຕ່ລະຄົນຕ່າງກໍມີຄວາມຄຶດເຫັນ ເຮົາກໍບໍ່ແມ່ນສິຖືກ ແລະເຮົາກໍບໍ່ແມ່ນສິຜິດ ຄົນອື່ນກໍເຊັ່ນກັນ ການອອກຄວາມເຫັນກໍບໍ່ມີໃຜຖືກແລະບໍ່ມີໃຜຜິດ ແຕ່ມັນຢູ່ທີ່ສ່ວນລວມ

ບາງຄົນມີໂອກາດອັນດີໄດ້ໄປຢູ່ຕ່າງປະເທດ ປະເທດທີ່ຈະເລີນ (ໂລກຕາເວັນຕົກ) ຄົງໄດ້ລຶ້ງເຄີຍໄດ້ຮູ້ຈັກກັບຄຳວ່າປະຊາທິປະໄຕ ຫລືສິດທິສ່ວນບຸກຄົນອີ່ສັງກໍວ່າໄປ ແຕ່ເຮົາວ່າມັນຢາກໂພດກາຍ ສິດເສລີຫຍັງຫັ້ນມັນກໍດີຢູ່ດອກ ແຕ່ມັນເສລີໂພດ ເຮົາຢູ່ລາວ ຢູ່ສະບາຍໆບໍ່ເຫັນສິຜິດກັບໃຜ ເຮົາເຮັດດີທຳດີ ໃຜກໍບໍ່ວ່າຫຍັງແລ້ວ ບໍ່ຄືຢູ່ບ້ານເພິ່ນເມືອງທ່ານໃດ໋ ຢູ່ຊື່ໆ ໃຜສິຮູ້ໂຕເອງອາດຖືກຟ້ອງຍາມໃດກໍບໍ່ຮູ້ ກາຍເປັນວ່າສິດເສລີພາບກາຍເປັນການເຮັດໃຫ້ຄົນ ຈັບຜິດແລະເອົາຜິດກັນໂດຍມີກົດຫມາຍເປັນເຄື່ອງມື ເອີຕະຫລົກດີ ຢູ່ລ້າໆບໍ່ເປັນຫາແຕ່ເລື່ອງຜິດກັນ ກັບອີກອັນນຶ່ງຢູ່ອາເມຣິກາຫັ້ນ ຂ້າພະເຈົ້າບໍ່ເຄີຍໄປດອກ ແຕ່ມີພີ່ນ້ອງຢູ່ພຸ້ນ ຄັນວ່າໄປຢູ່ໃນເຂດເຮືອນຈັດສັນເບາະ ຫລືຫມູ່ບ້ານໃດນຶ່ງ ບາງບ່ອນເພິ່ນມີກົດຫມາຍຮອດວ່າ ຫ້າມຕາກເຄື່ອງຢູ່ນອກເຮືອນ ຫລືບາງບ່ອນກະກຳນົດວ່າຄັນສິປູກຕົ້ນໄມ້ກະໃຫ້ປູກແຕ່ຕົ້ນອັນນີ້ຫ້າມປູກຕົ້ນອື່ນ ເຫີ້່ຍມັນເສລີບ່ອນໃດ໋ຫວະ???

