ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໓ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ສະບາຍດີສະມາຊິກພັນລາວທຸກທ່ານ ຂ້າພະເຈົ້າມີບັນຫາທີ່ບັນດາທ່ານ ອາດສາມາດໃຫ້ການຊ່ວຍເຫຼື່ອໄດ້ ເນື່ອງຈາກຂ້າພະເຈົ້າຕ້ອງການຂໍ້ມມູນກ່ຽວກັບໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ເກີດມາຈາກລົມພາຍຸເກດສະໜາ ໃນ 3 ແຂວງ ຄື ແຂວງເຊກອງ, ສາລະວັນ ແລະ ອັດຕະປື ຖ້າທ່ານໃດມີຂໍ້ມູນ ຫຼື ຮູ້ບ່ອນທີ່ສາມາດຕອບສະໜອງແຫຼ່ງຂໍ້ມູນເຫຼົ່ານີ້ໄດ້ ຂໍຄວາມຮ່ວມມືນຳບັນດາທ່ານ ກະລຸນາລະບຸສະຖານທີ່ ແລະ ວິທີການຂໍຂໍ້ມູນເຫຼົ່ານັ້ນດ້ວຍ (ແຫຼ່ງຂໍ້ມູນໃນນະຄອນຫຼວງວຽງຈັນ). ຂອບໃຈລ່ວງໜ້າ. MSN: Nakkham@hotmail.com


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທ່ານຢາກໄດ້ຂໍ້ມູນໄປເຮັດຫຍັງ?

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ

ຂ້ອຍ ແຮງ ບໍ່ແຄສື່


໒ ກະທູ້
໔໖໕ ໂພສ
ຊຳນານການເວັບບອດ
ແມ່ນແລ້ວນະ !! ຢາກໄດ້ໄປເຮັດຫຍັງຫວະ ??


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລອງໄປເບີ່ງຂໍ້ມູນຢູ່ແວັບpnomsin.comເບີ່ງບາງທີຄືຈະມີຢູ່

ຄົນຄິດຮອດບ້ານ

໓ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PNT ຂຽນວ່າ...
ທ່ານຢາກໄດ້ຂໍ້ມູນໄປເຮັດຫຍັງ?


ຂໍອະໄພທີ່ຕອບຊ້າ. ເນື່ອງຈາກວ່າພວກຂ້າພະເຈົ້າມີໂຄງການຢາກໄປຊ່ວຍເຫຼື່ອໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ໂດຍການເລືອກເອົາໂຮງຮຽນໃດໂຮງຮຽນໜຶ່ງເປັນໃຈກາງແລະ ດ້ວຍເຫດທີ່ ບໍ່ມີໂອກາດລົງໄປສຳຫຼວດດ້ວຍຕົນເອງ ແລະ ພວກຂ້າພະເຈົ້າກໍ່ບໍ່ມີຂໍ້ມູນທີ່ຈະສາມາດນຳມາກຳນົດເປົ້າໝາຍໃນການຊ່ວຍເຫຼື່ອໄດ້ ດັ່ງນັ້ນຈຶ່ງໄດ້ຂໍຄວາມຮ່ວມມືຈາກບັນດາທ່ານໃນການຕອບສະໜອງຂໍ້ມູນໃຫ້


໓ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ lovemickeymuse ຂຽນວ່າ...
ລອງໄປເບີ່ງຂໍ້ມູນຢູ່ແວັບpnomsin.comເບີ່ງບາງທີຄືຈະມີຢູ່



ຈະລອງເບິ່ງເດີ້ ຂອບໃຈ


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ AI2 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ lovemickeymuse ຂຽນວ່າ...
ລອງໄປເບີ່ງຂໍ້ມູນຢູ່ແວັບpnomsin.comເບີ່ງບາງທີຄືຈະມີຢູ່



ຈະລອງເບິ່ງເດີ້ ຂອບໃຈ


ໂດຍບໍ່ເປັນຫັຍງ

ຄົນຄິດຮອດບ້ານ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີໃຜຂຽນກ່ຽວກັບ ໄພນ້ຳຖ້ວມມາແລ້ວ ແຕ່ບໍ່ຈື່ວ່າແມ່ນໃຜເປັນຜູ່ຂຽນ ອາຈຊອກຫາໄດ້ໃນພັນລາວ.ຫຼື ຖາມ ເວບມາສເຕີ ເບິ່ງດູ!


