ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຂໍຖາມພັນລາວຫມົດທຸກທ່ານ,ທ່ານເປັນຄົນລາວຮູ້ເລື່ອງປະຫວັດສາດລາວບໍ?

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູ້ແທ້


໑໕ ກະທູ້
໑໒໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກ່າມິຢູ່

ຈກທ ເດລະ
ຮູ້ຊ່ຳໃດຊັ້ນ

ບອກເເນ່

〞 ┱3ц┏┓g 〝
Create weath by using wisdom,think ahead,stay one step ahead of others




໔ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ມາຖາມຂ້ອຍໂລດ ເລື່ອງປະຫັວສາດ, ພູມສາດລາວ ຊ່ຳນີ ຊຶໆ


໑ ກະທູ້
໑໙໖ ໂພສ
ນັກການກະທູ້
hu u tae br muk hn visa ni hn la yark none

Evil ໃຈດຽວຫຼາຍຄວາມຄິດ

໑໑ ກະທູ້
໑໔໕ ໂພສ
ນັກການກະທູ້
ຮ່ອງນ້ຳປະຫວັດສາດ

11 ມີນາ 2010 12:03:51 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້
ໃນປະຫວັດສາດຂອງ ນະຄອນຫຼວງວຽງຈັນ ກ່າວກັນວ່າມີກຳແພງເມືອງ ທັງຊັ້ນນອກŒຊັ້ນໃນ ໃຊ້ໃນການປ້ອງກັນຂ້າເສິກສັດຕູ ທີ່ມຸ່ງຫວັງເຂົ້າມາທຳລາຍພາຍໃນ ຊຶ່ງເວລານັ້ນ ອາວຸດຍຸດທະພັນສົງຄາມບູຮານ ກໍແມ່ນດາບ ງ້າວ ຫອກ ຫ່າວ ຫຼາວ ເຫຼັກ ມີພາຫະນະອັນໄດ້ແກ່ ຊ້າງ ມ້າ ຊຶ່ງປຽບເໝືອນກົນໄກຂັບເຄື່ອນ ແທນລົດຕ່າງໆ.
ຕໍ່ໜ້າກຳແພງເມືອງທີ່ໃຫຍ່ໂຕ ແຂງແກ່ນນັ້ນ ເພິ່ນຂຸດຮ່ອງນ້ຳລຽບໄປຕາມໜ້າກຳແພງ ລາງບ່ອນເພິ່ນ ກໍແປງເອົາຮ່ອງທຳມະຊາດ ໂດຍຂຸດໃຫ້ເລິກ ແລະ ກວ້າງ ແນໃສ່ສະກັດກັ້ນ ການເຂົ້າມາໃກ້ຂອງຊ້າງ ມ້າ ສັດຕູ ອີກປະການໜຶ່ງ ກໍເພື່ອເປັນການປ້ອງກັນໄພນ້ຳຖ້ວມ ທັງເປັນການລະບາຍນ້ຳ ອອກຈາກຕົວເມືອງ ຊຶ່ງເວລາການສ້າງທາງຖະໜົນຄູວຽງ ກໍພົບວ່າສະໄໝບູຮານ ກໍມີລະບົບລະບາຍນ້ຳ ອອກຈາກຕົວເມືອງ ເຊັ່ນກັນ.
ຕາມການສັນນິຖານວ່າ ກຳແພງເມືອງອາດຖືກສ້າງມາພ້ອມໆກັບ ການສ້າງເມືອງວຽງຈັນ ເນື່ອງຈາກຫຼັກຖານພົບເຫັນວ່າ ເມື່ອເຈົ້າໄຊເຊດຖາ ຍ້າຍນະຄອນຫຼວງງຈາກ ນະຄອນຊຽງທອງ ຫຼວງພະບາງ ມາສະຖາປະນາວຽງຈັນ ເປັນນະຄອນຫຼວງ ເມື່ອ ຄ.ສ 1560 ນັ້ນ ເພິ່ນກໍຍັງເອົາໃຈໃສ່ ສ້ອມແປງ ແລະ ເສີມກຳແພງເມືອງໃຫ້ແໜ້ນໜາ ເປັນອັນດັບທຳອິດ ເພື່ອເຮັດໃຫ້ວຽກງານປ້ອງກັນຊາດŒປ້ອງກັນຄວາມສະຫງົບ ຮັບປະກັນ ພ້ອມໆກັບການກໍ່ສ້າງ ກຳລັງຮັບມືກັບພວກຮຸກຮານອື່ນໆ ຫຼັງຈາກນັ້ນ ເພິ່ນຈຶ່ງສ້າງສາພັດທະນາ ດ້ານອື່ນອີກ ຄຽງຄູ່ກັນໄປ ເປັນຕົ້ນ ວັດວາ ສາດສະໜາ ການສຶກສາ ການກໍ່ສ້າງເສດຖະກິດ ແລະ ການຜູກພັນສັນຖະວະໄມຕີ ກັບບັນດາປະເທດໃກ້ຄຽງ.