ສຸດຍອດດດດດດດດດດດດດດດດດດ ສະຫາຍຫມີ

໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ກົດໝາຍມັນກະທັນຫັນເກີນໄປເປັນໃຜໆກະຕ້ອງຄັດຄ້ານແນວຢູ່ດີໆລະມາສັ່ງຫ້າມ
ບອກວ່າຫ້າມຂ້ອຍກະຂື້ນລະແຕ່ມາອ່ານຫຼາຍໆຄວາວເຫັນກະຄິດເຫັນດີນຳຢູ່ເພາະຢູ່ສິງກະໂປອາຍຸບໍ່ຮອດສາວປີບໍ່ໄດ້ຂີ່ລົດຈັກ
ລະຢາກຖາມອີກຢ່າງໜື່ງວ່າຫ້າມບໍ່ໃຫ້ຂີ່ມາໂຮງຮຽນລະລ້າບັດໄປຫຼີ້ນແດ່ຫ້າມບໍ່ອີກຢ່າງການອອກກົດໝາຍມາແບບນີ້ມັນຕ້ອງ
ກະທົບຫຼາຍແນ່ນອນເພາະນັກຮຽນບາງກຸ່ມທີ່ລວຍໆຂີ່ລົດແພງໆກະຄືຊິຢາກອາຍຢູ່ທີ່ມາຂີ່ລົດຖີບຍ້ອນສັງຄົມເຮົາມັກອວດກັນໂພດ
ນອກເລື້ອງນ້ອຍໜື່ງຂ້ອຍຟັງໝູ່ຂ້ອຍລົມກັນເລື້ອງຜູ້ບ່າວ ບືດລະບັກຂີ່ ຟິໂນ່ບືດລະບັກຂີ່ຮອນດ້າຂ້ອຍຈົນບໍ່ຮູ້ຮອດຊື່ຮູ້ແຕ່ຍີ່ຫໍ້ລົດ
ມາເຂົ້າເລື້ອງເກົ່າ ເອົາເປັນວ່າການອອກກົດໝາຍກະຕ້ອງຄ່ອຍເປັນຄ່ອຍໄປລະກະຮອງຮັບການສັນຈອນຂອງກະເຈົ້າໃຫ້ໄດ້
ແຕ່ຕອນຕົ້ນທີ່ຂ້ອຍໃຈຮ້າຍແມ່ນທຸກຄົນຕໍ່ຕ້ານຄວາມຄິດຂອງເບວທັ້ງໆທີ່ລາວກະເປັນຄົນມາອອກຄວາມຄິິດເຫັນຊື່ໆ
ເລີຍຮູ້ສືກວ່າເບວຖືກລຸ່ມຂ້ອຍກະເລີຍຮູ້ສືກວ່າເປັນຫຍັງການທີ່ຄົນເຮົາຈະມີຄວາມຄິດເຫັນແຕກຕ່າງຈາກຄົນອື່ນ
ຕ້ອງຖືກຕໍ່ຕ້ານເຫດຜົນກະທໍ່ນີ້ແຫລະ ແລະ ເວັບບອດນີ້ແມ່ນບ່ອນທີ່ຈະມາສະເໜີຄວາມຄິດເຫັນຂອງໃຜມັນສື່ໆບໍ່ແມ່ນຫວາ

ຂ້ອຍ ແຮງ ບໍ່ແຄສື່

໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ເຂົ້າການ 8 ໂມງ ຈັ່ງໃດກໍຕ້ອງໄປການ ພຽງແຕ່ໃຫ້ລູກຂຶ້ນລົດໄປນຳບໍ່ໄດ້ບໍ ບາງຄົນກະວ່າອີກອ້າວຫ້ອງການໄປຄົນລະທາງ ໂອ້ຍຈັ່ງແມ່ນຫລາຍເລື່ອງຕື່ນເຊົ້າ ໄປໄວລະກະແລ້ວ ສິໄປມີບັນຫາຫຍັງ ບັນຫາຢູ່ບ່ອນຂີ້່ຄ້ານຫລາຍກວ່າ.

ເຈົ້າເວົ້າງ່າຍເນາະຄົນທີ່ເຮັດຕິມັນຊິຕາຍທຸກເຊົ້າໆນະ

ຂ້ອຍ ແຮງ ບໍ່ແຄສື່

໓ ກະທູ້
໒໘໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ HITMII ຂຽນວ່າ...
ປ໋າດຊັດໄປຫນ້າ 5 ແລ້ວ ທຳອິດວ່າສິບໍ່ຕອບ ແຕ່ກະອົດບໍ່ໄດ້ແລ້ວ ອິອິ

