ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ເປັນຫັຍັງການສຶກສາຢູ່ບ້ານເຮົາສ່ວນມີແຕ່ປະລິມານຄຸນນະພາບບໍ່ມີ

໕ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ການສຶກສາໃນປະຈຸບັນຍັງຕຳຫຼາຍເມື່ອທຽບກັບປະເທດອ້ອມຂ້າງປະເທດເຮົາ ບໍ່ວ່າຈະເປັນໂຮງຮຽນຕ່າງໆທັງໃນເມືອງ ແລະ ຊົນນະບົດ ການຮຽນຂອງນັກຮຽນສ່ວນຫຼາຍກໍມາເປັນຂະບວນ ອາຈານສ່ວນຫຼາຍກໍບໍ່ໃສ່ໃຈ ພວກເຮົາຈະມີວິທີ່ໃດເພື່ອເຮັດໃຫ້ການຮຽນມີຄຸນນະພາບຄ່ຽງຄູ່ກັບປະລິມານ


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນີ້ຕ້ອງໃຫ້ນາຍົກມາຕອບລະຕິເບາະ ວ່າເພິ່ນມີວິທີແກ້ໄຂແນວໃດ


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ban hao kan bor li han kan seuk sa kor bor d parn dhai, mee sing mai22 khao ma laiy leo nuk hien bang suan kor bor khoy tung jai hien mee tae lin pen suan laiy...

ຄົນຄິດຮອດບ້ານ

໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
tam khuam khao jai der

ຄົນຄິດຮອດບ້ານ

໙ ກະທູ້
໒໒໕ ໂພສ
ນັກການກະທູ້
ອັນນີ້ ກໍເພາະວ່າ
ນາຍຄູໄດ້ເງິນໜ້ອຍ
ເຖິງວ່າຈະເຮັດດີໄປສຳໃດ ກ່ະໄດ້ເທົ່າກັນ


•*.:。-•(¯`°°•.★*wHaTEVeR WiLl Be, wilL bE*★.•°°´¯)•-。:.*•

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກໍບໍ່ຕ້ອງທຽບໃສ່ປະເທດອ້ອມຂ້າງແຫລະ ທຽບແລ້ວມັນຫົດຫູ່ໃຈ
ຖ້າແນມໄປຂ້າງຫນ້າ ເຮົາຈະເຫັນວ່າເຮົາຍັງດີກວ່າຫລາຍໆປະເທດໃນໂລກ
ບາງປະເທດຍັງປະສົບໄພອຶດຫິວ, ພາວະສົງຄາມ, ຄວາມຂັດແຍ່ງຕ່າງໆ
ຢ່າງຫນ້ອຍການສືກສາລາວກໍບໍ່ໄດ້ຢຸດຢູ່ບ່ອນເກົ່າ ເຖິງຈະຊ້າ
ແຕ່ກໍຖືວ່າເຄື່ອນທີ່.. ການໄປໄວກໍບໍ່ມີຫຍັງມາຮັບປະກັນຄຸນະພາບຢູ່ດີ..


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນຂຶ້ນກັບຄົນຮຽນ
ວ່າເອົາໃຈໃສ່ຊ່ຳໃດ
ເຖິງອາຈານຈະສອນໂຄດດີ
ຄົນບໍ່ຮຽນຊິມີຄວາມໝາຍຫຍັງ
ປະເທດເຮົາຖືວ່າເໜືອກວ່າຫຼາຍປະເທດໃດ໋
ຄັນຊິເວົ້າ

strawberry

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ບ້ານເຮົາຄົນທີ່ມີຄວາມຮູ້ຄວາມສາມາດກໍ່ມີຫຼາຍ, ການສືກສາບໍ່ມີຄຸນນະພາບ ຫຼື ຄົນບໍ່ເອົາໃຈໃສ່ໃນການສືກສາ?

~Vਕਆpïrєی™~

໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ຄົນເຮົາຕ້ອງເບີ່ງໄປທາງໜ້າ
ການທີ່ແນມເບີ່ງທາງຫຼັງ(ປະເທດທີ່ດ້ອຍກວ່າເຮົາ(ມີຢູ່ຫວາ))
ບໍ່ຕ່າງຫຍັງກັບທີ່ເຮົາເລືອກທີ່ຈະໂດດຕືກລົງໄປ
ແຕ່ຖ້າເຮົາເບີ່ງໄປທາງໜ້າ
ແມ່ນເຮົາພະຍາຍາມທີ່ຈະກ້າວຂື້ນຂັນໄດຂັ້ນຕໍ່ໄປ
ຝາກນຳເພື່ອນໆນຳຄິດຊ່ວຍກັນແດ່ກະດີຂອບໃຈທີ່ຕັ້ງກະທູ້ນີ້
ແຕ່ຊິມີຄົນສົນໃຈບໍ່ ເພາະ (ຄົນລາວບາງຈຳນວນ)
ກະເຈົ້າຂີ້ຂ້ານກະເຈົ້າບໍ່ສົນນຳເຮົາດອກກະເຈົ້າບໍ່ຢາກໃຫ້ລາວຈະເລີນກະເຈົ້າຢ້ານຢູ່ລາວມີ Lady GAGA