ບັນດາຮ່ອງປະຫວັດສາດ ໃນເມື່ອກ່ອນ ກໍມີຮ່ອງທອງຊື່ເຊື່ອມຕໍ່ກັບນ້ຳສັກ ເຂດບ້ານຂົວຫຼວງ ແລະ ຍາວໄປທາງໜອງຈັນ ຈົນຮອດຂົວຂາວນ້ຳສັກ ແມ່ນເລີ່ມຈາກປາກປ່າສັກ ຍາວໄປຕາມຖະໜົນຂຸນບູລົມŒຜ່ານບ້ານສີຫອມ ຂົວຫຼວງŒທົ່ງຕູມ ສະຫວ່າງ ແລ້ວກໍໄປຈວບກັບນ້ຳຮ່ອງແຊງ ແຕ່ກ່ອນເອີ້ນບ່ອນນ້ຳຄົບກັນນີ້ ວ່າຫົວຄູສຸດ ຫຼັງຈາກນັ້ນ ຮ່ອງບ່ອນດັ່ງກ່າວ ກໍປ່ຽນຊື່ໄປເປັນຮ່ອງແຊງ ຮ່ອງໄກ່ແກ້ວ ຍາວໄປທາງໂພນເຄັງ ນອກຈາກນີ້ ກໍຍັງມີຮ່ອງອີກທາງໂສກປ່າຫຼວງ ຍາວໄປຮອດທົ່ງກາງ ຊຶ່ງຮ່ອງນີ້ບໍ່ມີນ້ຳ ບາງກໍວ່າ "ໂສກ" ເພື່ອປ້ອງກັນຊ້າງ ຕາມຊາວບ້ານແຖບນີ້ ເລົ່າກັນມາເປັນຕຳນານວ່າ ໂສກນີ້ ແຕ່ກ່ອນເລິກ ເພິ່ນໃຊ້ເປັນບ່ອນປ້ອງກັນຊ້າງ ມ້າຂອງສັດຕູ ບໍ່ໃຫ້ກ້າວເຂົ້າມາ ທາງໃນກຳແພງອີກທາງໜຶ່ງ ດັ່ງນັ້ນ ກຳແພງ ແລະ ຮ່ອງນ້ຳ ມີສ່ວນສຳຄັນ ໃນການປ້ອງກັນກຳແພງຊັ້ນໃນ ຈາກໄພພິບັດ ແລະ ໄພສົງຄາມທີ່ມາຮຸກຮານ ຕາມຄວາມເປັນຈິງແລ້ວ ນອກກຳແພງ ກໍມີການຈັດວາງການປ້ອງກັນ ຕາມຈຸດຍຸດທະສາດທີ່ວາງໄວ້ເຊັ່ນກັນ ກ່ອນຈະເຂົ້າສູ່ຊັ້ນໃນໄດ້ ພວກສັດຕູກໍຈະພົບກັບ ຄວາມເສຍຫາຍ ທີ່ຂ້າງນອກກ່ອນແລ້ວ.
ບັດນີ້ ຮ່ອງນ້ຳປະຫວັດສາດດັ່ງກ່າວ ໄດ້ຖືກສ້ອມແປງໃຫ້ເປັນຮ່ອງມາດຕະຖານ ໂດຍເສີມຕາຝັ່ງໃຫ້ແຂງແຮງ ບໍ່ໃຫ້ເຈື່ອນ ອັນຈະພາໃຫ້ຮ່ອງຕື້ນເຂີນ ແລະ ຂະຫຍາຍຄວາມກວ້າງ ແລະ ເລິກອອກ ຊຶ່ງສາມາດລະບາຍນ້ຳໄດ້ໄວ ເມື່ອເວລາຝົນຕົກຫຼາຍ ບາງບ່ອນກໍເຮັດເປັນຮ່ອງ ມີຝາອັດຈົບດີ ແລະ ຖົມເປັນເນື້ອທີ່ເດີ່ນພຽງ ດັ່ງເຊັ່ນ: ຮ່ອງທອງ ຊຶ່ງມີອາຄານຫຼາຍຫຼັງ ປຸກຍາວຈົນເຖິງຕະຫຼາດເຊົ້າ ເອີ້ນວ່າ ຮ່ອງທອງໄນພຣາຊາ.
ເຖິງແນວໃດກໍຕາມ ການປ່ຽນສະພາບຮ່ອງເດີມ ມາສູ່ຮ່ອງພັດທະນາໃໝ່ນີ້ ເປັນການປ່ຽນແປງໃໝ່ ເຮັດໃຫ້ໃບໜ້າຂອງນະຄອນຫຼວງ ກ້າວສູ່ການພັດທະນາ ດັ່ງນັ້ນ ຈຶ່ງມີຄວາມຈຳເປັນ ຮຽກຮ້ອງພາກສ່ວນຕ່າງໆ ຊ່ວຍກັນຮັກສາຮ່ອງ ໃຫ້ມີຄວາມສະອາດ ດ້ວຍການຫ້າມຖິ້ມຂີ້ເຫຍື່ອ ແລະ ສິ່ງປະຕິກູນຕ່າງໆລົງຮ່ອງ ອັນຈະພາໄປສູ່ການມີບັນຫາ ຕື້ນເຂີນຕາມມາ.
ຮຽບຮຽງ: ບີໂນ ໂລກະວິທຸມ