໖ ກະທູ້
໒໘໐ ໂພສ
ນັກການກະທູ້
ດີໆ ເຮົາຂໍເເນະນຳໃຫ້ໂທສອບຖາມ ຫນັງສືພິມເດີ້ໂດຍສະເພາະ ວຽງຈັນໃຫມ່ ເພີ່ນພ້ອມໃຫ້ຂໍ້ມູນຢູ່ສະເຫມີ ເພາະເພີ່ນເຄີຍອອກຂ່າວປະຊາສຳພັນຫາທືນຊ່ວຍເຫລືອ


໓ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ຂອບໃຈຫຼາຍໆ ສຳລັບທຸກຄຳແນະນຳ


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລອງຕິດຕໍ່ ທ່ານ HITMII ເບິ່ງເດີ ເພິ່ນເກັບກຳຂໍ້ມູນກ່ຽວກັບເລື່ອງນີ້

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ຜົນກະທົບຈາກໄພນ້ຳຖ້ວນຄັ້ງນີ້ ໄດ້ເຮັດໃຫ້ 4ແຂວງພາກໃຕ້ໄດ້ຮັບຄວາມເສຍຫາຍຫຼາຍ, ໂດຍສະເພາະແມ່ນແຂວງອັດຕະປື ກວມເຖິງ 90% ຂອງພື້ນທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມມີ 5 ເມືອງ, 99 ບ້ານ, 12.142 ຄອບຄົວ, 72.850 ຄົນ;
ແຂວງເຊກອງ ໄດ້ຮັບຜົນ ກະ ທົບ ຈຳນວນ 4 ເມືອງ, 31 ບ້ານ, ເຮືອນຖືກຊຸໄຫລ 364 ຫລັງ, ໃນນີ້ເມືອງກະລຶມ 116 ຫລັງ ແລະ ເມືອງ ລະມາມ 248 ຫລັງ. ເປ່ເພ 610 ໃນນັ້ນ ເມືອງກະລຶມ 142 ຫລັງ ແລະ ເມືອງລະມາມ 468 ຫລັງ;
ແຂວງສາລະວັນ ໄດ້ຮັບຜົນກະທົບ 4 ເມືອງຄື: ເມືອງສາລະວັນ, ສະມ້ວຍ, ວາປີ ແລະ ເມືອງຄົງເຊໂດນ, 123 ບ້ານ, 3.936 ຄອບຄົວ, ຈຳນວນ 13.000 ຄົນ;
ແຂວງສະຫັວນນະເຂດ ໄດ້ຮັບຜົນກະທົບ ໂດຍກົງ 2 ເມືອງຄື: ເມືອງ ເຊໂປນ ແລະ ເມືອງນອງ, ມີທັງໝົດ 29 ບ້ານ, 2.488 ຄອບຄົວ, 13.088 ຄົນ ແລະ ເຮືອນຖືກ ຊຸໄຫລ 7 ຫລັງ.


ເຂົາເຈົ້າບໍ່ໄດ້ລະບຸເຖິງໂຮງຮຽນແຕ່ລະຫຼັງໄດ້ຮັບຄວາມເສຍຫາຍຫຼາຍປານໄດ້. ສ່ວນລາຍລະອຽດແມ່ນເອົາຂໍມູນຢູ່ ອົງການຊັບພະຍາກ່ນນ້ຳ ແລະ ສີ່ງແວດລ້ອມ; ຕັ້ງຢູ່ Prime Minister's Office, Vientiane, Lao PDR
http://www.wrea.gov.la/wrea/index.php/the-news/local-news/245-2009-10-02-08-59-55

http://www.kpl.net.la/lao/record/12.10.09/dnl%201.htm
http://www.pnomsin.com/?tag=%E0%BA%9E%E0%BA%B2%E0%BA%8D%E0%BA%B8


ຂ້າພະເຈົ້າເອງກໍ່ຢາກຊ່ວຍເຫຼືອປະຊາຊົນຢູ່ພຸ້ນຄືກັນ.. ຖ້າເປັນໄປໄດ້ຢາກໄປຊ່ວຍເຫຼືອນຳ


໓ ກະທູ້
໒໐໑ ໂພສ
ນັກການກະທູ້
ສົ່ງ ອີ່ເມວໄປຫາ ບກ ຢູ່ ຫນັງສືພິມວຽງຈັນໃຫມ່ເດີ້ ແລ້ວ ຖິ້ມເບີ ແຟກ ປະໄວ້ ແລ້ວເພິນສິສົ່ງໄປໃຫ້ ເປັນກະຕຶບພຸ້ນແລະ