ມັນຍາວໂພດ ອ້າງອີງຊຳນີ້ກະພໍລະ

ວ່າຊິຂຽນຢູ່ໝີ ເຫັນລະຄາໃຈ ຫຼາຍມື້ລະ ແຕ່ກະຄືວ່າ ກະຄືຖຽງກັນ ອະທິບາຍໄປ ກະເຈົ້າກະຖຽງກັບດ້ານໆ
ເວົ້າໄປກະບໍ່ຝັງບໍ່ຍອມຮັບເຫດຜົນ ຄຽດແຄ້ນເຂົ້າກະແສເລືອດ
(ຫຼື ວ່າເສຍຜົນປະໂຫຍດຫຍັງ ຫຼື ຜູ້ໃດສັງສອນ ບໍ່ມີໂຮງຮຽນສອນຕິເບາະ ຄັນມີ ມັນກະໂຮງຮຽນມົ້ວຊົ້ວແລ້ວ , ຊັງປິດຊະ ຄັນມີ) ແຕ່ໝີອອກມາຂຽນໄດ້ສະໃຈລະ ຖ້າບອດນີ້ຍັງບໍ່ຈົບ ດຽວເສັງແລ້ວ ເຮົາມາຈັດໃຫ້ຈັກດອກ ເອົາຍາວໄດ້ໃຈເລີຍ ຖ້າໃຈຂຶ້ນ
- ກະບໍ່ໄດ້ວ່າອອກຄວາມເຫັນບໍ່ໄດ້ ແຕ່ໃຊ້ຄຳເວົ້າໃຫ້ມັນເປັນ! ບໍ່ແມ່ນຊິດ່າ ຄືດ່າຫຍັງນິ (ມັນເກີນໄປ)
( ຂຽນໄປນີ້ຄືຊິມີຄົນຕອກກັບຫຼາຍ) ຕຽມຮັບມືກ່ອນ

໓ ກະທູ້
໒໘໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ hoyyai ຂຽນວ່າ...

ລະຢາກຖາມອີກຢ່າງໜື່ງວ່າຫ້າມບໍ່ໃຫ້ຂີ່ມາໂຮງຮຽນລະລ້າບັດໄປຫຼີ້ນແດ່ຫ້າມບໍ່ອີກຢ່າງການອອກກົດໝາຍມາແບບນີ້ມັນຕ້ອງ
ກະທົບຫຼາຍແນ່ນອນເພາະນັກຮຽນບາງກຸ່ມທີ່ລວຍໆຂີ່ລົດແພງໆກະຄືຊິຢາກອາຍຢູ່ທີ່ມາຂີ່ລົດຖີບຍ້ອນສັງຄົມເຮົາມັກອວດກັນໂພດ
ນອກເລື້ອງນ້ອຍໜື່ງຂ້ອຍຟັງໝູ່ຂ້ອຍລົມກັນເລື້ອງຜູ້ບ່າວ ບືດລະບັກຂີ່ ຟິໂນ່ບືດລະບັກຂີ່ຮອນດ້າຂ້ອຍຈົນບໍ່ຮູ້ຮອດຊື່ຮູ້ແຕ່ຍີ່ຫໍ້ລົດ

ຊື້ລົດຖີບຍີ່ຫໍ້ ເບັ້ນຫັນເດ, ແຖມຍັງ ມີ ຂອງ ບີເອມ ລະກະ ອີກຫຼາຍຍີ່ຫໍ້ ທີ່ແພງກ່ອນລົດໃຫ່ຍ ອີກ ຫຼື ຊິເອົາ ລົດຖີບຕິດເພັດ ຫຼື ເຮັດດ້ວຍຄຳໝົດ

ຖານະປານກາງແດ່ ກະໄປຊື້ລົດ ແຂງ ຕູເດີຟ້ອງຫັນ ໂອ້ຍ ລາຄາ ຊອກໃນ google ຫັນ ແພງກ່ອນ fino ອີກ

ອັນນີ້ເອົາຕະລົກ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອີ..ກະວ່າຊັ້ນແດ່ ຕ້ອງໄດ້ອະທິບາຍຍາວໆ ຫລາຍໆຄົນຈື່ງເຂົ້າໃຈ
ເວົ້າສັ້ນລະບໍ່ເຂົ້າໃຈແຖມຫຍັງຕີຄວາມຫມາຍໄປຕ່າງໆນາໆ
ທາງການເພີ່ນເຮັດຫຍັງກະແມ່ນເພື່ອລູກຫລານລາວໝົດທຸກຄົນ ເຂົ້າໃຈຕາມນີ້