໑໑ ກະທູ້
໑໔໕ ໂພສ
ນັກການກະທູ້
ຝາກເຖິງນັກຄົ້ນຄ້ວາ ປະຫວັດສາດໄທ ວ່າຈະເອົາຍ່ານໃດຂອງປະຫວັດສາດ
Date of News 22 ມີນາ 2010 Time of News 11:03:15 News From ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້

ມື້ກ່ອນ ໄດ້ອ່ານບົດຂອງອາຈານ ຈາກມະຫາວິທະຍາໄລແຫ່ງຊາດ ໃນຫົວຂໍ້ “ການເຄື່ອນໄຫວທີ່ສ່ຽງໄພ ຂອງນັກຄົ້ນຄ້ວາປະຫວັດສາດ” ທີ່ເວົ້າເຖິງ ກໍລະນີຜູ້ຈັດສຳມະນາຢູ່ໄທ ມີເລ້ຫຼ່ຽມຢາກພິກປີ້ນ ຄວາມເປັນຈິງຂອງປະຫວັດສາດ ເຊິ່ງເກີດຂຶ້ນໃນວັນທີ 10 ກຸມພາ 2010 ຢູ່ໃນກອງປະຊຸມ ຈັດສຳມະນາ ໃນຫົວຂໍ້ “ບົດບາດ ແລະ ຍຸດທະສາດການຕ່າງປະເທດໄທ ຕໍ່ປະເທດເພື່ອນບ້ານ” ໂດຍແມ່ນສະຖາບັນ ສຶກສາຄວາມໝັ້ນຄົງ ແລະ ນາໆຊາດ ຂອງມະຫາວິທະຍາໄລຈຸລາລົງກອນ ແຫ່ງລາຊະອານາຈັກໄທ ເປັນເຈົ້າພາບ.

ເລ້ຫຼ່ຽມຂອງພວກເຂົາ ແມ່ນຄະນະຮັບຜິດຊອບຈັດສຳມະນາ ແຈກຢາຍເອກະສານ ທີ່ບໍ່ນອນຢູ່ໃນວາລະກອງປະຊຸມ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ເຊິ່ງໃນນັ້ນ ມີເອກະສານໜຶ່ງກ່ຽວຂ້ອງກັບ ສປປ ລາວ ເຊິ່ງເອີ້ນຊື່ວ່າ: ເອກະສານກ່ຽວກັບຊາຍແດນ ດ້ານມົນທົນບູລະພາ (ຕາເວັນອອກ) ຊຶ່ງໃນນີ້ ລວມມີດິນແດນຂອງລາວ ທີ່ຜູ້ສະເໜີ (ຄົນໄທ) ຍັງຖືວ່າເປັນດິນແດນຂອງໄທ... ໃນບົດຄວາມຂອງອາຈານ ຈາກມະຫາວິທະຍາໄລແຫ່ງຊາດລາວ ໄດ້ອະທິບາຍຢ່າງກະຈ່າງແຈ້ງແລ້ວ ຕໍ່ກັບເອກະສານດັ່ງກ່າວ.

ແຕ່ໃນຖານະຜູ້ຮັບຜິດຊອບຄໍລຳ “ແນວລາວ” ຟັງແລ້ວ ຮູ້ສຶກຄັນແຂ້ວ (ຄັນມື) ຈຶ່ງຢາກຂຽນບອກເຖິງ ນັກຄົ້ນຄ້ວາປະຫວັດສາດໄທ ກໍຄືນັກວິຊາການ ຜູ້ສະເໜີເອກະສານດັ່ງກ່າວນີ້ວ່າ ຈະເອົາຍ່ານໃດຂອງປະຫວັດສາດ ມາເວົ້າເລື່ອງດິນແດນ ຄັນແມ່ນຢາກຄົ້ນປະຫວັດສາດ ຂຶ້ນມາຜິດຖຽງກັນ.