ຂ້ອຍ ແຮງ ບໍ່ແຄສື່


໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ oOoLeEoOoLikeYouoOo ຂຽນວ່າ...
ອັນນີ້ ກໍເພາະວ່າ
ນາຍຄູໄດ້ເງິນໜ້ອຍ
ເຖິງວ່າຈະເຮັດດີໄປສຳໃດ ກ່ະໄດ້ເທົ່າກັນ




ຖ້າແມ່ນແບບເຈົ້າຂ້ອຍຂໍຊົມເຊີຍອາຈານຂ້ອຍເດ່
ລາວແມ່ນອາຈານສອນປະຫວັດສາດມໍຫົກໂຮງຮຽນສີໂຄດລາວສອນດີຫຼາຍ
ເຖີງວ່ານັກຮຽນຈະບໍ່ມັກລາວເພາະລາວໂຫດແຕ່ລາວສອນດີຫຼາຍ

ຂ້ອຍ ແຮງ ບໍ່ແຄສື່


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າຂ້ອຍໄດ້ເປັນນາຍົກ..
ຂ້ອຍຈະທຸ່ມງົບປະມານເຖິງ 1/4..
ໃສ່ໃນດ້ານການສຶກສາ..
ເພາະຕໍ່ໄປປະເທດເຮົາຊັພະຍາກອນທຳມະຊາດອາດຈະໝົດ..
ຈຳຕ້ອງໃຫ້ຄົນ..ເປັນຊັພະຍາກອນທີ່ສຳຄັນທີ່ສຸດ..


໐ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ໄປຖາມໃຜໆກະຮູ້ຫັ້ນລະວ່າການສຶກສາມັນດີ ແຕ່ວ່າເງິນຫັ້ນມີພໍບໍ່?
ຕອນນີ້ມີແຕ່ປະລິມານກະຍັງດີຫຼາຍແລ້ວ ຢ່າງໜ້ອຍກະຕ້ອງມີພວກຕັ້ງໃຈຮຽນຢູ່ຈຳນວນໜື່ງ


໐ ກະທູ້
໑໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ດຽວນີ້ເງິນມາກ່ອນ
ຖ້າມີເງິນລະເຂົ້າໃສກໍ່ໄດ້

******MICKY******

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຈິງແລ້ວການສຶກສາຢູ່ບ້ານເຮົາກໍ່ບໍ່ໄດ້ດ້ອຍໄປກວ່າປະເທດອື່ນແຕ່ຢ່າງໃດ
ຕ່າງແຕ່ບ້ານເຮົາຍັງຂາດເຄື່ອງມືທີ່ທັນສະໄໝທີ່ນຳໃຊ້ເຂົ້າໃນການປະຕິບັດການສິດສອນ ເພາະສ່ວນຫຼາຍທີ່ເຫັນແລ້ວ ການສິດສອນສ່ວນໃຫຍ່ຈະເປັນແຕ່ທິດສະດີເປັນສ່ວນຫຼາຍແຕ່ເວົ້າເຖິງພາກປະຕິບັດການລົງຕົວຈິງແລ້ວບ້ານເຮົາຍັງບໍ່ທັນມີເຄື່ອງມືທີ່ຄົບຖ້ວນແລະພຽງພໍເທື່ອຈຶ່ງເຮັດໃຫ້ນັກຮຽນບໍ່ທັນເຫັນຕົວຈິງແລະອີກຢ່າງຖ້າມີເຄື່ອງມືເຫຼົ່ານີ້ແລະກໍ່ອາດຈະເປັນຕົວຊັກຈູງໃຫ້ນັກຮຽນນັກສຶກສາສົນໃຈຫຼາຍຂຶ້ນກວ່າເກົ່າ ຖ້າມື້ໃດບ້ານເຮົາມີເຄື່ອງມືທີ່ຄົບຖ້ວນເຮົາກໍ່ຈະສາມາດເຮັດໄດ້ຄືຕ່າງປະເທດເຊັ່ນກັນເພາະບັນດາຄູອາຈານຢູ່ບ້ານເຮົາກໍ່ຈົບມາຈາກຕ່າງປະເທດຫຼາຍຄົນແລະອີກຢ່າງໜຶ່ງກໍ່ປາສາຈາກບໍ່ໄດ້, ນ້ອງໆນັກຮຽນເຮົາຕາມທີ່ເຫັນສ່ວນໃຫຍ່ກໍ່ຍັງບໍ່ທັນຈະເອົາໃຈໃສ່ເຂັ້ມຂຸ້ນນຳການຮຽນປານໃດ ແຕ່ກໍ່ມີບາງຄົນທີ່ຕັ້ງໃຈແລະເຮັດໄດ້ກໍ່ຖືວ່າເປັນຄວາມສຳເລັດອັນໜຶ່ງແລະກໍ່ຊົມເຊີຍນຳກຸ່ມຄົນເຫຼົ່ານີ້ ຫວັງວ່າຈັກມື້ໜຶ່ງຄວາມຝັນຈະເປັນຈິງ


໗ ກະທູ້
໑໕໘ ໂພສ
ນັກການກະທູ້
ຂໍໃຫ້ເບວໃດ້ເປັນນາຍົກເດີ ເຫັນອຸດົມກັານແລ້ວໜ້າສະໜັບສະໜູນ

EVERYONE IS EMPOWER TO STOP UNSAFE BEHAVIORS