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໔ ກະທູ້
໔໓໒ ໂພສ
ຊຳນານການເວັບບອດ
ຊ່ຳພາສາຂີ່ລົດຖີບໄປໂຮງຮຽນມັນສິເມື່ອຍຕາຍຫວາ? ປະຫຍັດນ້ຳມັນປະຫຍັດເງີນ ຊ່ວຍລົດໂລກຮ້ອນ ໄດ້ອອກກຳລັງກາຍ ມື້1ໄດ້ປັນລົດຖີບຈັກ30ນາທີກຳລັງຄັກບໍ່ຈຳເປັນຕ້ອງຟ້າວຖີບ ຂີ່ຊ້າໆຊົມວິວ ຫຸໆ
ຂ້ອຍຂີ່ລົດຖີບຈົນຮຽນຮອດປີ2 ຈື່ງມາຂີ່ລົດຈັກ ຕອນນັ້ນຂ້ອຍຂີ່ແຕ່ແຖວສີໃຄໄປຮອດໂຮງຮຽນແຖວໂພນທັນທຸກມື້ຂື້ນຄ້ອຍຍັງບໍ່ເຫັນຈົ່ມວ່າຫຍັງ ໄປຫລີ້ນບາສຕໍ່ເສີຍ
ຈົບມາ3ປີລະດຽວນີ້ກໍ່ຍັງຂີ່ລົດຖີບຖ້າບໍ່ຟ້າວໄປໃສບໍ່ໄກກາຍ3ກິໂລແມດ
ຄົນເຮົາຖ້າມັກແຕ່ຄວາມສະບາຍບໍ່ມີຄວາມອົດທົນພະຍາມ ເຈົ້າກໍ່ຈະບໍ່ໄດ້ພລັງອຳນາດແລະບໍ່ສາມາດໄປເຖິງຈຸດສູງສຸດ

DarkEnCieL

໙ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ເຮົາກະໄດ້ຍິນໃນລາຍການວິທະຍຸຢູ່ ເລື່ອງນີ້ນະ

ເຮົາເຫັນດີຫຼາຍກັບໂຄງການນີ້

ລະກະເຫັນຫຼາຍຄົນອອກຄຳເຫັນທີ່ດຸເດັດເຜັດມັນກັນໄປ...
ເຮົາວ່າ ໂຄງການໂຕນີ້ດີເລີຍລະ

ກະບໍ່ໄດ້ເໝົາລວມດອກ ໄວນັກຮຽນບາງສ່ວນກໍຍັງຄຶກຄະນອງໃນການໃຊ້ລົດໃຊ້ຖະໜົນຫັ້ນນະ ເຮົາເຂົ້າໃຈວ່າມັນສຸ່ມສ່ຽງຕໍ່ອຸບັດເຫດເກີນໄປ ຄັນຖ້າມາຕະການນີ້ ຖືກຈັດຕັ້ງປະຕິບັດໄປໃຫ້ສົມບູນໄດ້ ກໍຄິດວ່າ ໜ້າຈະເປັນບາດກ້າວໃໝ່ຂອງການຈະລາຈອນລາວທີ່ເປັນລະບົບລະບຽບຂຶ້ນອີກ

ເລື່ອງການຈະລາຈອນນີ້ ຖ້າເບິ່ງໂລດລະ ບັນຫາມັນບໍ່ມີແຕ່ພຽງເທົ່ານີ້ດອກ ຈຸດນີ້ເຮົາກະວ່າມັນເປັນທາງອອກ ແລະ ເປັນວິທີແກ້ໄຂທີ່ດີສຸດແລ້ວ...

ທີ່ເພີ່ນທີ່ໂຕ

໒ ກະທູ້
໙໙ ໂພສ
ນັກການກະທູ້
ເອີໂດຍສະເພາະພວກອວດຮັ່ງອວດມີຫັ້ນລະໃຫ້ຮູ້ແນ່ວ່າຂີ່ລົດຖີບຫລືໄປສົ່ງລູກສິໄດ້ບໍ່ ຫລືຄາແຕ່ຫາເງິນເຫີ່ໆ