ຂໍຖືເອກະສິດຍົກປະຫວັດສາດ ຍ່ານອານາຈັກລ້ານຊ້າງ ເຊິ່ງແມ່ນສະໄໝພະເຈົ້າຟ້າງຸ່ມມະຫາຣາດ ທ້ອນໂຮມອານາຈັກຕ່າງໆ ເປັນເອກະພາບ ຕົ້ນສະຕະວັດທີ XVIII.

ຈະເຫັນວ່າກວມດິນແດນ ປະເທດໃດແດ່ໃນປັດຈຸບັນ ອັນນີ້ ຄິດວ່າໃຜໆກໍຮູ້ດີ ບໍ່ວ່າສາ ! ນັກປະຫວັດສາດນໍ ? ຄົນລາວ ຄົນໄທ ທຳມະດາສາມັນ ລ້ວນແຕ່ຮູ້ດີ ເດັກນ້ອຍຊັ້ນປະຖົມລາວບາງຄົນ ກໍຍັງຮູ້.

ຄົນໄທເອງ ດຽວນີ້ຍັງເອີ້ນ ບັນດາຄົນທີ່ອາໄສຢູ່ຈັງຫວັດ (ແຂວງ) ຕ່າງໆຂອງໄທທັງໝົດ 17 ຈັງຫວັດນັ້ນວ່າ : ຄົນລາວອິສານ ແລະ ຄົນພວກນີ້ ກໍມີຮີດຄອງປະເພນີ ຂະໜົບທຳນຽມ ພາສາປາກເວົ້າ ຄ້າຍຄືຄົນລາວອ້ອຍຕ້ອຍ... ເມື່ອເວົ້າເຖິງຍ່ານປະຫວັດສາດນີ້ແລ້ວ ນັກຄົ້ນຄ້ວາປະຫວັດສາດຜູ້ນັ້ນ ຈະວ່າຢ່າງໃດ ?.

ທາງອອກທີ່ດີ ແມ່ນເລື່ອງຂອງປະຫວັດສາດ ກໍຕ້ອງປະໄວ້ເບື້ອງຫຼັງ ປິດສາກປະຫວັດສາດໄວ້ ແລ້ວພ້ອມກັນເດີນໜ້າ ຮ່ວມມືສາມັກຄີກັນ ສ້າງສາພັດທະນາ ບ້ານເມືອງຂອງໃຜລາວ ໃຫ້ຈະເລີນຮຸ່ງເຮືອງ ສີວິໄລ ປະຊາຊົນຢູ່ດີກິນດີ ມີຄວາມຜາສຸກ...

ບັນຫາເກີດຢູ່ພາຍໃນ ກໍຍັງແກ້ບໍ່ຕົກ ແຕ່ດ້ວຍສັນດານອັນໃດ ຈຶ່ງມັກເຕາະພຸ້ນເຕາະພີ້ ກັບປະເທດເພື່ອນບ້ານ ບໍ່ຢ້ານປະຊາຊົນໄທ ຄົນໄທລົງໂທດບໍ ? ຄັນວ່າເກັ່ງ ກໍຊ່ວຍແກ້ບັນຫາ ບ້ານເມືອງຂອງຕົນເອງສາ ? ເລື່ອງປະເທດເພື່ອນບ້ານ ຈຶ່ງຄ່ອຍວ່າຕາມທີຫຼັງ.

ຟັງເບິ່ງແລ້ວ ການສະເໜີເອກະສານແບບນີ້ ກໍປານວ່າ ຄົນໝົດປັນຍາແທ້ໃດ໋.

from:http://www.vientianemai.net/news.php?col=3&id=1119


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຄ່ອຍປານໄດນະ ເອົາປັດຈຸບັນໃຫ້ໄດ້ກ່ອນນະ


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
# khanojo ຂອບໃຈສຳຫລັບຂໍ້ມູນເດີ່


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະຮູ້ຢູ່ບາງອັນ ຫຼາຍອັນກະບໍ່ຮູ້

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໑ ກະທູ້
໑໔໕ ໂພສ
ນັກການກະທູ້
ປະຫວັດສາດ
http://www.youtube.com/watch?v=odbKqEN7DgE&feature=related
http://www.youtube.com/watch?v=bOXMTTQzVPY&feature=PlayList&p=3F0B2A078D57677B&playnext=1&playnext_from=PL&index=6


໐ ກະທູ້
໘໐ ໂພສ
ຂາປະຈຳເວັບບອດ
bor hu der


ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>