໓ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ MissIndependent ຂຽນວ່າ...
ຜົນກະທົບຈາກໄພນ້ຳຖ້ວນຄັ້ງນີ້ ໄດ້ເຮັດໃຫ້ 4ແຂວງພາກໃຕ້ໄດ້ຮັບຄວາມເສຍຫາຍຫຼາຍ, ໂດຍສະເພາະແມ່ນແຂວງອັດຕະປື ກວມເຖິງ 90% ຂອງພື້ນທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມມີ 5 ເມືອງ, 99 ບ້ານ, 12.142 ຄອບຄົວ, 72.850 ຄົນ;
ແຂວງເຊກອງ ໄດ້ຮັບຜົນ ກະ ທົບ ຈຳນວນ 4 ເມືອງ, 31 ບ້ານ, ເຮືອນຖືກຊຸໄຫລ 364 ຫລັງ, ໃນນີ້ເມືອງກະລຶມ 116 ຫລັງ ແລະ ເມືອງ ລະມາມ 248 ຫລັງ. ເປ່ເພ 610 ໃນນັ້ນ ເມືອງກະລຶມ 142 ຫລັງ ແລະ ເມືອງລະມາມ 468 ຫລັງ;
ແຂວງສາລະວັນ ໄດ້ຮັບຜົນກະທົບ 4 ເມືອງຄື: ເມືອງສາລະວັນ, ສະມ້ວຍ, ວາປີ ແລະ ເມືອງຄົງເຊໂດນ, 123 ບ້ານ, 3.936 ຄອບຄົວ, ຈຳນວນ 13.000 ຄົນ;
ແຂວງສະຫັວນນະເຂດ ໄດ້ຮັບຜົນກະທົບ ໂດຍກົງ 2 ເມືອງຄື: ເມືອງ ເຊໂປນ ແລະ ເມືອງນອງ, ມີທັງໝົດ 29 ບ້ານ, 2.488 ຄອບຄົວ, 13.088 ຄົນ ແລະ ເຮືອນຖືກ ຊຸໄຫລ 7 ຫລັງ.


ເຂົາເຈົ້າບໍ່ໄດ້ລະບຸເຖິງໂຮງຮຽນແຕ່ລະຫຼັງໄດ້ຮັບຄວາມເສຍຫາຍຫຼາຍປານໄດ້. ສ່ວນລາຍລະອຽດແມ່ນເອົາຂໍມູນຢູ່ ອົງການຊັບພະຍາກ່ນນ້ຳ ແລະ ສີ່ງແວດລ້ອມ; ຕັ້ງຢູ່ Prime Minister's Office, Vientiane, Lao PDR
http://www.wrea.gov.la/wrea/index.php/the-news/local-news/245-2009-10-02-08-59-55

http://www.kpl.net.la/lao/record/12.10.09/dnl%201.htm
http://www.pnomsin.com/?tag=%E0%BA%9E%E0%BA%B2%E0%BA%8D%E0%BA%B8


ຂ້າພະເຈົ້າເອງກໍ່ຢາກຊ່ວຍເຫຼືອປະຊາຊົນຢູ່ພຸ້ນຄືກັນ.. ຖ້າເປັນໄປໄດ້ຢາກໄປຊ່ວຍເຫຼືອນຳ

ຂອບໃຈຫຼາຍເດີ້ ສຳຫຼັບຂໍ້ມູນ ແລະ ແຫຼ່ງທີ່ຢູ່ຂອງຂໍ້ມູນ. ຖ້າຂຽນແຜນການເຄື່ອນໄຫວກິດຈະກຳແລ້ວ ຈະບອກໃຫ້ຮູ້ເດີ້


໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ໂດຍຍ..ບໍ່ເປັນຫຍັງ
ໂຄງການນີ້ແມ່ນຫ້ອງພວກອ້າຍໄປຫວາ.. ຫຼື ວ່າແນວໃດ?


໓ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ແມ່ນແລ້ວໂຄງການນີ້ພວກອ້າຍກຳລັງຂຶ້ນແຜນຢູ່ ເພາະຄາດວ່າຄົງຈະໄດ້ເດີນທາງໄກ ສຳລັບເຂດທີ່ເລືອກໄປນັ້ນແມ່ນແຂວງອັດຕະປື ຖ້າເປັນໄປໄດ້(ຖ້າສະມາຊິກໃນຫ້ອງອ້າຍໄປໄດ້)


໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ໂອຫວາ!! ຂັ້ນເປັນແນວໃດກະບອກແນ່ເດີ້ ເພາະນ້ອງກໍມີພີ່ນ້ອງຢູ່ຫັ້ນ


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າມາເບິ່ງຄວາມຄືບໜ້າ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຄວາມຄືບໜ້າໄປຫຼາຍແລ້ວ

~Vਕਆpïrєی™~