ລອງຄຶດເບິ່ງແຕ່ກີ້ແມ້ ປະເທດລາວເຮົາບໍ່ໄດ້ມີການຈຳແນກແຍກແຍະວ່າມີສັງຄົມ ໄຮສອກໄຮໂຊ ຫຍັງດອກ ແຕ່ລະຄົນເທົ່າທຽມກັນຫມົດ ແຕ່ດຽວນີ້ເດ້ເປັນແນວໃດ ບາງຄົນກະສິວ່າອີກ ອ້າວຍຸກສະໄຫມມັນປ່ຽນໄປເບິ່ງປະເທດທີ່ຈະເລີນແລ້ວທະແມ້ ຖາມຄືນລະປະເທດທີ່ຈະເລີນແລ້ວເຂົາມີຄວາມສຸກບໍ່ ແຕ່ລະມື້ກາງຄືນເດິກໆດື່ນໆ ສິຍ່າງອອກໄປຄົນດ່ຽວປ່ຽວກະສ່ຽງຖືກຂ້າຖືກຂົ່ມຂືນ ປະເທດລາວດຽວນີ້ກໍເລີ່ມມີເຫດການແບບນີ້ແລ້ວ

ເຫີ້ຍມັນອອກທະເລແລ້ວພໍໆໆໆຫະຫະ

ມາຕໍ່ເລື່ອງນັກຮຽນກັບການຂັບຂີ່ລົດສະ
ຈາກສະຖິຕິຂອງກອງພັນຕຳຫລວດຈະລາຈອນນະຄອນຫລວງ ເຄີຍໄປສຳຫລວດຢູ່ໂຮງຮຽນ ມສ ສີໂຄດ ຜົນໄດ້ຮັບເປັນດັ່ງນີ້ແຕ້ນໆໆໆໆໆ

ຈາກການສອບຖາມນັກຮຽນທັງຫມົດ 118 ຄົນທີ່ຂັບລົດຈັກມາໂຮງຮຽນ ເປັນຜູ່ຂັບຫັ້ນນ່າບໍ່ໄລ່ຜູ່ຊ້ອຍ ໃນ 118 ຄົນ ມີພຽງ 11 ຄົນເທົ່ານັ້ນທີ່ມີໃບຂັບຂີ່

ຜົນສຳຫລວດໂດຍລວມປະຊາກອນໃນນະຄອນຫລວງວຽງຈັນ:
- ຜູ່ຂັບຂີ່ລົດຈັກ ມີໃບຂັບຂີ່ພຽງແຕ່ 40% ເທົ່ານັ້ນ ອີກ 60 ສະແດງວ່າເຖື່ອນແມ່ນບໍ່ນິ (ໃນ 60 ນິສ່ວນໃຫຍ່ກໍຄົງແມ່ນນ້ອງໆນັກຮຽນຫັ້ນລະ)
- ຜູ່ຂັບຂີ່ລົດໃຫຍ່ ມີໃບຂັບຂີ່ພຽງແຕ່ 70% ອີກ 30% ຫາຍໄປໃສອີກແລ້ວ

ອ້າງຂໍ້ມູນຈາກຫນັງສືພິມລາວພັດທະນາ ສະບັບວັນພຸດທີ 4 ພະຈິກ 2009

ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ

໓ ກະທູ້
໗໒ ໂພສ

ເວົ້າໄດ້ໃຈ ຂພຈ ຫຼາຍ......,ມີເຫດຜົນດີ ເອົາໄປເລີຍ 7ດາວ ^_^*

>>>ຟ້າຍ່ອມມີມື້ປ່ຽນສີ ^_^*

ໝີຍັງມີຂອງຫວານມາຕື່ມອີກ

ແຊບຫຼາຍ

໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
กะทู้นี้ไฟไหม้เจี้ยแล้ว

ຂ້ອຍ ແຮງ ບໍ່ແຄສື່

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກຳລັງຮ້ອນແຮງ ອິອິ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອູ້!!!ດົນໆມາຈອບ..ຂໍ້ມູນພຽບ

~Vਕਆpïrєی™~

໑໓ ກະທູ້
໒໕໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮຮ ເຮົາເຂົ້າ 7 ໂມງເຄີ່ງ ບ້ານຢູ່ ຈອມເພັດ ຮຽນຢູ່ ອຸດົມວຽງຈັນ ຄັນໃຫ້ຂີ່ລົດຖີບ ຫຼືຍ່າງເຮົາຈະໄປທັນຢູ່ຫວາຖ້າມີກົດລະບຽບອອກມາແທ້ໆ

ຮຮ ເຮົາແຮງເຄັ່ງຄັດໃຜໄປບໍ່ທັນໄລ່ກັບບ້ານເລີຍ ປະຈຸບັນກະຕິດບັນຊີດຳຢູ່ ຮຮ
ຄັນໃຫ້ເຮັດແທ້ຄິດເຫັນພາບເລີຍ

໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ DeXxZaAA ຂຽນວ່າ...

ຕື່ນສວຍລະສິທ່າ....ອິອິ...ນ້ຄືກົດທີ່ເຮັດໃຫ້ຄົນຂະຍັນຂື້ນ
ຄວາມດຸຫມັ່ນບໍ່ເຄີຍເຮັດໃຫ້ຄົນອົດຕາຍ....ພໍ່ຂ້ອຍສອນຂ້ອຍມາວ່າແນວນີ້ລະ

໑໓ ກະທູ້
໒໕໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dragonman ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ DeXxZaAA ຂຽນວ່າ...
ຮຮ ເຮົາເຂົ້າ 7 ໂມງເຄີ່ງ ບ້ານຢູ່ ຈອມເພັດ ຮຽນຢູ່ ອຸດົມວຽງຈັນ ຄັນໃຫ້ຂີ່ລົດຖີບ ຫຼືຍ່າງເຮົາຈະໄປທັນຢູ່ຫວາຖ້າມີກົດລະບຽບອອກມາແທ້ໆ

ຮຮ ເຮົາແຮງເຄັ່ງຄັດໃຜໄປບໍ່ທັນໄລ່ກັບບ້ານເລີຍ ປະຈຸບັນກະຕິດບັນຊີດຳຢູ່ ຮຮ
ຄັນໃຫ້ເຮັດແທ້ຄິດເຫັນພາບເລີຍ

ຕື່ນສວຍລະສິທ່າ....ອິອິ...ນ້ຄືກົດທີ່ເຮັດໃຫ້ຄົນຂະຍັນຂື້ນ
ຄວາມດຸຫມັ່ນບໍ່ເຄີຍເຮັດໃຫ້ຄົນອົດຕາຍ....ພໍ່ຂ້ອຍສອນຂ້ອຍມາວ່າແນວນີ້ລະ

ກະບໍ່ປານໃດເລື່ອງຕື່ນສວາຍນີ
ອ່ອຍຍຍ ຖ້າຢູ່ວຽງໃຫ້ເຮັດແທ້ນະ ຄິດມາລະເຈັບໄຕເລີຍ

໑໘ ກະທູ້
໙໖໔ ໂພສ
ຊຳນານການເວັບບອດ
ອິ ອິ ມີເເຕ່ຄົນສຸດຍອດ

啤酒...:

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ນາງເຈນ ຂຸດດຣາມ່າ ມາໃຫ້ອ່ານລະ, ສ່ວນຕົວ ດ່ຽວເອງຍ່າງໄປຮຽນທຸກມື້ເລີຍໃດ໋ພວກເພິ່ນ!!! (ແຕ່ບາງມື້ນອນຍາວເລີຍບໍ່ໄດ້ໄປຮຽນ)

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໓ ກະທູ້
໔໔໓ ໂພສ
ຊຳນານການເວັບບອດ
ກາດີຄືກັນ ຄັນເຮັດໄດ້

໐ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Kope ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Fxaiyabouly ຂຽນວ່າ...
ແມ່ນແລ້ວ ກົບ

ໄຊຍະບູລີ ດັງກ່ວາໝູ່

u savanhnakhet ka h leo der

ຂ້ອຍ ຫຼື ເຈົ້າ ທີ່ບໍ່ດີ

໑໓ ກະທູ້
໒໕໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ນາງເຈນ ຂຸດດຣາມ່າ ມາໃຫ້ອ່ານລະ, ສ່ວນຕົວ ດ່ຽວເອງຍ່າງໄປຮຽນທຸກມື້ເລີຍໃດ໋ພວກເພິ່ນ!!! (ແຕ່ບາງມື້ນອນຍາວເລີຍບໍ່ໄດ້ໄປຮຽນ)

ແນວເຫັນກະທູ້ນີ້ ເປັນຕາອອກຄຳເຫັນນະ ລະກະໃຫ້ຄົນທີ່ຍັງບໍ່ຮູ້ໄດ້ຮູ້ນຳກັນ

໑ ກະທູ້
໒໖ ໂພສ
ຂາປະຈຳເວັບບອດ
ຂ້ອຍເຫັນດີນຳນະໂຍບາຍນີ້, ແຕ່ຂ້ອຍແນມເຫັນບັນຫາໜຶ່ງ ທີ່ວ່ານະໂຍບາຍນີ້ຈະລົດການສິ້ນເປືອງ ແລະ ລົດການທຳລາຍສິ່ງແວດລ້ອມ, ແຕ່ກັບຈະກົງກັນຂ້າມກັບນັກຮຽນທີ່ໃຫ້ຄົນມາສົ່ງ ຈະເຮັດໃຫ້ສິ້ນເປືອງຄູນສອງເລີຍ. ໂດຍສະເພາະຄົນນະຄອນຫຼວງ ມີຫຼາຍຄົນບໍ່ຍອມຂີ່ລົດຖີບແນ່ນອນ, ເຮັດຈັ່ງເດີດີ ?? ແຈງດ່ວນ.

໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Pain ຂຽນວ່າ...
ຂ້ອຍເຫັນດີນຳນະໂຍບາຍນີ້, ແຕ່ຂ້ອຍແນມເຫັນບັນຫາໜຶ່ງ ທີ່ວ່ານະໂຍບາຍນີ້ຈະລົດການສິ້ນເປືອງ ແລະ ລົດການທຳລາຍສິ່ງແວດລ້ອມ, ແຕ່ກັບຈະກົງກັນຂ້າມກັບນັກຮຽນທີ່ໃຫ້ຄົນມາສົ່ງ ຈະເຮັດໃຫ້ສິ້ນເປືອງຄູນສອງເລີຍ. ໂດຍສະເພາະຄົນນະຄອນຫຼວງ ມີຫຼາຍຄົນບໍ່ຍອມຂີ່ລົດຖີບແນ່ນອນ, ເຮັດຈັ່ງເດີດີ ?? ແຈງດ່ວນ.

ອອກກົດເຫຼັກທີ່ສອງຫ້າມບໍ່ໃຫ້ຄົນອື່ນມາສົ່ງ.....ນັບແຕ່ມ.1ຂື້ນໄປຈົນຈົບ ມ.ປາຍໃຫ້ຂີ້ລົດຖີບ....ລູກເຈົ້າລູກນາຍກເຮັດຄືກັນ...
ຫລັງຈາກນັ້ນເລື່ອງການອວດລຳ່ອວດລວຍກໍ່ຈະເບົາບາງລົງໄດ້...
5555555555ເຮົາຄິດວ່າດີ...ເພາະເຮົາຮຽນຈົບແລ້ວ...ອິອິ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ DeXxZaAA ຂຽນວ່າ...
ຮຮ ເຮົາເຂົ້າ 7 ໂມງເຄີ່ງ ບ້ານຢູ່ ຈອມເພັດ ຮຽນຢູ່ ອຸດົມວຽງຈັນ ຄັນໃຫ້ຂີ່ລົດຖີບ ຫຼືຍ່າງເຮົາຈະໄປທັນຢູ່ຫວາຖ້າມີກົດລະບຽບອອກມາແທ້ໆ

ຮຮ ເຮົາແຮງເຄັ່ງຄັດໃຜໄປບໍ່ທັນໄລ່ກັບບ້ານເລີຍ ປະຈຸບັນກະຕິດບັນຊີດຳຢູ່ ຮຮ
ຄັນໃຫ້ເຮັດແທ້ຄິດເຫັນພາບເລີຍ

ຢູ່ຈອມເພັດກະເຂົ້າຢູ່ຈອມເພັດຕິຖ້າຢາກໄປທັນ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໒໘ ກະທູ້
໗໘ ໂພສ
ນັກການກະທູ້
ເພີ່ນຫ້າມບໍ່ໃຫ້ໃຊ້ລົດຈັກ ເຮົາກະເອົາລໍ້ຍູ້ແກ່ເຄື່ອງປ່ຽນກັນຂີ່ ປ່ຽນກັນສຸກໄປໂຮງຮຽນເອົາ ເພື່ອລຸດອຸບັດຕິເຫັດ ແລະ ບໍ່ເປືອງນຳ້ມັນ 555

ໜ້າທີ່ 6 ຈາກທັງໝົດ 7 ໜ້າ <<<1234567>>>